ດ້ວຍຄວາມຫວັງໃຫ້ລູກຫຼານເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍຂອງຊາດ, ຮັກສາສີສັນວັດທະນະທຳຫວຽດນາມ, ມີແມ່ຍິງຈຳນວນໜຶ່ງໄດ້ສ້າງຕັ້ງກຸ່ມ“ວ່າວ”. ໂດຍຜ່ານບັນດາຊົ່ວໂມງຮຽນຟ້ອນ, ຂັບຮ້ອງ, ເສບເຄື່ອງດົນຕີ ແລະ ແຕ້ມ… ກຸ່ມວາວໄດ້ສອນພາສາຫວຽດນາມໃຫ້ໄວໜຸ່ມຫວຽດນາມຢູ່ຝະລັ່ງ, ອັນໄດ້ປະກອບສ່ວນອະນຸລັກຮັກສາພາສາຂອງຊາດ.
(ພາບປະກອບ)
|
ກຸ່ມ“ວ່າວ”ໄດ້ຮັບການສ້າງຕັ້ງເມື່ອປີ 2013. ຖຸຍເຟືອງ ແລະ ກີງມາຍ ຊຶ່ງແມ່ນຄູ່ນັກຮຽນຍິງຮ່ວມຫ້ອງໃນໄລຍະຮຽນຢູ່ມັດທະຍົມຕອນປ່າຍ, ເມື່ອໄປຮຽນຢູ່ຝະລັ່ງ, ຄູ່ນັກຮຽນດັ່ງກ່່າວໄດ້ສ້າງຄອບຄົວກັບຊາວຝະລັ່ງ ແລະ ພ້ອມກັນອາໄສຢູ່ຝະລັ່ງ ແລະ ຮອດເວລາມີລູກແລ້ວ, ຄູ່ນັກຮຽນຍິງນີ້ ໄດ້ສ້າງຕັ້ງກຸ່ມວາວ. ຖຸຍເຟືອງ ແບ່ງປັນວ່າ :
“ ຂ້າພະເຈົ້າຫວັງວ່າ ພວກຫຼານປຽບເໝືອນວ່າວ ເພື່ອຈະບິນໄກ, ບິນສູງ. ແຕ່ເຖິງວ່າຈະບິນສູງ, ບິນໄກແນວໃດກໍຕາມ, ແຕ່ວາວຕ່າງໆກໍຕ້ອງມີສາຍວ່າວ, ນັ້ນແມ່ນພາສາຫວຽດ, ວັດທະນະທຳຫວຽດນາມໄດ້ດຶງດູດເອົາພວກນ້ອງ ຕິດພັນກັບ ກົກເຄົ້າເຫງົ້າກໍຂອງຕົນ ”
ຄວາມເປັນຫ່ວງທີ່ສຸດຂອງຜູ້ເປັນແມ່ 2 ຄົນນີ້ ແມ່ນເຮັດແນວໃດທີ່ພວກລູກມີ 2 ສາຍເລືອດຂອງຕົນຕ້ອງຮູ້ພາສາຫວຽດເປັນຢ່າງດີ, ຕ້ອງເຂົ້າໃຈ ແລະ ຜູກພັນກັບ ກົກເຄົ້າເຫງົ້າກໍຫວຽດນາມ. ນາງກີງມາຍເວົ້າວ່າ :
“ ພວກຂ້າພະເຈົ້າຄິດເຖິງເລື່ອງສ້າງຕັ້ງສະມາຄົມເຊັ່ນນີ້ ເພື່ອໃຫ້ພວກຫຼານນ້ອຍຮູ້ເຖິງເພື່ອນໆຂອງຕົນ ກໍມີເຊື້ອສາຍຫວຽດຄືກັນ ແລະ ເຫັນໄດ້ເຖິງວັດທະນະທຳຂອງຫວຽດນາມແມ່ນຄືແນວໃດ. ບໍ່ພຽງແຕ່ສອນພາສາຫວຽດໃຫ້ແກ່ພວກຫຼານເທົ່ານັ້ນ, ຫາກຍັງຢາກເຮັດໃຫ້ພວກຫຼານມີຄວາມຊົມຊອບພາສາຫວຽດ ແລະ ຊອກຮູ້ກ່ຽວກັບວັດທະນະທຳຫວຽດນາມ ”
