ຊາວໂປແຕສຕັງ ບ້ານຊີມາ 2 ດຳລົງຊີວິດຢູ່ໃນສິນກິນໃນທຳ

(VOVWORLD) - ບັນດາການເຄື່ອນໄຫວສາສະໜາຄື ບຸນຄຼິດສະມາດ, ບັນດາພິທີກຳບູຊາ…ລ້ວນແຕ່ດຳເນີນຖືກຕ້ອງຕາມຂໍ້ກຳນົດຂອງໂປແຕສຕັງ, ຖືກຕ້ອງຕາມກົດໝາຍ, ຂໍ້ກຳນົດຂອງລັດ ແລະ ທ້ອງຖິ່ນ.

ບ້ານ ຊີມາ 2, ຕາແສງ ຈູງຈ໋າຍ, ເມືອງ ເມື່ອງແຍ໊, ແຂວງ ດ້ຽນບຽນ, ປະຈຸບັນມີເກືອບ 80 ຄອບຄົວ ດ້ວຍປະຊາກອນປະມານ 420 ຄົນ, ສ່ວນຫລາຍເປັນຊົນເຜົ່າມົ້ງ. ພໍ່ແມ່ປະຊາຊົນຢູ່ທີ່ນີ້ ຖືສາສະໜາ ໂປແຕສຕັງ ເປັນສ່ວນໃຫຍ່ຕົ້ນຕໍ. ບັນດາສາສະນິກະຊົນ, ຊາວໂປແຕສຕັງ ຍາມໃດກໍ່ມີສະຕິ “ດຳລົງຊີວິດຢູ່ໃນສິນກິນໃນທຳ, ເຄົາລົບນັບຖືພະເຢຊູ, ຮັກຊາດ, ຮັບໃຊ້ປະເທດຊາດ”.

ຊາວໂປແຕສຕັງ ບ້ານຊີມາ 2 ດຳລົງຊີວິດຢູ່ໃນສິນກິນໃນທຳ - ảnh 1ຊາວໂປແຕສຕັງ ບ້ານຊີມາ 2 ດຳລົງຊີວິດຢູ່ໃນສິນກິນໃນທຳ  (ພາບ: vietnamnet.vn)

ເມື່ອຮອດວັນທິດຂອງທຸກໆອາທິດ, ຊາວໂປແຕສຕັງ ຢູ່ບ້ານ ຊີມາ 2 ໄດ້ພາກັນໄປເຮືອນດຳເນີນຊີວິດຂອງວົງຄະນະຍາດ. ການດຳເນີນຊີວິດໃນແຕ່ລະຄັ້ງນັ້ນ ພໍ່ແມ່ປະຊາຊົນຊາວໂປແຕສຕັງ ລ້ວນແຕ່ມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ ເພື່ອຮັບຟັງການເທສະໜາທາງທຳສັ່ງສອນກ່ຽວກັບການເຄົາລົບນັບຖືພະເຢຊູ, ຮັກແພງມະນຸດ, ບໍ່ຟັງຄວາມພວກຄົນບໍ່ດີຈອບອອຍ ປະຕິບັດການກະທຳຜິດ. ເນື່ອງໃນໂອກາດນີ້, ພໍ່ແມ່ປະຊາຊົນກໍ່ຍາດເວລາ ເພື່ອແລກປ່ຽນບົດຮຽນໃນການທຳມາຫາກິນ, ພັດທະນາເສດຖະກິດຄອບຄົວ ເປັນຕົ້ນແມ່ນການປູກຕົ້ນໄມ້ກິນໝາກ, ລ້ຽງງົວ, ລ້ຽງຄວາຍ, ເຮັດໄຮ່ເຮັດນາ ແລະ ພ້ອມກັນຮ້ອງບົດເພງສັນລະເສີນພະເຈົ້າແຫ່ງຄວາມສະຫງົບສຸກ.

ນັບແຕ່ເມື່ອປະກາດໃຊ້ກົດໝາຍວ່າດ້ວຍການເຫລືຶຶ້ອມໃສ, ເຊື່ອຖືສາສະໜາໃນປີ 2016 ເປັນຕົ້ນມາ, ການເຄື່ອນໄຫວເຫລືຶ້ອມໃສສາສະໜາຂອງພໍ່ແມ່ປະຊາຊົນຊາວໂປແຕສຕັງມີຄວາມສະດວກທີ່ສຸດ. ກ່ອນນີ້, ການເຕົ້າໂຮມເຄື່ອນໄຫວຂອງບັນດາກຸ່ມໂປແຕສຕັງ ຕ້ອງເສຍເວລາປະມານ 20 ປີ ຈຶ່ງໄດ້ຮັບໃບອະນຸຍາດຈາກອຳນາດການປົກຄອງ, ແຕ່ມາໃນປະຈຸບັນ ພຽງແຕ່ເຄື່ອນໄຫວຢ່າງລຽນຕິດ, ເປັນປະຈຳ ໃນເວລາ 5 ປີ ແລະ ມີບາງເງື່ອນໄຂອື່ນໆອີກ ອຳນາດການປົກຄອງກໍ່ອະນຸຍາດໃຫ້ເຄື່ອນໄຫວແລ້ວ.  ລຸງ ຢ່າງຮົ່ງຊິງ, (ຊົນເຜົ່າມົ້ງ), ຜູ້ຮັບຜິດຊອບການເຜີຍແຜ່ສາສະໜາຂອງກຸ່ມໂປແຕສຕັງ ພາກເໜືອ ຫວຽດນາມ ຢູ່ບ້ານ ຊີມາ 2 ໃຫ້ຮູ້ວ່າ: 

