ໜອງກວິ່ງຍາຍ - ສະຖານທີ່ທ່ອງທ່ຽວທີ່ຈັບໃຈ ໃນທ່າມກາງເຂດພູຜາປ່າໄມ້ ເຕິຍບັກ

(VOVWORLD) -ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານ ເປັນໜ້າຈັບໃຈ ພ້ອມກັບສີສັນວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າຢູ່ແຫ່ງນີ້, ໜອງ ກວິ່ງຍາຍ ຂຶ້ນກັບເຂື່ອນໄຟຟ້ານ້ຳຕົກ ເຊີນລາ ແມ່ນສະຖານທີ່ທ່ອງທ່ຽວດູດດື່ມ ສຳລັບແຂກທ່ອງທ່ຽວເມື່ອມາຢາມ ເຊີນລາ. ບໍ່ພຽງແຕ່ແມ່ນຈຸດເດັ່ນໃນຍຸດທະສາດພັດທະນາການທ່ອງທ່ຽວຂອງແຂວງ ເຊີນລາເທົ່ານັ້ນ ໜອງ ກວິ່ງຍາຍ ພວມມຸ່ງໄປສູ່ກາຍເປັນສ່ວນໜຶ່ງຂອງເຂດທ່ອງທ່ຽວແຫ່ງຊາດ ດ້ວຍເຄື່ອງໝາຍ  “ທະເລຂຽວໃນພູ” ທີ່ເຂດພູຜາປ່າໄມ້ ເຕິຍບັກ ໃຫຍ່ໂຕມະໂຫຖານ. 
ໜອງກວິ່ງຍາຍ - ສະຖານທີ່ທ່ອງທ່ຽວທີ່ຈັບໃຈ ໃນທ່າມກາງເຂດພູຜາປ່າໄມ້ ເຕິຍບັກ - ảnh 1ທັດສະນີຍະພາບໜອງ ກວິ່ງຍາຍ

     ຍອດເນື້ອທີ່ໜ້ານ້ຳໃນໜອງເຂື່ອນໄຟຟ້ານ້ຳຕົກ ເຊີນລາ ຢູ່ ກວິ່ງຍາຍ ແມ່ນຫຼາຍກວ່າ 10.000 ເຮັກຕາ  ແລະ ນອນຢູ່ກາງຮ່ອມພູທີ່ກວ້າງໃຫຍ່ ແລະ ຖືກໂອບອ້ອມໄປດ້ວຍສາຍພູສູງ ໃຫຍ່ໂຕມະໂຫຖານ ແລະ ຖືກປົກຄຸມໄປດ້ວຍເນື້ອທີ່ປ່າດົງດິບ. ກະແສນ້ຳຈາກແມ່ນ້ຳ ດ່າ ໄດ້ໄຫຼສູ່ຮ່ອມພູ ກວິ່ງຍາຍ ອັນໄດ້ເຮັດໃຫ້ຢູ່ແຫ່ງນີ້ກາຍເປັນບໍລິເວນຂອງເກາະດອນ ຕິດຕໍ່ກັນບົນໜ້ານ້ຳຍາວເກືອບ 30 ກິໂລແມັດ. ນາງ ຈິ້ງທິເວິນແອັງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ :

       “ປີນີ້ຄອບຄົວຂອງຂ້າພະເຈົ້າໄດ້ເລືອກເອົາ ກວິ່ງຍາຍ ເພື່ອໄປທ່ຽວຊົມໜອງ. ຢູ່ແຫ່ງນີ້ທິວທັດທຳມະຊາດງົດງາມ, ນ້ຳໜອງໃສຂຽວເຢັນ, ຊາວທ້ອງຖິ່ນຢູ່ແຫ່ງນີ້ມີຈິດໃຈຮັກແພງແຂກ ແລະ ພວກຂ້າພະເຈົ້າກໍ່ໄດ້ຖ່າຍຮູບທີ່ລະນຶກຫຼາຍແຜນ”.

      ມາທ່ຽວຊົມໜອງແຫ່ງນີ້ ແຂກທ່ອງທ່ຽວຈະໄດ້ຂີ່ເຮືອໄປຢ້ຽມຊົມສະຖານທີ່ຕ່າງໆ ທີ່ດູດດື່ມຄື ເກາະ ຈ໊າຍຕີມ, ອ່າວອຸຍຟອງ, ອ່າວບິ່ງອຽນ ພ້ອມທັງໄດ້ຄົ້ນຫາ ຢ້ຽມຊົມບ້ານບອນ ສົມທົບກັບການອາບນ້ຳແຮ່ທາດອຸ່ນ,  ທ່ຽວຊົມວິຫານນາງ ຮານ                       

