ຝູກ໋ວກ-ນະຄອນເກາະທຳອິດຂອງຫວຽດນາມ

(VOVWORLD) -ນັບແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ ຕາມມະຕິຂອງສະພາແຫ່ງຊາດ, ເມືອງເກາະຝູກ໋ວກແຂວງກຽນຢາງໄດ້ຮັບການຮັບຮອງແມ່ນນະຄອນຂຶ້ນກັບແຂວງຢ່າງເປັນທາງການ. ນີ້ກໍ່ແມ່ນເມືອງເກາະທຳອິດຂອງຫວຽດນາມກາຍເປັນນະຄອນ
ຝູກ໋ວກ-ນະຄອນເກາະທຳອິດຂອງຫວຽດນາມ - ảnh 1ຝູກ໋ວກຖືກອ້ອມຮອບໄປດ້ວຍຝັ່ງທະເລຍາວຢຽດດ້ວຍບັນດາຫາດຊາຍທະເລທີ່ສວຍງາມແລະຮົກເຮື້ອ

ນະຄອນຝູກ໋ວກໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານເນື້ອທີ່ທຳມະຊາດທັງໝົດແລະຈຳນວນປະຊາກອນ 179.480 ຄົນ. ຝູກ໋ວກຖືກອ້ອມຮອບໄປດ້ວຍຝັ່ງທະເລຍາວຢຽດດ້ວຍບັນດາຫາດຊາຍທະເລທີ່ສວຍງາມແລະຮົກເຮື້ອ, ບັນດາເຂດຫາປາເຕັມໄປດ້ວຍຄວາມສາມາດບົ່ມຊ້ອນແລະເຂດນ້ຳທະເລເລິກ ໄດ້ສ້າງເງື່ອນໄຂສະດວກເພື່ອພັດທະນາການທ່ອງທ່ຽວ, ການຈັບຫາສິນທະເລແລະການພັດທະນາລະບົບທ່າກຳປັ່ນທະເລ. ພາຍຫຼັງດຳເນີນການກໍ່ສ້າງແລະພັດທະນາເປັນເວລາ 15 ປີ, ເສດຖະກິດຂອງຝູກ໋ວກຍາມໃດກໍ່ບັນລຸລະດັບການເຕີບໂຕສູງແລະມີສະຖຽນລະພາບ. ປີ  2019 ຝູກ໋ວກໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ 3.000.000 ກວ່າເທື່ອຄົນ. ພ້ອມກັບການພັດທະນາເສດຖະກິດ, ລະບົບພື້ນຖານໂຄງລ່າງກໍ່ໄດ້ຮັບການລົງທຶນດ້ວຍຂອບຂະໜາດໃຫຍ່ ທັນສະໄໝ, ຄົບຊຸດແລະ ໄດ້ສ້າງເປັນເຂດຕົວເມືອງໃນບໍລິເວນເທື່ອລະກ້າວ. ພາຍຫຼັງທີ່ນາຍົກລັດຖະມົນຕີໄດ້ອະນຸມັດແມ່ນຕົວເມືອງປະເພດສອງເປັນເວລາກວ່າ 5 ປີ, ຝູກ໋ວກໄດ້ມີການພັດທະນາຢ່າງກ້າວກະໂດດຂັ້ນ, ໂສມໜ້າຂອງເມືອງເກາະໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ ແລະຄົບຊຸດຕາມທິດເປັນຕົວເມືອງທັນສະໄໝ, ເຂດຕາກອາກາດລະດັບສູງ, ທ່ານຟານວັນແມັ້ງ ຜູ້ອຳນວຍການບໍລິສັດທ່ອງທ່ຽວມັງກອນຄຳຝູກ໋ວກ ຈຳກັດໃຫ້ຮູ້ວ່າ:

       “ເມື່ອຝູກ໋ວກໄດ້ຮັບການຮັບຮອງແມ່ນນະຄອນແລະພິເສດແມ່ນນະຄອນເກາະທຳອິດຂອງຫວຽດນາມຈະດຶງຄວາມສົນໃຈເຂົ້າມາລົງທຶນຂອງວິສາຫະກິດທັງຢູ່ພາຍໃນແລະຕ່າງປະເທດກໍ່ຄືດຶງດູດຈຳນວນແຂກທ່ອງທ່ຽວມານີ້ ນັບມື້ນັບຫຼາຍຂຶ້ນ. ຄວາມເອົາໃຈໃສ່ ແລະລົງທຶນຢ່າງຖືກທິດຂອງພັກແລະລັດຈະນຳພະລັງຊີວິດໃໝ່ມາໃຫ້ ຝູກ໋ວກ”.

