ຊາວຄິຼດ ບ້ານ ປະເລິຍເມີນຸ ມີຊີວິດສະ​ຫງົບ​ສຸກ ຢູ່ໃນສິນກິນໃນທຳ

(VOVWORLD) - ຊາວຄິຼດ ບ້ານ ປະເລິຍເມີນຸ ( Plei Mơ Nú) ຕາແສງ ຈືອາ ຫ່າງຈາກນະຄອນ Pleiku ແຂວງ ຢາລາຍໄປທາງທິດຕາເວັນອອກ ປະມານ 8 ກິໂລແມັດ . ປະຊາຊົນໃນບ້ານລ້ວນແຕ່ແມ່ນຊາວຊົນເຜົ່າ ຢາຣາຍ ຖືສາສະນາໂປແຕສະຕັງ. ພໍ່ແມ່ປະຊາຊົນຊາວຄຼິດ ຍາມໃດກໍ່ມີຄວາມສາ
ຊາວຄິຼດ ບ້ານ ປະເລິຍເມີນຸ ມີຊີວິດສະ​ຫງົບ​ສຸກ ຢູ່ໃນສິນກິນໃນທຳ - ảnh 1ການເຄື່ອນໄຫວສາສະຫນາ ຢູ່ ໂບດ Plei Mơ Nú

ບ້ານ ປະເລິຍເມີນຸ ມີກວ່າ 330 ຄອບຄົວ, ຊາວບ້ານ ສ່ວນຫລາຍແມ່ນດຳລົງຊີວິດດ້ວຍອາຊີບເຮັດກະສິກຳ. ແຕ່ລະອາທິດ ຮອດວັນພຸດ ແລະ ວັນອາທິດ, ຊາວບ້ານ ພາກັນໄປໂບດ Plei Mơ Nú ເພື່ອດຳເນີນການເຄື່ອນໄຫວດ້ານສາສະນາ ແລະ ມີຜູ້ ເຂົ້າຮ່ວມຫລາຍສຸດແມ່ນໃນວັນອາທິດ. ບັນດາການເຄື່ອນໄຫວດ້ານສາສະນາຄື: ວັນບຸນຄຼິດສະມາດ, ບັນດາວັນບຸນຂອງພະເຈົ້າ  ລ້ວນແຕ່ດຳເນີນໄປຖືກຕາມກົດໝາຍ, ການກຳນົດຂອງລັດ. ຄຸນພໍ່ Blik ຢູ່ໂບດ Plei Mơ Nú ໃຫ້ຮູ້ວ່າ:

 “ຄະນະສາສະຫນາແຂວງ ຢາລາຍ ໄດ້ມີການຕິດຕໍ່ພົວພັນດີທີ່ສຸດກັບສະມາຄົມໂປແຕສະຕັງຢູ່ທີ່ນີ້. ຕຳຫລວດຕາແສງກໍ່ເຊັ່ນດຽວກັນ, ເຂົາເຈົ້າມາຢ້ຽມຢາມ ອວຍພອນວັນບຸນ ຄຼິດສະມາດ. ຂ້າພະເຈົ້າ ມາຢູ່ນີ້ແຕ່ປີ 2014. ຢູ່ທີ່ນີ້ ມີຄວາມສະຫງົບປອດໄພດີ, ລັດ ສ້າງເງື່ອນໄຂສະດວກໃຫ້ປະຊາຊົນທຳການເຄື່ອນໄຫວດ້ານສະນາ. ຂ້າພະເຈົ້າກໍ່ເຜີຍແຜ່ຄຳສັ່ງສອນຂອງພະເຢຊູໃຫ້ພໍ່ແມ່ປະຊາຊົນວ່າ ຕ້ອງຢູ່ໃນສິນກິນໃນທຳ, ມີສະຕິຄວາມຮັບຜິດຊອບໃນການສ້າງຄອບຄົວໃຫ້ມີຄວາມຜາສຸກ, ສ້າງສາສະມາຄົມໂປແຕສະຕັງ ກໍຄືປະກອບສ່ວນສ້າງສາປະເທດຊາດ

ຮີດຄອງປະເພນີອັນດີງາ ເຕັມໄປດ້ວຍວັດທະນະທຳມະນຸດ ຢູ່ ບ້ານ Plei Mơ Nú ແມ່ນແຕ່ລະເທືື່ອທີ່ໄປເຄື່ອນໄຫວດ້ານສະນາຢູ່ໂບດ ກໍ່ຈະປະກອບສ່ວນເງິນ, ເຂົ້າສານຈຳນວນຫນ້ອຍຫນຶ່ງດ້ວຍຄວາມສະໝັກໃຈ ເພື່ອແບ່ງປັນໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກໃນບ້ານ. ຍ້ອນເຫດນັ້ນ ບັນດາຍົດສັກຕຳແຫນ່ງ ແລະ ພໍ່ແມ່ຊາວຄຼິດ ຍິ່ງມີຄວາມສະຫນິດຕິດພັນ, ໃກ້ຊິດນຳກັນກວ່າອີກ. ລຸງ ເຮີແນມ ຊາວບ້ານ Plei Mơ Nú ໃຫ້ຮູ້ວ່າ:

