ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ໃນຊົນເຜົ່າເມື່ອງຢູ່ແຂວງຝູເທາະ

(VOVWORLD) -ໃນໃຈຂອງຊາວຫວຽດນາມແຕ່ລະຄົນນັບແຕ່ກ່ອນມາຮອດປະຈຸບັນ, ຍາມໃດ ເຈົ້າຊີວິດຮຸ່ງກໍ່ແມ່ນບັນພະບຸລຸດທີ່ມີຄຸນງາມຄວາມດີໃນການກໍ່ຕັ້ງປະເທດວັນລາງ, ເຊິ່ງແມ່ນລັດທຳອິດຂອງຊາດຫວຽດນາມ.

ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ໃນຊົນເຜົ່າເມື່ອງຢູ່ແຂວງຝູເທາະ - ảnh 1ການເຫຼື້ອມໄສບູຊາເຈົ້າຊີວິດ ຮຸ່ງເວືອງມີທີ່ຕັ້ງສຳຄັນທີ່ສຸດໃນຊີວິດແຫ່ງຈິດວິນຍານ ແລະ ອາລົມຈິດຂອງຊາວຫວຽດນາມ

(ພາບປະກອບ: tuoitre.vn)

ຍ້ອນເຫດນັ້ນ, ການເຫຼື້ອມໄສບູຊາເຈົ້າຊີວິດ ຮຸ່ງເວືອງມີທີ່ຕັ້ງສຳຄັນທີ່ສຸດໃນຊີວິດແຫ່ງຈິດວິນຍານແລະອາລົມຈິດຂອງຊາວຫວຽດນາມ, ໃນນັ້ນມີຊາວເຜົ່າເມື່ອງຢູ່ແຂວງຝູເທາະ.

        ການເຫຼື້ອມໄສບູຊາເຈົ້າຊີວິດ ຮຸ່ງເລີ່ມມີມາແຕ່ສະໄໝບັນດາເຈົ້າຊີວິດຮຸ່ງດ້ວຍຄວາມໄວ້ເນື້ອເຊື່ອໃຈທີ່ວ່າທັງຊາດມີເຊື້ອສາຍອັນດຽວກັນເປັນ “ລູກມັງກອນຫຼານເທວະດາ”; ພ້ອມທັງສະແດງໃຫ້ເຫັນລັກສິນທຳ “ກິນເຂົ້າຄິດຮອດຄຸນນາ,ກິນປາຄິດຮອດຄຸນນ້ຳ”, ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດແລະຄວາມຜູກພັນໃນວົງຄະນະຍາດ. ການເຫຼື້ອມໄສບູຊາເຈົ້າຊີວິດ ຮຸ່ງມີຫຼາຍຮູບຫຼາຍແບບ, ພົ້ນເດັ່ນແມ່ນເລື່ອງເຈົ້າຊີວິດຮຸ່ງໄດ້ບູຊາຮ່ວມກັບບັນດາລາຊະທິດາຄື: ຕຽນຢຸງ, ງອັກຮວາ; ຮຸ່ງເຮົ່າ, ຮຸ່ງເຕື້ອງ; ພະອໍລະຫັນຕ໋ານວຽນເຊີນ, ຮາຍບ່າຈຶງ… ຢູ່ຕາມກຸ່ມປູຊະນີຍະສະຖານຢູ່ແຂວງຝູເທາະ

        ສຳລັບພໍ່ແມ່ພີ່ນ້ອງຊົນເຜົ່າເມື່ອງຢູ່ແຂວງຝູເທາະແລ້ວ, ການເຫຼື້ອມໄສບູຊາເຈົ້າຊີວິດ ຮຸ່ງເວືອງຍາມໃດກໍ່ມີຄຸນຄ່າອັນໃຫຍ່ຫຼວງທາງດ້ານຈິດໃຈ, ຈິດວິນຍານ. ທ່ານຫງວຽນວັນມິງ, ຢູ່ເມືອງແທັງເຊີນ, ແຂວງຝູເທາະໍ້, ແບ່ງປັນວ່າ.

