ຊາ ຊານຕວຽດ ອາຍຸຮ້ອຍໆປີ ຢູ່ ເຊີນລາ ໄດ້ຮັບການຮັບຮອງເປັນຕົ້ນຊາມໍລະດົກຂອງ ຫວຽດນາມ

(VOVWORLD) - ຕາແສງ ໂຕມົວ, ເມືອງ ເວີນໂຮ່ ແຂວງ ເຊີນລາ ມີຊາ ຊານຕວຽດ ອາຍຸຮ້ອຍໆປີ ນັບຫຼາຍພັນຕົ້ນ. ຫວ່າງແລ້ວນີ້ ສະພາຕົ້ນໄມ້ມໍລະດົກ ຫວຽດນາມ ໄດ້ສຳຫລວດ, ປະເມີນຜົນ ແລະ ນຳເຂົ້າບັນຊີລາຍຊື່ “ຕົ້ນໄມ້ມໍລະດົກຂອງຫວຽດນາມ”.

ຊາ ຊານຕວຽດ ອາຍຸຮ້ອຍໆປີ ຢູ່ ເຊີນລາ ໄດ້ຮັບການຮັບຮອງເປັນຕົ້ນຊາມໍລະດົກຂອງ ຫວຽດນາມ - ảnh 1ຊາ ຊານຕວຽດ ຢູ່ ເມືອງເວີນໂຮ່ ແຂວງເຊີນລາ. ພາບ:VOV

ຊາ ຊານຕວຽດ ແມ່ນຊາຊະນິດຫາຍາກ, ມີຕົ້ນກຳເນີດມາຈາກຈີນ, ແລະ ໄດ້ປູກຢູ່ ບັນດາແຂວງພູດອຍທາງພາກເຫນືອ ຫວຽດນາມ. ຕົ້ນຊາຊະນິດນີ້ເຕີບໃຫຍ່ແບບທຳມະຊາດ, ມີຄວາມສູງປະມານ 2-3 ແມັດ, ຊາມີຍອດໃຫ່ຍສີຂາວຂຸ້ນ, ຢູ່ກອ້ງໃບມີຊັ້ນຂົນລຽບນຽນ, ສີຂາວ, ສະນັ້ນປະຊາຊົນຈຶ່ງເອີ້ນວ່າຊາຕວຽດ (ໝາຍຄວາມວ່າ: ຫິມະ). ຊາຊານຕວຽດມີກິ່ນຫອມອ່ອນໆ, ມີສີເຫຼືອງນ້ຳເຜິ້ງ, ດີຕໍ່ສຸຂະພາບທີ່ສຸດ. ແຕ່ລະປີ ຊາວກະສິກອນ ປູກຊາ 3 ລະດູ, ປີໃດອາກາດເອື້ອອຳນວຍຄວາມສະດວກ ແມ່ນຈະປູກ 4 ລະດູ. ໃນນັ້ນ ລະດູເກັບກູ້ທຳອິດແມ່ນຕົ້ນເດືອນ 2, 3 ໄລ່ຕາມຈັນທະປະຕິທິນ ເວລານັ້ນ ຊາຈະມີລົດຊາດແຊບ ແລະ ຫອມກວ່າໝູ່.   

ໃນຈຳນວນຕົ້ນຊາຊານຕວຽດ ປະມານ 2000 ຕົ້ນ ຢູ່ ຕາແສງ ໂຕມົວ, ສະພາຕົ້ນໄມ້ມໍລະດົກ ຂອງຫວຽດນາມ ໄດ້ຄັດເລືອກເອົາ 105 ຕົ້ນທີ່ຄົບເງື່ອນໄຂເພື່ອຮັບຮອງເປັນຕົ້ນມໍລະດົກຂອງຫວຽດນາມ. ຈຳນວນຕົ້ນທີ່ຍັງເຫລືອກໍ່ໄດ້ຈັດສັນເຂົ້າເຂດຊາທີ່ມີອາຍຸຫລາຍຮ້ອຍປີ ຄວນໄດ້ຮັບການອະນຸລັກຮັກສາ. ທ່ານ ເລຮູຍເກື່ອງ, ຫົວຫນ້າຄະນະເຕັກນິກ, ສະພາຕົ້ນໄມ້ມໍລະດົກຂອງຫວຽດນາມ ໃຫ້ຮູ້ວ່າ:

