ຂະແໜງທ່ອງທ່ຽວມານະພະຍາຍາມດຶງດູດແຂກທ່ອງທ່ຽວສາກົນ

(VOVWORLD) -ຮອດເວລາຍັງບໍ່ໝົດເດືອນກັນຍາ, ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມໄດ້ບັນລຸກວ່າ 9,5 ລ້ານເທື່ອຄົນ. ນີ້ແມ່ນຕົວເລກທີ່ໜ້າປະທັບໃຈ ສະແດງໃຫ້ເຫັນຫວຽດນາມແມ່ນສະຖານທີ່ນັບມື້ນັບດຶງດູດແຂກທ່ອງທ່ຽວສາກົນມາທ່ອງທ່ຽວ

ການຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 10 ລ້ານຄົນແມ່ນຄາດໝາຍຂອງຂະແໜງທ່ອງທ່ຽວຫວຽດນາມໃນປີ 2017. ແຕ່ຮອດເວລາຍັງບໍ່ໝົດເດືອນກັນຍາ, ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມໄດ້ບັນລຸກວ່າ 9,5 ລ້ານເທື່ອຄົນ. ນີ້ແມ່ນຕົວເລກທີ່ໜ້າປະທັບໃຈ ສະແດງໃຫ້ເຫັນຫວຽດນາມແມ່ນສະຖານທີ່ນັບມື້ນັບດຶງດູດແຂກທ່ອງທ່ຽວສາກົນມາທ່ອງທ່ຽວ .

ຂະແໜງທ່ອງທ່ຽວມານະພະຍາຍາມດຶງດູດແຂກທ່ອງທ່ຽວສາກົນ  - ảnh 1 9ເດືອນຕົ້ນປີ 2017ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມໄດ້ບັນລຸກວ່າ 9,5 ລ້ານເທື່ອຄົນ 

     ນັບແຕ່ຫຼາຍປີມານີ້, ທ່ອງທ່ຽວແມ່ນຂະແໜງເສດຖະກິດຕົ້ນຕໍ່, ປະກອບສ່ວນສຳຄັນເຂົ້າໃນພື້ນຖານເສດຖະກິດຂອງປະເທດຊາດ. ລັດຖະບານຫວຽດນາມໄດ້ກຳນົດນຳຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍທີ່ສຳຄັນເພື່ອສ້າງເງື່ອນໄຂໃຫ້ແກ່ຳຂະແໜງທ່ອງທ່ຽວພັດທະນາ. ການເຄື່ອນໄຫວຂອງຂະແໜງທ່ອງທ່ຽວໃນໄລຍະທີ່ຜ່ານມາ, ໄດ້ປະກອບສ່ວນສຳຄັນເຂົ້າໃນເປົ້າໝາຍການເຕີບໂຕ GDP 6,7% ຊຶ່ງລັດຖະບານໄດ້ວາງອອກ. ທ່ານ ປ.ອ ເຈີນກວາງຮ່າວ ຜູ້ຊ່ຽວຊານທາງດ້ານການພັດທະນາການທ່ອງທ່ຽວໃຫ້ຮູ້ວ່າ : 

     “ ດ້ວຍສະພາບການພັດທະນາຄືໃນປະຈຸບັນ ແລະ ດ້ວຍບັນດາຄວາມພະຍາຍາມຂອງຂະແໜງທ່ອງທ່ຽວ ຊຶ່ງໄດ້ມີບັນດາວິທີການແກ້ໄຂຢ່າງຕັ້ງໜ້າ ແລະ ບຸກທະລຸໃນປີ 2016-2017 ແລະ ລັດຖະບານໄດ້ມີບັນດານະໂຍບາຍເອົາໃຈໃສ່, ມີບັນດາມາດຕະການບຸກທະລຸ, ພ້ອມກັນນັ້ນ ແມ່ນການເຮັດວີຊາເອເລກໂຕນິກ, ຂ້າພະເຈົ້າຄິດວ່າ ພວມເຮົາອາດຈະມີແຂກທ່ອງທ່ຽວສາກົນ 12 ລ້ານເທື່ອຄົນມາທ່ອງທ່ຽວໃນປີນີ້ ”

