ຊາວໜຸ່ມຫວຽດນາມປະຈັນໜ້າໃນການປົກປັກຮັກສາສິ່ງແວດລ້ອມ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ໃນຂອບເຂດກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຄັ້ງທີ 11 ອາຍຸການ 2017-2022 ຊຶ່ງໄດ້ດຳເນີນແຕ່ວັນທີ 10 – 13 ທັນວາ ຢູ່ຮ່າໂນ້ຍ, ໄດ້ຈັດເວທີປາໄສສົນທະນາໄວໜຸ່ມປະຈັນບານປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ນະທີ່ນີ້, ຊາວໜຸ່ມ, ໄວໜຸ່ມ 150 ຄົນໄດ້ສົນທະນາກັບບັນດາຂະແໜງການທີ່ມີຄວາມຮັບຜິດຊອບເພື່ອແລກປ່ຽນແນວຄວາມຄິດ, ຄວາມມຸ່ງຫວັງ ແລະ ບັນດາບັນຫາທີ່ຊາວໜຸ່ມ, ໄວໜຸ່ມມີຄວາມສົນໃຈໃນຂົງເຂດຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຊາວໜຸ່ມຫວຽດນາມປະຈັນໜ້າໃນການປົກປັກຮັກສາສິ່ງແວດລ້ອມ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ  - ảnh 1

ຊາວໜຸ່ມຫວຽດນາມປະຈັນໜ້າໃນການປົກປັກຮັກສາສິ່ງແວດລ້ອມ

      ຊຸມປີທີ່ຜ່ານມາ, ຄວາມມານະພະຍາຍາມຂອງບັນດາອົງການຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນໃນທົ່ວປະເທດ ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງຊັບພະຍາກອນທຳມະຊາດ. ຊາວໜຸ່ມດ້ວຍກຳລັງແຮງ, ຄວາມກະຕືລືລົ້ນ, ກ້າຄິດກ້າທຳ, ກໍແມ່ນກຳລັງຫຼັກແຫຼ່ງທີ່ສຳຄັນໃນ ປົກປັກຮັກສາສິ່ງແວດລ້ອມເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ ໂດຍຜ່ານບັນດາຮູບແບບຊາວໜຸ່ມຄຸ້ມຄອງເອງ, ພ້ອມກັນເກັບຂີ້ເຫຍື້ອເຮັດໃຫ້ຖະໜົນຫົນທາງສະອາດງາມຕາ, ຊາວໜຸ່ມຮ່ວມແຮງຮ່ວມໃຈປູກປ່າຊາຍເລັນເພື່ອຮັກສາທີ່ດິນຕໍ່ໜ້າຜົນກະທົບຈາກສະພາບນ້ຳທະເລຂຶ້ນສູງ…ທັງໝົດເຫຼົ່ານັ້ນ ກໍລ້ວນແຕ່ສະແດງໃຫ້ເຫັນນ້ຳໃຈ “ ບ່ອນໃດຍາກ ຊາວໜຸ່ມບຸກ, ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ, ບ່ອນໃດຕ້ອງການ ຊາວໜຸ່ມມີໜ້າ”. ແຕ່ລະທ້ອງຖິ່ນ, ອົງການຊາວໜຸ່ມ ກໍລ້ວນແຕ່ສ້າງລາຍການເຄື່ອນໄຫວລະອຽດເພື່ອໃຫ້ຊາວໜຸ່ມເຂົ້າຮ່ວມການເຄື່ອນໄຫວ ປົກປັກຮັກສາສິ່ງແວດລ້ອມໂດຍກົງ. ທ່ານນາງ ຫງວຽນທິຮົ່ງຈວຽນ, ຮອງເລຂາຄະນະຊາວໜຸ່ມແຂວງຟູ້ເຖາະ ແບ່ງປັນວ່າ : 

    “ ອົງການຊາວໜຸ່ມຮາກຖານທັງໝົດໃນແຂວງໄດ້ຈົດຊື່ເຂົ້າຮ່ວມການສ້າງເສັ້ນທາງຊາວໜຸ່ມໂດຍຄຸ້ມຄອງເອງ. ລະອຽດແມ່ນດຳເນີນການເຮັດອະນາໄມຢູ່ຕາມຖະໜົນຫົນທາງ, ເກັບຂີ້ເຫຍື້ອ, ປູກຕົ້ນໄມ້ເພື່ອ ປົກປັກຮັກສາສິ່ງແວດລ້ອມ  ”

     ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດຮັບຜົນສະທ້ອນທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ໂດຍຮັບຮູ້ແຈ້ງເຖິງຄວາມຮັບຜິດຊອບຂອງຕົນໃນວຽກງານປ້ອງກັນ, ຕ້ານ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊາວໜຸ່ມແຂວງກຽນຢາງໄດ້ສ້າງບັນດາຂະບວນການເຄື່ອນໄຫວຊ່ວຍປະຊາຊົນໃນເຂດອອກແຮງງານ, ທຳການຜະລິດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໂດ້ຈຸງໂຮ່, ເລຂາຄະນະຊາວໜຸ່ມແຂວງກຽນຢາງໃຫ້ຮູ້ວ່າ : 

     “ ບັນດາການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຊີວິດການເປັນຢູ່, ການຜະລິດຂອງປະຊາຊົນເວົ້າລວມກໍຄືຊາວໜຸ່ມ, ໄວໜຸ່ມ ແລະ ພໍ່ແມ່ປະຊາຊົນໃນແຂວງກຽນຢາງເວົ້າສະເພາະ. ປະຈຸບັນ, ພວກຂ້າພະເຈົ້າພວມສຸມໃສ່ໂຄສະນາກ່ຽວກັບແບບວິທີການຜະລິດເພື່ອເຮັດແນວໃດໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ພວກຂ້າພະເຈົ້າພວມຊອກຮຸ້ກ່ຽວກັບແນວປູກ ສັດລ້ຽງປະເພດໃດທີ່ແທດເໝາະກັບສິ່ງແວດລ້ອມໃນໄລຍະປະຈຸບັນ. ນອກຈາກນັ້ນ, ປະຈຸບັນ, ພວກຂ້າພະເຈົ້າໄດ້ສ້າງຕັ້ງກອງທຶນໜູນຊ່ວຍຊາວໜຸ່ມສ້າງຮູບແບບຢ່າງມີຫົວຄິດປະດິດສ້າງເພື່ອແທດເໝາະກັບສິ່ງແວດລ້ອມ, ເຮົາອາດຈະແນະນຳໃຫ້ຊາວໜຸ່ມ, ໄວໜຸ່ມກ່ຽວກັບວິທະຍາສາດເຕັກນິກເພື່ອໃຫ້ເຂົາເຈົ້າຖ່າຍທອດໃຫ້ພໍ່ແມ່ປະຊາຊົນເຂົ້າຮ່ວມການອອກແຮງງານ ທຳການຜະລິດເປັນຢ່າງດີ ”

     ເພື່ອແນໃສ່ຫັນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະ ລັດຖະບານສຳລັບບັນດາບັນຫາປົກປັກຮັກສາສິ່ງແວດລ້ອມເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດໃນໄລຍະປະຈຸບັນ, ເລື່ອງຄະນະຊາວໜຸ່ມເຂົ້າຮ່ວມໃນການປົກປັກຮັກສາສິ່ງແວດລ້ອມເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ ແມ່ນນັບມື້ນັບຈຳເປັນ. ທ່ານ ບຸຍວັນທັ້ງ, ເລຂາຄະນະຊາວໜຸ່ມເມືອງ ກິມໂບຍ, ແຂວງຮ່ວາບີງ ໃຫ້ຮູ້ວ່າ: 

    “ ຊາວໜຸ່ມໄດ້ມີບັນດາການເຄື່ອນໄຫວໂຄສະນາ, ເຄື່ອນໄຫວປະຈັນບານເພື່ອປົກປັກຮັກສາສິ່ງແວດລ້ອມ ຄືຢູ່ເມືອງກິມໂບຍ, ພວກຂ້າພະເຈົ້າພວມປູກຕົ້ນໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ. ປະຈຸບັນ ພວກຂ້າພະເຈົ້ພວມມີໂຄງການ ໂດຍແຂວງມອບໃຫ້ຂ້າພະເຈົ້າ ນັ້ນແມ່ນການດັດສ້າງສວນ. ໂຄງການນີ້ແມ່ນມຸ່ງໄປສູ່ການປູກຕົ້ນໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ”

     ໃນອາຍຸການ 2017-2022, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ແລະ ສູນກາງຄະນະຊາວໜຸ່ມກອມມູນິດຫວຽດນາມໄດ້ມີໂຄງການປະສານສົມທົບຍູ້ແຮງການໂຄສະນາເພື່ອແນໃສ່ຍົກສູງສະຕິການປົກປັກຮັກສາສິ່ງແວດລ້ອມໃນໝູ່ປະຊາຊົນ. . ດ້ວຍຄວາມກະຕືລືລົ້ນຂອງໄວໜຸ່ມ, ບັນດາຊາວໜຸ່ມຈະໝູນໃຊ້ແນວຄວາມຄິດຢ່າງມີຫົວຄິດປະດິດສ້າງໃນການປົກປັກຮັກສາສິ່ງແວດລ້ອມເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ , ອັນໄດ້ປະກອບສ່ວນເຮັດໃຫ້ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດມີການຫັນປ່ຽນໂດຍພື້ນຖານ ແລະ ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