Stard up ຈາກ​ຮູບ​ແບບ​ການ​ສຶກ​ສາ ສອນ​ວິ​ຊາ​ຊີບ ຢູ່ ແຂວງ ກວ໋າງ​ບີ່ງ

(VOVWORLD) -ຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳ, ແມ່ຍິງ ແຂວງ ກວ໋າງບີ່ງ ພວມມານະພະຍາຍາມອອກແຮງງານທຳການຜະລິດ, Stard up ດຳເນີນທຸລະກິດ ຢືນຢັນບົດບາດກຳລັງຄວາມສາມາດຂອງຕົວເອງ ພ້ອມທັງປະກອບສ່ວນບໍ່ແມ່ນຫນ້ອຍເຂົ້າໃນວິວັດການພັດທະນາບ້ານເກີດເມືອງນອນ, ປະເທດຊາດ.

ຢູ່ ຕາແສງ ຫວີງລີງ ເມືອງ ກວ໋າງນີງ ແຂວງ ກວ໋າງບີ່ງ ມີໂຄງການຫນຶ່ງທີ່ໄດ້ລົງທຶນເປັນລະບົບ ນັ້ນແມ່ນໂຮງຮຽນອາຊີວະຊັ້ນກາງສອນວິຊາຊີບ ມີຊື່ວ່າ ບີ່ງມີງ.

Stard up ຈາກ​ຮູບ​ແບບ​ການ​ສຶກ​ສາ ສອນ​ວິ​ຊາ​ຊີບ ຢູ່ ແຂວງ ກວ໋າງ​ບີ່ງ - ảnh 1ທ່ານນາງ ເລທິເຮືອງ ປະທານສະພາຝ່າຍບໍລິຫານໂຮງຮຽນ (ພາບ: trungcapnghebinhminh.com.vn)
ໂຄງການດັ່ງກ່າວ ລວມມີ: ສູນກວດກາເຕັກນິກຍານພາຫະນະ ຫມາຍເລກ 73-03 D, ບ່ອນຢຸດພັກ, ປ້ອມສະຫນອງນ້ຳມັນ, ສ້ອມແປງລົດ, ສອນບັນດາອາຊີບການບໍລິການ, ເສັງຂັບລົດໂອໂຕ, ລົດຈັກ.. ຂອບຂະຫນາດຂອງໂຄງການມີມູນຄ່ານັບຮ້ອຍໆຕຶ້ດົ່ງ ໄດ້ປະກອບສ່ວນແກ້ໄຂວຽກເຮັດງານທຳໃຫ້ຄົນງານທ້ອງຖິ່ນເກືອບ 200 ຄົນ. ທ່ານນາງ ເລທິເຮືອງ ປະທານສະພາຝ່າຍບໍລິຫານໂຮງຮຽນ ແບ່ງປັນວ່າ:

“ກ່ອນນີ້ ຂ້າພະເຈົ້າມີໂອກາດໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ເຢຍລະມັນ,ຂ້າພະເຈົ້າເຫັນວ່າ ຢູ່ເຢຍລະມັນເຂົາເຈົ້າບໍ່ສົນໃຈເຖິງເລື່ອງລູກຂອງເຂົາເຈົ້າຕ້ອງຮຽນມະຫາວິທະຍາໄລ, ລັດຖະບານ ໄດ້ກຳນົດໃຫ້ນັກຮຽນ ນອກຈາກເຂົ້າຮຽນມະຫາວິທະຍາໄລແລ້ວ ຍັງມີທ່າອ່ຽງໄປຮຽນວິຊາຊີບ ແລະ ຢູ່ປະເທດນີ້ ຜູ້ໃດກໍ່ມີວຽກເຮັດງານທຳ ແລະ ມີຜູ້ວ່າງງານຫນ້ອຍທີ່ສຸດ. ເມື່ອກັບຄືນເມືອປະເທດ ຂ້າພະເຈົ້າເຫັນວ່າ ຢູ່ປະເທດຫວຽດນາມ ເວົ້າລວມ ແລະ ແຂວງ ກວ໋າງບີ່ງ ເວົ້າສະເພາະ ສະພາບຜູ້ໄດ້ຮຽນຈົບມະຫາວິທະຍາໄລອອກມາສາມາດເຮັດວຽກໃນຫ້ອງການສຳນັກງານແມ່ນມີຫລາຍ ແຕ່ຜູ້ເຮັດວຽກໂດຍກົງແມ່ນຂາດແຄນທີ່ສຸດ. ຕໍ່ຫນ້າສະພາບການດັ່ງກ່າວ ຂ້າພະເຈົ້າຕັດສິນໃຈສ້າງຕັ້ງໂຮງຮຽນອາຊີວະຊັ້ນກາງ ບີ່ງມີງ ເພື່ອແກ້ໄຂວຽກເຮັດງານທຳໃຫ້ແກ່ລູກຫລານຢູ່ທ້ອງຖິ່ນ”

