ການປູກຕົ້ນຢາສະຫມູນໄພສ້າງເປັນ “ສວນນຳມາເຊິ່ງຄວາມອີ່ມໜຳສຳລານ” ຢູ່ ເຂດພູສູງ ລາຍເຈົາ

(VOVWORLD) -ແຕ່ຫລາຍໆປີມາແລ້ວ, ປະຊາຊົນຢູ່ເຂດພູສູງ ລາຍເຈົາ ເຄີຍເອົາໃບຕົ້ນຢາສະໝູນໄພທີ່ເກີດທຳມະຊາດຢູ່ໃນປ່າ ມາເບິ່ງແຍງດູແລ, ຮັກສາສຸຂະພາບ ແລະ ປິ່ນປົວພະຍາດ. ດ້ວຍທ່າໄດ້ປຽບກ່ຽວກັບອາກາດ, ທີ່ດິນ, ປະຈຸບັນ ບັນດາແນວພັນສະໝູນໄພນັ້ນ ໄດ້ ແລະ ພວມໄດ້ນຳເຂົ້າການຜະລິດ, ເປີດທິດໃຫມ່ຊ່ວຍພໍ່ແມ່ປະຊາຊົນສ້າງລາຍຮັບ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ ແລະ ລຸກບືນສ້າງຄວາມຮັ່ງມີແບບຍືນຍົງ.

ການປູກຕົ້ນຢາສະຫມູນໄພສ້າງເປັນ “ສວນນຳມາເຊິ່ງຄວາມອີ່ມໜຳສຳລານ” ຢູ່ ເຂດພູສູງ ລາຍເຈົາ - ảnh 1 ສວນຕົ້ນຢາສະໝູນໄພນຳມາເຊິ່ງຊີວິດອີ່ມໜຳສຳລານໃຫມ່ໃຫ້ແກ່ປະຊາຊົນຢູ່ເຂດພູສູງ.ພາບ: VOV

ໂດຍແມ່ນ ຊາວເຜົ່າຢ້າວ ຊື່ງແມ່ນຊົນເຜົ່າມີຢາພື້ນເມືອງອັນລ້ຳຄ່າຫລາຍຊະນິດໄດ້ຮັບການຜະລິດຈາກຕົ້ນຢາສະໝູນໄພ ແລະ ພວມເຮັດວຽກຢູ່ ສຸກສາລາ ຕາແສງ ຊີ່ເລີ໋ເລົ໋າ, ເມືອງ ຟອງໂຖ ສະນັ້ນ ເລື່ອງການຂະຫຍາຍສວນ ແລະ ປູກຕົ້ນຢາສະໝູນໄພຢູ່ອ້ອມແອ້ມເຮືອນ, ບ້ານ ແມ່ນສິ່ງທີ່ອ້າຍ ຝານຟູລຽວ ກະກຽມມາແຕ່ດົນນານແລ້ວ. ພາຍຫລັງການໄປທັດສະນະສຶກສາ, ຊອກຮູ້ຮູບແບບການປູກຕົ້ນຢາສະໝູນໄພຢ່າງມີປະສິດທິຜົນນຳພໍ່ແມ່ປະຊາຊົນຢູ່ໃນເຂດ, ປີ 2018 ອ້າຍໄດ້ຕັດສິນໃຈປູກຕົ້ນຢາສະໝູນໄພ ທົດລອງກວ່າ 4000 ຕົ້ນ, ລາຍຈ່າຍເບື້ອງຕົ້ນແມ່ນປະມານ 600 ລ້ານດົ່ງ. ປະຈຸບັນ ຮູບແບບຂອງອ້າຍໄດ້ນຳມາເຊິ່ງລາຍຮັບຫຼາຍກວ່າ 200 ລ້ານດົ່ງຕໍ່ປີ.

ຕ້ອງພະຍາຍາມລົງທຶນຮູບແບບເພື່ອຮັກສາຕົວເອງ, ອະນຸລັກຮັກສາຕົ້ນສະໝູນໄພຂອງຫວຽດນາມ. ທີສອງ ຂ້າພະເຈົ້າສາມາດແນະນຳໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມ ເພື່ອສ້າງເສດຖະກິດ, ເພີ່ມລາຍຮັບໃຫ້ຄອບຄົວ. ຕົ້ນຢາສະໝູນໄພນີ້ ຂະຫຍາຍຕົວຊ້າທີ່ສຸດ ສະນັ້ນຈຶ່ງເສຍເວລາຫຼາຍໃນການບົວລະບັດຮັກສາ ອາດຈະແມ່ນ 6-7 ປີ ຈຶ່ງໄດ້ 100 ກຼາມ”

         ທ່ານ ເຕີ໋ນລາງຊານ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ຊີ່ເລີ໋ເລົ່າ ເມືອງ ຟອງໂຖ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

“ອຳນາດການປົກຄອງ ຕາແສງ ກໍ່ໄດ້ເປີດຊຸດອົບຮົມໃຫ້ແກ່ປະຊາຊົນກວ່າ 600 ຄົນເຂົ້າຮ່ວມການປູກຕົ້ນຢາສະໝູນໄພ, ຕາແສງກໍ່ໄດ້ຊອກຫາບັນດາວິສາຫະກິດ, ສະຫະກອນ ເພື່ອຮ່ວມສຳພັນໃນການເກັບຊື້ໃຫ້ແກ່ປະຊາຊົນ. ບັນດາຮູບແບບປູກຕົ້ນຢາສະໝູນໄພປີ 2021 ທີ່ທາງຕາແສງຜັນຂະຫຍາຍນັ້ນລ້ວນແຕ່ຮັບຜົນດີກວ່າຊຸມປີກອ່ນ”

