ກະຈາຍສຽງຮາກຖານເສີມຂະຫຍາຍບົດບາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) - ໃນຊຸມວັນໂລກລະບາດໂຄວິດ-19 ແຜ່ລະບາດ, ຖະໜົນຫົນທາງຢູ່ແຂວງ ກ໋ວາງນິງ ຫວ່າງເປົ່າບໍ່ມີຄົນໄປມາ ຍ້ອນຫລາຍທ້ອງຖິ່ນຖືກປິດລ້ອມຊົ່ວຄາວເພື່ອຕ້ານໂລກລະບາດ.

ພ້ອມກັບກຳລັງສາທາລະນະສຸກ, ຕຳຫລວດ, ກອງທັບ, ຜູ້ອາສາສະໝັກ…ຖັນແຖວພະນັກງານ, ນັກຂ່າວ, ບັນນາທິການວິທະຍຸຂັ້ນຮາກຖານ ກໍ່ມີບົດບາດຢູ່ແນວໜ້າໃນການຕ້ານໂລກລະບາດໂຄວິດ-19. ລາຍການຂ່າວໄດ້ອັບເດດການຜັນແປຂອງໂລກລະບາດ ພວມແມ່ນຊ່ອງຂ່າວທັນການ, ມີປະສິດທິຜົນ ຊ່ວຍຍົກສູງສະຕິຄວາມຮັບຮູ້ການປ້ອງກັນ, ຕ້ານໂລກລະບາດຂອງປະຊາຊົນ ແລະ ຫຍໍ້ເວລາການກວດສະຖານທີ່ແຜ່ລະບາດຂອງບັນດາກຳລັງເຈົ້າໜ້າທີ່ຢູ່ບໍລິເວນແຂວງ ກ໋ວາງນິງ ລົງ.

 
ກະຈາຍສຽງຮາກຖານເສີມຂະຫຍາຍບົດບາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ໂທລະໂຄ່ງເຄື່ອນທີ່ແມ່ນການໃຫ້ຂ່າວຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ ໃນການເຜີຍແຜ່ການຊີ້ນຳຈຳເປັນທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດ

ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດມາຮອດປະຈຸບັນ, ໂທລະໂຄ່ງກະຈາຍສຽງຂັ້ນຮາກຖານຢູ່ບັນດາທ້ອງຖິ່ນ ໄດ້ສົ່ງຂ່າວຢ່າງຕໍ່ເນື່ອງ ກ່ຽວກັບສະພາບໂລກລະບາດ, ວຽກງານປ້ອງກັນ,ຕ້ານໂລກລະບາດຂອງອົງການເຈົ້າໜ້າທີ່, ອະທິບາຍບັນດາຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕື່ມອີກ. ລາຍການຂ່າວໄດ້ສະເໜີຢ່າງກະທັດຮັດແຕ່ຄົບຖ້ວນກ່ຽວກັບຂໍ້ມູນຂອງຜູ້ຕິດເຊື້ອ, ການເຄື່ອນໄຫວໄປມາຈຸດຕ່າງໆຂອງຄົນເຈັບ, ບັນດາກໍລະນີ F1, F2…ເພື່ອໃຫ້ປະຊາຊົນຈື່ງ່າຍ. ຍ້ອນເຫດນັ້ນ ປະຊາຊົນຈຶ່ງມີຄວາມອຸ່ນອ່ຽນໃຈ, ບໍ່ເກີດກໍລະນີປະຊາຊົນເຕົ້າໂຮມກັນຫລາຍຄົນຢູ່ບັນດາຮ້ານສັບພະສິນຄ້າ, ຕະຫລາດເພື່ອຊຶ້ື້ເຄື່ອງຂອງໄວ້ສະສົມ. ເອື້ອຍ ຫງວຽນທິຖູ່ຍເຢືອງ, ຮອງຫົວໜ້າສູນສື່ມວນຊົນນະຄອນ ຮ້າລອງ ໃຫ້ຮູ້ວ່າ:

ມີຫລາຍລາຍການຂ່າວ ພວກຂ້າພະເຈົ້າໄດ້ປະຕິບັດຢູ່ສະຖານທີ່ແຍກຕົວ, ໂຮງໝໍ…ເຊິ່ງສົ່ງໃຫ້ຫ້ອງອັດສຽງບໍ່ທັນ ແລະ ຕ້ອງອັດສຽງດ້ວຍໂທລະສັບມືຖື. ເນື້ອໃນຕ້ອງເຜີຍແຜ່ກະທັດຮັດ ແລະ ໄດ້ຮັບການກວດແກ້ເພື່ອອອກຂ່າວ ພາຍຫລັງ 2 - 3 ນາທີ ພວກຂ້າພະເຈົ້າກໍ່ຈະສົ່ງລາຍການຂ່າວໃຫ້ຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງນະຄອນ, ເປັນຕົ້ນແມ່ນ 33 ຕາແສງທີ່ໄດ້ຮັບລາຍການຂ່າວ ແລະ ມີການຊີ້ນຳວິທີປ້ອງກັນ, ຕ້ານໂລກລະບາດໃນທັນທີ.

ຍ້ອນມີລາຍການຂ່າວກະຈາຍສຽງຂັ້ນຮາກຖານ, ກຳລັງສາທາລະນະສຸກທ້ອງຖິ່ນ ໄດ້ຫຍໍ້ເວລາ, ກຳລັງເຫື່ອແຮງໃນການກວດບັນດາກໍລະນີ F1, F2, F3 ລົງ. ທ່ານ ຟ້າມຕ໊ຽນຟຸກ, ປະທານຄະນະກຳມະການປະຊາຊົນຕາແສງ ຮ່າເຂົາ, ນະຄອນ ຮ້າລອງ ໃຫ້ຮູ້ວ່າ:

ຈາກລາຍການຂ່າວຂອງນະຄອນ ພວກຂ້າພະເຈົ້າສົ່ງຂ່າວຜ່ານລະບົບໂທລະໂຄ່ງຂອງຕາແສງໃນຕອນກາງຄືນ ແລະ ສົ່ງຂໍ້ຄວາມໃຫ້ທຸກຄົນ. ບາງເທື່ອ ຕອນກາງຄືນມີປະຊາຊົນ 100 ຄົນໄດ້ແຈ້ງຂໍ້ມູນ ແລະ ເອົາຕົວຢ່າງໄປວິໄຈຫາເຊື້ອ. ປະຊາຊົນໄດ້ແຈ້ງຂໍ້ມູນ ແລະ ສະໜອງບັນດາຂໍ້ມູນກ່ຽວກັບການເຄື່ອນໄຫວໄປມາຕາມຈຸດຕ່າງໆຂອງບັນດາກໍລະນີ F0 ໃຫ້ພວກຂ້າພະເຈົ້າ.

ໂທລະໂຄ່ງເຄື່ອນທີ່ແມ່ນການໃຫ້ຂ່າວຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ ໃນການເຜີຍແຜ່ການຊີ້ນຳຈຳເປັນທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດ, ສານ 5 ມາດຕະການປ້ອງກັນໂລກລະບາດຂອງກະຊວງສາທາລະນະສຸກ. ມີບາງສະຖານທີ່ຍັງຕິດຕັ້ງໂທລະໂຄ່ງຕື່ມອີກ ຢູ່ບັນດາເຂດຊຸມຊົນ, ສະຖານທີ່ກ້ວາງ ຫຼື ຕິດຕັ້ງໂທລະໂຄ່ງໃສ່ລົດຈັກ, ລົດໂອໂຕ ເພື່ອເຜີຍແຜ່ເຄື່ອນທີ່. ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ທິມຊາວໜຸ່ມປະຈັນບານຕາແສງ ອຽນທໍ້, ເທດສະບານເມືອງ ດົງຈ່ຽວ, ໄດ້ຂີ່ລົດຈັກຕິດໂທລະໂຄ່ງໂຄສະນາເຜີຍແຜ່ໄປທຸກຖະໜົນ, ທຸກຮ່ອມ. ອ້າຍ ຫງວຽນຮົ່ງນາມ, ເລຂາຄະນະຊາວໜຸ່ມຕາແສງ ອຽນທໍ້ ແບ່ງປັນວ່າ:

ພວກຂ້າພະເຈົ້າໄປແຕ່ເຊົ້າ ເພື່ອໃຫ້ເຂົາເຈົ້າບໍ່ເຕົ້າໂຮມກັນຫລາຍຄົນຢູ່ຕະຫລາດ. ໄປຫລາຍບ່ອນ ມີຫລາຍຄົນໃນເກນອາຍຸໄວກາງ ກໍ່ຂໍການຊ່ວຍເຫຼືອ, ແນະນຳກ່ຽວກັບການຕິດຕັ້ງໂປແກມ Bluzon. ພວກຂ້າພະເຈົ້າພ້ອມກັບທຸກຄົນ ຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ-19.

ກະຈາຍສຽງຮາກຖານເສີມຂະຫຍາຍບົດບາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 2ໂທລະໂຄ່ງເຄື່ອນທີ່ແມ່ນການໃຫ້ຂ່າວຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ

ໃນຊຸມວັນໂລກລະບາດໂຄວິດ-19 ແຜ່ລະບາດ, ຖະໜົນຫົນທາງຢູ່ແຂວງ ກ໋ວາງນິງ ຫວ່າງເປົ່າບໍ່ມີຄົນໄປມາ ຍ້ອນຫລາຍທ້ອງຖິ່ນຖືກປິດລ້ອມຊົ່ວຄາວເພື່ອຕ້ານໂລກລະບາດ. ສຽງຈາກໂທລະໂຄ່ງ, ໂທລະໂຄ່ງເຄື່ອນທີ່ຍັງດັງກ້ອງກັງວານໄປທັງເວັນ ແລະ ຄືນ ໃນທົ່ວທຸກແຫ່ງ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຕ້ານໂລກລະບາດ. ປະຊາຊົນເຂົ້າໃຈຢ່າງຈະແຈ້ງກ່ຽວກັບຜົນປະໂຫຍດຂອງໂທລະໂຄ່ງຂັ້ນຮາກຖານ, ມີຄວາມພ້ອມຮ່ວມມືກັບບັນດາອົງການເຈົ້າໜ້າທີ່ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ທ່ານ ຫວູແມ້ງຟາຍ, ປະຊາຊົນຕາແສງ ຢຽງໄດ໊, ນະຄອນ ຮ້າລອງ ເລົ່າວ່າ:

ນັບແຕ່ເມື່ອໂລກລະບາດແຜ່ລະບາດ, ນະຄອນໄດ້ໃຫ້ຂ່າວຜ່ານໂທລະໂຄ່ງ, ພວກຂ້າພະເຈົ້າກໍ່ຕົກສະເງີ້. ແຕ່ກໍ່ເຫັນວ່າ ມີຜົນປະໂຫຍດ ແລະ ມີຄວາມລື້ງເຄີຍກັບສຽງໂທລະໂຄ່ງໂຄສະນາເຜີຍແຜ່ນີ້ແລ້ວ.

ໃນສະພາບການໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນນັ້ນ, ລະບົບໂທລະໂຄ່ງຍິ່ງເສີມຂະຫຍາຍຄຸນປະໂຫຍດໃນການປ້ອງກັນ, ຕ້ານໂລກລະບາດ, ຈຳກັດການແຜ່ລະບາດຂອງໂລກລະບາດ. ວິທະຍຸກະຈາຍສຽງຂັ້ນຮາກຖານຍັງຄັດສະເໜີບັນດາລາຍການຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ອີກດ້ວຍ ສະນັ້ນ ຍິ່ງມີຄຸນປະໂຫຍດ ແລະ ໃກ້ຊິດກັບປະຊາຊົນກ່ວາອີກ, ຄືເພື່ອນຮ່ວມເດີນທາງທີ່ມີຄວາມໄວ້ເນື້ອເຊື່ອໃຈໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19./.

ຕອບກັບ

ຂ່າວ/ບົດ​ອື່ນ