        “ແຕ່ລະປີ, ພວກຂ້າພະເຈົ້າໄດ້ຮັກສາມູນເຊື້ອໄຫວ້ບູຊາດັ່ງກ່າວໄວ້. ໃນຊີວິດແຫ່ງຈິດວິນຍານຂອງຕົນປະຊາຊົນມີຄວາມພາກພູມໃຈແລະມີຄວາມເຄົາລົບຕໍ່ການເຫຼື້ອມໄສນີ້ທີ່ສຸດ”.

        ໃນຊຸມປີຜ່ານມາ, ຍາມໃດປະຊາຊົນກໍ່ບໍລິຈາກເງິນເພື່ອບູລະນະປະຕິສັງຂອນສາລາ ຈູງ, ຕາແສງຢ໊າບລາຍ. ຢູ່ແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນສະແດງຄວາມເຄົາລົບ, ສະແດງຄວາມຮູ້ບຸນຄຸນຕໍ່ພະອໍລະຫັນຕ໋ານວຽນເຊີນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ເຄື່ອນໄຫວຊີວິດແຫ່ງຈິດວິນຍານຂອງປະຊາຊົນຢູ່ໃນຕາແສງອີກດ້ວຍ. ທ່ານຫງວຽນງອັກຕ໊ຽບ, ຄະນະຄຸມຄອງເຂດປູຊະນີຍະສະຖານສາລາ ຈູງ, ຕາແສງ ຢ໊າບລາຍ, ເມືອງ ແທັງເຊີນ, ແຂວງ ຝູເທາະ, ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າແມ່ນຜູ້ເບິ່ງແຍງຮັກສາເຂດປູຊະນີຍະສະຖານປະຫວັດສາດຂອງທ້ອງຖິ່ນ. ພວກຂ້າພະເຈົ້າມີໜ້າທີ່ຮັບຜິດຊອບວຽກງານອະນຸລັກຮັກສາເຂດປູຊະນີຍະສະຖານ, ທິວທັດທຳມະຊາດໃຫ້ສະອາດວຍງາມ... ເພື່ອໃຫ້ນັກທ່ອງທ່ຽວທີ່ມາຈາກທຸກສາລະທິດມາຊົມ ແລະ ໄຫວ້ບູຊາບັນພະບຸລຸດ”.

        ສາລາ ຈູງ ບໍ່ໄດ້ຮັກສາວັດຖຸເກົ່າແກ່ຫຼາຍຢ່າງອີກແລ້ວ ແຕ່ບັນດາຮ່ອງຮອຍທີ່ຍັງເຫຼືອນັ້ນ ໄດ້ເປັນການສະແດງໃຫ້ເຫັນຄວາມເຄົາລົບ ແລະ ສະຕິໃນການອະນຸລັກຮັກສາມໍລະດົກຂອງອຳນາດການປົກຄອງ ກໍຄືປະຊາຊົນໃນຕາແສງ. ຈາກການຈັດງານບຸນບ້ານ, ບັນດາລາຍການສະແດງພື້ນເມືອງຢູ່ທີ່ນີ້ ໄດ້ຊ່ວຍໃຫ້ຊີວິດທາງດ້ານຈິດໃຈຂອງວົງຄະນະຍາດຊົນເຜົ່າເມືອງ ໄດ້ຮັບການຍົກສູງຂຶ້ນ, ຮັກສາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອໄວ້ ແລະ ລົບລ້າງບັນດາຮີດຄອງປະເພນີທີ່ຫຼ້າຫຼັງ. ທ່ານ ຮ່າວັນລີ໊, ຢູ່ຕາແສງ ຢ໊າບລາຍ, ເມືອງແທັງເຊີນ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າໄດ້ກຳເນີດຢູ່ເຂດດິນແດນແຫ່ງນີ້, ນັບແຕ່ຄາວຍັງນ້ອຍກໍ່ໄດ້ເຫັນສາລາແລ້ວ ແລະ ພໍ່ແມ່ປະຊາຊົນມີຄວາມພາກພູມໃຈທີ່ສຸດ. ຜ່ານໄລຍະສົງຄາມຄັ້ງຕ່າງໆ, ໃນຊຸມປີຜ່ານມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດບັນດາຈຸດວັດທະນະທຳໃນເມື່ອກ່ອນໄດ້ຮັບການຟື້ນຟູຄືນໃຫມ່ ພໍ່ແມ່ປະຊາຊົນຢູ່ຕາແສງ ຢ໊າບລາຍ ມີຄວາມພາກພູມໃຈ ແລະ ພວກຂ້າພະເຈົ້າທີ່ເປັນຜູ້ຄຸ້ມຄອງກໍ່ມີຄວາມພາກພູມໃຈຄືກັນ”.

