ການອະນຸລັກຮັກສາວັດທະນະທຳບັນດາເຜົ່າສ່ວນໜ້ອຍ ຜ່ານການນຳພາສາຊົນເຜົ່າເຂົ້າໃນຫຼັກສູດການສອນ

(VOVWORLD) -ພາສາເຜົ່າໄຕປັດຈຸບັນໄດ້ກາຍເປັນໜຶ່ງໃນບັນດາວິຊາທີ່ຕ້ອງຮຽນແບບບັງຄັບ ສະຫງວນໃຫ້ແກ່ນັກສຶກສາບັນດາຂະແໜງສັງຄົມຢູ່ມະຫາວິທະຍາໄລວິທະຍາສາດ-ມະຫາວິທະຍາໄລທ໋າຍງວຽນ.
             ການອະນຸລັກຮັກສາວັດທະນະທຳບັນດາເຜົ່າສ່ວນໜ້ອຍ ຜ່ານການນຳພາສາຊົນເຜົ່າເຂົ້າໃນຫຼັກສູດການສອນ - ảnh 1 ພວກນັກຮຽນຊາວເຜົ່າໄຕ

ຢູ່ຫວຽດນາມພາສາເຜົ່າໄຕແມ່ນພາສາຂອງຊາວເຜົ່າໄຕເກືອບ 2.000.000 ຄົນ, ນອກຈາກນັ້ນຍັງແມ່ນພາສາທາງດ້ານມະນຸດສຳພັນຮ່ວມຂອງຫຼາຍເຜົ່າອ້າຍນ້ອງທີ່ດຳລົງຊີວິດຢູ່ຮ່ວມກັນໃນບໍລິເວນເຂດຫວຽດບັກ ແລະ ໄຕບັກ. ພາສາຂອງຊົນເຜົ່ານີ້ຖືກນຳໃຊ້ໃນຫຼາຍຂົງເຂດຄື ການເມືອງ, ການທະຫານ, ເສດຖະກິດ, ວັດທະນະທຳ...ແຕ່ໃນສັງຄົມທຸກວັນນີ້ພາສາເຜົ່າໄຕກໍ່ໄດ້ຖືກສູນຫາຍໄປ, ມີຊາວເຜົ່າໄຕເປັນຈຳນວນບໍ່ໜ້ອຍປະສົບກັບຄວາມຫຍຸ້ງຍາກເມື່ອນຳໃຊ້ພາສາແມ່ຂອງຕົນ. ດ້ວຍຈຸດປະສົງເພື່ອອະນຸລັກຮັກສາວັດທະນະທຳຊົນເຜົ່າ, ບາງໂຮງຮຽນມະຫາວິທະຍາໄລໄດ້ນຳພາສາເຜົ່າໄຕເຂົ້າໃນຫຼັກສູດການສອນ. ມະຫາວິທະຍາໄລວິທະຍາສາດ-ມະຫາວິທະຍາໄລທ໋າຍງວຽນ ແມ່ນໜຶ່ງໃນບັນດາໂຮງຮຽນເຊັ່ນນັ້ນ.  ເມື່ອແບ່ງປັນການນຳເອົາວິຊາພາສາເຜົ່າໄຕເຂົ້າໃນຫຼັກສູດການສອນ, ທ່ານນາງປະລິນຍາໂທ ດ່າມທິເຕິມ ນັກວິຊາການຂະແໜງວັດທະນະທຳບັນດາເຜົ່າສ່ວນໜ້ອຍສັງກັດສູນຄົ້ນຄວ້າບຳລຸງສ້າງພາສາສາດ ແລະ ວັດທະນະທຳບັນດາເຜົ່າຢູ່ເຂດພູດອຍທາງທິດເໜືອສັງກັດມະຫາວິທະຍາໄລດັ່ງກ່າວໃຫ້ຮູ້ວ່າ: 

     “ມະຫາວິທະຍາໄລວິທະຍາສາດແມ່ນມະຫາວິທະຍາໄລພຽງແຫ່ງດຽວຂອງມະຫາວິທະຍາໄລທ໋າຍງວຽນ ໄດ້ນຳວິຊາພາສາເຜົ່າໄຕເຂົ້າໃນຫຼັກສູດການສອນທີ່ສະຫງວນໃຫ້ແກ່ນັກສຶກສາ. ການນຳພາສາເຜົ່າໄຕເຂົ້າໃນຫຼັກສູດການສອນໃຫ້ແກ່ນັກສຶກສາຢູ່ໂຮງຮຽນກໍ່ແມ່ນສິ່ງທີ່ຈຳເປັນ. ທີໜຶ່ງ ແມ່ນສ້າງເງື່ອນໄຂເພື່ອໃຫ້ພວກນ້ອງມີລະດັບຄວາມຮູ້ພື້ນຖານ, ພາຍຫຼັງມາ, ພວກນ້ອງກໍ່ໄດ້ລົງໄປຝຶກຫັດຕົວຈິງຢູ່ບັນດາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ມີຊາວເຜົ່າໄຕ, ຊາວເຜົ່ານຸງດຳລົງຊີວິດ. ແລະ ອີກວຽກງານສຳຄັນອັນໜຶ່ງ ແມ່ນພາຍຫຼັງຮຽນຈົບຈາກໂຮງຮຽນ, ພວກນ້ອງອາດຈະໄປເຮັດວຽກຢູ່ບັນດາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ”.

