ກົດລະບຽບໃຫມ່ຂອງປະຊາຊົນບ້ານ ແຄມັ່ນ, ບາແຈ໋ ແຂວງ ກວ໋າງນິງ

(VOVWORLD) -ກຳນົດ, ກົດລະບຽບຂອງບ້ານ ຄຸ້ມບ້ານ ຕາແສງ ແຕ່ດົນນານມາແລ້ວ ຍາມໃດກໍ່ມີບົດບາດສະຫນິດຕິດພັນ, ລະດົມກຳລັງໃຈປະຊາຊົນພ້ອມກັນຮັກສາ, ປະຕິບັດແບບແຜນການປະພຶດໃຫ້ຖືກຕ້ອງກັບການກຳນົດ ແລະ ມີສີວິໄລໃນວົງຄະນາຍາດ. ຢູ່ ແຂວງ ກວ໋າງນີງ ຍ້ອນມີຄວາມເຫັນດີເຫັນພ້ອມຂອງທົ່ວປວງຊົນ, ສະນັ້ນ ບັນດາຂໍ້ກຳນົດ, ກົດລະບຽບຂອງບ້ານ ຈຶ່ງໄດ້ສ້າງຂຶ້ນ, ຍົກສູງບົດບາດໃຈກາງ, ຄວາມເປັນເຈົ້າຂອງປະຊາຊົນກວ່າອີກ, ເສີມຂະຫຍາຍຈິດໃຈມະຫາສາມັກຄີໃນການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ໄດ້ຢ່າງມີປະສິດທິຜົນ ແລະ ພັດທະນາເສດຖະກິດສັງຄົມ ຢູ່ ບໍລິເວນ.

ຈາກເສັ້ນທາງໃຫຍ່, ຜ່ານຫ້ວຍນ້ອຍ, ບ້ານ ແຄມັ່ນ ຕັ້ງຢູ່ຫ່າງຈາກບ້ານອື່ນຂອງ ຕາແສງ ດົ່ນດາກ ເມືອງ ບາແຈ໋ ແມ່ນເມືອງພູສູງຢູ່ທາງທິດຕາເວັນອອກຂອງ ແຂວງ ກວ໋າງນີງ.  ນັບແຕ່ເກີດໂລກລະບາດໂຄວິດ 19, ບ້ານ ແຄມັ່ນ ບໍ່ມີຄົນທ່ຽວໄປມາຫຼາຍຄືກ່ອນນີ້ອີກແລ້ວ, ມີຜູ້ໃດມາຊື້ ຫລື ແລກປ່ຽນຄ້າຂາຍຫຍັງ ປະຊາຊົນກໍ່ປະຕິບັດຕາມ 5 ມາດຕະການປ້ອງກັນຕ້ານໂລກລະບາດຢ່າງເຂັ້ມງວດ. ມີຄວາມຊິນເຄີຍແລ້ວ ເມື່ອເຫັນຄົນແປກໜ້າເຂົ້າມາບ້ານ, ລຸງ ຈີງຊາງຮີ່ງ ຈຶ່ງໄປຢື້ຢາມຖາມຂ່າວທີ່ໄປທີ່ມາຢ່າງລະອຽດ. ລຸງ ຮີ່ງ ໃຫ້ຮູ້ວ່າ: ພໍ່ແມ່ປະຊາຊົນໃນບ້ານມີຄວາມລະມັດລະວັງ ຍ້ອນຂໍ້ກຳນົດປ້ອງກັນຕ້ານໂລກລະບາດໄດ້ກາຍເປັນກົດລະບຽບຂອງບ້ານແລ້ວ.   ລຸງຮີ່ງ ຍັງໃຫ້ຮູ້ຕື່ມອີກວ່າ:

  “ປະຈຸບັນ ເມື່ອຮູ້ສຶກຫາຍໃຈຍາ, ແໜ້ນເອິກ ກໍ່ຕ້ອງລະມັດລະວັງ, ບໍ່ໃຫ້ອອກໄປໃສຕ້ອງຢູ່ເຮືອນເພື່ອກັນໂຄວິດ 19. ຖ້າຫາກເປັນໄອ, ສຸຂະພາບຜິດປົກກະຕິ ກໍ່ຕ້ອງລາຍງານໃຫ້ສຸກສາລາ, ຫນ່ວຍປ້ອງກັນຕ້ານໂຄວິດ ຢ່າງທັນການ ເພື່ອມີມາດຕະການແກ້ໄຂ, ໄປກວດກາສະພາບການ, ບໍ່ປະໃຫ້ໂລກລະບາດແຜ່ລາມມາໃສ່ຍາດຕິພີ່ນ້ອງ ແລະ ສະມາຊິກໃນຄອບຄົວ”

