ກັບຄືນສູ່ ຢາງມາວ, ເຂດດິນຖືກພາຍຸພັດຖະຫຼົ່ມ

(VOVWORLD) -ພາຍຫຼັງເກືອບ 2 ເດືອນທີ່ພາຍຸລູກທີ 12 ພັດຖະຫຼົ່ມຜ່ານຕາແສງ ຢາງມາວ, ເມືອງ ກຣົງບົງ, ແຂວງ ດັກລັກ, ດ້ວຍການໜູນຊ່ວຍຢ່າງທັນການຈາກອຳນາດການປົກຄອງທ້ອງຖິ່ນກໍຄືການອຸ້ມຊູຊ່ວຍເຫຼືອຂອງສັງຄົມ, ການດຳລົງຊີວິດຂອງປະຊາຊົນຢູ່ແຫ່ງນີ້ຄ່ອຍໆກັບຄືນສູ່ປົກກະຕິ

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ປະຊາຊົນໃນຕາແສງ ຢາງມາວ ຍັງຮູ້ສຶກອຸ່ນອຽນໃຈ ແລະ ປາດຖະໜາວ່າ ກ້າວເຂົ້າສູ່ປີ 2018, ການດຳລົງຊີວິດຂອງປະຊາຊົນຈະກັບຄືນສູ່ປົກກະຕິ.

ກັບຄືນສູ່ ຢາງມາວ, ເຂດດິນຖືກພາຍຸພັດຖະຫຼົ່ມ  - ảnh 1ເຮືອນຂອງນາງ H Thu Nie  ໂດຍກຳລັງທະຫານມາຊ່ວຍປຸກສ້າງ 

      ພວກຂ້າພະເຈົ້າໄດ້ມີໂອກາດກັບຄືນຢ້ຽມຢາມຕາແສງ ຢາງມາວທີ່ເມືອງ   ກຣົງບົງ, ແຂວງ ດັກລັກ, ບັນດາເຮືອນຫຼັງໃໝ່ໄດ້ປະກົດຕົວໃຕ້ແສງແດດ ຊຶ່ງເປັນສະແດງໃຫ້ເຫັນວ່າ ພະລັງຊີວິດໃໝ່ພວມວຽນມາສູ່ເຂດດິນພາຍຫຼັງງຖືກປະສົບພາຍຸ. ເມື່ອແວ່ຢາມຄອບຄົວ ນາງ H Thu Nie ຢູ່ບ້ານ Tar, ຕາແສງ ຢາງມາວ ຂະນະທີ່ທຸກຄົນໃນຄອບຄົວພວມເຕົ້າໂຮມກັນນັ່ງອ້ອມເຕົາໄຟໃນເຮືອນຮ້ານທີ່ເຕັມໄປດ້ວຍຄວາມອົບອຸ່ນຊຶ່ງຫາກໍຖືກກຳລັງທະຫານຊ່ວຍປຸກສ້າງພາຍຫຼັງພາຍຸ. ນາງ H Thu Nie ເລົ່າສູ່ຟັງວ່າ ກ່ອນນີ້ບໍ່ຮອດ 2 ເດືອນ, ພາຍຸລູກທີ 12 ໄດ້ເຮັດໃຫ້ເຮືອນຊານນັບສີບຫຼັງຖືກພັງທະລາຍ, ເນື້ອທີ່ພືດພັນຫຼາຍເຮັກຕາຖືກເສຍຫາຍ, ສັດລ້ຽງຖືກຕາຍຢ່າງຫຼວງຫຼາຍ. ໃນສະພາບທີ່ຫຍຸ້ງຍາກລຳບາກເຊັ່ນນັ້ນ, ອຳນາດການປົກຄອງຂັ້ນຕ່າງໆ, ບັນດາອົງການຈັດຕັ້ງມະຫາຊົນ, ກຳລັງທະການ, ບັນດາຜູ້ໃຈບູນໃຈກຸສົນໄດ້ຊ່ວຍເຫຼືອເຄື່ອງບັນເທົາທຸກຢ່າງທັນການ, ດັ່ງນັ້ນບໍ່ມີໃຜຖືກອຶດຫິວ. ພາຍຫຼັງພາຍຸ, ຄອບຄົວນາງ H Thu Nie ໄດ້ຮັບການຫນູຊ່ວຍງົວພັນ 3 ໂຕຈາກໂຄງການມະນຸດສະທຳ ແລະ ໂຄງການເພື່ອຄົນທຸກຍາກ.      ນາງ H Thu Nie ໃຫ້ຮູ້ວ່າ : 

