ຊາວປະມົງແຂວງ ບິ່ງທ້ວນ ຕິດພັນກັບເຂດທະເລ ເຈື່ອງຊາ

(VOVWORLD) -ດ້ວຍກ່ຳປັ່ນປະມານ 7.000 ລຳທີ່ພວມເຄື່ອນໄຫວ, ຊາວປະມົງແຂວງ ບິ່ງທ້ວນ ຫຼາຍລຸ້ນຄົນໄດ້ສ້າງຄວາມຮັ່ງມີຈາກເຂດທະເລ ເຈື່ອງຊາ ຂອງປະເທດຊາດ.
ຊາວປະມົງແຂວງ ບິ່ງທ້ວນ ຕິດພັນກັບເຂດທະເລ ເຈື່ອງຊາ - ảnh 1 (ກ່ຳປັ່ນຂອງຊາວປະມົງແຂວງບິ່ງທ້ວນ)

ເຖິງວ່າການເຄື່ອນໄຫວຂຸດຄົ້ນສິນທະເລພວມປະສົບກັບອຸປະສັກບາງຢ່າງກໍ່ຕາມ, ແຕ່ຊາວປະມົງຢູ່ທີ່ນີ້ຍັງຕັດສິນໃຈໄປຫາປາໄກຝັ່ງ, ສືບທອດມູນເຊື້ອຕິດພັນກັບທະເລຈາກລຸ້ນປູ່ລຸ້ນພໍ່.

        ກ່ຳປັ່ນຂອງຊາວປະມົງແຂວງບິ່ງທ້ວນ ສ່ວນຫຼາຍແມ່ນມີຄວາມແຮງສູງ, ໄດ້ປະກອບເຄື່ອງອຸປະກອນທັນສະໄໝ, ລະບົບຕິດຕາມການເດີນທາງ, ເຄື່ອງຕິດຕໍ່ໂທລະເລກ ຫຼື ເຄື່ອງກັ່ນຕອງນ້ຳເຄັມໃຫ້ກາຍເປັນນ້ຳຈືດ. ຍ້ອນເຫດນັ້ນ, ບັນດາກອງກ່ຳປັ່ນທີ່ອອກໄປຫາປາຢູ່ໄກຝັ່ງຄື ໝູ່ເກາະ ເຈື່ອງຊາ, ເຂດເຮືອນຮ້ານ, ເຂດເກາະດອນ… ຈຶ່ງບັນລຸປະສິດທິຜົນທາງດ້ານເສດຖະກິດສູງ.

        ໂດຍປະກອບອາຊີບຫາປາມາເປັນເວລາ 30 ກວ່າປີ, ໃນເວລານັ້ນ ຊີວິດຂອງທ່ານ ເຈືອງວັນຕ່ວານ, ຢູ່ນະຄອນ ຟານທ໊ຽດ, ແຂວງ ບິ່ງທ້ວນ ໄດ້ຕິດພັນກັບເຂດທະເລຂຶ້ນກັບໝູ່ເກາະ ເຈື່ອງຊາ. ທ່ານແມ່ນໜຶ່ງໃນກຸ່ມ 10 ເຈົ້າຂອງກ່ຳປັ່ນຂອງນະຄອນຟານທ໊ຽດ ໄດ້ອອກໄປຂຸດຄົ້ນສິນທະເລຢູ່ເຂດໄກຝັ່ງຂຶ້ນກັບໝູ່ເກາະເຈື່ອງຊາ. ໃນຈຳນວນຜູ້ຮ່ວມອາຊີບ 50 ຄົນທີ່ໄປຫາປາກັບທ່ານ ເຈື່ອງວັນຕ່ວານ ນັ້ນ, ມີກວ່າເຄິ່ງໜຶ່ງໄດ້ມີຄວາມຜູກພັນກັບທ່ານເປັນເວລານັບສິບປີມານີ້.

