(VOVWORLD) -ການຮັກສາຄາບເຂົ້າກິນຂອງຄອບຄົວ, ເບິ່ງແຍງປູ່ຕາຕາຍາຍ, ພໍ່ແມ່, ສ້າງຄວາມຜູກຮັດລະຫວ່າງທຸກຄົນໃນຄາບເຂົ້າຂອງຄອບຄົວແມ່ນຈຸດຄວາມງາມທີ່ເປັນມູນເຊື້ອໄດ້ຮັບຖືເປັນສຳຄັນຈາກຫຼາຍຄອບຄົວຊາວຮ່າໂນ້ຍ
ພາບປະກອບ |
ໂດຍເປັນລູກໄພ້ຂອງລຸງຫາຍຢູ່ເມືອງຮ່ວາງມາຍ, ຮ່າໂນ້ຍເປັນເວລາເກືອບ 20 ປີແລ້ວ, ເຖິງວ່າ ຄ້າງຄາກັບວຽກງານຄືແນວໃດກໍຕາມ, ແຕ່ທຸກໆຕອນເຊົ້າໃດ, ນາງຟຸ່ງທິຕູ້ຮວາ ກໍໄດ້ໄປຕະຫຼາດເພື່ອຊື້ອາຫານມາປຸງແຕ່ງຂອງກິນກະກຽມຄາບເຂົ້າໃຫ້ແກ່ຄອບຄົວ. ໄປຕະຫຼາດຊື້ອາຫານມາປຸງແຕ່ງ ກໍແມ່ນວຽກງານປະຈຳວັນຂອງນາງຮວາ. ໃນມື້ແດດຮ້ອນເອົ້າ, ໃຜໆກໍມັກກິນແກງສົ້ມ, ເພາະສະນັ້ນ, ນາງກໍໄປຕະຫຼາດແຕ່ເຊົ້າເພື່ອເລືອກຊື້ເອົາອາຫານທີ່ແຊບນົວຕາມໃຈມັກ. ເມື່ອກະກຽມຕົ້ມແກງສົ້ມ, ລູກສາວຂອງນາງຮວາກໍຍັງອອກໄປສວນທາງຫຼັງ ເຮືອນເພື່ອເດັດເອົາຜັກບົ້ງມາຂົ້ວ. ຄົນລະວຽກ, ກໍຮ່ວມກັນກະກຽມຄາບເຂົ້າໃຫ້ແກ່ຄອບຄົວ. ສຳລັບນາງຮວາແລ້ວ, ການປຸງແຕ່ງບັນດາເຍື່ອງອາຫານທີ່ແຊບນົວ ກໍແມ່ນການສະແດງໃຫ້ເຫັນຄວາມເອົາໃຈໃສ່, ຜູກຮັດນ້ຳໃຈຄວາມຮັກແພງລະຫວ່າງທຸກໆຄົນໃນຄອບຄົວ. ນາງ ຟຸ່ງທິຕູ້ຮວາ ແບ່ງປັນວ່າ :
“ ຂ້າພະເຈົ້າເຫັນວ່າ ເພື່ອຮັບປະກັນແຫຼ່ງສານອາຫານທີີ່ດີໃຫ້ແກ່ລູກເຕົ້າ, ປູ່ຕາຕາຍາຍ ແລະ ລຸ່ນຄົນອື່ນໃນຄອບຄົວ, ຂ້າພະເຈົ້າຢາກປຸງແຕ່ງບັນດາເຍື່ອງອາຫານທີ່ສະອາດ, ແຊບນົວ, ດັ່ງນັ້ນ ເມື່ອໄປຕະຫຼາດ ກໍຕ້ອງເລືອກເອົາອາຫານສົດ ແລະ ແຊບເພື່ອຮັບປະກັນທາງດ້ານໂພສະນາການ ”
ໂດຍໄດ້ເປັນປະເພນີແລ້ວ, ນັບແຕ່ສິບປີມານີ້, ຄາບເຂົ້າກໍແມ່ນໂອກາດເພື່ອໃຫ້ທັງຄອບຄົວນາງຮວາລວມທັງ 3 ລຸ່ນຄົນເຊັ່ນ: ປູ່ຕາຕາຍາຍ, ພໍ່ແມ່, ລູກເຕົ້າໃນຄອບຄົວໄດ້ເຕົ້າໂຮມກັນນັ່ງອ້ອມພາເຂົ້າ. ຜ່ານການໂອ້ລົມແລກປ່ຽນໃນຄາບເຂົ້າ, ບັນດາເລື່ອງລາວທັງມ່ວນຊື່ນ, ທັງໂສກເສົ້າກໍລ້ວນແຕ່ຖືກແບ່ງປັນ ແລະ ຖືກແກ້ໄຂດ້ວຍຄວາມຈິງໃຈ. ພວກເດັກນ້ອຍທີ່ໃຫຍ່ມາໃນຄອບຄົວທີ່ມີມູນເຊື້ອ, ໄດ້ນັ່ງອ້ອມພາເຂົ້າກັບທຸກໆຄົນ ຈະມີໂອກາດໄດ້ສຶກສາອົບຮົມບຸກຄະລິກກະພາບ, ຮູ້ວິທີການປະພຶດໃນແຕ່ລະຄາບເຂົ້າກິນຂອງຄອບຄົວ.
