ຄວາມເພິ່ງພໍໃຈຂອງປະຊາຊົນຈະແມ່ນຫລາວັດແທກຕີລາຄາກຳລັງຄວາມສາມາດການບໍລິຫານຂອງອຳນາດການປົກຄອງ

(VOVWORLD) -ດ້ວຍເປົ້າໝາຍ ກໍ່ສ້າງ ນະຄອນຫລວງຮ່າໂນ້ຍ ໃຫ້ນັບມື້ນັບສີວິໄລ, ທັນສະໄຫມ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ໄລຍະຜ່ານມາ ຄະນະພັກນະຄອນ ຮ່າໂນ້ຍ ໄດ້ປະຕິບັດຢ່າງຂ້ຽວຊາດບັນດາໂຄງການສຳຄັນຄື: ໂຄງການ 02 ກ່ຽວກັບການກໍ່ສ້າງຊົນນະບົດໃຫມ່, ໂຄງການ 06 ກ່ຽວກັບການພັດທະນາຢ່າງຄົບຊຸດ, ກໍ່ສ້າງພື້ນຖານໂຄງລ່າງຕົວເມືອງໃຫ້ທັນສະໄຫມເທື່ອລະກ້າວ.. ປະສິດທິຜົນຈາກບັນດາໂຄງການ ໄດ້ຊ່ວຍໂສມຫນ້າ ນະຄອນຫລວງ ມີການປ່ຽນແປງໃນແຕ່ລະມື້.

ຄວາມເພິ່ງພໍໃຈຂອງປະຊາຊົນຈະແມ່ນຫລາວັດແທກຕີລາຄາກຳລັງຄວາມສາມາດການບໍລິຫານຂອງອຳນາດການປົກຄອງ - ảnh 1ບັນດາຫົວຫນ່ວຍກ່ຽວຂອ້ງຂອງ ຮ່າໂນ້ຍ ພວມຕັ້ງຫນ້າກໍ່ສ້າງເສັ້ນທາງອ້ອມຮອບ 2 ໃຫ້ສຳເລັດໂດຍໄວ. (ພາບ: baogiaothong.vn)
 
  ໝາກຜົນທີ່ເຫັນໄດ້ຊັດໃນການພັດທະນາເສດຖະກິດ - ສັງຄົມ ຂອງນະຄອນຫລວງໃນ 5 ປີຜ່ານມາ ນັ້ນແມ່ນ ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ; ຍອດຜະລິດຕະພັນຢູ່ບໍລິເວນເພີ່ມຂຶ້ນ 7,39%, ບັນລຸຄາດໝາຍວາງອອກ (ແຕ່ 7,3% - 7,8%), ສູງກວ່າໄລຍະ 2010 – 2015. ປີ 2020 ຍອດຜະລິດຕະພັນໃນບໍລິເວນຂອງ ຮ່າໂນ້ຍ ຄາດວ່າ ບັນລຸ 1 ລ້ານດົ່ງ, ເທົ່າກັບ 45 ຕື້ USD; ລາຍຮັບສະເລ່ຍຄາດວ່າບັນລຸ 130 ລ້ານດົງ/ຄົນ/ປີ, ເພີ່ມຂຶ້ນ 1,5 ເທົ່າເມື່ອທຽບໃສ່ປີ 2015, ສູງ 1,8 ເທົ່າເມື່ອທຽບໃສ່ລະດັບສະເລ່ຍໃນທົ່ວປະເທດ.

ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດ ຕາມທິດທັນສະໄຫມ, ເພີ່ມອັດຕາເຂດອຸດສາຫະກຳ ແລະ ການບໍລິການ, ນະຄອນ ຮ່າໂນ້ຍ ກໍ່ສຸມໃສ່ພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ; ການປະຕິຮູບລະບຽບການບໍລິຫານ; ກໍ່ສ້າງຊົນນະບົດໃຫມ່ ເພື່ອຍົກສູງຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນໃນເຂດຊົນນະບົດ. ໃນນັ້ນ ພື້ນຖານໂຄງລ່າງຄົມມະນາຄົມ - ຊື່ງແມ່ນຂົງເຂດໄດ້ຮັບຖືວ່າ ມີຄວາມຈຳເປັນທີ່ສຸດຂອງ ຮ່າໂນ້ຍ ປະຈຸບັນ ພວມໄດ້ຮັບການເປີດກວ້າງເທື່ອລະກ້າວ, ເພີ່ມການເຊື່ອມຈອດ. 5 ໂຄງການຄົມມະນາຄົມຈຸດສຸມ ພວມໄດ້ຮີບເຮັ່ງກໍ່ສ້າງໃຫ້ສຳເລັດ. ທ່ານ ຫງວຽນແມ້ງຮຸ່ງ ຫົວຫນ້າຄະນະຄຸ້ມຄອງໂຄງການ ຂອງເມືອງ ຮາຍບ່າຈຶງ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ເສັ້ນທາງອອ້ມຮອບ 2 ແມ່ນສາຍທາງສຳຄັນທີ່ສຸດໃນການພັດທະນາລວມຂອງ ບໍລິເວນ ເມືອງ ຮາຍບ່າຈຶງ ເວົ້າສະເພາະ ແລະ ນະຄອນ ຮ່າໂນ້ຍ ເວົ້າລວມ. ເມື່ອພວກຂ້າພະເຈົ້າສຳເລັດວຽກງານບຸກເບີກຫນ້າພຽງ ຈະຊ່ວຍໃຫ້ໂຄງການສຳເລັດໂດຍໄວ. ຜ່ານນັ້ນ ຊ່ວຍແກ້ໄຂບັນຫາລົດຕິດ, ສ້າງເງື່ອນໄຂສະດວກເພື່ອພັດທະນາເສດຖະກິດສັງຄົມ”