ສຳລັບການເຄື່ອນໄຫວສາສະໜາບໍ່ມີຫຍັງຫຍຸ້ງຍາກ, ລັດອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວສາສະໜາ, ພະແນກພາຍໃນແຂວງ ດ້ຽນບຽນ ກໍ່ເຊັ່ນດຽວກັນ. ກ່ອນນີ້ ແມ່ນເຄື່ອນໄຫວເປັນປົກກະຕິຢູ່ຄອບຄົວ ແຕ່ມາປະຈຸບັນໄດ້ຈົດທະບຽນ ແລະ ໄດ້ຮັບໃບອະນຸຍາດແລ້ວ. ກຸ່ມເຄື່ອນໄຫວສາສະໜາໂປແຕສຕັງໃດທີ່ມີແຕ່ 30 50 ຄອບຄົວຂຶ້ນໄປໃນຕາແສງ ຈູງຈ໋າຍ ລ້ວນແຕ່ຈົດທະບຽນເຄື່ອນໄຫວສາສະໜາ.

ຊາວໂປແຕສຕັງ ບ້ານຊີມາ 2 ດຳລົງຊີວິດຢູ່ໃນສິນກິນໃນທຳ - ảnh 2 ລຸງ ຢ່າງຮົ່ງຊິງ, (ຊົນເຜົ່າມົ້ງ), ຜູ້ຮັບຜິດຊອບການເຜີຍແຜ່ສາສະໜາຂອງກຸ່ມໂປແຕສຕັງ ພາກເໜືອ ຫວຽດນາມ ຢູ່ບ້ານ ຊີມາ 2

ບັນດາການເຄື່ອນໄຫວສາສະໜາຄື ບຸນຄຼິດສະມາດ, ບັນດາພິທີກຳບູຊາ…ລ້ວນແຕ່ດຳເນີນຖືກຕ້ອງຕາມຂໍ້ກຳນົດຂອງໂປແຕສຕັງ, ຖືກຕ້ອງຕາມກົດໝາຍ, ຂໍ້ກຳນົດຂອງລັດ ແລະ ທ້ອງຖິ່ນ. ຊາວໂປແຕສຕັງ ໃນບ້ານບາງຄົນຍັງເຂົ້າຮ່ວມວຽກງານຂອງພັກ, ຊາວໜຸ່ມ, ສະມາຄົມຕ່າງໆ…ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການດຳລົງຊີວິດ ແລະ ເຄື່ອນໄຫວສາສະໜາ. ເອື້ອຍ ວືທິຢີ໋ງ, ຊົນເຜົ່າມົ້ງ, ບ້ານຊີມາ 2, ເລົ່າສູ່ຟັງວ່າ:

ຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວສາສະໜາຢູ່ນີ້ມາເປັນເວລາ 6 ປີແລ້ວ. ຂ້າພະເຈົ້າເຄີຍໄປສວດມົນພ້ອມກັບຄອບຄົວ ແລະ ພໍ່ແມ່ປະຊາຊົນໃນບ້ານ. ພວກຂ້າພະເຈົ້າໄດ້ຮັບການອະນຸຍາດຈາກອຳນາດການປົກຄອງ, ສ້າງເງື່ອນໄຂໃນການເຄື່ອນໄຫວສາສະໜາ, ຈົດທະບຽນເຄື່ອນໄຫວສາສະໜາ, ປະຕິບັດຕາມແຜນນະໂຍບາຍ, ກົດໝາຍຂອງລັດ.

ຢູ່ບ້ານ ຊີມາ 2, ມີປະຊາຊົນຫລາຍຄົນທີ່ມາຈາກສະຖານທີ່ອື່ນໆ ມາຕັ້ງພູມລຳເນົາຢູ່ທີ່ນີ້. ອຳນາດການປົກຄອງກໍ່ໄດ້ສ້າງເງື່ອນໄຂໃຫ້ເຂົາເຈົ້າເຄື່ອນໄຫວສາສະໜາ, ມີການເຫລື້ອມໃສສັດທາຢ່າງສະເໝີພາບ, ບໍ່ຖືກຈຳແນກ. ອ້າຍ ຢ່າງອາທື໊, ຊົນເຜົ່າມົ້ງ, ບ້ານ ຊີມາ 2 ໃຫ້ຮູ້ວ່າ:

ບ້ານເກີດຂອງຂ້ອຍຢູ່ເມືອງ ຊີນໂຮ່, ແຂວງ ລາຍເຈົາ. ຂ້າພະເຈົົ້າຍ້າຍມາຢູ່ນີ້ນັບແຕ່ປິ 2007. ປີ 2011, ລັດໄດ້ອອກສຳມະໂນຄົວໃຫ້ພໍ່ແມ່ປະຊາຊົນຢູ່ນີ້. ພໍ່ແມ່ປະຊາຊົນພວກຂ້າພະເຈົ້າແຕ່ລະຄົນ ໄດ້ປະກອບເງິນ ເພື່ອກໍ່ສ້າງຫໍແຈກ ຫໍຂອງພວກຂ້າພະເຈົ້າກໍ່ສ້າງໄດ້ 3 ປີ ແລ້ວ.  ໃນພາຍພາກໜ້າ ຖ້າມີເງື່ອນໄຂ ພໍ່ແມ່ປະຊາຊົນຢູ່ທີ່ນີ້ ຈະກໍ່ສ້າງຫໍໃຫ້ໃຫຍ່ກ່ວາເກົ່າ.

ນັບແຕ່ນີ້ຮອດປີ 2025, ຕາແສງ ຈູງຈ໋າຍ ໄດ້ວາງຄາດໝາຍປະຕິບັດ 10/15 ມາດຖານກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດ, 13/13 (100%) ບ້ານມີຫໍວັດທະນະທຳ ດຳເນີນຊີວິດວົງຄະນະຍາດ ແລະ ໄດ້ນຳໃຊ້ໄຟຟ້າຈາກຕາໜ່າງໄຟຟ້າແຫ່ງຊາດ. ໄລຍະຜ່ານມາ, ຕາແສງ ຈູງຈ໋າຍ ໄດ້ປະຕິບັດຫລາຍມາດຕະການ ແນໃສ່ຮັບປະກັນການປະຕິບັດສິດທິມະນຸດ, ສິດເສລີໃນການເຫລື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ. ທາງຕາແສງເຄີຍຈັດການພົບປະໂອ້ລົມກັບຜູ້ມີຍົດຖາບັນດາສັກ, ຜູ້ເຮັດວຽກທາງສາສະໜາ, ຜູ້ມີອິດທິພົນຊື່ສຽງ, ຫົວໜ້າກຸ່ມໂປແຕສຕັງຢູ່ບັນດາບ້ານ ເພື່ອຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຊາວໂປແຕສຕັງ. ທ່ານ ເປີແຊຈື, ເລຂາຄະນະພັກຕາແສງ ຈູງຈ໋າຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າບໍ່ໄດ້ບັງຄັບໃຫ້ປະຊາຊົນຕ້ອງເຫລື້ອມໃສ ເຊື່ອຖືສາສະໜາ, ພວກຂ້າພະເຈົ້າເຄົາລົບຄວາມເສລີໃນການເຫລື້ອມໃສ, ເຊື່ອຖືສາສະໜາຂອງຊົນເຜົ່າທັງໝົດ. ທາງຕາແສງໄດ້ ເພີ່ມທະວີວຽກງານໂຄສະນາ, ຂົນຂວາຍປະຊາຊົນຍົກສູງສະຕິລະວັງຕົວ ບໍ່ຟັງພວກຄົນບໍ່ດີຈາກພາຍນອກຈອບອອຍ, ແກ່ດຶງ, ຕ້ານ ແລະ ທຳລາຍພັກ-ລັດ. ພໍ່ແມ່ປະຊາຊົນທຳມາຫາກິນ, ດຳລົງຊີວິດເປັນປົກກະຕິ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງຕາແສງ.

ພໍ່ແມ່ປະຊາຊົນຊາວໂປແຕສຕັງ ບ້ານຊີມາ 2 ມີຄວາມເຊື່ອໝັ້ນຕໍ່ບັນດານະໂຍບາຍ, ກົດໝາຍຂອງລັດ “ດຳລົງຊີວິດຢ່າງມີຄວາມຜາສຸກ, ເຄົາລົບນັບຖືພະເຢຊູ, ຮັກຊາດ”. ບັນດາຂະບວນການແຂ່ງຂັນຮັກຊາດ, ມະນຸດສະທຳ, ການເຄື່ອນໄຫວ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ, ປົກປັກຮັກສາສິ່ງແວດລ້ອມ…ຍາມໃດຊາວໂປແຕສະຕັງກໍ່ປະຕິບັດດ້ວຍຄວາມສະໝັກໃຈ ແລະ ບັນລຸໄດ້ປະສິດທິຜົນສູງ. ປະຊາຊົນໃນບ້ານມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ດຳລົງຊີວິດຢູ່ໃນສິນກິນໃນທຳ, ຈູບຈ້າວຫ້າວຫັນຕໍ່ການອອກແຮງງານ, ທຳການຜະລິດກະສິກຳ, ພ້ອມກັນກໍ່ສ້າງບ້ານເກີດເມືອງນອນໃຫ້ມີຄວາມສະຫງົບສຸກ, ອີ່ມໜຳສຳລານ ແລະ ມີຄວາມຜາສຸກ./.

ຕອບກັບ

ຂ່າວ/ບົດ​ອື່ນ