      ຈຸດເວລາທີ່ດີທີ່ສຸດ ເພື່ອທ່ຽວຊົມຢູ່ໜອງເຂື່ອນໄຟຟ້ານຳຕົກ ກວິ່ງຍາຍ ແມ່ນຈາກດືອນ ກັນຍາ ປີນີ້ ຫາເດືອນ ເມສາ ປີໜ້າ ຍ້ອນວ່າຊ່ວງເວລານີ້ ແມ່ນຍາມນ້ຳຂຶ້ນ, ນ້ຳຢູ່ແມ່ນ້ຳ ດ່າ ກໍ່ໃສຂຽວເຢັນອັນໄດ້ສ້າງທັດຊະນີຍະພາບທີ່ງົດງາມ ແລະ ເປັນໜ້າເພີນຈິດ. ນີ້ກໍ່ແມ່ນຊ່ວງເວລາດຳເນີນກິດຈະກຳ ວັດທະນະທຳຂອທ້ອງຖິ່ນຄື ງານບຸນຊວງເຮືອ, ງານບຸນສະຜົມຊາວເຜົ່າ ໄທຂາວ ກວິ່ງຍາຍ, ງານບຸນອວຍພອນເຂົ້າໃໝ່... ນອກຈາກນັ້ນຕະຫຼາດນັດຢູ່ແຫ່ງນີ້ ກໍ່ເຂັ້ມຂົ້ນໄປດ້ວຍສີສັນ ເຂດໜອງເຂື່ອນໄຟຟ້ານ້ຳຕົກ ທັງແມ່ນຄວາມເປັນເອກະລັກ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ ກວິ່ງຍາຍ ຍັງເປັນເຂດມີຄວາມງາມແບບຮົກເຮື້ອ. ນີ້ກໍ່ແມ່ນຄວາມສາມາດບົ່ມຊ້ອນທ່າໄດ້ປຽບ ເພື່ອໃຫ້ ກວິ່ງຍາຍ ພັດທະນາການທ່ອງທ່ຽວຄົ້ນຫາທ່ອງທ່ຽວທຳມະຊາດ ພັກຜ່ອນບຳລຸງສຸຂະພາບໃນໜອງ. ທ່ານ ດຽວດຶກຈ້ອງ ຮອງຜູ້ອຳນວຍການບໍລິສັດຮຸ້ນສ່ວນ ກວິ່ງຍາຍ ຈາແວນ ໃຫ້ຮູ້ວ່າ:

     “ແຂກທ່ອງທ່ຽວມາຢາມ ກວິ່ງຍາຍ ຈະໄດ້ຄົ້ນຫາບັນດາຜະລິດຕະພັນທ່ອງທ່ຽວຄື ຂີ່ເຮືອທ່ອງທ່ຽວ ຮັບປະກັນຄວາມປອດໄພ, ຄົ້ນຫາເກາະຕ່າງໆທີ່ສວຍງາມຢູ່ໜອງ; ພ້ອມທັງພາຍເຮືອ, ຕຶກປາ ແລະ ຮັບປະທານບັນດາເຍື່ອງອາຫານຢູ່ແຫ່ງນີ້”.

      ຕາມແຜນພັດທະນາການທ່ອງທ່ຽວແຂວງ ເຊີນລາ, ເມືອງ ກວິ່ງຍາຍ ຖືກກຳນົດແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວຈຸດສຸມ ພິເສດແມ່ນກາຍເປັນເຂດທ່ອງທ່ຽວແຫ່ງຊາດ ຕິດພັນກັບເຄື່ອງໝາຍ “ທະເລຂຽວໃສເຢັນໃນພູ” ຕາມເປົ້າໝາຍແຂວງ ເຊີນລາ ວາງອອກເຖິງປີ 2030. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ປາກົດຜົນເປັນຈິງ, ນອກຈາກການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກວິ່ງຍາຍ ພວມເລັ່ງໃສ່ແກ້ໄຂທາງດ້ານຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງຮັບໃຊ້ການທ່ອງທ່ຽວ ກໍ່ຄືລະບົບທາງຄົມມະນາຄົມ ເພື່ອຮັບປະກັນການເຊື່ອນຕໍ່ກັບສະຖານທີ່ອື່ນໆຢູ່ ໝົກເຈົາ ດ້ຽນບຽນ ຊາປາ... ຢ່າງສະດວກສະບາຍ ທັງນີ້ກໍ່ເພື່ອເປັນການສ້າງບັນດາລາຍການທ່ອງທ່ຽວ ນັບທັງທາງນ້ຳ ທາງບົກ ເຊິ່ງເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ແຫ່ງນີ້. ທ່ານ ລໍ່ແທັງທຸ໋ຍ ຮອງປະທານຄະນະກຳມະການປະຊາຊົນເມືອງ ກວິ່ງຍາຍ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າໄດ້ກຳນົດ ການຜູກຮັດການເຄື່ອນໄຫວອະນຸລັກຄຸນຄ່າວັດທະນະທຳ ກັບບັນດາການເຄື່ອນໄຫວທ່ອງທ່ຽວ ຄື ທ່ອງທ່ຽວຄົ້ນຫາຢູ່ໜອງ ຕິດພັນກັບການຢ້ຽມຊົມບັນດາເຂດທ່ອງທ່ຽວຈິດວິນຍານ ເພື່ອເປັນແກ່ນສານແກ່ການພັດທະນາການເຄື່ອນໄຫວທ່ອງທ່ຽວ”.

      ດ້ວຍຊັບພະຍາກອນທີ່ອຸດົມສົມບູນຫຼາຍຮູບຫຼາຍສີ, ເຂດໜອງເຂື່ອນໄຟຟ້ານ້ຳຕົກ ກວິ່ງຍາຍ ຈະເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບບໍ່ວ່າຜູ້ໃດມີຄວາມຊົມຊອບບັນຍາກາດສະຫງົບສຸກ ຢູ່ເຂດພູຜາປ່າໄມ້ ເຕິຍບັກ ທີ່ໃຫຍ່ໂຕມະໂຫຖານ.

ຕອບກັບ

ຂ່າວ/ບົດ​ອື່ນ