ຕາມຜົນການຄົ້ນຄ້ວາແລ້ວ, ປະຈຸບັນແຂວງ ລາຍເຈົາ ມີສະໝູນໄພເກືອບ 900 ຊະນິດ, ໃນນັ້ນຫລາຍຊະນິດມີມູນຄ່າສູງ ແລະ ເນື້ອທີ່ປູກຕົ້ນຢາສະໝຸນໄພໃນທົ່ວແຂວງແມ່ນຫຼາຍ ກວ່າ 17.800 ເຮັກຕາ. ທ່ານ ເວືອງເທເໝີນ, ປະທານ ຄະນະກຳມະການປະຊາຊົນເມືອງ ຟອງໂຖ ແຂວ ລາຍເຈົາ ໃຫ້ຮູ້ວ່າ: ທາງທ້ອງຖິ່ນ ຍາມໃດກໍສົ່ງເສີມ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນຍູ້ແຮງການປູກ, ຜະລິດຢາສະໝູນໄພ ດ້ວຍຂັ້ນຕອນການປູກຝັງແບບໃຫມ່, ນຳມາເຊິ່ງຜະລິດຕະພັນໃຫ້ຄຸນນະພາບດີທີ່ສຸດ.

ການປູກຕົ້ນຢາສະຫມູນໄພສ້າງເປັນ “ສວນນຳມາເຊິ່ງຄວາມອີ່ມໜຳສຳລານ” ຢູ່ ເຂດພູສູງ ລາຍເຈົາ - ảnh 2ມີຫລາຍຮູບແບບປູກຕົ້ນຢາສະໝູນໄພໄດ້ຮັບການແຜ່ຂະຫຍາຍຢູ່ເຂດພູສູງ. ພາບ: VOV

           ການປູກ ແລະ ຂະຫຍາຍສວນປູກຕົ້ນຢາສະໝູນໄພ ຢູ່ ບ້ານຕ່າງໆໃນເຂດພູສູງ, ທັງຮັບປະກັນການຕອບສະຫນອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງຕະຫລາດ ທັງປະກອບສ່ວນອະນຸລັກຮັກສາແນວພັນສະໝູນໄພອັນລ້ຳຄ່າໄວ້, ຈຳກັດການຂຸດຄົ້ນຫຼາຍເກີນໄປຈາກທຳມະຊາດ. ນີ້ແມ່ນຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແຫນງການ ແລະ ປະຊາຊົນແຂວງລາຍເຈົາ.

          ທ່ານ ດັ້ງວັນເຈົາ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ລາຍເຈົາ ໃຫ້ຮູ້ວ່າ: ນອກຈາກການດຶງດູດການລົງທຶນ, ຂະຫຍາຍເນື້ອທີ່ແລ້ວ ຂະແຫນງກະສິກຳ ກໍ່ໄດ້ຈັດສົ່ງພະນັກງານລົງຮາກຖານ ເພື່ອແນະນຳໃຫ້ປະຊາຊົນນຳໃຊ້ຂັ້ນຕອນເຕັກນິກໃຫມ່ໃນການຜະລິດ, ເກັບກູ້, ຮັກສາຢາສະໝູນໄພເພື່ອຍົກສູງຄຸນນະພາບເມື່ອສົ່ງໄປຂາຍ.

          “ປະຈຸບັນ ບາງເຂດພັດທະນາຕົ້ນຢາສະໝູນໄພຢູ່ເຂດພູສູງ, ພໍ່ແມ່ປະຊາຊົນກໍ່ໄດ້ສ້າງບາງຜະລິດຕະພັນເພື່ອສົ່ງໄປຂາຍໃຫ້ຕະຫລາ ແລະ ໄດ້ເອົາເຂົ້າເປັນຜະລິດຕະພັນ OCOP ໄດ້ຕີລາຄາ, ຈັດແບ່ເປັນລະດັບ 3 ດາວ. ແຂວງ ກໍ່ພວມຫນູນຊ່ວຍບົນຈິດໃຈພັດທະນາບັນດາຜະລິດຕະພັນ OCOP ແລະ ຫນູນຊ່ວຍສົ່ງເສີມການຄ້າໃຫ້ແກ່ພໍ່ແມ່ປະຊາຊົນເພື່ອຊຸກຍູ້ການຜະລິດ”

        ເພື່ອໃຫ້ສວນສະໝູນໄພກາຍເປັນສວນທີ່ນຳມາເຊິ່ງຄວາມອີ່ມໜຳສຳລານ, ຈຳເປັນຕ້ອງການການຮ່ວມແຮງຮ່ວມໃຈ, ເປັນຈິດຫນຶ່ງໃຈດຽວກັນ ຈາກອຳນາດການປົກຄອງທ້ອງຖິ່ນ, ບັນດານັກວິທະຍາສາດ, ຜູ້ປູກຕົ້ນຢາສະໝູນໄພ ແລະ ບັນດາຫົວຫນ່ວຍເກັບຊື້, ຈຳຫນ່າຍ. ຖ້າຫາກການຮ່ວມສຳພັນແຫນ້ນແຟ້ນນັ້ນ, ແນ່ນອນວ່າ ການພັດທະນາການຜະລິດຢາສະຫມູນໄພຈະໄປຖືກທິດ, ຍືນຍົງ ເພາະຄວາມຕ້ອງການເບິ່ງແຍງດູແລ, ຮັກສາສຸຂະພາບ, ຍົກສູງຄຸນນະພາບການດຳລົງຊີວິດຂອງມະນຸດແມ່ນສິ່ງທີ່ແນ່ນອນ ໂດຍສະເພາະແມ່ນການດຳລົງຊີວິດທີ່ທັນສະໄຫມໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