ການປະກັນກະສິກຳ - ນະໂຍບາຍໃຫຍ່ໜູນຊ່ວຍຊາວກະສິກອນ, ຊົນນະບົດ

(VOVWORLD) - ແຕ່ລະປີ, ໄພທຳມະຊາດ, ໂລກລະບາດ ໄດ້ກໍ່ຄວາມເສຍຫາຍຕໍ່ກະສິກຳ ແລະ ຊາວກະສິກອນ ຫວຽດນາມ ປະມານ 1,5% GDP. ຍ້ອນເຫດນັ້ນ, ຮູບແບບປະກັນກະສິກຳນັບມື້ນັບໄດ້ຮັບຄວາມສົນໃຈຈາກບັນດານັກຄຸ້ມຄອງກະສິກຳ ແລະ ຊາວກະສິກອນ. ບົດຂຽນ “ການປະກັນກະສິກຳ - ນະໂຍບາຍໃຫຍ່ໜູນຊ່ວຍຊາວກະສິກອນ, ຊົນນະບົດ” ຂອງແມ້ງເຟືອງ ແລະ ຫວິງຟອງ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.
ການປະກັນກະສິກຳ - ນະໂຍບາຍໃຫຍ່ໜູນຊ່ວຍຊາວກະສິກອນ, ຊົນນະບົດ - ảnh 1 ພາບປະກອບ


       
ສະພາບໄພທຳມະຊາດ, ພາຍຸ, ນ້ຳຖ້ວມ ຫວ່າງແລ້ວນີ້ຢູ່ ຫວຽດນາມ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫຍ່ຫຼວງຕໍ່ກະສິກຳ ແລະ ຊາວກະສິກອນຢູ່ຫຼາຍແຂວງ, ນະຄອນ. ພາຍຫຼັງເກີດພາຍຸນ້ຳຖ້ວມແຕ່ລະຄັ້ງ, ຖ້າມີແຫຼ່ງເງິນຈາກການປະກັນກະສິກຳ, ຊາວກະສິກອນກໍ່ຈະຫລຸດຜ່ອນຄວາມເສຍຫາຍໄດ້ສ່ວນໃດສ່ວນໜຶ່ງ ແລະ ມີແຫຼ່ງທຶນເພື່ອລົງທຶນຄືນໃໝ່. ທ່ານນາງ ເຈີ່ນແທງຢຽບ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນຂາອອກ - ຂາເຂົ້າ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນວິສາຫະກິດຜະລິດບັນດາຜະລິດຕະພັນກະສິກຳມີຄຸນນະພາບສູງຢູ່ນະຄອນ ຫາຍຟ່ອງ, ຖືວ່າ: ພາຍຫຼັງເກີດພາຍຸ ຫຼື ໄພນ້ຳຖ້ວມຄັ້ງຕ່າງນັ້ນ, ຄວາມເສຍຫາຍຂອງບໍລິສັດ ກໍ່ຄືຂອງບັນດາຄອບຄົວລ້ຽງປູກບັນດາຜະລິດຕະພັນກະສິກຳມີຄຸນນະພາບສູງແມ່ນໃຫຍ່ຫຼວງທີ່ສຸດ, ມີບາງເທື່ອໝົດກ້ຽງເລີຍ:

        “ການລົງທຶນໃຫ້ບັນດາຮູບແບບການປູກຜັກປອດສານພິດ, ມີມາດຖານການສົ່ງອອກໄປຍັງເອີລົບ ຂອງບໍລິສັດ ພ້ອມກັບບັນດາຄອບຄົວເຂົ້າຮ່ວມແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ລະເຂດລ້ຽງປູກມີມູນຄ່າຂຶ້ນເຖິງ 1 ຕື້ດົ່ງ. ຖ້າບໍ່ເຂົ້າຮ່ວມການປະກັນກະສິກຳນັ້ນ ຄວາມເສຍຫາຍກໍ່ຍາກທີ່ຈະສາມາດທົດແທນໄດ້ ແລະ ມີທຶນເພື່ອສ້າງຕັ້ງຄືນໃໝ່… ຍ້ອນເຫດນັ້ນ, ນັບແຕ່ມື້, ພວກຂ້າພະເຈົ້າໄດ້ສຳຫຼວດ ແລະ ເຂົ້າຮ່ວມການປະກັນໄພນີ້. ໄປຄຽງຄູ່ກັນນັ້ນແມ່ນ ຮຽກຮ້ອງ, ໜູນຊ່ວຍໃຫ້ບັນດາຄອບຄົວ ມີທຶນຮອນບໍ່ພຽງພໍ ເພື່ອພ້ອມກັນຊື້ປະກັນໄພ.”