“ນີ້ແມ່ນເຂດປູກຊາແຫ່ງທີ 6 ຊື່ງພວກຂ້າພະເຈົ້າໄດ້ມາສຳຫລວດ. ເວົ້າລວມແລ້ວ ເຂດຊາຊານຕວຽດ ລ້ວນແຕ່ມີຕົ້ນດີງາມ. ເໝາະສົມທີ່ສຸດເພື່ອເຊີດຊູໃຫ້ເປັນຕົ້ນໄມ້ມໍລະດົກຂອງຫວຽດນາມ. ເຂດຊາທີ່ໄດ້ຮັບຮອງນັ້ນ ລ້ວນແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ມີຄຸນຄ່າ. ນອກຈາກການເກັບຍອດຊາແລ້ວ, ພວກເຮົາຍັງພັດທະນາການທ່ອງທ່ຽວອີກດ້ວຍ. ນີ້ແມ່ນການທ່ອງທ່ຽວຊີວະພາບເພື່ອໃຫ້ທຸກຄົນສາມາດມາຊົມຕົ້ນຊາທີ່ມີອາຍຸຫລາຍຮ້ອຍປີນີ້”

ກໍ່ເຊັ່ນດຽວກັນກັບຄອບຄົວອື່ນຢູ່ຕາແສງ ໂຕມົວ, ຄອບຄົວລຸງ ຮ່າວັນເຊີນ ຢູ່ ບ້ານ ປານງົ່ວ ຕາແສງໂຕມົວ ໂດຍຄົນລຸ້ນກ່ອນໄດ້ປະສວນຊາທີ່ມີອາຍຸຫລາຍຮ້ອຍປີໄວ້ໃຫ້. ລຸງ ຮ່າວັນເຊີນ ເລົ່າສູ່ຟັງວ່າ.

ພໍ່ເຖົ້າຂ້າພະເຈົ້າປູກຊາກ່ອນນີ້ປະມານ 200 ປີ. ສະເພາະສວນຊາຂອງຄອບຄົວຂ້າພະເຈົ້າ ມີຕົ້ນຊາປະມານ 100 ຕົ້ນ. ປະຈຸບັນ ອ້າຍນ້ອງໃນຄອບຄົວຂ້າພະເຈົ້າໄດ້ພ້ອມກັນບົວລະບັດ ແລະ ຖືກຳມະສິດ”

ຊາ ຊານຕວຽດ ອາຍຸຮ້ອຍໆປີ ຢູ່ ເຊີນລາ ໄດ້ຮັບການຮັບຮອງເປັນຕົ້ນຊາມໍລະດົກຂອງ ຫວຽດນາມ - ảnh 2ເຂດປູກຊາມີອາຍຸຫລາຍຮ້ອຍປີ ຢູ່ ໂຕມົວ ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ເຊີນລາ ນັບມື້ນັບຫລາຍ.ພາບ:VOV