       ປັດຈຸບັນໃນບໍລະເວນເມືອງຝູກ໋ວກມີກວ່າ 320 ໂຄງການແລະ 47 ໂຄງການໄດ້ເຂົ້າສູ່ການເຄື່ອນໄຫວ. ມີຫຼາຍກິດຈະກຳ, ໂຄງການລະດັບສາກົນໃນຂົງເຂດທ່ອງທ່ຽວໄດ້ເຂົ້າສູ່ການເຄື່ອນໄຫວ. ລະບົບທາງຄົມມະນາຄົມຄົບຊຸດອ້ອມຮອບເກາະ, ການຄົມມະນາຄົມໃນທະເລ ແລະ ການບິນພັດທະນາໄດ້ຊ່ວຍເຊື່ອມຕໍ່ ຝູກ໋ວກ  ກັບທົ່ວປະເທດແລະສາກົນ. ອ້າຍ ດິງກວາງທ່ຽວ ຢູ່ເທດສະບານ ເຢືອງດົງ  ຖືວ່າ:

       “ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈທີ່ສຸດເພາະວ່າຝູກ໋ວກໄດ້ກາຍເປັນນະຄອນພາຍຫຼັງໄລຍະໜຶ່ງທັງສູ້ຊົນທັງພັດທະນາ. ຂ້າພະເຈົ້າມີຄວາມປາຖະໜາວ່າໃນຊຸມປີທີ່ມາເຖິງ, ຝູກ໋ວກຈະນັບມື້ນັບພັດທະນາດີຍິ່ງໆຂຶ້ນ”

      ໂດຍມີຄວາມພາກພູມໃຈເຊັ່ນກັນ, ທ່ານນາງບຸ່ຍແທັງຮວ່ຽນ ປະທານສະພາບໍລິຫານ ຊາລິນດາ ຣີສອດ ຖືວ່າ:

       “ຂ້າພະເຈົ້າໄດ້ຮູ້ດີວ່າ ພວກເຮົາຈະບັນລຸສິ່ງທີ່ດີນັ້ນ, ແຕ່ຈຸດເວລານີ້ ກໍ່ໄດ້ລໍຖ້າແຕ່ດົນນານແລ້ວ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດເມື່ອນະຄອນໄດ້ມີໂສມໜ້າໃໝ່ ແລະ ແນ່ນອນວ່າຈະດຶງດູດແຂກທ່ອງທ່ຽວບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງມີແຂກທ່ອງທ່ຽວຕ່າງປະເທດອີກດ້ວຍ”

       ທ່ານມາຍວັນຮວິ່ງ ຮອງເລຂາຜູ້ປະຈຳການຄະນະພັກແຂວງກຽນຢາງໃຫ້ຮູ້ວ່າ: ທາງແຂວງຈະມີຫຼາຍມາດຕະການແກ້ໄຂເພື່ອນຳ ຝູກ໋ວກພັດທະນາໃຫ້ສົມກັບລະດັບຂອງຕົນ. ໃນນັ້ນສຸມໃສ່ແກ້ໄຂສິ່ງທີ່ອ່ອນດ້ອຍໃນການຄຸ້ມຄອງວາງແຜນຜັງ, ຄຸ້ມຄອງຄວາມເປັນບະບຽບຮຽບຮ້ອຍໃນການກໍ່ສ້າງຕົວເມືອງ, ຄຸ້ມຄອງສິ່ງແວດລ້ອມ... ທ່ານມາຍວັນຮວິ່ງກ່າວວ່າ:

      “ພວກຂ້າພະເຈົ້າໄດ້ແກ້ໄຂຄວາມຫຍຸ້ງຍາກທາງດ້ານກົງຈັກຄຸ້ມຄອງ, ຫັນປ່ຽນຈາກຮູບແບບຄຸ້ມຄອງອົງການປົກຄອງຂັ້ນເມືອງແມ່ນອຳນາດການປົກຄອງຊົນນະບົນໄປສູ່ຮູບແບບອຳນາດການປົກຄອງຕົວເມືອງ ດ້ວຍພາລະບົດບາດ ແລະ ໜ້າທີ່ສອດຄ່ອງກວ່າເກົ່າ.  ທີສອງແມ່ນມີເງື່ອນໄຂຢ່າງພຽງພໍ ແລະ ອຳນວຍຄວາມສະດວກ ເພື່ອສ້າງບັນດາເຂດຕາກອາກາດ ບຳລຸງສຸຂະພາບທີ່ມີຄຸນນະພາບສູງ ແລະ ສູນການຄ້າ, ສູນການເງິນລະດັບພາກພື້ນ”

       ການສ້າງຕັ້ງນະຄອນຝູກ໋ວກບໍ່ພຽງແຕ່ສ້າງກຳລັງໜູນອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ ສັງຄົມຂອງແຂວງກຽນຢາງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເຕີບໂຕໃຫ້ທັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ອີກດ້ວຍ. ພ້ອມກັນນັ້ນກໍ່ມີຄວາມໝາຍສຳຄັນພິເສດທາງດ້ານການເມືອງການປ້ອງກັນຊາດປ້ອງຄວາມສະຫງົບຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະ, ສ້າງຖານະບົດບາດຢ່າງໜັກແໜ້ນຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