ການປ້ອງກັນ, ຕ້ານເຊື້ອພະຍາດ Covid-19, ບັນດາແພດໝໍທີ່ຢູ່ແນວໜ້າ

(VOVWORLD) -ຢູ່ບັນດາທ້ອງຖິ່ນເຂດຊາຍແດນແຂວງກວາງນິງ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອປ້ອງກັນ, ຕ້ານເຊື້ອພະຍາດ Covid – 19 ເພື່ອຮັກສາສຸຂະພາບໃຫ້ແກ່ປະຊາຊົນ.

ການປ້ອງກັນ, ຕ້ານເຊື້ອພະຍາດ Covid-19, ບັນດາແພດໝໍທີ່ຢູ່ແນວໜ້າ - ảnh 1 ບັນດາກຳລັງແພດໝໍ, ພວມຮັບມືໂດຍກົງກັບບັນດາໄພອັນຕະລາຍ ແລະ ໄພຄວາມສ່ຽງສູງຈາກເຊື້ອພະຍາດ

(ພາບ: baoquangninh.com.vn)

ຕໍ່ໜ້າການຜັນແປທີ່ນັບມື້ນັບສັບສົນຂອງ ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອໄວຣັດໂຄໂຣນາສາຍພັນໃໝ່ Covid – 19 (nCoV) ນັ້ນ, ໃນຊຸມມື້ຜ່ານມາ, ມີແພດໝໍຂອງຂະແໜງສາທາລະນະສຸກນັບພັນຄົນ ພວມມານະພະຍາຍາມທັງວັນ ແລະ ຄືນຢ່າງບໍ່ຢຸດຢັ້ງເພື່ອຈຳກັດການແຜ່ລາມຂອງເຊື້ອພະຍາດ. ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນ, ບັນດາແພດໝໍຍາມໃດກໍ່ປະຕິບັດສຳເລັດໜ້າທີ່ “ຢູ່ແນວໜ້າ” ຂອງຕົນ.

        ຢູ່ບັນດາທ້ອງຖິ່ນເຂດຊາຍແດນແຂວງກວາງນິງ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອປ້ອງກັນ, ຕ້ານເຊື້ອພະຍາດ Covid – 19 ເພື່ອຮັກສາສຸຂະພາບໃຫ້ແກ່ປະຊາຊົນ. ດ້ວຍທິດນຳທີ່ວ່າ “ຖືປະຊາຊົນເປັນໃຈກາງ” ໃນຊຸມມື້ຜ່ານມາ, ບັນດາກຳລັງແພດໝໍ, ພວມຮັບມືໂດຍກົງກັບບັນດາໄພອັນຕະລາຍ ແລະ ໄພຄວາມສ່ຽງສູງຈາກເຊື້ອພະຍາດ. ໂດຍບໍ່ຄຳນຶງເຖິງຕົນເອງ, ທຸກຄົນລ້ວນແຕ່ມີຄວາມປາດຖະໜາຢາກຄວບຄຸມ, ບໍ່ປະໃຫ້ເຊື້ອພະຍາດຕິດແປດ ແຜ່ລາມອອກໄປສູ່ວົງຄະນະຍາດ.

        ໂດຍແມ່ນຜູ້ໄດ້ພົບປະໂດຍກົງກັບບັນດາຜູ້ທີ່ກັບມາຈາກເຂດເກີດເຊື້ອພະຍາດ, ທ່ານໝໍ ຫງວຽນທິເຟືອງ, ຢູ່ສູນກັກກັນພະຍາດສາກົນ ກວາງນິງ ໄດ້ແບ່ງປັນວ່າ, ເພື່ອຊີວິດຂອງປະຊາຊົນ, ເອື້ອຍບໍ່ໄດ້ຄຳນຶງເຖິງຕົນເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີ.

        “ຢູ່ແນວໜ້ານີ້, ພວກຂ້າພະເຈົ້າໄດ້ກຳນົດຕົນເອງວ່າແມ່ນບັນດາຜູ້ທຳອິດໃນການປ້ອງກັນ, ຕ້ານເຊື້ອພະຍາດ, ສະນັ້ນ ຂ້າພະເຈົ້າເອງເມື່ອກັບເມືອເຮືອນກໍ່ແຍກຕົວອອກກັບບັນດາສະມາຊິກໃນຄອບຄົວ. ຂ້າພະເຈົ້າເອງໄດ້ຍ້າຍໄປອາໄສຢູ່ເຮືອນຫຼັງອື່ນ, ດຳລົງຊີວິດຢູ່ຕ່າງຫາກເພື່ອປົກປ້ອງຄອບຄົວ, ບັນດາອ້າຍນ້ອງຮ່ວມງານຢູ່ດ່ານຊາຍແດນ, ຫຼີກລ້ຽງສະພາບຕິດແປດໃສ່ຜູ້ອື່ນ.”