ຄວາມເພິ່ງພໍໃຈຂອງປະຊາຊົນຈະແມ່ນຫລາວັດແທກຕີລາຄາກຳລັງຄວາມສາມາດການບໍລິຫານຂອງອຳນາດການປົກຄອງ - ảnh 2ຮ່າໂນ້ຍ ຜັນຂະຫຍາຍລະບົບ "ປະຕູດຽວ" ເອເລັກໂຕນິກ. (ພາບ:  ict-hanoi.gov.vn)

ເພື່ອແນໃສ່ຫລຸດຜ່ອນຊ່ອງຫວ່າງຄວາມຮັ່ງມີ ແລະ ທຸກຍາກ ລະຫວ່າງເຂດຊົນນະບົດ ແລະ ເຂດຕົວເມືອງ, ໄລຍະຜ່ານມາ ຮ່າໂນ້ຍ ກໍ່ໄດ້ສຸມໃສ່ຫລາຍແຫລ່ງກຳລັງ ປະຕິບັດການສ້າງທົ່ງນາຂະຫນາດໃຫຍ່, ຫັນປ່ຽນອົງປະກອບຜົນລະປູກ, ສັດລ້ຽງ ເພີ່ມສະມັດຕະພາບການຜະລິດ. ນັບແຕ່ປີ 2016 ມາຮອດປະຈຸບັນ ນະຄອນ ຮ່າໂນ້ຍ ໄດ້ຈັດວາງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃຫມ່ ດ້ວຍງົບປະມານກວ່າ 18.000 ຕື້ດົ່ງ. ຮ່າໂນ້ຍ ຈະຜັນຂະຫຍາຍປະຕິບັດການເຄື່ອນໄຫວຊຸກຍູ້ການພັດທະນາກະສິກຳຊົນນະບົດ ຕາມທິດ ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ່ງ, ຍ້ອນເຫດນັ້ນ ຮູບພາບເສດຖະກິດ - ສັງຄົມ ເຂດຊົນນະບົດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດດ້ານວັດຖຸ ແລະ ຈິດໃຈຂອງຊາວກະສິກອນໄດ້ຍົກສູງຂຶ້ນ. ມາຮອດປະຈຸບັນ ທົ່ວນະຄອນ ມີ 368/382 ຕາແສງ (ກວມກວ່າ 96% ຈຳນວນຕາແສງ) ບັນລຸມາດຖານຊົນນະບົດໃຫມ່, 21 ຕາແສງ ບັນລຸຊົນນະບົດໃຫມ່ລະດັບຍົກສູງ, 10 ເມືອງບັນລຸມາດຖານຊົນນະບົດໃຫມ່, ລາຍຮັບສະເລ່ຍຂອງເຂດຊົນນະບົດປີ 2020 ຄາດວ່າ ບັນລຸ 55 ລ້ານດົ່ງ/ຄົນ/ປີ.. ຕາມທ່ານນາງ ຟ້າມຫາຍຮວາ, ປະທານ ສະມາຄົມຊາວກະສິກອນ ນະຄອນ ຮ່າໂນ້ຍ ແລ້ວ, ແຫລ່ງກຳລັງຂອງນະຄອນສົມທົບກັບຈິດໃຈປ່ຽນແປງໃຫມ່, ກ້າຄິດກ້າເຮັດຂອງປະຊາຊົນ ໄດ້ເຮັດໃຫ້ໂສມຫນ້າເຂດຊົນນະບົດຢູ່ ນະຄອນ ຮ່າໂນ້ຍ ມີການປ່ຽນແປງຢ່າງທົ່ວເຖິງ.