Stard up ຈາກ​ຮູບ​ແບບ​ການ​ສຶກ​ສາ ສອນ​ວິ​ຊາ​ຊີບ ຢູ່ ແຂວງ ກວ໋າງ​ບີ່ງ - ảnh 2ໂຮງຮຽນອາຊີວະຊັ້ນກາງ ບີ່ງມີງ ແມ່ນຫົວຫນ່ວຍເອກະຊົນທຳອິດໄດ້ຮັບຫນັງສືອະນຸຍາດໃຫ້ເຄື່ອນໄຫວໃນຂົງເຂດສອນວິຊາຊີບ ແລະ ກວດກາເຕັກນິກຍານພາຫະນະຢູ່ ແຂວງ ກວ໋າງບີ່ງ (ພາບ: mt.gov.vn)
ໂຮງຮຽນອາຊີວະຊັ້ນກາງ ບີ່ງມີງ ແມ່ນຫົວຫນ່ວຍເອກະຊົນທຳອິດໄດ້ຮັບຫນັງສືອະນຸຍາດໃຫ້ເຄື່ອນໄຫວໃນຂົງເຂດສອນວິຊາຊີບ ແລະ ກວດກາເຕັກນິກຍານພາຫະນະຢູ່ ແຂວງ ກວ໋າງບີ່ງ.ໂຮງຮຽນ ກໍ່ແມ່ນຮາກຖານສອນວິຊາຊີບຕາມຮູບການ ມີການປະກອບສ່ວນຈາກສັງຄົມແຫ່ງທຳອິດ, ແຕ່ເຖິງຢ່າງໃດກໍຕາມ ເພື່ອປະຕິບັດໂຄງການໃຫຍ່ນີ້ບໍ່ແມ່ນສິ່ງງ່າຍດາຍ. ທ່ານນາງ ເລທິເຮືອງ ແບ່ງປັນວ່າ:

 “ຄວາມຫຍຸ້ງຍາກທີ່ສຸດສຳລັບຂ້າພະເຈົ້າ ນັ້ນແມ່ນ ຂ້າພະເຈົ້າສ້າງຕັ້ງໂຮງຮຽນແຫ່ງນີ້ ມີສູນກວດກາເຕັກນິກຍານພາຫະນະແລະ ຂ້າພະເຈົ້າຍັງບໍ່ທັນມີວິຊາສະເພາະກັບຂົງເຂດນີ້ເທື່ອ ແຕ່ຂ້າພະເຈົ້າຕັດສິນໃຈ ທັງກໍ່ສ້າງໂຄງການ ທັງຊອກຮູ້ ຮ່ຳຮຽນ ຖອດຖອນບົດຮຽນ ແລະ ສຸດທ້າຍ ຂ້າພະເຈົ້າໄດ້ປະສົບຜົນສຳເລັດໃນເບື້ອງຕົ້ນ. ຄວາມຫຍຸ້ງຍາກທີ 2 ນັ້ນແມ່ນ ແຫລ່ງທຶນ ທະນາຄານໃນແຂວງ ບໍ່ຢາກໃຫ້ຂ້າພະເຈົ້າກູ້ຢືມທຶນ ເພາະເຂົາເຈົ້າເຫັນວ່າ ສຳລັບແມ່ຍິງ ມີອາຍຸກວ່າ 50 ປີຈຶ່ງ ເລີ່ມດຳເນີນທຸລະກິດ ເບິ່ງຄືວ່າບໍ່ມີຄວາມເປັນໄປໄດ້. ຄຽງຄູ່ກັນນັ້ນ ກໍ່ມີໂຮງຮຽນອາຊີວະຊັ້ນກາງ ຢູ່ແຂວງກວ໋າງບີງ ຫລາຍແຫ່ງຍັງປະສົບກັບຄວາມຫຍຸ້ງຍາກ.

