ຊາວຄຼິດແຂວງ ນາມດິ້ງ ປະກອບສ່ວນສ້າງເສດຖະກິດ-ສັງຄົມຂອງທ້ອງຖິ່ນ

(VOVWORLD) -ດ້ວຍທິດນຳໃນການດຳລົງຊີວິດທີ່ວ່າ “ຢູ່ໃນສິນ, ກິນໃນທຳ”, ຊາວຄຼິດແຂວງນາມດິ້ງ ຍາມໃດກໍ່ຍົກສູງຈິດໃຈສາມັກຄີ, ຕັ້ງໜ້າປະກອບສ່ວນສ້າງເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ຊາວຄຼິດແຂວງ ນາມດິ້ງ ປະກອບສ່ວນສ້າງເສດຖະກິດ-ສັງຄົມຂອງທ້ອງຖິ່ນ - ảnh 1ຊາວຄຼິດແຂວງນາມດິ້ງ ຕັ້ງໜ້າປະກອບສ່ວນສ້າງເສດຖະກິດ - ສັງຄົມຂອງທ້ອງຖິ່ນ 

(ພາບ: dangcongsan.vn)

ແຂວງ ນາມດິ້ງ ແມ່ນທ້ອງຖິ່ນມີຜູ້ເຊື່ອຖືຫຼາຍສາສະໜາ, ດ້ວຍ 3 ສາສະໜາຕົ້ນຕໍແມ່ນ: ທະສາສະໜາພຸດ, ສາສະໜາຄຼິດ ແລະ ສາສະໜາໂປແຕັກຕັງ. ພໍ່ແມ່ປະຊາຊົນເຊື່ອຖືສາສະໜາຄຼິດ ໄດ້ເຕົ້າໂຮມກັນດຳລົງຊີວິດຢູ່ບັນດາເມືອງ ຫ໋າຍເຮົ້າ, ຢາວຖຸຍ, ຊວັນເຈື່ອງ ເຫຼົ່ານີ້ເປັນຕົ້ນ. ດ້ວຍທິດນຳໃນການດຳລົງຊີວິດທີ່ວ່າ “ຢູ່ໃນສິນ, ກິນໃນທຳ”, ຊາວຄຼິດແຂວງນາມດິ້ງ ຍາມໃດກໍ່ຍົກສູງຈິດໃຈສາມັກຄີ, ຕັ້ງໜ້າປະກອບສ່ວນສ້າງເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

        ໃນໄລຍະຜ່ານມາ, ຊາວຄຼິດແຂວງ ນາມດິ້ງ ໄດ້ຕັ້ງໜ້າສະໜັບສະໜູນ, ປະຕິບັດບັນດາບັ້ນຂົນຂວາຍໂດຍອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຈັດຕັ້ງການເມືອງ, ສັງຄົມປຸກລະດົມຢ່າງມີປະສິດທິຜົນຄື: “ສ້າງເຂດຊາວຄຼິດ, ຄອບຄົວຊາວຄຼິດທີ່ເປັນແບບຢ່າງ”; “ບັນດາຜູ້ເຊື່ອຖືສາສະໜາຄຼິດ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”; “ຊາວຄຼິດດີກໍ່ແມ່ນພົນລະເມືອງທີ່ດີ”… ໃນຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່” ນັ້ນ, ເມືອງ ຫ໋າຍເຮົ້າ ໄດ້ຮັບການຄັດເລືອກແມ່ນໜຶ່ງໃນບັນດາຫົວໜ່ວຍທົດລອງນຳໜ້າໃນທົ່ວປະເທດໃນການກໍ່ສ້າງຊົນນະບົດໃໝ່. ທ່ານ ຫວູງອັກເຈື່ອງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນເມືອງ ຫ໋າຍເຮົ້າ, ໃຫ້ຮູ້ວ່າ.

        “ຢູ່ຫ໋າຍເຮົ້າ ມີ 2 ສາສະໜາໃຫຍ່ຄື ສາສະໜາຄຼິດ ແລະ ສາສະໜາພຸດ. ຊາວຄຼິດກວມເອົາ 50% ແລະ ມີຄວາມຂະຫຍັນຂັນເຄື່ອນ. ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ເມືອງ ຫ໋າຍເຮົ້າ ກໍ່ສ້າງຕົວແບບຊົນນະບົດໃໝ່ຕາມຮູບແບບ ແຈ້ງ, ສະອາດ, ສວຍງາມ. ມາຮອດປະຈຸບັນ, ຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ຊີວິດການເຫຼື້ອມໃສຊື່ອມຖືສາສະໜາຂອງປະຊາຊົນໄດ້ຮັບການຮັບປະກັນ ສະນັ້ນປະຊາຊົນຊາວຄຼິດລ້ວນແຕ່ມີຄວາມເບີກບານມວ່ນຊື່ນ ແລະ ມີຄວາມສະມັກຄີກັນທີ່ສຸດ. ຄາຄອງຊີບຂອງຊາວ ຫ໋າຍເຮົ້າ ກໍ່ໄດ້ເພີ່ມຂຶ້ນປະມານ 1,5 ເທົ່າ ເມື່ອທຽບໃສ່ກ່ອນນີ້ 5 ປີ. ປະຊາຊົນ ແລະ ວົງການສື່ມວນຊົນໄດ້ໃຫ້ຂໍ້ສັງເກດວ່າ ຫ໋າຍເຮົ້າ ແມ່ນເຂດບ້ານນາທີ່ເປັນໜ້າດຳລົງຊີວິດ”.