        ໂດຍເປັນຜູ້ຮ່ວມງານ, ເອື້ອຍ ຫງວຽນທິແທັງເຮືອງ ກໍ່ມີຄວາມພາກພູມໃຈເມື່ອໄດ້ປະຕິບັດໜ້າທີ່ຢູ່ແນວໜ້າຕ້ານເຊື້ອພະຍາດ. ເອື້ອຍ ຫງວຽນທິແທັງເຮືອງ, ແບ່ງປັນວ່າ.

        “ພວກຂ້າພະເຈົ້າໄດ້ເຮັດວຽກນັບແຕ່ເວລາ 7 ໂມງ ຫາ 18 ໂມງ, ຂ້າພະເຈົ້າບໍ່ຮູ້ສຶກອິດເມື່ອຍ, ຍ້ອນເປົ້າໝາຍລວມທີ່ມຸ່ງໄປເຖິງນັ້ນແມ່ນເພື່ອວົງຄະນະ. ຂ້າພະເຈົ້າເອງຮູ້ສຶກມີຄວາມພາກພູມໃຈທີ່ໄດ້ໄປປະຕິບັດໜ້າທີ່ຢູ່ແນວໜ້າໃນການປ້ອງກັນ, ຕ້ານເຊື້ອພະຍາດ, ສະນັ້ນ, ອ້າຍ, ເອື້ອຍ, ນ້ອງທຸກໆຄົນລ້ວນແຕ່ໄດ້ກວດພະຍາດໃນແຕ່ລະກໍລະນີຢ່າງລະອຽດ, ເພື່ອຫຼີກລ້ຽງບໍ່ປະໃຫ້ກໍລະນີທີ່ມີບັນຫາໄປຜ່ານຊາຍແດນເຂົ້າເມືອງ, ຮັບປະກັນບັນຫາສຸຂະພາບ, ຄວາມປອດໄພໃຫ້ແກ່ທຸກໆຄົນ”.

        ສູນສາທາລະນະສຸກເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ, ຖືວ່າແມ່ນເຂດໃຈກາງຂອງເຊື້ຶ້ອພະຍາດ Covid – 19. ການນຳເຂດນີ້ກໍ່ໄດ້ຜັນຂະຫຍາຍບັນດາມາດຕະການ, ແບ່ງເຂດ, ຕ້ານເຊື້ອພະຍາດ, ສ້າງຕັ້ງເຂດແຍກຕົວອອກມາປິ່ນປົວຕ່າງຫາກໃຫ້ກໍລະນີຕິດເຊື້ອພະຍາດ Covid – 19.

        ບັນດາແພດໝໍຢູ່ທີ່ນີ້ໄດ້ສຸມໃສ່ປິ່ນປົວໃຫ້ຜູ້ທີ່ຕິດເຊື້ອພະຍາດ Covid – 19 ທັງເວັນ ແລະ ຄືນ ແລະ ຈັດຕັ້ງການຕິດຕາມສຸຂະພາບຂອງຫຼາຍຄົນທີ່ຖືກສົງໄສວ່າຕິດເຊື້ອພະຍາດ. ການເຮັດວຽກນີ້ໄດ້ຊ່ວຍເຮັດໃຫ້ຄວາມວິຕົກກັງວົນຂອງແພດໝໍຫາຍໄປ ເມື່ອເປັນຄັ້ງທຳອິດທີ່ໄດ້ສຳຜັດກັບຜູ້ຕິດເຊື້ອພະຍາດ Covid – 19.

        “ພວກຂ້າພະເຈົ້າໄດ້ປະຈຳການຕະຫຼອດ 24 ຊົ່ວໂມງ, ວຽກງານໄດ້ເພີ່ມຂຶ້ນ ຫຼາຍເມື່ອທຽບໃສ່ກັບການປ້ອງກັນ, ຕ້ານເຊື້ອພະຍາດທຳມະດາອື່ນໆ, ແຕ່ເມື່ອເພື່ອວົງຄະນະຍາດ ສະນັ້ນພວກຂ້າພະເຈົ້າຈຶ່ງມານະພະຍາຍາມປະຕິບັດໃຫ້ສຳເລັດໜ້າທີ່, ບັນລຸໝາກຜົນດີທີ່ສຸດໃນການປ້ອງກັນ, ຕ້ານເຊື້ອພະຍາດ”.