     ໃນນະໂຍບາຍທາງດ້ານການທ່ອງທ່ຽວ, ການດຶງດູດແຂກທ່ອງທ່ຽວສາກົນແມ່ນໜຶ່ງໃນບັນດາບັນຫາໄດ້ຮັບຖືເປັນສຳຄັນ. ໜຶ່ງໃນບັນດາກຳລັງຊຸກຍູ້ເພື່ອແນໃສ່ ດຶງດູດແຂກທ່ອງທ່ຽວສາກົນໃນໄລຍະທີ່ຜ່ານມາ, ນັ້ນແມ່ນເລື່ອງລັດຖະບານນຳໃຊ້ການອອກວີຊາເອເລກໂຕນິກ. ນັບຕັ້ງແຕ່ວັນທີ 1 ມັງກອນປີ 2017ເປັນຕົ້ນໄປ, ຫວຽດນາມໄດ້ອອກວີຊາຜ່ານເຄືອຂ່າຍອິນເຕີເນັດໃຫ້ແກ່ ແຂກທ່ອງທ່ຽວສາກົນ ແລະ  ການອອກວີຊາເອເລກໂຕນິກແມ່ນປະຕິບັດທົດລອງໃນ 2 ປີ 2017 ແລະ 2018. ຕາມນັ້ນແລ້ວ, ວິຊາມີກຳນົດເວລາຢູ່ຫວຽດນາມ 30 ວັນແມ່ນໃຊ້ສຳລັບ ແຂກທ່ອງທ່ຽວສາກົນມາທ່ອງທ່ຽວ. ແຂກທ່ອງທ່ຽວກໍບໍ່ຕ້ອງມີການຄ້ຳປະກັນຫຼືຕ້ອງມີຈົດໝາຍເຊື້ອເຊີນຄືກ່ອນນີ້. ວີຊາຖືກອອກພາຍຫຼັງປະກອບເອກະສານເປັນເວລາ 3 ວັນ ແລະ ຄ່າບໍລິການເຮັດວີຊາ ແມ່ນຈ່າຍຜ່ານລະບົບທະນາຄານ. ການອອກວີຊາເອເລກໂຕນິກ ກໍແມ່ນບາດກ້າວເດີນບຸກທະລຸເພື່ອແນໃສ່ ດຶງດູດແຂກທ່ອງທ່ຽວສາກົນເຂົ້າມາຫວຽດນາມໃຫ້ຫຼາຍຂຶ້ນ. ແລະ ນັບຕັ້ງແຕ່ວັນທີ 1 ມັງກອນປີ 2017ເປັນຕົ້ນໄປ, ຫວຽດນາມສືບຕໍ່ນຳໃຊ້ນະໂຍບາຍຍົກເວັ້ນວີຊາເຂົ້າເມືອງໃຫ້ແກ່ພົນລະເມືອງ 5 ປະເທດເອີລົບຕາເວັນຕົກຄື : ອັງກິດ, ເຢຍລະມັນ, ຝະລັ່ງ, ອີຕາລີ ແລະ ແອັສປາຍ ຊຶ່ງມີກຳນົດເວລາຢູ່ຫວຽດນາມ 1 ປີ.  ນີ້ແມ່ນສັນຍາທີ່ຕັ້ງໜ້າຊ່ວຍເພີ່ມຈຳນວນ ແຂກທ່ອງທ່ຽວສາກົນເຂົ້າມາຫວຽດນາມ.