        ແຕ່ລະເທື່ອທີ່ທ່ານອອກໄປຫາປານັ້ນ, ໄດ້ສ້າງຄວາມຊົງຈຳຫຼາຍຢ່າງ, ໂດຍສະເພາະແມ່ນການປະທະກັນກ່ຳປັ່ນຕ່າງປະເທດ ຫຼື ຕ້ອງປະເຊີນໜ້າກັບຄື້ນທະເລ, ພາຍຸລົມແຮງ. ເມື່ອເລົ່າເລື່ອງກ່ຽວກັບການປະທະກັນກ່ຳປັ່ນຕ່າງປະເທດ, ທ່ານ ເຈືອງວັນຕ່ວານ ໃຫ້ຮູ້ວ່າ, ໃນຂະນະທີ່ພວມຂຸດຄົ້ນຢູ່ຫາດດອນຫີນໃຕ້ນ້ຳ ຟຸ໊ກງວຽນ (ຢູ່ໃກ້ກັບເຮືອນຮ້ານ DK1) ໄດ້ພົບເຫັນກ່ຳປັ່ນຜິດປົກກະຕິ, ທ່ານໄດ້ລາຍງານຕໍ່ກຳລັງທີ່ມີໜ້າທີ່, ຕິດຕໍ່ກັບບັນດາກ່ຳປັ່ນໃນກຸ່ມ, ຮັບປະກັນຄວາມປອດໄພ.

        “ກໍລະນີທີ່ພວກຂ້າພະເຈົ້າຫາປາຢູ່ບ່ອນກຳນົດເຂດແດນທະເລຮ່ວມນັ້ນ, ບໍ່ລະເມີດເຂດນ່ານທະເລຂອງປະເທດໃດ. ນີ້ພຽງແຕ່ແມ່ນບ່ອນກຳນົດເຂດແດນທະເລລວມ ແຕ່ໃນບາງກໍລະນີບັນດາກ່ຳປັ່ນຂອງປະເທດເພື່ອນບ້ານ ພັດເຂົ້າມາເຂດແດນທະເລຂອງຫວຽດນາມ, ອ້າຍນ້ອງໄດ້ຕິດຕໍ່ກັນແຈ້ງໃຫ້ກັນຊາບ, ແລ້ວກັບເຂົ້າມາເຂດແດນທະເລຂອງຫວຽດນາມ, ເພື່ອຫຼີກລ້ຽງບໍ່ໃຫ້ມີຜົນສະທ້ອນຕໍ່ການຫາປາ”.

        ເພື່ອຍົກສູງປະສິດທິຜົນຂອງການຫາປາ ແລະ ພິເສດແມ່ນການປ້ອງກັນເຊິ່ງກັນແລະກັນໃນທຸກກໍລະນີນັ້ນ, ບັນດາກ່ຳປັ່ນໄດ້ໄປເປັນກຸ່ມເປັນຝູງໃນແຕ່ລະໜ່ວຍ, ແຕ່ລະທິມຮ່ວມສຳພັນ. ເມື່ອເດີນທາງເຂົ້າໃກ້ກັບບັນດາເຂດເກາະ, ກ່ຳປັ່ນມາຈາກບັນດາແຂວງ, ນະຄອນທີ່ແຕກຕ່າງກັນໄດ້ຮ່ວມສຳພັນນຳກັນກາຍເປັນກຸ່ມກ່ຳປັ່ນໃຫຍ່ ທັງຂຸດຄົ້ນຢູ່ເຂດຫາປາ, ທັງປົກປ້ອງເຊິ່ງກັນແລະກັນ. ຄອບຄົວຊາວປະມົງທ່ານ ເລວັນບົງ, ຢູ່ຕາແສງ ດຶກລອງ, ນະຄອນ ຟານທ໊ຽດ ມີມູນເຊື້ອຕິດພັນກັບທະເລເປັນລຸ້ນທີ 5 ແລ້ວ, ທ່ານແມ່ນລຸ້ນທີ 4 ທີ່ສືບທອດມູນເຊື້ອຂອງປູ່ຍ່າຕາຍາຍ. ກ່ອນນີ້, ເລື່ອງຂຸດຄົ້ນຢູ່ບັນດາເຂດທະເລແມ່ນຫາຍາກທີ່ຈະມີການແຕະຕ້ອງກັບກ່ຳປັ່ນຕ່າງປະເທດ, ແຕ່ໃນ 2 - 3 ປີມານີ້ ແມ່ນໄດ້ພົບເຫັນບັນດາກ່ຳປັ່ນຜິດປົກກະຕິປະກົດຕົວຢູ່ອ້ອມແອ້ມເຂດນີ້ຕະຫຼອດ. ທ່ານ ເລວັນບົງ, ໃຫ້ຮູ້ວ່າ.