 “ຢູ່ທີ່ນີ້ ແຕ່ລະຄອບຄົວກ່ອນທີ່ຈະຫຸງເຂົ້າແຕ່ລະເທື່ອ, ເຂົາເຈົ້າຈະຕັກເຂົ້້າສານອອກຫນ້ອຍຫນຶ່ງໃສ່ກັບໄວ້ ແລະ ທິດຫນຶ່ງເຂົາເຈົ້າເອົາເຂົ້າສານມາປະກອບສ່ວນໄວ້ຢູ່ໂບດເທື່ອຫນຶ່ງ. ສ່ວນເງິນຄຳແມ່ນອີງຕາມເງື່ອນໄຂຂອງແຕ່ລະຄອບຄົວ, ແຕ່ລະຜູ້ໃຈບຸນໃຈກຸສົນ. ຈຳນວນເງິນເຫລົ່ານັ້ນ ທາງໂບດຈະນຳໃຊ້ໃຫ້ວຽກງານກໍ່ສ້າງ ບູລະນະປະຕິສັງຂອນ ຫລື ນຳໃຊ້ໃນວັນບຸນໃຫຍ່. ນອກນັ້ນ ຂ້າພະເຈົ້າກໍ່ໃຫ້ 5-6 ຄົນກູ້ຢືມເງິນ, ຜູ້ມີກໍ່ສົ່ງຄືນໃຫ້ 10 20 ລ້ານດົ່ງ ແລ້ວ, ບາງຄົນຍັງບໍ່ທັນສົ່ງຄືນ ແຕ່ຂ້າພະເຈົ້າກໍ່ສືບຕໍ່ຊ່ວຍເຫລືອ ບໍ່ເກັບດອກເບັ້ຍ. ເຂົາເຈົ້າ ນຳໃຊ້ຈຳນວນເງິນນີ້ເພື່ອຊື້ ແບ້, ຊື້ໝູມາລ້ຽງ, ຊື້ລົດຈັກ..”

ຊາວຄິຼດ ບ້ານ ປະເລິຍເມີນຸ ມີຊີວິດສະ​ຫງົບ​ສຸກ ຢູ່ໃນສິນກິນໃນທຳ - ảnh 2ຊາວຄຼິດ ປະກອບສ່ວນເຂົ້າສານ ໃຫ້ ໂບດ ເພື່ອແບ່ງປັນກັບຜູ້ທຸກຍາກ

ໂດຍຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່, ບັນດາຄອບຄົວໃນບ້ານກໍ່ປູກຕົ້ນກາເຟ, ຕົ້ນໝາກພິກໄທ, ປູກເຂົ້າ. ນອກນັ້ນ ເຂົາເຈົ້າຍັງລ້ຽງສັດ, ລ້ຽງປາອີກ. ຊີວິດການເປັນຢູ່ຂອງປະຊາຊົນໃນບ້ານປະຈຸບັນ ແມ່ນຫລຸດຜ່ອນຄວາມຫຍຸ້ງຍາກຫລາຍແລ້ວເມື່ອທຽບໃສ່ກ່ອນນີ້, ບາງຄອບຄົວກໍ່ມີເສດຖະກິດທີ່ໝັ້ນຄົງ. ລຸງ Djơnh ຊາວບ້ານ Plei Mơ Nú ໃຫ້ຮູ້ວ່າ:

 “ເບີ່ງລວມແລ້ວ ຊາວບ້ານ Plei Mơ Nú  ມີຊີວິດການເປັນຢູ່ທີ່ເປັນປົກກະຕິ. ມີຈຳນວນນ້ອຍຄົນທີ່ໄປເຮັດວຽກຢູ່ໄກບ້ານ, ບາງຄົນເຮັດວຽກຢູ່ເຂດອຸດສາຫະກຳ ຈາດາ ຫ່າງຈາກນີ້ປະມານ 4 ກິໂລແມັດ. ຄອບຄົວຂ້າພະເຈົ້າປູກກາເຟ 1 ເຮັກຕາ, ໝາກພິກໄທ ປະມານ 200 ຕົ້ນ, ເຂົ້າ 5 ໄລ່. ປີນຶ່ງມີ ກຳໄລກວ່າ 50 ລ້ານ.

ຊາວບ້ານ Plei Mơ Nú ຢູ່ໃນສິນກິນໃນທຳ, ເຄົາລົບພະເຢຊູ, ມີຄວາມຮັກຊາດ. ຊາວຄຼິດ ເຮັດຫລ້ອນຫນ້າທີ່ຂອງຜູ້ເປັນສາສະນິກະຊົນ, ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານທຳການຜະລິດ.  ຊີວິດຢູ່ເຢັນເປັນສຸກ ໄດ້ ແລະ ພວມດຳເນີນໃນແຕ່ລະມື້ຢູ່ບ້ານ Plei Mơ Nú.

ຕອບກັບ

ຂ່າວ/ບົດ​ອື່ນ