     ບັນດາເພື່ອນນັກສຶກສາທີ່ໄດ້ຮຽນວິຊາພາສາເຜົ່າໄຕໃນ 45 ຊົ່ວໂມງໃນໄລຍະຮ່ຳຮຽນພວກນ້ອງກໍ່ໄດ້ຮຽນກ່ຽວກັບວິທີຂຽນ, ທັກສະການເວົ້າ ແລະ ການຖ່າຍທອດກ່ຽວກັບບັນດາຮິດຄອງປະເພນີຂອງຊາວເຜົ່າໄຕ. ທ່ານນາງປະລິນຍາໂທ ດ່າມທິເຕິມໃຫ້ຮູ້ຕື່ມອີກວ່າ: 

     “ເມື່ອຮຽບຮຽງປື້ມອ່ານ, ພວກຂ້າພະເຈົ້າກໍ່ໄດ້ຮຽບຮຽງຕາມໂຄງປະກອບທີ່ເໝາະສົມ. ສຳລັບແຕ່ລະບົດຮຽນກໍ່ຕິດພັນກັບຮີດຄອງປະເພນີຂອງພໍ່ແມ່ພີ່ນ້ອງເຜົ່າໄຕ. ເມື່ອສອນກ່ຽວກັບພາສາ, ພວກຂ້າພະເຈົ້າຈະແນະນຳທາງດ້ານວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າໄຕຕື່ມອີກ”.

     ບໍ່ພຽງແຕ່ແມ່ນວິຊາຮຽນທີ່ດີທີ່ມ່ວນ, ຮຽນພາສາເຜົ່າໄຕໃນປັດຈຸບັນຍັງກາຍເປັນຂົວເຊື່ອມຕໍ່ຜູກຮັດທາງດ້ານວັດທະນະທຳລະຫວ່າງບັນດາເພື່ອນນັກສຶກສານຳກັນ, ບໍ່ຈຳແນກທາງດ້ານຊົນຊາດຊົນເຜົ່າ.   ນັກສຶກສາ ຮວ່າງທິຖຸ໋ຍ ຊາວເຜົ່າກິງໃຫ້ຮູ້ວ່າ: 

         “ນ້ອງໄດ້ຮຽນພາສາໄຕ, ພາສານຸ່ງ, ນ້ອງຮູ້ສຶກວ່າເປັນໜ້າປະຫຼາດໃຈຍ້ອນວ່າແມ່ນພາສາຊົນເຜົ່າທີ່ຍັງບໍ່ເຄີຍໄດ້ຮູ້ຈັກເຖິງ, ເມື່ອເລີ່ມຮຽນ, ນ້ອງ ເຫັນວ່າມີຄວາມຫຍຸ້ງຍາກຫຼາຍຢ່າງຄືການຜັນສຽງຫຼືວ່າການຊອກຮູ້ກ່ຽວກັບ ຄວາມໝາຍຂອງສັບກໍ່ເປັນການຍາກ. ແຕ່ດ້ວຍຄວາມຊ່ວຍເຫຼືອຂອງຄູອາຈານ,  ປັດຈຸບັນ, ນ້ອງຮູ້ສຶກວ່າຮຽນວິຊານີ້ແມ່ນງ່າຍດາຍທີ່ສຸດ.”

      ດ້ວຍພາລະກຳສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບມະຫາວິທະ ຍາໄລ ແລະ ເໜືອມະຫາວິທະຍາໄລຂອງເຂດພູດອຍທາງທິດເໜືອຫວຽດນາມ, ການສອນ ແລະ ຮຽນພາສາເຜົ່າໄຕຂອງໂຮງຮຽນ ມະຫາວິທະຍາໄລວິທະຍາສາດ - ມະຫາວິທະຍາໄລທ໋າຍງວຽນແມ່ນວຽກງານທີ່ຈຳເປັນເພື່ອຖ່າຍທອດຄວາມຮູ້ດ້ານພາສາໃຫ້ແກ່ບັນດາພະນັກງານໃນອານາຄົດຢູ່ເຂດພູດອຍ ທາງທິດເໜືອຊຶ່ງແມ່ນແຫ່ງເຕົ້າໂຮມພົນລະເມືອງຊາວເຜົ່າໄຕຢ່າງຫຼວງຫຼາຍທີ່ສຸດໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