“ປະຈຸບັນ ນະຄອນ ກໍ່ສ້າງໄດ້ 783 ສະໂມສອນຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງ; ສະໂມສອນຊາວກະສິກອນພັດທະນາເສດຖະກິດ ດ້ວຍ ສະມາຊິກເຂົ້າຮ່ວມແມ່ນ 23.000  ເທື່ອຄົນ. ໃນຂະບວນການກໍ່ສ້າງຊົນນະບົດໃຫມ່ ມີຫລາຍວິທີເຮັດບັນລຸປະສິດທິຜົນຄື: ສ້າງ 876 ຮູບແບບປົກປັກຮັກສາສິ່ງແວດລ້ອມຊົນນະບົດ, ແນະນຳ, ຂົນຂວາຍຊາວກະສິກອນກໍ່ສ້າງບັນດາຮູບແບບການຜະລິດນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ”

ດ້ວຍເປົ້າໝາຍສ້າງອຳນາດການປົກຄອງຕາມທິດເອເລັກໂຕນິກ, ເປັນມືອາຊີບ, ທັນສະໄຫມ, ຖືຄວາມເພິ່ງພໍໃຈຂອງປະຊາຊົນ, ວິສາຫະກິດ ແມ່ນຫລາວັດແທກຕີລາຄາຄຸນນະພາບ, ໄລຍະຜ່ານມາ ນະຄອນ ຮ່າໂນ້ຍ ຍາດໄດ້ບັນດາໝາກຜົນສຳຄັນໃນການປະຕິຮູບລະບຽບການບໍລິຫານ.

ຈຸດພົ້ນເດັ່ນໃນການປະຕິຮູບລະບຽບການບໍລິຫານ ຢູ່ ນະຄອນ ຮ່າໂນ້ຍ ນັ້ນແມ່ນ ຍູ້ແຮງການໝູນໃຊ້ເຕັກໂນໂລຊີໃນບັນດາຂົງເຂດຄຸ້ມຄອງລັດ, ນຳລະບົບປະຕູດຽວເອເລັກໂຕນິກເຂົ້າໃຊ້ລວມໃຫ້ 3 ຂັ້ນ ແລະ ລະບົບຂໍ້ມູນຂ່າວສານວິຊາສະເພາະນຳໃຊ້ລວມ (ຂົງເຂດການສຶກສາ, ສາທາລະນະສຸກ). ພ້ອມກັນນັ້ນ ປະຕິບັດການຫລຸດຜ່ອນເວລາແກ້ໄຂວຽກງານ, ຮັບປະກັນອັດຕາສ່ວນແກ້ໄຂສຳເນົາເອກະສານໃຫ້ຖືກກັບການກຳນົດເວລາ. ມາຮອດປະຈຸບັນ ທົ່ວນະຄອນ ຮ່າໂນ້ຍ ມີເກືອບ 1500 ບໍລິການອອນລາຍ ຢູ່ ລະດັບ 3, ລະດັບ 4 ບັນລຸອັດຕາກວ່າ 80%. ທ່ານ ໂຮ່ວັນເລີມ, ຊາວ ຮ່າໂນ້ຍ ມາເຮັດລະບຽບການຢູ່ ຫ້ອງການຈົດທະບຽນທີ່ດິນ ເມືອງ ລອງບຽນ ຖືວ່າ:

“ຂ້າພະເຈົ້າເຫັນວ່າ ປະຈຸບັນ ເຮັດລະບຽບການແມ່ນວ່ອງໄວ ກະທັດລັດ. ທຸກຄົນມານີ້ ລ້ວນແຕ່ໄດ້ຮັບການແນະນຳຢ່າງລະອຽດ. ຜູ້ໃດຍັງບໍ່ທັນມີເອກະສານພຽງພໍ ຫລື ຂາດສິ່ງຫຍັງ ກໍ່ລ້ວນແຕ່ໄດ້ຮັບການແນະນຳປັບປຸງເພີ່ມເຕີມ”

ອາດເຫັນໄດ້ວ່າ ບັນດາຕົວເລກກ່ຽວກັບການເຕີບໂຕເສດຖະກິດ, ການລົງທຶນພັດທະນາພື້ນຖານໂຄງລ່າງ, ປະຕິຮູບລະບຽບການບໍລິຫານ ນັ້ນແມ່ນບັນດາໝາກຜົນເປັນຫນ້າປະທັບໃຈ ສ້າງທ່ວງທ່າໃຫ້ ຮ່າໂນ້ຍ ປະຕິບັດເປົ້າໝາຍເສດຖະກິດ - ສັງຄົມ ຢ່າງມີໄຊໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