ຊຸມປີຕົ້ນສະຕະວັດທີ 21, ວິວັດການຫັນເປັນຕົວເມືອງ ແລະ ອຸດສາຫະກຳພວມເກີດຂຶ້ນຢ່າງຮີບດ່ວນ. ຕໍ່ໜ້າການຫັນປ່ຽນຂອງສັງຄົມນັ້ນ, ວິຖີຊີວິດຂອງຊາວຮ່າໂນ້ຍກໍຖືກປ່ຽນແປງໄປນຳ. ການຂ້ອງຄາກັບວຽກງານ, ການເດີນທາງປະຕິບັດງານ… ກໍໄດ້ພາໃຫ້ຄາບເຂົ້າກິນໃນຄອບຄົວຖືກຫຼຸດໜ້ອຍໄປ. ອ້າຍ ວູ້ແມ້ງເກືອງ ເຮັດວຽກຢູ່ທະນາຄານແບ່ງປັນວ່າ :
“ ແຕ່ລະມື້, ຍ້ອນວຽກງານໃນຕອນທ່ຽງ, ແຕ່ກໍຕ້ອງກິນເຂົ້າທ່ຽງພ້ອມກັບບັນດາເພື່ອນຮ່ວມອາຊີບ, ຕອນຄ່ຳ, ບາງຄັ້ງກໍຮອດ 7-8 ໂມງຈຶ່ງກັບເຮືອນ, ກໍໄປກິນເຂົ້າກັບໝູ່, ແຕ່ຍາມມີເວລາວ່າງ ກໍຢາກກັບເມືອກິນເຂົ້າກັບຄອບຄົວ ”
ໃນໄລຍະຫັນເປັນອຸດສາຫະກຳ, ບັນດາຜູ້ຄົນໃນຄອບຄົວ, ເປັນຕົ້ນແມ່ນໄວໜຸ່ມ ກໍເຄີຍຄາວຽກເລື້ອຍໆ, ໃຜໆກໍມີແຜນການສະເພາະຂອງຕົນ, ດັ່ງນັ້ນ ເລື່ອງຮັກສາບັນດາຄາບເຂົ້າກິນຂອງຄອບຄົວເປັນປະຈຳ ກໍເປັນການຍາກ. ທ່ານນາງ ປ.ອ ຫງວຽນທິຮົ່ງ ນັກຄົ້ນຄ້ວາວັດທະນະທຳ ໃຫ້ຮູ້ວ່າ :
“ ເມື່ອກ່ອນນີ້, ຊາວຫວຽດນາມເຄີຍລໍ່ຖ້າກັນ, ມີໜ້າຄົບທຸກໆຄົນ ຈຶ່ງເລີ່ມກິນເຂົ້າ. ເມື່ອກ່ອນນີ້, ໃນຄາບເຂົ້າ ກໍບໍ່ມີຫຼາຍເຍື່ອງຄືໃນປະຈຸບັນ, ແຕ່ໄດ້ມີການປ່ຽນແປງ, ນັ້ນແມ່ນລັກສະນະວົງຄະນະຍາດໃນຄາບເຂົ້າ ເບິ່ງຄືວ່າໄດ້ຖືກຄ່ອຍສູນຫາຍໄປແລ້ວ, ກໍຍ້ອນບັນຍາກາດທາງດ້ານວັດທະນະທຳຢູ່ຕາມສຳນັກງານ, ຈັ່ງຫວະການເຮັດວຽກທີ່ຮີບດ່ວນ ໃນສະໄໝອຸດສາຫະກຳ ໄດ້ພາໃຫ້ບັນດາສະມາຊິກໃນຄອບຄົວບໍ່ມີຫຼາຍໂອກາດໄດ້ເຕົ້າໂຮມກັນໃນຄອບຄົວ, ຊ້ຳບໍໜຳ ບັນດາຄາບເຂົ້າໄດ້ມີຄວາມແຕກຕ່າງກັບຈັ່ງຫວະການດຳລົງຊີວິດໃໝ່ ”
ໃນການດຳລົງຊີວິດທີ່ເຕັມໄປດ້ວຍຄວາມເປັນຫ່ວງເປັນໄຍ ແລະ ຂ້ອງຄາກັບວຽກງານ, ແຕ່ຫຼາຍຄົອບຄົວທີ່ເປັນມູນເຊື້ອຢູ່ຮ່າໂນ້ຍຍັງຄົງຮັກສາບັນດາຄາບເຂົ້າກິນໃນຍາມທ້າຍອາທິດ. ສັງຄົມນັບມື້ນັບທັນສະໄໝກວ່າ, ການດຳລົງຊີວິດກໍມີການປ່ຽນແປງຫຼາຍຢ່າງ, ແຕ່ບັນດາຈຸດວັດທະນະທຳໃນຄອບຄົວຍັງຄົງໄດ້ຮັບການຮັກສາ ແລະ ສືບທອດຜ່ານລຸ່ນຄົນຕ່າງໆ, ອັນໄດ້ປະກອບສ່ວນສ້າງພະລັງຊີວິດທາງດ້ານວັດທະນະທຳຂອງຊາດ.