        ປະຈຸບັນ, ເມືອງ ແທັງເຊີນ, ແຂວງ ຝູເທາະ ມີປູຊະນີຍະສະຖານ 11 ແຫ່ງທີ່ໄດ້ຈັດອັນດັບ. ສ່ວນຫຼາຍບັນດາເຂດປູຊະນີຍະສະຖານດັ່ງກ່າວລ້ວນແຕ່ມີຄວາມຜູກພັນກັບບັນດາຜູ້ຄົນໃນສະໄໝເຈົ້າຊີວິດຮຸ່ງ, ໃນນັ້ນພົ້ນເດັ່ນແມ່ນພະອໍລະຫັນ ຕ໋ານວຽນເຊີນ. ທ່ານ ຫງວຽນແອັງຕ໊ວນ, ນັກຊ່ຽວຊານຄົ້ນຄວ້າວັດທະນະທຳ, ອະດີດຫົວໜ້າຫໍພິພິຕະພັນ ຮຸ່ງເວືອງ, ແຂວງຝູເທາະ, ໃຫ້ຮູ້ວ່າ.

        “ບັນດາຊົນເຜົ່າຢູ່ຫວຽດນາມລ້ວນແຕ່ມີເຊື້ອສາຍລາກຮົ່ງ, ສະນັ້ນຄຸນຄ່າຂອງການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງໄດ້ສະແດງອອກໃນຕົວຈິງຜ່ານວຽກງານບູຊາເຈົ້າຊີວິດ ຮຸ່ງເວືອງແລະຄຸນຄ່າການນຳໃຊ້ໃນຊີວິດຂອງປະຊາຊົນບັນດາເຜົ່າແມ່ນຄືກັນ. ປະຈຸບັນ, ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງຂອງຊົນເຜົ່າເມື່ອງໄດ້ສ້າງຂີດໝາຍທີ່ເປັນເອກະລັກສະເພາະ. ເຈົາເຂົ້າກໍ່ໄດ້ໄຫວບູຊາບັນພະບຸລຸດ, ບັນດາເທວະດາທຳມະຊາດ, ເທວະດາພູ, ເທວະດາແມ່ນ້ຳ… ແລະຮັກສາໄດ້ວັດທະນະທຳຂອງຊາວຫວຽດນາມເດີມ, ນັ້ນແມ່ນບູຊາບັນດາຜູ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ, ພິເສດແມ່ນເຈົ້າຊີວິດຮຸ່ງ”.

        ຢູ່ແຂວງຝູເທາະ, ມີ 326 ເຂດບູຊາເຈົ້າຊີວິດຮຸ່ງ, ແມ່, ເມຍ, ລູກ, ບັນດາທະຫານທີ່ກ່ຽວຂ້ອງເຖິງເຈົ້າຊີວິດຮຸ່ງ… ເຊິ່ງປະຊາຊົນບັນດາເຜົ່າຢູ່ໃນບໍລິເວນເຂດບູຊາ, ໄດ້ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ. ພ້ອມກັບການເຂົ້າຮ່ວມຂອງປະຊາຊົນໃນການອະນຸລັກຮັກສາ, ປະດິດຄິດສ້າງແລະ ສືບທອດມໍລະດົກ, ໂຄງການແຫ່ງຊາດກ່ຽວກັບ “ການອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບໍ່ມີຮູບຮ່າງໃນການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ” ໄດ້ຊ່ວຍຍົກສູງກຳລັງການຄຸ້ມຄອງຂອງອຳນາດການປົກຄອງທຸກຂັ້ນໃນວຽກງານອະນຸລັກຮັກສາມໍລະດົກເພື່ອໃຫ້ວຽກງານອະນຸລັກຮັກສາມໍລະດົກໄຫວ້ບູຊາເຈົ້າຊີວິດ ຮຸ່ງໃຫ້ກາຍເປັນແບບຢ່າງໃນວຽກງານຄຸ້ມຄອງ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳທີ່ເປັນມູນເຊື້ອຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