ຊາ ຊານຕວຽດ ຢູ່ ຕາແສງ ໂຕມົວ ໄດ້ປູກຢູ່ເຂດພູສູງມີຄວາມສູງປະມານ 1.500 ເມັດເມື່ອທຽບໃສ່ຫນ້ານ້ຳທະເລ. ຊາ ມີອາຍຸຫລາຍນັ້ນ ຍິ່ງມີຄຸນຄ່າຕໍ່ສຸຂະພາບຂອງມະນຸດ. ຫລາຍປີມານີ້ ປະຊາຊົນຢູ່ ຕາແສງ ໂຕມົວ ມີແຕ່ລື້ງເຄີຍກັບການເກັບຍອດຊາ, ອົບແຫ້ງ… ຕາມແບບທຳມະຊາດ ບໍ່ໃຊ້ເຄື່ອງຈັກ ສ່ວນຫລາຍແມ່ນເພື່ອຮັບໃຊ້ໃນຄອບຄົວເທົ່ານັ້ນ. ແຕ່ມາໃນປະຈຸບັນ ທ້ອງຖິ່ນນີ້ໄດ້ມີເຄື່ອງຈັກປຸງແຕ່ງ ແລະ ມຸ່ງໄປເຖິງການຂະຫຍາຍຕົ້ນຊາ, ຜະລິດດຳເນີນທຸລະກິດກ່ຽວກັບຊາ. ທ່ານ ບຸ່ຍຊວນຮົ່ງ ຮອງປະທານ ສະພາບໍລິຫານບໍລິສັດຊາ ຮຶງຟາດ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າປຸງແຕ່ງຊາເພື່ອໃຫ້ທຸກແຫ່ງຫົນ ໄດ້ຮູ້ຈັກກັບຊາຊານຕວຽດ. ເພາະຊາຊະນິດນີ້ ມີຄຸນຄ່າດີທີ່ສຸດ. ສາມາດຜະລິດຊາໄດ້ຫລາຍຊະນິດຄື: ຊາ ຮົ່ງຈາ, ແບກຈາ, ຈາຊານ. ພວກຂ້າພະເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນຂອງຕົ້ນຊາຊະນິດນີ້ວ່າ ຈະນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດ ແລະ ນຳເອົາລາຍຮັບມາໃຫ້ຊາວທ້ອງຖິ່ນ”

ນອກຈາກການເກັບຍອດຊາແລ້ວ, ປະຊາຊົນ ຍັງສາມາດຂະຫຍາຍສວນຊາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ. ຖ້າຫາກລົງທຶນຢ່າງຖືກຕ້ອງ, ຖືກກັບວິທີການນັ້ນ ກໍ່ ຈະເປັນເຂດທ່ອງທ່ຽວທາງຊີວະພາບ. ທ່ານ ທາຍບາຊິງ, ຫົວຫນ້າ ຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ເວີນໂຮ່ ຖືວ່າ:

“ອາດເວົ້າໄດ້ວ່ານີ້ແມ່ນຜະລິດຕະພັນຊາທີ່ເປັນເອກະລັກສະເພາະ, ພິເສດຂອງເມືອງ ເວີນໂຮ່ ແລະ ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ທະວີຄູນຮູບແບບນີ້ ກໍ່ຄືອະນຸລັກຮັກສາເພື່ອສາມາດຜະລິດ ຜະລິດຕະພັນ, ສ້າງເປັນຜະລິດຕະພັນ OCOPຂອງເມືອງ ເວີນໂຮ່. ຕໍ່ຈາກນັ້ນ ແມ່ນສ້າງເຂດສວນຊາ ເພື່ອແນະນຳໃຫ້ນັກທ່ອງທ່ຽວທຸກຄົນຢູ່ພາຍໃນແຂວງ ແລະ ຕ່າງແຂວງມາຊົມ, ຊີມລົດຊາດຊາທີ່ເປັນເອກະລັກສະເພາະຂອງເຂດຊາຊານຕວຽດທີ່ມີອາຍຸຫລາຍຮ້ອຍປີແຫ່ງນີ້

ການອະນຸລັກຮັກສາຕົ້ນໄມ້ມໍລະດົກ ບໍ່ພຽງແຕ່ແມ່ນແຜນນະໂຍບາຍທີ່ມີຄວາມໝາຍຕໍ່ຍຸດທະສາດອະນຸລັກຮັກສາພັດທະນາຊີວະນາໆພັນຂອງຫວຽດນາມ ແບບຍືນຍົງ ເທົ່ານັ້ນ ຫາກຍັງມີຄວາມໝາຍປຸກລຸກຈິດໃຈເຄົາລົບ, ມັກຮັກທຳມະຊາດຂອງວົງຄະນາຍາດ. ຕົ້ນຊາ ຢູ່ ຕາແສງ  ໂຕມົວ ໄດ້ກາຍເປັນຕົ້ນໄມ້ປາຍແຫລມ ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ, ສ້າງລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