     ໃນການເຄື່ອນໄຫວດຶງດູດແຂກທ່ອງທ່ຽວສາກົນມາຫວຽດນາມ, ບັນດາຄວາມມານະພະຍາຍາມຂອງບັນດາວິສາຫະກິດທ່ອງທ່ຽວສາກົນແມ່ນມີບົດບາດສຳຄັນ. ໄລ່ມາຮອດປະຈຸບັນ, ທົ່ວປະເທດມີ 1.780 ວິສາຫະກິດທ່ອງທ່ຽວສາກົນ. ການເຄື່ອນໄຫວດຳເນີນທຸລະກິດທ່ອງທ່ຽວທາງໄກ ໄດ້ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍດຶງດູດແຂກທ່ອງທ່ຽວສາກົນ ແລະ ໃນສະພາບຕົວຈິງຂອງຊຸມປີມໍ່ໆມານີ້, ລະດັບເຕີບໂຕທາງດ້ານແຂກທ່ອງທ່ຽວສາກົນມາຫວຽດນາມບັນລຸ 7,2%. ແຕ່ເພື່ອປະຕິບັດການເພີ່ມທະວີການດຶງດູດແຂກທ່ອງທ່ຽວສາກົນເຂົ້າມາຫວຽດນາມໃນໄລຍະທີ່ຈະມາເຖິງນັ້ນ, ຂະແໜງທ່ອງທ່ຽວກໍພວມແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຈຳກັດເຊັ່ນ: ຂາດແຄນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ຂາດແຄນແຫຼ່ງຊັບພະຍາກອນອາຊີບ, ວຽກງານສົ່ງເສີມການທ່ອງທ່ຽວຍັງບໍ່ທັນມີແບບແຜນ. ທ່ານນາງ ຫງວຽນທູແຫ້ງ ຜູ້ຊ່ຽວຊານທາງດ້ານການພັດທະນາການທ່ອງທ່ຽວໃຫ້ຮູ້ວ່າ : 

     “ ທາງດ້ານຜະລິດຕະພັນ, ກຳລັງແກ່ງແຍ້ງຂອງຜະລິດຕະພັນການທ່ອງທ່ຽວ ຍັງຄົງແມ່ນບັນຫາສຳຄັນ. ໄລຍະມໍ່ໆມານີ້, ຂະແໜງທ່ອງທ່ຽວໄດ້ມີຫຼາຍມາດຕະການເພື່ອເພີ່ມຄຸນນະພາບ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານລະບອບລະບຽບການເພື່ອດຶງດູດແຂກທ່ອງທ່ຽວ. ແຕ່ສິ່ງທີ່ສຳຄັນ ຍັງແມ່ນບັນຫາຄຸນນະພາບຂອງຜະລິດຕະພັນ ຄວນໄດ້ຮັບການປົວແປງ, ບໍ່ພຽງແຕ່ນຳໃຊ້ມາດຕະການແກ້ໄຂໂດຍທົ່ວໄປ, ຫາກຍັງຕ້ອງປົວແປງດ້ວຍການເພີ່ມທະວີການນຳໃຊ້ມັນສະໝອງ. ໃນຕົວຈິງຄືໃນປະຈຸບັນ,  ເບິ່ງຄືວ່າພວກເຮົາພຽງຂຸດຄົ້ນບັນດາຊັບພະຍາກອນທີ່ມີຢູ່ແລ້ວ, ແຕ່ຍັງບໍ່ທັນມີການລົງທຶນແບບລົງເລິກເພື່ອສ້າງເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ”

    ຕາມບັນດາຜູ້ຊ່ຽວຊານທາງດ້ານການທ່ອງທ່ຽວ, ໃນໄຕມາດ 3 ປີ 2017, ເຖິງວ່າ ຂະແໜງທ່ອງທ່ຽວມີລະດັບເຕີບໂຕສູງກໍຕາມ, ແຕ່ສະພາບໄພທຳມະຊາດ ພາຍຸນ້ຳຖ້ວມທີ່ຜ່ານມາ ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງໝາກຜົນການດຳເນີນທຸລະກິດ. ພ້ອມກັບບັນດາເງື່ອນໄຂສາກົນທີ່ສະດວກ, ເຫດການຫວຽກນາມຈັດຕັ້ງສັບປະດາຂັ້ນສູງ APEC 2017 ໃນເດືອນ 11 ຈະດຶງດູດແຂກທ່ອງທ່ຽວສາກົນເຂົ້າມາຫວຽດນາມຫຼາຍຂຶ້ນ. ນີ້ແມ່ນປັດໄຈທີ່ສະດວກເພື່ອໃຫ້ຫວຽດນາມ ສາມາດຕ້ອນຮັບແຂກທ່ອງທ່ຽວສາກົນ 12 ລ້ານເທື່ອຄົນເຂົ້າມາທ່ອງທ່ຽວໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