        ບັນດາເມືອງທີ່ມີຊາວຄຼິດຍັງໄດ້ເສີມຂະຫຍາຍມູນເຊື້ອການເຮັດກະເສດສຸມໃນການຜະລິດກະສິກຳ, ພັດທະນາການລ້ຽງສັດຕາມຮູບແບບລ້ຽງເປັນຟາມ; ຫັນປ່ຽນເນື້ອທີ່ປູກເຂົ້າທີ່ມີຄຸນນະພາບຕ່ຳໄປສູ່ການລ້ຽງປູກສິນໃນນ້ຳ, ປູກຕົ້ນໄມ້ສະໝູນໄພທີ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ປະຈຸບັນ, ໃນທົ່ວແຂວງມີຊາວຄຼິດເກືອບ 400 ຄົນເປັນຜູ້ອຳນວຍການບໍລິສັດ. ໄດ້ມີແບບຢ່າງດີເດັ່ນຫຼາຍຄົນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາໜ້າທີ່ໃນການພັດທະນາເສດຖະກິດ - ສັງຄົມໄດ້ຢ່າງມີໄຊ. ທ່ານ ຫງວຽນວັນແທັ່ງ, ຫົວໜ້າສະຫະກອນລິງຟ໊າດ, ເມືອງ ຫ໋າຍເຮົ້າ, ແບ່ງບັນວ່າ.

        “ສະຫະກອນ ລິງຟ໊າດ ໄດ້ຮັບການສ້າງຕັ້ງເມື່ອປີ 2014, ຜະລິດເຫັດລີ້ນຈີ່ ແລະ ເຫັດປະເພດຕ່າງໆ, ໂດຍຜະລິດຕາມຂັ້ນຕອນຂອງ Vietgap, ບັນດາຜະລິດຕະພັນຂອງສະຫະກອນໄດ້ຮັບໃບຍ້ອງຍໍຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ. ປະຈຸບັນ, ສະຫະກອນລິງຟ໊າດ ພວມຮ່ວມສຳພັນກັບບັນດາຫົວໜ່ວຍຂອງແຂວງອື່ນເພື່ອຜະລິດເຊື້ອເຫັດ, ຖ່າຍທອດເຊື້ອເຫັດໃຫ້ແກ່ພໍ່ແມ່ປະຊາຊົນ. ຜະລິດຕະພັນເຫັດ ລີ້ນຈີ່ ລິງຟ໊າດ ໄດ້ວາງຂາຍຢູ່ທົ່ວປະເທດຫວຽດນາມ”.

        ບັນດາຂະບວນການແຂ່ງຂັນຮັກຊາດຄື: ບັ້ນຂົນຂວາຍ “ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ”, ບັ້ນຂົນຂວາຍ “ວັນເພື່ອຄົນທຸກຍາກ”; ຂະບວນການ “ແຂ່ງຂັນຜະລິດ, ດຳເນີນທຸລະກິດເກັ່ງ”… ໄດ້ແຜ່ຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງໃນໝູ່ປະຊາຊົນຊາວຄຼິດ. ພິເສດແມ່ນຂະບວນການສົ່ງເສີມການສຶກສາ, ສົ່ງເສີມຄົນເກັ່ງ ໄດ້ຮັບການພັດທະນາຢ່າງແຮງພໍສົມຄວນ. ຢູ່ຕາມວັດ, ໂບດ ໃນບໍລິເວນແຂວງລ້ວນແຕ່ໄດ້ສ້າງກອງທຶນສົ່ງເສີມການຮຽນ, ສົ່ງເສີມຄົນເກັ່ງ. ຄຸນພໍ່ Gioankim ຫງວຽນຮິວວັນ, ສຳນັກສັງຄະລາດ ບຸ່ຍຈູ, ເມືອງ ຊວັນເຈື່ອງ, ໃຫ້ຮູ້ວ່າ.

 “ບັນດາຄຸນພໍ່ໄດ້ມາສິດສອນໃຫ້ປະຊາຊົນຊາວຄຼິດກ່ຽວກັບຄວາມໝາຍຂອງວັນບຸນຄຼິດສະມາດ ເພື່ອມຸ່ງໄປເຖິງອະນາຄົດອັນດີງາມ. ໃນບັນດາວັນບຸນໃຫຍ່ ອຳນາດການປົກຄອງ, ສຳນັກສັງຄະລາດ ໄດ້ຈັດຕັ້ງການຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ປະຊາຊົນຊາວຄຼິດ, ແບ່ງປັນຄວາມເບີກບານມ່ວນຊື່ນ. ຄວາມເອົາໃຈໃສ່, ຄວາມປອງດອງປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ຄວາມເອົາໃຈໃສ່ເຖິງຊີວິດແຫ່ງຈິດວິນຍານ, ວັດທະນະທຳຂອງພໍ່ແມ່ປະຊາຊົນ”.

        ປີ 2019, ເສດຖະກິດຂອງແຂວງ ນາມດິ້ງ ໄດ້ຮັບການເຕີບໂຕກວ່າ 8%, ເຊິ່ງແມ່ນລະດັບສູງເມື່ອທຽບໃສ່ກັບຫຼາຍທ້ອງຖິ່ນໃນທົ່ວປະເທດ. ຜົນງານທາງດ້ານເສດຖະກິດ - ສັງຄົມຂອງແຂວງທີ່ບັນລຸໄດ້ນັ້ນ ໄດ້ມີການປະກອບສ່ວນຂອງຊາວຄຼິດຢ່າງຫຼວງຫຼາຍ. ຊາວຄຼິດ ແຂວງນາມດິ້ງ ຍາມໃດກໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດໃຫ້ເປັນຢ່າງດີ, “ນັບຖືພະເຢຊູ ຮັກຊາດ”, ດຳລົງຊີວິດ “ຢູ່ໃນສິນ, ກິນໃນທຳ”, ປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ, ສວຍງາມຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