        ຜ່ານເວລາ 3 ປີແຫ່ງການ ດຳເນີນການທົດລອງ, ແຕ່ປີ 2013 – 2016, ຮູບແບບການປະກັນກະສິກຳໄດ້ດຶງດູດການເຂົ້າຮ່ວມຂອງກ່ວາ 300.000 ຄອບຄົວ, ຍອດມູນຄ່າໄດ້ຮັບການປະກັນໄພແມ່ນກ່ວາ 7.700 ຕື້ດົ່ງ. ຍອດຈຳນວນເງິນປະກັນທັງໝົດແມ່ນເກືອບ 400 ຕື້ດົ່ງ ແຕ່ຍອດຈຳນວນເງິນຊົດເຊີຍໃນການປະກັນແມ່ນຂຶ້ນເຖິງກ່ວາ 700 ຕື້ດົ່ງ. ຈາກໝາກຜົນການທົດລອງໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນນະໂຍບາຍໃຫຍ່ທີ່ຈຳເປັນເພື່ອໜູນຊ່ວຍດ້ານການເງິນ, ຮັບປະກັນການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ, ປະກອບສ່ວນປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມເປັນຢ່າງດີ, ກະສິກຳພັດທະນາແບບຍືນຍົງ. ທ່ານ ຫງວຽນກວາງຮ່ວຽນ, ຮອງຫົວໜ້າກົມຄຸ້ມຄອງ ຕິດຕາມກວດກາການປະກັນໄພ, ກະຊວງການເງິນ ໃຫ້ຮູ້ວ່າ: ໃນເງື່ອນໄຂການຜັນແປຂອງໄພທຳມະຊາດທີ່ຜິດປົກກະຕິ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການຜະລິດກະສິກຳ, ການສືບຕໍ່ຜັນຂະຫຍາຍການປະກັນກະສິກຳແມ່ນຈຳເປັນທີ່ສຸດ:

        “ກະຊວງການເງິນພວມສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຮັບເອົາຄຳເຫັນຈາກບັນດາທ້ອງຖິ່ນ, ແລ້ວຮວບຮ່ວມບົດລາຍງານຕໍ່ນາຍົກລັດຖະມົນຕີ. ເຖິງວ່າ ຄວາມສ່ຽງຍັງໃຫຍ່ຫຼວງຢູ່, ແຕ່ຈຳເປັນຕ້ອງຜັນຂະຫຍາຍ ແລະ ຕ້ອງມີກົນໄກເໝາະສົມ, ຮັບປະກັນບັນດາຜົນປະໂຫຍດໃຫ້ມີຄວາມກົມກຽວ. ໄລຍະຈະມາເຖິງ, ຈະຜັນຂະຫຍາຍຕາມທິດບົນພື້ນຖານຄວາມສະໝັກໃຈ, ມີການໜູນຊ່ວຍແຫຼ່ງລາຍຈ່າຍຈາກງົບປະມານຂອງທ້ອງຖິ່ນ ຕາມຫຼັກການຄວາມດຸ່ນດ່ຽງແຫຼ່ງຮັບປະກັນ ແລະ ສຸມໃສ່ໜູນຊ່ວຍບັນດາຄອບຄົວທຸກຍາກ ແລະ ໃກ້ຈະທຸກຍາກ”

