Platform ການແພດດິີຈີຕອນ OneClinic “ເພື່ອໃຫ້ ຊາວ ຫວຽດນາມ ມີສຸຂະພາບທີ່ເຂັ້ມແຂງ

(VOVWORLD) -

Platform ການແພດດີຈີຕອນ OneClinic ດ້ວຍບັນດາຂໍ້ສະເຫນີ ນຳໃຊ້ມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງລະບົບຫ້ອງກວດພະຍາດກໍ່ຄືຊອບແວບັນທຶກສຸຂະພາບແບບເອເລັກໂຕຣນິກທີ່ມີການເຊື່ອມຕໍ່ສອງທາງກັບຊອບແວເອກະສານບັນທຶກສຸຂະພາບທົ່ວໂລກ ຂອງບໍລິສັດ One Clinic ຈຳກັດ ໄດ້ປະກອບສ່ວນເຂົ້າໃນການຫັນເປັນດີຈີຕອນ ຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ.

 
Platform ການແພດດິີຈີຕອນ OneClinic “ເພື່ອໃຫ້ ຊາວ ຫວຽດນາມ ມີສຸຂະພາບທີ່ເຂັ້ມແຂງ - ảnh 1ການນຳສະເໜີ ຂອງ OneClinic
(່ພາບ:VOV)
 

ກໍ່ສ້າງລະບົບນິເວດເຊື່ອມຕໍ່ລະຫວ່າງຫ້ອງກວດພະຍາດ, ສູນວິໄຈ, ຮ້ານຂາຍຢາ ແລະ ການປະກັນສຸຂະພາບຂອງເອກະຊົນ ແມ່ນນຳມາເຊິ່ງຄວາມສະດວກ, ຍົກສູງຄຸນນະພາບການບໍລິການກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. Platform ການແພດດີຈີຕອນ OneClinic ໄດ້ຮັບການກໍ່ສ້າງ “ເພື່ອໃຫ້ຊາວຫວຽດນາມມີສຸຂະພາບທີ່ເຂັ້ມແຂງ”.

ສອງຜະລິດຕະພັນທີ່ໂດດເດັ່ນໃນ Platform ການແພດດິຈີຕອນ OneClinic ລວມມີ: ຊອບແວບັນທຶກສຸຂະພາບເອເລັກໂຕນິກ ໄດ້ຮັບໃບຢັ້ງຢືນປະດິດຄິດສ້າງຈາກສະຫະລັດ ອາເມລິກາ (US Patent by USPTO) ປີ 2022; ຊອບແວເອກະສານບັນທຶກສຸຂະພາບທົ່ວໂລກໄດ້ຮັບໃບຢັ້ງຢືນປະດິດຄິດສ້າງຈາກສະຫະລັດ ອາເມລິກາ (US Patent-Pending by USPTO) ປີ 2023:

 “ພວກຂ້າພະເຈົ້າຢາກຫັນຮູບແບບການດູແລສຸຂະພາບຂັ້ນຕົ້ນຂອງພາກລັດ ແລະ ເອກະຊົນໃຫ້ດີສຸດ. ທີສອງ, ພວກຂ້າພະເຈົ້າຍັງໃຊ້ເຄື່ອງມືນີ້ເພື່ອຫັນຮູບແບບການປິ່ນປົວໂລກຊໍາເຮື້ອໃຫ້ດີສຸດທີສາມແມ່ນຢາກຫັນຮູບແບບການດູແລສຸຂະພາບດ້ວຍຕົນເອງໃຫ້ແກ່ປະຊາຊົນໃຫ້ເປັນຢ່າງດີທີ່ສຸດ. ພວກຂ້າພະເຈົ້າຫວັງວ່າ ດ້ວຍ Platform ການແພດດີຈີຕອນ OneClinic, ພວກເຮົາຈະສາມາດຊ່ວຍຍົກສູງຄຸນນະພາ ແລະ ການບໍລິການກວດ ແລະ ປິ່ນປົວພະຍາດຂອງຊາວ ຫວຽດນາມ.

Platform ການແພດດິີຈີຕອນ OneClinic “ເພື່ອໃຫ້ ຊາວ ຫວຽດນາມ ມີສຸຂະພາບທີ່ເຂັ້ມແຂງ - ảnh 2ນັກວິສາວະກອນ ແນະນຳກ່ຽວກັບຊອບແວ (ພາບ:VOV)

ໂດຍແມ່ນສະມາຊິກຂອງກຸ່ມວິສາຫະກິດ VMED - ເປັນວິສາຫະກິດນຳຫນ້າໃນການຫັນເປັນດີຈີຕອນ ແລະ ກໍ່ສ້າງການແພດອັດສະລິຍະຢູ່ຫວຽດນາມ, ບໍລິສັດ One Clinic ໄດ້ພັດທະນາຕາມຮູບແບບ CICC ກ່ຽວກັບການຫັນເປັນດິຈິຕອນ - ຊື່ງແມ່ນຮູບແບບໂດຍກຸ່ມວິສາຫະກິດ VMED ແນະນຳໃນປຶ້ມປົກຂາວຂອງສະມາຄົມ AmCham ຫວຽດນາມ 2022. ທ່ານ ຫງວຽນ Francis ຕວນແອງໃຫ້ຮູ້ວ່າ:

ຮູບແບບ CICC ໄດ້ຮັບຖືວ່າແມ່ນເຮືອນຫລັງຫນຶ່ງ. ພື້ນຖານຂອງເຮືອນແມ່ນ Compliance ເຊິ່ງແມ່ນການປະຕິບັດຕາມມາດຖານຫວຽດນາມ ແລະ ມາດຕະຖານສຸຂະພາບສາກົນ; Integrated Platform ແມ່ນການປະສົມປະສານ ຊອບແວ, ອຸປະກອນການແພດ ແລະ ຖານຂໍ້ມູນການກວດ - ປິ່ນປົວພະຍາດ ເພື່ອສາມາດປິ່ນປົວພະຍາດຢ່າງມີປະສິດທິຜົນທີ່ສຸດ. Connected Ecosystem ເປັນລະບົບນິເວດທີ່ເຊື່ອມຕໍ່ໜ່ວຍງານດູແລສຸຂະພາບເຊັ່ນ: ຫ້ອງກວດພະຍາດ, ສູນວິໄຈ, ຮ້ານຂາຍຢາ ແລະ ປະກັນໄພສຸຂະພາບເອກະຊົນ.

ໃຫ້ເປັນຢ່າງດີທີ່ສຸດ. ຢູ່ແຂວງ ເທື່ອທຽນເຫວ້, One Clinic ໄດ້ສົມທົບກັບສູນແພດສາດຄອບຄົວ ຂຶ້ນກັບມະຫາວິທະຍາໄລແພດສາດ ແລະ ການຢາ ເຫວ້ ເພື່ອຫັນຮູບແບບການປິ່ນປົວໂລກຊຳເຮື້ອໃຫ້ເປັນຢ່າງດີທີ່ສຸດ. ທ່ານຮອງສາດສະດາຈານ, ປອ ຫງວຽນມິງເຕີມ, ຮອງອະທິການບໍດີ ມະຫາວິທະຍາໄລແພດສາດ ແລະ ການຢາ - ມະຫາວິທະຍາໄລ ເຫວ້, ໃຫ້ຮູ້ວ່າ:

ໃນສະພາບການຫັນເປັນດີຈີຕອນຢ່າງແຮງ ແລະ ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ນັບມື້ນັບດີຂຶ້ນນັ້ນ, ບົດບາດຂອງແພດໝໍໃນການກວດພົບ ແລະ ມີວິທີການແກ້ໄຂຢ່າງທັນການ ກໍ່ຄືວາງອອກມາດຕະການດູແລຢ່າງຮອບດ້ານຕໍ່ເນື່ອງ ກໍ່ຍິ່ງໄດ້ຮັບການສ້າງເງື່ອນໄຂທີ່ສະດວກກວ່າ. ສຳລັບຄົນເຈັບ, ການກວດພົບເລື່ອງປ່ຽນແປງການກະທຳ ແລະ ການປະຕິບັດຕາມການປິ່ນປົວແມ່ນໄດ້ຮັບການນູນຊ່ວຍຕັ້ງນ້າ ຍ້ອນມີການໝູນໃຊ້ແອັບເຕັກໂນໂລຢີຂໍ້ມູນຂ່າວສານ ກໍ່ຄືບັນດາອຸປະກອນການແພດ, ເຄື່ອງມືການດູແລສຸຂະພາບກໍ່ໄດ້ເຊື່ອມຕໍ່ກັບແອັບເເຕັກໂນໂລຢີ.

Platform ການແພດດິີຈີຕອນ OneClinic “ເພື່ອໃຫ້ ຊາວ ຫວຽດນາມ ມີສຸຂະພາບທີ່ເຂັ້ມແຂງ - ảnh 3One Clinic ລົງນາມສັນຍາກັບໂຮງໝໍ ຮຸ່ງເວືອງ, ນະຄອນ ໂຮ່ຈີມິນ (ພາບ: VOV)

One Clinic ກໍ່ມຸ່ງໄປເຖິງເປົ້າໝາຍຊ່ວຍຊຸກຍູ້ການເຂົ້າເຖິງ ແລະ ບຳລຸງສ້າງຂະແໜງສາທາລະນະສຸກໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານກັບລະບົບນິເວດ CICC ທີ່ກ້າວໜ້າ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຫັນເປັນດີຈີຕອນຢູ່ບັນດາທ້ອງຖິ່ນຂອງຫວຽດນາມ ເທົ່ານັ້ນ ຫາກຍັງໜູນຊ່ວຍໃຫ້ບັນລຸບັນດາເປົ້າໝາຍຫັນເປັນດີຈີຕອນແຫ່ງຊາດອີກດ້ວຍ. ພ້ອມກັນນັ້ນ ດ້ວຍໃບຢັ້ງຢືນປະດິດສ້າງໂດຍໄດ້ຮັບການຮັບຮອງຈາກ USPTO (ອົງການປະດິດສ້າງ ແລະເຄື່ອງໝາຍການຄ້າຂອງສະຫະລັດ ອາເມລິກາ), One Clinic ຍັງມຸ່ງໄປເຖິງການພັດທະນາ Platform ການແພດດິຈິຕອນ OneClinic ໃນຫຼາຍປະເທດທີ່ກໍາລັງພັດທະນານຳອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