        ເປັນຄັ້ງທຳອິດ, ໃນຂໍ້ກຳນົດກົດລະບຽບຂອງບ້ານ ແຄມັ່ນ ມີຂໍ້ກຳນົດຕື່ມອີກ ເຊິ່ງກ່ຽວຂ້ອງເຖິງວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19. ໃນບ້ານມີ 90 ປາຍຄອບຄົວດ້ວຍປະຊາຊົນປະມານ 300 ຄົນ, ເຂົາເຈົ້າລ້ວນແຕ່ກຳແຫນ້ນຫລັການ “ 3 ປອດໄພ”: ຕົນເອງປອດໄພ, ຄອບຄົວປອດໄພ, ວົງຄະນາຍາດປອດໄພ” ດ້ວຍຂໍ້ກຳນົດງ່າຍດ່າຍ, ຈື່ງ່າຍ, ປະຕິບັດງ່າຍຄື: ປະຕິບັດຢ່າງເຂັ້ມງວດ 5 ມາດຕະການປ້ອງກັນຕ້ານໂລກລະບາດ; ສັກວັກຊິນ; ຕິດຕາມອາການສຸຂະພາບດ້ວຍຕົນເອງ; ສາມັກຄີກັນ, ຄຸ້ມຄອງດ້ວຍຕົນເອງ, ຕິດຕາມກວດກາດ້ວຍຕົນເອງ ແລະ ເປັນເຈົ້າການລາຍງານກ່ຽວກັບກໍລະນີມີຄວາມສ່ຽງສູງ”.

ບັນດາຫລັກການນີ້ ລ້ວນແຕ່ແມ່ນພໍ່ແມ່ປະຊາຊົນໃນບ້ານເຫັນດີເຫັນພ້ອມສ້າງຂຶ້ນ, ເພີ່ມເຕີມໃສ່ຂໍ້ກຳນົດກົດລະບຽບຂອງບ້ານ. ທ່ານ ຈ້ຽວໄກວແທ່ງ, ຫົວຫນ້າ ແນວໂຮມ ບ້ານ ແຄມັ່ນ ມື້ໃດກໍ່ລົງໄປໂອ້ລົມນຳແຕ່ລະຄອບຄົວເພື່ອໂຄສະນາໃຫ້ພໍ່ແມ່ປະຊາຊົນກ່ຽວກັບຂໍ້ກຳນົດໃຫມ່, ຂົນຂວາຍປະຊາຊົນແຕ່ລະຄົນ ຍົກສູງສະຕິລະວັງຕົວ, ຮັບຜິດຊອບຕໍ່ຕົນເອງໃນການປ້ອງກັນຕ້ານໂລກລະບາດ, ຕິດຕາມ, ກຳແຫນ້ນສະພາບການຜັນແປຂອງປະຊາຊົນເພື່ອມີມາດຕະການຮັບມືຢ່າງທັນການ. ທ່ານ ຈ້ຽວໄກວແທ່ງ ຢັ້ງຢືນວ່າ:

“ວຽກງານປ້ອງກັນຕ້ານໂລກລະບາດຕ້ອງນຳເອົາເຂົ້າໃນຂໍ້ກຳນົດ, ກົດລະບຽບຂອງບ້ານ ເພື່ອໂຄສະນາໃຫ້ປະຊາຊົນຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ. ນອກຈາກນັ້ນ ເມື່ອປະຊຸມອົງຄະນະພັກ, ປະຊຸມກັບປະຊາຊົນ ກໍ່ລ້ວນແຕ່ໄດ້ເວົ້າເຖິງບັນຫານີ້. ປະຊາຊົນຕ້ອງມີຄວາມສາມັກຄີນຳກັນເພື່ອປ້ອງກັນຕ້ານໂລກລະບາດ. ປະຈຸບັນ ປະຊາຊົນຢູ່ໃນບ້ານລ້ວນແຕ່ເຫັນດີເຫັນພ້ອມ ແລະ ປະຕິບັດຕາມຂໍ້ກຳນົດ ກົດລະບຽບດັ່ງກ່າວນັ້ນແລ້ວ”