   “ ເຮືອນຫຼັງນີ້, ໂດຍແມ່ນພວກອ້າຍທະຫານມາຊ່ວຍປຸກສ້າງໃຫ້. ບຸນເຕັດໃກ້ຈະມາເຖິງ, ໄດ້ຢູ່ໃນເຮືອນຫຼັງນີ້, ເຮົາດີໃຈຫຼາຍ, ຄອບຄົວໃດກໍພາກພູມໃຈ. ຫວ່າງແລ້ວນີ້, ຄອບຄົວຂອງເຮົາໄດ້ຮັບງົວ 3 ໂຕ ເພາະແມ່ນເປົ້າໝາຍຄອບຄົວທຸກຍາກໄດ້ຮັບການຊ່ວຍເຫຼືອ. ກ້າວເຂົ້າສູ່ປີໃໝ່, ເຮົາພະຍາຍາມ ເຮັດໄຮ່ໄຖນາ ແລະ ປຸກເຮືອນໃໝ່ ”

     ກໍເຊັ່ນດຽວກັນກັບຄອບຄົວນາງ H Thu Nie, ເຮືອນຂອງລຸງ Y B hiong Nie, ເຈົ້າເຫຼົ່າບ້ານ Tar, ຕາແສງ ຢາງມາວ ກໍຖືກພາຍຸທຳລາຍ, ແຕ່ລຸງກໍຍັງຄົງໄປຢ້ຽມຢາມຖາມຂ່າວແຕ່ລະຄອບຄົວ, ລະດົມກຳລັງໃຈແກ່ພໍ່ແມ່ພີນ້ອງສ້າງການດຳລົງຊີວິດເປັນປົກກະຕິ. ໂດຍແມ່ນນົກຮົບເກົ່າ, ລຸງໄດ້ຮັບເງິນຊ່ວຍໜູນ 70 ລ້ານດົງຈາກກອງບັນຊາການທະຫານແຂວງດັກລັກ ເພື່ອປຸກສ້າງເຮືອນໃໝ່. ເຈົ້າເຫຼົ່າ Y B hiong Nie ໃຫ້ຮູ້ວ່າ : 

  “ ເຮືອນຊານຖືກພັງຖະຫຼົ່ມຍ້ອນພາຍຸ, ແຕ່ໄດ້ມີພວກອ້າຍທະຫານມາຊ່ວຍປຸກເຮືອນໃໝ່ ແລະ ພະຍາຍາມໃຫ້ສຳເລັດກ່ອນບຸນເຕັດ. ຂ້າພະເຈົ້າໄດ້ລົງຮອດແຕ່ລະຄອບຄົວໃນຫມູ່ບ້ານເພື່ອລະດົມກຳລັງໃຈແກ່ພໍ່ແມ່ປະຊາຊົນ ຈົ່ງພະຍາຍາມນຳການດຳລົງຊີວິດ ກັບຄືນສູ່ປົກກະຕິ. ກ່ຽວກັບເສດຖະກິດ, ໃຜມີສວນກາເຟ ກໍຟື້ນຟູການປູກກາເຟ. ໃຜຍັງບໍ່ທັນມີເຮືອນ ກໍປຸກໃໝ່, ມີພວກອ້າຍທະຫານມາຊ່ວຍເຮົາ. ສຳລັບພວກເຮົາເອງ ກໍຕ້ອງພະຍາຍາມ ສູ້ຊົນເຮັດຕື່ມອີກ ”