ຄຽງຂ້າງການລົງທຶນຍູ້ແຮງການເຄື່ອນໄຫວ, ໂຮງຮຽນອາຊີວະຊັ້ນກາງ ບີ່ງມີງ ຍັງເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ບັນດາຂະບວນການສະຫນັບສະຫນູນຮັບປະກັນຊີວິດສັງຄົມໃນແຂວງ. ໃນຊຸມປີຜ່ານມາ ທາງໂຮງຮຽນ ຍັງບໍລິຈາກໃຫ້ບັນດາກອງທຶນເພື່ອຜູ້ທຸກຍາກ, ກອງທຶນເພື່ອເດັກນ້ອຍ….ນັບຮ້ອຍໆລ້ານດົ່ງ. ທ່ານ ເຈີນຮ່ວາງຢາງ ປະທານ ສະມາຄົມວິສາຫະກິດ ແຂວງ ກວ໋າງບີ່ງ ໃຫ້ຮູ້ວ່າ:

“ຂະບວນການ Stard up ໃນຊຸມປີມໍ່ໆມານີ້ ພັດທະນາຢ່າງແຮງ. ດຳເນີນທຸລະກິດໃນຂົງເຂດນີ້ແມ່ນຍາກຫລາຍ ແລະ ມີພຽງແຕ່ຜູ້ທີ່ມີຄວາມກ້າຫານມີຈັນຍາບັນຈຶ່ງກ້າເຮັດ. ສຳລັບໂຄງການ Stard up ຂອງເອື້ອຍ ເລທິເຮື່ອງ ຂ້າພະເຈົ້າເຫັນວ່າ ເອື້ອຍເຮື່ອງ ມີຫລາຍໂຄງການແທດຈິງ ພ້ອມກັບຈັນຍາບັນຄວາມກ້າຫານຂອງແມ່ຍິງ. ເອື້ອຍເຮື່ອງໄດ້ສຸມທຸກກຳລັງເຫື່ອແຮງ ຊັບສິນຂອງຕົນເພື່ອຮັບໃຊ້ວຽກງານ Stard up ພິເສດແມ່ນໃນອາຍຸທີ່ບໍ່ແມ່ນຍັງຫນຸ່ມ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງ ເອື້ອຍເຮື່ອງ ບັນດາໂຄງການ Stard up ຂອງເອື້ອຍຈະປະສົບຜົນສຳເລັດຢ່າງຈົບງາມ”

ການເຄື່ອນໄຫວຂອງໂຮງຮຽນອາຊີວະຊັ້ນກາງ  ບີ່ງມີງ ໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ສິ່ງດັ່ງກ່າວແມ່ນມີຄວາມໝາຍກວ່າ ນັ້ນແມ່ນ ໄດ້ຍູ້ແຮງການປະກອບສ່ວນຂອງສັງຄົມເຂົ້າໃນວຽກງານສອນວິຊາຊີບ. ດ້ວຍແນວຄວາມຄິດໃຫມ່, ການລົງທຶນໃຫມ່ ແລະ ຄວາມກ້າຫານຂອງ ນັກທຸລະກິດຍິງ ເລທີເຮື່ອງ ແນ່ນອນວ່າ ໂຄງການຈະປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