ຊາວປະມົງແຂວງ ບິ່ງທ້ວນ ຕິດພັນກັບເຂດທະເລ ເຈື່ອງຊາ - ảnh 2(ທ່ານ ເລວັນບົງ)

“ມີບາງຄັ້ງບາງຄາວມັນກໍ່ສ້າງຄວາມກົດດັນໃຫ້ແກ່ພວກເຮົາ. ແຕ່ມັນເຮັດຫຍັງພວກເຮົາກໍ່ບໍ່ສົນໃຈ, ພວກເຮົາຫາປາຂອງພວກເຮົາໄປ, ມັນບໍ່ກໍ່ກ່ວນເຮົາກໍ່ໄດ້ແລ້ວ. ທະເລເຊິ່ງພວກເຮົາຫາປາແມ່ນເຂດທະເລຂອງຫວຽດນາມ, ເຮົາຫາປາເປັນປົກກະຕິ, ບໍ່ມີຫຍັງຕ້ອງເປັນຫ່ວງ”.

        ໂດຍສືບທອດມູນເຊື້ອຂອງລຸ້ນປູ່ລຸ້ນພໍ່, ບັນດາຊາວປະມົງທີ່ຍັງໜຸ່ມແໜ້ນຍ້ອມຫ່າງຈາກເມຍ, ລູກ ເພື່ອອອກໄປຫາປາເປັນເວລາຫຼາຍມື້. ອ້າຍ ຫງວຽນວັນຕ່າຍ, ຊາວປະມົງຢູ່ນະຄອນ ຟານທ໊ຽດ, ເລົ່າສູ່ຟັງວ່າ.

        “ການໄປຫາປາເປັນເວລາຫຼາຍເດືອນນັ້ນແມ່ນລຳບາກຫຼາຍ. ບາງເທື່ອກໍ່ຄິດຮອດລູກ, ຄິດຮອດເມຍຢູ່ບ້ານ, ແລ້ວກໍ່ຍັງປະສົບກັບຄວາມຫຍຸ້ງຍາກຕື່ມອີກ, ສ່ວນໜຶ່ງກໍ່ແມ່ນຍ້ອນຫາປາບໍ່ໄດ້, ສ່ວນໜຶ່ງກໍ່ຍ້ອນເກີດບັນຫາຕ່າງໆຕື່ມອີກ”.

        ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ກໍ່ຕ້ອງຜ່ານຜ່າທຸກສິ່ງທຸກຢ່າງ, ບັນດາກ່ຳປັ່ນຂອງຊາວປະມົງຢູ່ແຂວງ ບິ່ງທ້ວນ ຍັງໄດ້ອອກໄປຫາປາໄກຝັ່ງທັງເວັນແລະຄືນ. ແຕ່ລະມື້, ກ່ຳປັ່ນລຳຕ່າງໆໄດ້ພ້ອມກັນອອກສູ່ທະເລເປັນປະຈຳ ທັງຂຸດຄົ້ນສິນທະເລ ທັງເປັນການປົກປັກຮັກສາ, ຢັ້ງຢືນອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