        “ພວກຂ້າພະເຈົ້າໄດ້ກຳນົດໄວ້ແລ້ວວ່າ, ເມື່ອເຮັດອາຊີບແພດໝໍແລ້ວ ກໍ່ຕ້ອງມີຄວາມເຂັ້ມແຂງຕໍ່ເຊື້ອພະຍາດຕິດແປດ, ນັບທັງພະຍາດຕິດແປດທີ່ເປັນອັນຕະລາຍ”.

        ສຳຜັດກັບຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍທີ່ສຸດ ອາດຈະແມ່ນພະຍາບານ, ເຊິ່ງໜ້າວຽກທີ່ຕ້ອງເຮັດແມ່ນສັກຢາ, ແຈກຢາຍຢາ ແຕ່ສຳລັບຄົນເຈັບທີ່ຕ້ອງແຍກຕົວອອກໃຫ້ຢູ່ພິເສດນັ້ນ ແມ່ນຕ້ອງຮຽກຮ້ອງໃຫ້ເບິ່ງແຍງດູແລເປັນພິເສດ, ເອົາໃຈໃສ່ເຖິງການກິນ, ນອນ; ພິເສດແມ່ນຕ້ອງລະມັດລະວັງເພື່ອບໍ່ໃຫ້ຕິດແປດ ກໍຄືກາຍເປັນຄົນກາງແຜ່ລາມໄວຣັດອອກສູ່ພາຍນອກ. ເອື້ອຍ ຫງວຽນທິເຮືອງ, ພະຍາບານຂະແໜງພາຍໃນ, ສູນສາທາລະນະສຸກ ບິ່ງຊວຽນ, ໃຫ້ຮູ້ວ່າ.

        “ຈິດໃຈຂອງຄົນເຈັບແມ່ນຢູ່ເໜືອກວ່າສິ່ງໃດໝົດ. ໃນທຸກມື້ນີ້ພວກຂ້າພະເຈົ້າກໍ່ຮຽງບ່າຮຽງໄຫຼ່ເພື່ອໃຫ້ຄົນເຈັບມີຄວາມເຊື່ອໝັ້ນ, ພະຍາຍາມກິນດື່ມໃຫ້ພຽງພໍເພື່ອໃຫ້ສຸຂະພາບດີຂຶ້ນ. ທຳອິດແມ່ນຕ້ອງລະດົມກຳລັງໃຈຄົນເຈັບກ່ອນ ຫຼັງຈາກນັ້ນຈຶ່ງເຮັດບັນດາຂັ້ນຕອນອື່ນໆ”.

        ໂດຍແມ່ນຫ້ອງການສາທາລະນະສຸກຂັ້ນເມືອງທຳອິດໃນທົ່ວປະເທດທີ່ປະຕິບັດການປິ່ນປົວພະຍາດໃຫ້ຜູ້ຕິດເຊື້ອພະຍາດ Covid – 19, ຄວາມມານະພະຍາຍາມຂອງບັນດາແພດໝໍຢູ່ແນວໜ້ານີ້ ພວມເປັນການພິສູດໃຫ້ເຫັນທິດທາງເດີນຢ່າງຖືກຕ້ອງຂອງຂະແໜງສາທາລະນະສຸກຫວຽດນາມ ແມ່ນ “ປິ່ນປົວຢູ່ກັບທີ່”, ຈຳກັດການສົ່ງຄົນເຈັບໄປຂັ້ນເທິງເມື່ອບໍ່ມີຄວາມຈຳເປັນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫຼຸດຜ່ອນໄພແຜ່ລາມໂລກລະບາດໄປສູ່ວົງຄະນະຍາດຢ່າງສຸດຂີດ ແລະ ກໍ່ແມ່ນການຫຼີກລ້ຽງການຕິດແປດຕໍ່ໆກັນໄປຢູ່ບັນດາໂຮງໝໍໃຫຍ່ທີ່ພວມມີຄົນເຈັບເປັນຈຳນວນຫຼວງຫຼາຍຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