ການປະກັນກະສິກຳ - ນະໂຍບາຍໃຫຍ່ໜູນຊ່ວຍຊາວກະສິກອນ, ຊົນນະບົດ - ảnh 2 ພາບປະກອບ

        ຍ້ອນການຜະລິດກະສິກຳຢູ່ ຫວຽດນາມ ຍັງກະແຈກກະຈາຍຢູ່, ດັ່ງນັ້ນ, ຫຼາຍຄອບຄົວຊາວກະສິກອນ ຍັງບໍ່ທັນສົນໃຈເຖິງການປະກັນກະສິກຳເທື່ອ. ໄປຄຽງຄູ່ກັນນັ້ນ, ນະໂຍບາຍການປະກັນຫຼາຍສະບັບຍັງບໍ່ທັນໄດ້ຮັບການໂຄສະນາ, ຜັນຂະຫຍາຍເຖິງຊາວກະສິກກອນ. ຕາມທ່ານ ຮ່ວາງຊວນດ່ຽວ, ອະດິດຫົວໜ້າພະແນກປະກັນກະສິກຳ, ບໍລິສັດປະກັນໄພ ບ໋າວຫວຽດແລ້ວ, ການປະກັນກະສິກຳ ພວມໄດ້ຮັບການພັດທະນາຢ່າງແຮງຢູ່ບັນດາໂຄງການກະສິກຳມີຂອບຂະໜາດໃຫຍ່ຄື: ລ້ຽງງົວພັນນົມ, ປູກຢາງພາລາ. ດ້ວຍບັນດາໂຄງການລ້ຽງປູກສິນໃນນ້ຳ, ບັນດາບໍລິສັດປະກັນໄພໄດ້ເລີ່ມດຳເນີນການໂຄສະນາ, ແນະນຳເຖິງບັນດາວິສາຫະກິດ, ຄອບຄົວ:

        “ລະບົບສິນເຊື່ອຄວນມີກົນໄກນະໂຍບາຍເມື່ອກູ້ຢຶມທຶນ ມີເງື່ອນໄຂປະກັນໄພຕື່ມອີກ, ມີນະໂຍບາຍໃຫ້ຜູ້ກູ້ຢຶມໄດ້ຮັບການໜູນຊ່ວຍດ້ານລາຍຈ່າຍ, ຫລຸດຜ່ອນຄ່າດອກເບ້ຍ. ພວກຂ້າພະເຈົ້າປາຖະໜາຢາກມີການປະກອບກຳລັງເຫື່ອແຮງຂອງລັດ, ລັດຖະບານທີ່ສຸດ ເພື່ອມີນະໂຍບາຍລະອຽດ, ຈາກນັ້ນ ເພື່ອໃຫ້ບັນດາກະຊວງ, ຂະແໜງການມີເງື່ອນໄຂຜັນຂະຫຍາຍ.”

        ປະຈຸບັນ, ພວມສ້າງຮ່າງດຳລັດກ່ຽວກັບການປະກັນກະສິກຳ. ຕາມນັ້ນແລ້ວ, ຄາດວ່າ, ລັດຈະໜູນຊ່ວຍ 20% ຄ່າປະກັຍກະສິກຳໃຫ້ແກ່ປະຊາຊົນ, 90% ໃຫ້ຄອບຄົວທຸກຍາກ. ຄາດວ່າ, ດຳລັດຈະໄດ້ຮັບການປະຕິບັດນັບແຕ່ປີ 2018. ເພື່ອປະກັນກະສິກຳພັດທະນາກ່ວາອີກ, ລັດຖະບານ ຫວຽດນາມ ຈະສ້າງກົນໄກນະໂຍບາຍພິເສດສະເພາະໜູນຊ່ວຍຊາວກະສິກອນ, ໜູນຊ່ວຍວິສາຫະກິດປະກັນໄພ, ໜູນຊ່ວຍບັນດາອົງການສິນເຊ່ື່ອ, ສ້າງເງື່ອນໄຂເພື່ອນຳການປະກັນກະສິກຳເຖິງຊາວກະສິກອນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