ທ່ານ ຮ່ວາງງອກກວ່ຽນ, ຫົວຫນ້າ ຄະນະໂຄສະນາຂົນຂວາຍປະຊາຊົນ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ເມືອງ ບາແຈ໋ ໃຫ້ຮູ້ວ່າ: ດ້ວຍບໍລິເວນ “ເນື້ອທີ່ດິນກວ້າງຂວາງແຕ່ມີປະຊາຊົນດຳລົງຊີວິດຢູ່ຫນ້ອຍ”, ຈຳນວນພົນລະເມືອງປະມານ 80% ແມ່ນຊາວຊົນເຜົ່າສ່ວນຫນ້ອຍຄື ບ້ານບາແຈ໋, ວິທີເຮັດດັ່ງກ່າວຍິ່ງມີຄວາມໝາຍແທ້ຈິງກວ່າ. ຜ່ານຄະນະປະຕິບັດງານຂອງແນວໂຮມ ແລະ ຜູ້ມີອິດທິພົນຊື່ສຽງຢູ່ໃນບ້ານ, ບັນດາຂໍ້ກຳນົດກົດລະບຽບໃຫມ່ໄດ້ຄ່ອຍໆເຂົ້າສູ່ການດຳລົງຊີວິດຕົວຈິງ, ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ເສີມຂະຫຍາຍບົດບາດຂອງຕົນ, ພ້ອມກັນສາມັກຄີ, ເປັນເຈົ້າການໃນການເຂົ້າຮ່ວມວຽກງານປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ. ທ່ານ ຮ່ວາງງອກກ່ວຽນ ເນັ້ນຫນັກວ່າ:

           “ປະຕິບັດສິ່ງນີ້ໄດ້ເປັນຢ່າງດີ ກໍ່ຍ້ອນວຽກງານປ້ອງກັນ ຄຸ້ມຄອງດ້ວຍຕົນເອງຂອງປະຊາຊົນຢູ່ບ້ານ, ຈິດໃຈຄວາມຮັບຜິດຊອບຂອງບັນດາຫນ່ວຍງານປ້ອງກັນຕ້ານໂລກລະບາດໂຄວິດ.ພິເສດແມ່ນ 391 ຫນ່ວຍງານຄຸ້ມຄອງດ້ວຍຕົນເອງທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນມະຫາສາມັກຄີຫວ່າງແລ້ວນີ້ ພວກຂ້າພະເຈົ້າເຫັນວ່າ ແມ່ນມີປະສິດທິຜົນທີ່ສຸດ. ໃນໄລຍະໂລກລະບາດຜັນແປສັບສົນ, ຫນ່ວຍງານດັ່ງກ່າວໄດ້ເຄື່ອນໄຫວຢ່າງຕັ້ງຫນ້າ ຈາກນັ້ນ ປະກອບສ່ວນຮັກສາບໍລິເວນບ້ານ ບາແຈ໋ ໃຫ້ເປັນເຂດຂຽວ ມີຄວາມປອດໄພ”

ບໍ່ພຽງແຕ່ ບ້ານແຄມັ່ນເທົ່ານັ້ນ ຫາກປະຊາຊົນຢູ່ກວ່າ 1.540 ຄຸ້ມບ້ານ, ບ້ານຂອງ ແຂວງ ກວ໋າງນີງ ລ້ວນແຕ່ມີຄວາມເປັນເອກະພາບໃນການສ້າງ, ເພີ່ມເຕີມເຂົ້າໃນຂໍ້ກຳນົດກົດລະບຽບຂອງບ້ານ ກ່ຽວກັບບັນດາຫລັກການປະພຶດຕິດພັນກັບຂໍ້ກຳນົດໃນການປ້ອງກັນຕ້ານໂລກລະບາດ, ເນື່ອງໃນໂອກາດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ເມື່ອວັນທີ 18 ພະຈິກປີ 2021 ຜ່ານມາ. ມີກວ່າ 15.500 ຫນ່ວຍງານຄຸ້ມຄອງດ້ວຍຕົນເອງກ່ຽວກັບການປ້ອງກັນຕ້ານໂລກລະບາດໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເປີດຕົວໃນທົ່ວແຂວງ. ນີ້ແມ່ນການເຄື່ອນໄຫວ, ວິທີເຮັດໃຫມ່ຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຢູ່ ແຂວງ ກວ໋າງນີງ ເພື່ອແນໃສ່ຮັບມືຢ່າງປອດໄພ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ແລະ ພັດທະນາເສດຖະກິດສັງຄົມຢູ່ ບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