ມໍລະດົກວັດທະນະທຳໝູ່ເກາະທະເລ - ປາຍແຫຼມພັດທະນາ ການທ່ອງທ່ຽວຂອງແຂວງ ກວ໋າງຫງາຍ

(VOVWORLD) -ດ້ວຍຄວາມສາມາດບົ່ມຊ້ອນທ່າໄດ້ປຽບທາງໝູ່ເກາະທະເລ, ແຂວງ ກວ໋າງຫງາຍ ພວມມານະພະຍາຍາມສ້າງເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ດ້ວຍຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຫຼາຍຢ່າງ. ນອກຈາກການກຳນົດທິດພັດທະນາຂະແໜງທ່ອງທ່ຽວຕາມທິດຍືນຍົງ, ແຂວງ ກວ໋າງຫງາຍ ຍັງເອົາໃຈໃສ່ຖືເອົາທ່ອງທ່ຽວໝູ່ເກາະທະເລເປັນປາຍແຫຼມ,ທ່ອງທ່ຽວວັດທະນະທຳເປັນຈຸດສຸມ ແລະ ທ່ອງທ່ຽວທຳມະຊາດເປັນພື້ນຖານເພື່ອພັດທະນາຂະແໜງທ່ອງທ່ຽວແບບຍືນຍົງ
ມໍລະດົກວັດທະນະທຳໝູ່ເກາະທະເລ - ປາຍແຫຼມພັດທະນາ ການທ່ອງທ່ຽວຂອງແຂວງ ກວ໋າງຫງາຍ - ảnh 1ພິທີອາໄລຫາກອງກຳລັງ ຮວ່າງຊາ ຍັງຖືກຮັກສານັບຮ້ອຍປີມານີ້

    ເມືອງເກາະ ຫຼີເຊີນ ຍາມໃດກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ, ພິເສດແມ່ນຍາມລະດູຮ້ອນ. ມາຮອດ ຫຼີເຊີນ ໃນໂອກາດນີ້ ນອກຈາກທິວທັດທຳມະຊາດງົດງາມເປັນເອກະລັກ ດ້ວຍທະເລໝູ່ເກາະພູເຂົາໄຟ ນັບລ້ານປີທີ່ຮົກເຮື້ອໃຫຍ່ໂຕມະໂຫຖານ, ແຂກທ່ອງທ່ຽວຍັງມີໂອກາດຄົ້ນຫາສາງວັດທະນະທຳທີ່ເປັນເອກະລັກ ເຊິ່ງໄດ້ຮັບການເກັບຮັກສາຈາກຊາວທ້ອງຖິ່ນມາເປັນເວລານັບຮ້ອຍປີມານີ້ ຄື ງານບຸນພະວານາໃຫ້ການປະມົງໄດ້ຮັບຜົນດີ, ງານຊ່ວງເຮືອ, ພິເສດແມ່ນພິທີອາໄລຫາກອງກຳລັງ ຮວ່າງຊາ... ທ່ານ ເລວັນນິງ ຮອງປະທານຄະນະກຳມະການປະຊາຊົນເມືອງ ຫຼີເຊີນ ແຂວງ ກວ໋າງຫງາຍ ຖືວ່າ:

      “ຜ່ານການເຄື່ອນໄຫວວາງສະແດງນີ້, ພວກຂ້າພະເຈົ້າຢາກໂຄສະນາເຜີຍແຜ່ຮູບພາບຊາວທ້ອງຖິ່ນ, ບັນດາຈຸດວັດທະນະທຳທີ່ກ່ຽວຂ້ອງເຖິງປັດໄຈປະຫວັດສາດ, ອະທິປະໄຕຂອງ ຮວ່າງຊາ ໃຫ້ແກ່ເພື່ອນມິດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ”.

      ມີສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວ ນັ້ນແມ່ນ ຊາຮວິ່ງ, ເທດສະບານ ດຶກໂຟ໋ ຕອນໃຕ້ແຂວງ ກວ໋າງຫງາຍ. ຢູ່ແຫ່ງນີ້ມີຝັ່ງທະເລຍາວ ດ້ວຍນ້ຳທະເລຂຽວໃສເຢັນ, ຫາດຊາຍເຫຼືອງ ພ້ອມກັບທົ່ງເກືອຂາວທີ່ກວ້າງໃຫຍ່, ບັນດາເຍື່ອງອາຫານທະເລທີ່ແຊບນົວ ພ້ອມກັບທິວທັດທຳມະຊາດທີ່ສວຍສົດງົດງາມ ຄື ແຫຼມຊາຮວິ່ງ, ແຫຼມກີມບົ່ງ , ດອນໂດ້ນ, ດອນເຈົາແມ ຫຼື ບຶງອານເຄ ຕິດກັບບໍລິເວນສອງຕາແສງ ໂຟ໋ແຄັ໊ງ ແລະ ໂຟ໋ແທັ້ງ.  ນີ້ແມ່ນໜຶ່ງໃນບັນດາສະຖານທີ່ໃຫ້ກຳເນີດວັດທະນະທຳຊາຮວິ່ງ ແລະ ຢູ່ອ້ອມແອ້ມ ບຶງອາເຄ ກໍ່ແມ່ນບັນດາຮ່ອງຮອຍສະຖານທີ່ມີຄຸນຄ່າຂອງພື້ນຖານຂອງວັດທະນະທຳ ຊາຮວິ່ງ. ມາແຫ່ງນີ້ແຂກທ່ອງທ່ຽວຈະຖືກດຶງດູດໃຈຍ້ອນຄວາມຮົກເຮື້ອ ລຶກລັບມະຫັດສະຈັນ ບັນຍາກາດດຳລົງຊີວິດທີ່ເກົ່າແກ່ ພ້ອມກັບບັນດາຮີດຄອງປະເພນີ ທຳນອງເພງພື້ນເມືອງທີ່ລຽບງ່າຍ. ທ່ານ ສາດສະດາຈານ ປອ ເຈືອງກວັກບິ່ງ ກຳມະການສະພາມໍລະດົກວັດທະນະທຳແຫ່ງຊາດແບ່ງປັນວ່າ:

     “ຊາຮວິ່ງ ຕິດພັນກັບບັນດາໝູ່ບ້ານເກືອ ເຊິ່ງຢູ່ພື້ນຖານວັດທະນະທຳອື່ນໆບໍ່ມີ. ເກືອເບິ່ງຄືວ່າແມ່ນເສັ້ນທາງມີກ່ອນໝູ ເມື່ອທຽບໃສ່ເສັ້ນທາງສາຍໄໝ ເສັ້ນທາງເຄື່ອງປັ້ນດິນເຜົາເຄືອບ. ນີ້ແມ່ນສິ່ງທີ່ຄົງຕົວຂອງມະນຸດ, ຕິດແໜ້ນກັບຊີວິດຂອງມະນຸດ, ມີການແລກປ່ຽນລະຫວ່າງເຂດທົ່ງພຽງກັບເຂດພູດອຍ, ລະຫວ່າງສອງພາກໃຕ້ ແລະ ພາກເໜືອກັບພາກກາງ. ຂ້າພະເຈົ້າຄິດວ່ານີ້ແມ່ນໜຶ່ງໃນບັນດາທ່າແຮງຂອງ ຊາຮວິ່ງ. ທ່າແຮງຂອງ ຊາຮວິ່ງ ແມ່ນຈາກທະເລຂຶ້ນເຖິງພູດອຍ, ພູພຽງ”.

     ທ່ານ ຫງວຽນຕ໊ຽນຢຸ໊ງ ຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ ຮ່ອງຮອຍສະຖານວັດທະນະທຳ ຊາຮວິ່ງ, ເທດສະບານ ດຶກໂຟ໋ ໄດ້ຮັບການຮັບຮອງຈາກນາຍົກລັກຖະມົນຕີ ແມ່ນປູຊະນີຍະສະຖານລະດັບຊາດພິເສດ ເມື່ອວັນທີ 29 ທັນວາ ປີ 2022 ນີ້ເປັນກຽດຢ່າງຍິ່ງ ແລະ ກໍ່ແມ່ນຄວາມຮັບພິຊອບຂອງແຂວງ ກວ໋າງຫງາຍ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກຂອງວັດທະນະທຳ ຊາຮວິ່ງ. ທ່ານ ຫງວຽນຕ໊ຽນຢຸ໊ງ ໃຫ້ຮູ້ວ່າ:

     “ຄວາມຮັບຜິດຊອບຂອງທ້ອງຖິ່ນ ພິເສດແມ່ນເທດສະບານຂອງ ດຶກໂຟ໋ ກ່ອນອື່ນໝົດແມ່ນຕ້ອງອະນຸລັກຮັກສາ ບັນດາຮ່ອງຮອຍສະຖານໃນບໍລະເວນ ເປັນຕົ້ນແມ່ນປູຊະນີຍະສະຖານລະດັບຊາດພິເສດ ໃນນັ້ນມີ ບຶງອານເຄ ແລະ ບັນດາເຂດໃກ້ຄຽງ. ພວກເຮົາຕ້ອງຮັກສາໂຄສະນາໃຫ້ປະຊາຊົນ ຍົກສູງສະຕິປົກປັກຮັກສາສິ່ງແວດລ້ອມ ປົກປັກຮັກສາທັດຊະນີຍະພາບຂອງເຂດປູຊະນີຍະສະຖານ”.

     ອ້າຍ ເຈິ່ນແທັງເໝິນ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

    “ກວ໋າງຫງາຍ ບໍ່ພຽງແຕ່ມີຝັ່ງທະເລທີ່ສວຍງາມ ດ້ວຍທັດຊະນີຍະພາບທີ່ເປັນເອກະລັກ. ເມື່ອມາຢາມກວ໋າງເຫງຍ ຂ້າພະເຈົ້າໄດ້ມີໂອກາດໄດ້ຄົ້ນຫາຈຸດທີ່ເປັນເອກະລັກສະເພາະຂອງມໍລະດົກວັດທະນະທຳ ທະເລໝູ່ເກາະ ຕິດພັນກັບອະທິປະໄຕໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ວັດທະນະທຳ ຊາຮວິ່ງ, ກຳປັ່ນບູຮານຖືກຈົມນ້ຳ ບັນດາສາງວັດທະນະທຳອັນເປັນປະເພນີອື່ນໆ”.

    ແຜນສ້າງໂຄງການກຳນົດທີ່ຕັ້ງ ແລະ ພັດທະນາການທ່ອງທ່ຽວແຂວງ ກວ໋າງຫງາຍ ເຖິງປີ 2025ແລະການກຳນົດທິດເຖິງປີ 2030 ມຸ່ງໄປສູ່ການກໍ່ສ້າງພັດທະນາເຄື່ອງໝາຍທ່ອງທ່ຽວແຂວງ ກວ໋າງຫງາຍ ໃຫ້ແທດເໝາະກັບເປົ້າໝາຍ, ການກຳນົດທິດພັດທະນາເຄື່ອງໝາຍທ່ອງທ່ຽວຫວຽດນາມ, ປົວແປງທີ່ຕັ້ງບົດບາດຂອງແຂວງກວ໋າງຫງາຍ ໃນຮູບພາບການທ່ອງທ່ຽວຢູ່ຕາມຂົງເຂດ ແລະ ຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