ກຸ່ມ “ວ່າວ” ໄດ້ຮັບການສະໜັບສະຫນູນ, ຮ່ວມແຮງຮ່ວມໃຈຈາກບັນດາຜູ້ເປັນແມ່, ເປັນພໍ່ຊາວຫວຽດນາມ ແລະ ຈາກນັ້ນ ເປີດກ້ວາງເຄືອຂ່າຍ. ໃນເບື້ອງຕົ້ນມີພຽງ 2-3 ຄອບຄົວເຂົ້າຮ່ວມເທົ່ານັ້ນ, ແຕ່ມາຮອດປະຈຸບັນ ກໍໄດ້ມີເຖິງນັບສິບຄອບຄົວເຂົ້າຮ່ວມແລ້ວ. ມີ 21 ຫຼານໄດ້ຮຽນຢ່າງສະໝ່ຳສະເໝີ, ຫຼານມີອາຍຸຕ່ຳສຸດແມ່ນ 2 ປີ ແລະ ສູງສຸດແມ່ນ 9 ປີ. ສິ່ງທີ່ເປັນໜ້າຈັບໃຈ, ນັ້ນແມ່ນບໍ່ພຽງແຕ່ມີພວກຫຼານເທົ່ານັ້ນ, ຫາກບັນດາຜູ້ເປັນແມ່ກໍຕ້ັ້ງໜ້າເຂົ້າຮ່ວມໃນຫ້ອງຮຽນຂອງກຸ່ມ“ວ່າວ” ນຳດ້ວຍ. ເອື້ອຍຄູ່ ຮ່ວາງອ້ຽນ, ອະດີດຄູສອນໂຮງຮຽນຟ້ອນຫວຽດນາມ, ໄລຍະຕໍ່ມາໄດ້ໄປອາໄສຢູ່ຝະລັ່ງ ແລະ ກໍໄດ້ເຂົ້າຮ່ວມກຸ່ມ“ວ່າວ” ໃຫ້ຮູ້ວ່າ :
“ ກ່ອນນີ້ກວ່າ 10 ປີ, ຂ້າພະເຈົ້າໄດ້ສອນໃຫ້ບັນດາຜູ້ເປັນແມ່ແມ່ນກຸ່ມນັກສຶກສາມາຮຽນຢູ່ຝະລັ່ງ ແລະ ຮອດປະຈຸບັນ ກໍສອນຮອດພວກຫຼານນ້ອຍ. ພວກຫຼານແມ່ນຄົນເຊື້ອຊາດຫວຽດລຸ່ນທີ 2 , ດັ່ງນັ້ນເວົ້າພາສາຫວຽດບໍ່ຫຼາຍ. ໃນກຸ່ມ“ວ່າວ”, ບັນດາອ້າຍເອື້ອຍຄູທັງໝົດ ຕ່າງກໍເວົ້າພາສາຫວຽດກັບພວກຫຼານ ເພື່ອອາດຈະສອນພາສາຫວຽດໃຫ້ພວກຫຼານ ”
ສ່ວນອ້າຍທີ ເວົ້າຄວາມໃນໃຈສູ່ຟັງວ່າ :
“ ທັງອາທິດ, ໃນຕອນກາງເວັນ, ທັງພໍ່ແມ່ຕ່າງກໍໄປການ, ຫຼານຢູ່ໂຮງຮຽນອະນຸບານ, ດັ່ງນັ້ນຮ ຮຽນພາສາຝະລັ່ງ, ສຳພັດກັບວັດທະນະທຳຝະລັ່ງຫຼາຍ, ພຽງແຕ່ຮອດຄ່ຳ ແລະ ທ້າຍອາທິດ ຈຶ່ງໄດ້ພົບກັບພໍ່ແມ່ ແລະ ເວົ້າພາສາຫວຽດ. ດັ່ງນັ້ນ ກໍຕ້ອງການ ມີບັນດາການເຄື່ອນໄຫວເຊັ່ນນັ້ນເພື່ອໃຫ້ພວກຫຼານຕິດພັນກັບວັດທະນະທຳຫວຽດ. ບັນດາຄອບຄົວຫວຽດນາມມີຄວາມຜູກພັນກັນຫຼາຍກ່ວາຜ່ານກຸ່ມ“ວ່າວ”
ບັນດາວຽກງານທີ່ແທດຈິງຂອງກຸ່ມ“ວ່າວ” ໄດ້ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍພາສາຫວຽດ, ຮັກສາສີສັນວັດທະນະທຳຂອງຊາດຫວຽດນາມ, ສະແດງຄວາມຮັກກັບກົກເຄົ້າເຫງົ້າກໍຫວຽດນາມຂອງບັນດາຜູ້ເປັນແມ່ ເປັນພໍ່ຊາວຫວຽດນາມບົນດິນແດນຝະລັ່ງ.