      ຕາມການສະຖີຕິຂອງຄະນະກຳມະການປະຊາຊົນ ຕາແສງ ຢາງມາວ, ເມືອງ ກຣົງບົງ ແລ້ວ, ພາຍຸລູກທີ 12 ໄດ້ເຮັດໃຫ້ເຮືອນ 106 ຫຼັງຖືກພັງທະລາຍ, ເຮືອນກ່ວາ 450 ຫຼັງຖືກເລີກຫຼັງຄາ, ເນື້ອທີ່ພືດພັນ ທັຍຍາຫານ ກວ່າ 200 ເຮັກຕາຖືກເສຍຫາຍ. ຄາດວ່າ ຄວາມເສຍຫາຍຕົກເປັນມູນຄ່າກວ່າ 40 ຕື້ດົງ.  ທ່ານ ເຈີນເທ້ເຫືອງ ພະນັກງານຕາແສງ ຢາງມາວ ໃຫ້ຮູ້ວ່າ : 

    “ ພາຍຫຼັງທີ່ຮັບຂ່າວຜົນເສຍຫາຍຈາກພາຍຸ, ບັນດາຫົວໜ່ວຍໄດ້ມາຫນູນຊ່ວຍຫຼາຍຢ່າງນັບທັງທາງດ້ານວັດຖຸ ແລະ ຈິດໃຈ. ນັ້ນແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງເພື່ອແກ້ໄຂຜົນຮ້າຍຢ່ອນຫຼັງ ແລະ ກັບຄືນສູ່ການຜະລິດ. ຕາມຕົວເລກສະຖີຕິ, ຍອດມູນຄ່າການຊ່ວຍເຫຼືອດ້ວຍເງິນສົດ ແລະ ວັດຖຸແມ່ນຂຶ້ນເຖິງກ່ວາ 3 ຕື້ດົງ ”

    ພ້ອມກັບກຳລັງທະຫານຊ່ວຍປະຊາຊົນປຸກສ້າງເຮືອນໃໝ່, ຟື້ນຟູການຜະລິດນັ້ນ, ຄະນະຊາວໜຸ່ມ, ກຸ່ມນັກອາສາສະໝັກເຄື່ອນໄຫວເພື່ອການກຸສົນ “ ອ້ອມແຂນແຫ່ງຄວາມຮັກແພງ” ກໍໄດ້ລົງໄປເມືອງ ກຣົງບົງ ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸ.     ອ້າຍ ຫງວຽນຢີຫອກ ຫົວໜ້າກຸ່ມນັກອາສາສະໝັກເຄື່ອນໄຫວເພື່ອການກຸສົນ “ ອ້ອມແຂນແຫ່ງຄວາມຮັກແພງ” ໃຫ້ຮູ້ວ່າ : (ເທບ)    “ ພາຍຫຼັງໄດ້ຮັບຂ່າວຈາກ VOV ກ່ຽວກັບປະຊາຊົນຕາແສງ ຢາງມາວ ປະສົບກັບໄພທຳມະຊາດ, ເຮືອນຖືກເພພັງ, ເລີກຫຼັງຄາ. ຈາກສະພາບການດັ່ງກ່າວ, ກຸ່ມດັ່ງກ່າວໄດ້ຮຽກຮ້ອງບັນດາຜູ້ໃຈບູນໃຈກຸສົນ, ອ້າຍນ້ອງໃນກຸ່ມປະກອບເງິນທຶນເພື່ອຊ່ວຍສ້ອມແປງເຮືອນໃຫ້ແກ່ປະຊາຊົນ ”

      ນັບແຕ່ພາຍຫຼັງພາຍຸມາຮອດປະຈຸບັນ, ພ້ອມກັບການຫນູນຊ່ວຍຈາກອຳນາດການປົກຄອງ ແລະ ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບຢູ່ທ້ອງຖິ່ນ ແລະ ອົງການຕ່າງໆທີ່ເຄື່ອນໄຫວເພື່ອການກຸສົນ, ການດຳລົງຊີວິດຂອງປະຊາຊົນໃນຕາແສງ ຢາງມາວ ພວມຄ່ອຍໆກັບຄືນສູ່ປົກກະຕິ. ພໍ່ແມ່ພີນ້ອງຮູ້ສຶກມີຄວາມອົບອຸ່ນ ແລະ ຕື້ນຕັນໃຈຕໍ່ໜ້າການແບ່ງປັນ, ອຸ້ມຊູຊ່ວຍເຫຼືອກັນຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