ກວ໋າງນີງ ສືບຕໍ່ ນຳຫນ້າໃນການປະຕິຮູບດ້ານບໍລິຫານ

(VOVWORLD) - ວັນທີ 2 ກໍລະກົດ, ແຂວງ ກວ໋າງນີງ ຈັດຕັ້ງກອງປະຊຸມໄຈ້ແຍກບັນດາດັດຊະນີປະຕິຮູບ, ດັດຊະນີຄວາມພໍໃຈຂອງປະຊາຊົນ ແລະ ປະກາດໝາກຜົນການຈັດອັນດັບບັນດາດັດຊະນີຂອງບັນດາພະແນກ, ຂະແຫນງການ, ທ້ອງຖິ່ນ ໃນບໍລິເວນແຂວງ ປີ 2020. ຕາມນັ້ນແລ້ວ ປີ 2020 ແມ່ນປີທຳອິດແຂວງ ທີ່ນຳຫນ້າທັງ 4 ຕາຕະລາງຈັດອັນດັບດັດຊະນີແກ້ງແຍ່ງຂັ້ນແຂວງ, ດັດຊະນີປະຕິຮູບດ້ານບໍລິຫານ, ດັດຊະນີຄວາມພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ປະຊາຊົນ, ວິິິສາຫະກິດຂອງອົງການບໍລິຫານລັດ ແລະ ດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະ. ຕໍ່ຈາກຜົນສຳເລັດນີ້ ກວ໋າງນີງ ພວມສືບຕໍ່ຍາດແຍ່ງທ່າແຮງບົ່ມຊ້ອນ, ມຸ່ງໄປສູ່ພື້ນຖານບໍລິຫານຮັບໃຊ້ປະຊາຊົນ, ວິສາຫະກິດໃຫ້ດີສຸດ.

ກວ໋າງນີງ ສືບຕໍ່ ນຳຫນ້າໃນການປະຕິຮູບດ້ານບໍລິຫານ - ảnh 1ກວ໋າງນີງແມ່ນ ອູ່ຂອງຫລາຍຮູບແບບທົດລອງການປະຕິຮູບດ້ານບໍລິຫານໃນທົ່ວປະເທດ

 

4 ປີລ່ຽນຕິດຢືນອັນດັບຫນຶ່ງໃນຕາຕະລາງຈັດອັນດັບດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ PCI ແລະ ດັດຊະນີປະຕິຮູບດ້ານບໍລິຫານ PAR Index, ເປັນຄັ້ງທີ 2 ຢ່າງລຽນຕິດທີ່ນຳຫນ້າດັດຊະນີຄວາມພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ປະຊາຊົນ ວິສາຫະກິດ ຂງອົງການບໍລິຫານລັດ SIPAS, ເປັນຄັ້ງທຳອິດຍາດທີ່ໄດ້ອັນດັບຫນຶ່ງດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະ PAPI, ກວ໋າງນີງ ຢັ້ງຢືນໄດ້ທີ່ຕັ້ງຂອງຕົນຢ່າງແທ້ຈິງ ຍ້ອນບັນດາບາດກ້າວບຸກທະລຸໃນຫລາຍຮູບແບບ ແລະ ໂຄງການປະຕິຮູບ.

 ບັນດາຜົນງານທີ່ບັນລຸໄດ້ກໍ່ແມ່ນສິ່ງທ້າທາຍເພື່ອໃຫ້ແຂວງ ກວ໋າງນີງ ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ.  ທ່ານ ເຈີນຍືລອງ ຫົວຫນ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ກວ໋າງນີງ ຖືວ່າ:

 “ດ້ວຍ 5 ຈຸດຕິດຂັດໃຫຍ່ທີ່ຄວນແກ້ໄຂ, ພວກຂ້າພະເຈົ້າຈະເສນາທິການໃຫ້ແຂວງ ເພື່ອມີບັນດາແຜນກຳນົດຍາວນານ, ມີຄຸນນະພາບເປັນປົກກະຕິ ສອດຄ່ອງກັບພຶດຕິກຳຕົວຈິງ. ບັນດາວິສາຫະກິດມີຄວາມກັງວົນຕໍ່ຄວາມຄືບຫນ້າບຸກເບີກຫນ້າພຽງບັນດາໂຄງການ, ພວກຂ້າພະເຈົ້າຈະສົມທົບກັບທ້ອງຖິ່ນເປັນປະຈຳເພື່ອແກ້ໄຂໃຫ້ທັນການ, ມີບັນດາກົນໄກນະໂຍບາຍຍູ້ໄວຄວາມຄືບຫນ້າ.”

            ປີ 2020, ແຂວາງ ກວ໋າງນີງ ແມ່ນແຂວງທຳອິດທີ່ນຳເປົ້າໝາຍ “ຮັກສາທີ່ຕັ້ງແມ່ນກຸ່ມນຳຫນ້າກ່ຽວກັບບັນດາດັດຊະນີ PCI, PAR Index, SIPAS ແລະ PAPI” ເຂົ້າໃນເອກະສານການເມືອງກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XV. ຫລັງຈາກນັ້ນ ແມ່ນມະຕິກ່ຽວກັບການຍູ້ແຮງການປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດຂັ້ນແຂວງ ໄລຍະ 2021 – 2025, ການກຳນົດທິດຮອດປີ 2030. ພື້ນຖານໃຫ້ແກ່ບັນດາເປົ້າໝາຍນີ້ ບໍ່ພຽງແຕ່ແມ່ນບັນດາມາດຕະການກ່ຽວກັບເຕັກໂນໂລຊີເທົ່ານັ້ນ ຫາກ “ຂໍ້ກຸນແຈ” ນັ້ນແມ່ນປັດໄຈມະນຸດ.   ທ່ານນາງ ເລງອັກເຮີນ ຫົວຫນ້າພະແນກຖະແຫລງຂ່າວ ແລະ ສື່ສານ ແຂວງ ກວ໋າງນີງ ຢັ້ງຢືນວ່າ:

 ເລື່ອງສ້າງບັນດາຊຸດເຄື່ອງມືເພື່ອຕີລາຄາ, ວັດແທກ, ກຳນົດລະອຽດ ແມ່ນກຳລັງຫນູນເພື່ອໃຫ້ພວກຂ້າພະເຈົ້າອີງໃສ່ນັ້ນເພື່ອຕີລາຄາ, ຮັບຮູ້ໃຫ້ຊັດເຈນ ຮອບດ້ານ ຈຶ່ງມີມາດຕະການແກ້ໄຂ ຂໍ້ຈຳກັດ, ເສີມຂະຫຍາຍຈຸດເດັ່ນ. ຜ່ານນັ້ນ ກໍ່ສະແດງໃຫ້ເຫັນວ່າ ຄວນມີການສົມທົບລະຫວ່າງບັນດາພະແນກ, ຄະນະ, ຂະແຫນງການ, ທ້ອງຖິ່ນໃຫ້ແຫນ້ນແຟ້ນກວ່າ, ການຕິດແທດຂອງຜູ້ນຳຫນ້າກໍ່ຄືຄວາມມານະພະຍາຍາມຂອງບັນດາຫົວຫນ່ວຍທີ່ໄດ້ຮັບມອບໝາຍເປັນນຳພາຂອງແຕ່ລະດັດຊະນີພາກສ່ວນ ເພື່ອຕິດຕາມໃກ້ຊິດກັບສະພາບການ ແລະ ມີມາດຕະການແກ້ໄຂຢ່າງທັນການ

ກວ໋າງນີງ ສືບຕໍ່ ນຳຫນ້າໃນການປະຕິຮູບດ້ານບໍລິຫານ - ảnh 2ທ່ານ ຫງວຽນຊວນກີ ເລຂາຄະນະພັກແຂວງ ກວ໋າງນີງ ແລກປ່ຽນກັບຄົນງານຢູ່ເຂດອຸດສາຫະກຳ

ຕາມທ່ານ ເລຂາພັກແຂວງ ກວ໋າງນີງ ຫງວຽນຊວນກີ ແລ້ວ, ໃນການປະຕິຮູບດ້ານບໍລິຫານ ເປົ້າໝາຍຂອງແຂວງ ບໍ່ແມ່ນຍາດອັນດັບຫນຶ່ງ, ຄະແນນສູງ ຫາກສຳຄັນທີ່ສຸດແມ່ນສ້າງພາບພົດຂອງທ້ອງຖິ່ນນຳຫນ້າກ່ຽວກັບການປ່ຽນໃຫມ່ ປະດິດຄິດສ້າງ , ສ້າງວັດທະນະທຳການໝັ້ນໝາຍ, ຮ່ວມເດີນທາງ, ວັດທະນະທຳປະຕິບັດຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນໃນການນຳເອົາແຜນນະໂຍບາຍຂອງພັກ ກົດໝາຍຂອງລັດ ເຂົ້າປະຕິບັດໃນຕົວຈິງ, ປຸກລຸກຄວາມສາມາດບົ່ມຊອ້ນ ທ່າໄດ້ປຽບຂອງແຂວງ. ບັນດາດັດຊະນີນັ້ນ ຈະແມ່ນເຄື່ອງໝາຍຂອງແຂວງ ກວ໋າງນີງ ບໍ່ພຽງແຕ່ຢູ່ຂັ້ນແຂວງເທົ່ານັ້ນ ຫາກຍັງລະດັບຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