ຍົກສູງບັນດາຜະລິດຕະພັນ OCOP ຢູ່ ແຂວງ ກາເມົາ

(VOVWORLD) -ໃນໄລຍະຜ່ານມາ, ແຂວງ ກາເມົາ ຜັນຂະຫຍາຍບັນດາມາດຕະການກຳນົດທິດ, ພັດທະນາໂຄງການ “ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ” (OCOP) ຕິດພັນກັບເຂດວັດຖຸດິບທີ່ເປັນເອກະລັກສະເພາະ, ເປັນມູນເຊື້ອ ຢູ່ ທ້ອງຖິ່ນ. ດ້ວຍຜະລິດຕະພັນຫລາຍຮູບແບບ, ຄຸນນະພາບດີ, ຢັ້ງຢືນທີ່ຕັ້ງ ແລະ ຍົກລະດັບຜະລິດຕະພັນຫລັກ, ຜະລິດຕະພັນ OCOP ຢູ່ທ້ອງຖິ່ນ ຂຶ້ນເທື່ອລະກ້າວ.

ຍົກສູງບັນດາຜະລິດຕະພັນ OCOP ຢູ່ ແຂວງ ກາເມົາ - ảnh 1ກຸ້ງແຫ້ງ, ນ້ຳເຜີ້ງ.. ແມ່ນຜະລິດຕະພັນຫລັກທີ່ມີຊື່ສຽງຂອງແຂວງ ກາເມົາ. (ພາບ:VOV)

ຜະລິດຕະພັນຫລັກທີ່ມີຊື່ສຽງຂອງແຂວງ ຄື: ກຸ້ງແຫ້ງ, ນ້ຳເຜີ້ງ… ໄດ້ນຳເອົາມາຂາຍຢູ່ຫລາຍແຫ່ງພາຍໃນ ແລະ ນອກແຂວງ ກາເມົາ. ວິສາຫະກິດ ມີຄວາມເປັນເຈົ້າການໃນການຜະລິດຕາມທິດເປີດກວ້າງຂອບຂະຫນາດ, ຍົກສູງຄຸນນະພາບຜະລິດຕະພັນ, ຍູ້ແຮງວຽກງານສົ່ງເສີມການຄ້າເປີດກວ້າງຕະຫລາດຈຳຫນ່າຍ.. ຈາກນັ້ນ ປະກອບສ່ວນຢັ້ງຢືນທີ່ຕັ້ງ ແລະ ຍົກສູງລະດັບຄວາມສຳຄັນຂອງຜະລິດຕະພັນເປັນເອກະລັກສະເພາະ, ຜະລິດຕະພັນ OCOP ຂອງ ກາເມົາໃນຕະຫລາດ.

ກາເມົາ ແມ່ນທ້ອງຖິ່ນມີຫລາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບພັດທະນາການຫາປາ, ກະສິກຳປ່າໄມ້. ທ່ານ ເລງອກເລີມ, ປະທານ ສະພາຊາວກະສິກອນ ເມືອງ ງອກຫຽນ ໃຫ້ຮູ້ວ່າ:

 “ສຳລັບເມືອງ ງອກຫຽນ ແມ່ນເມືອງຕັ້ງຢູ່ຕອນສຸດທ້າຍຂອງປະເທດຊາດ ແລະ ມີທ່າແຮງແມ່ນປາຊາຍເລນ, ຂຸດຄົ້ນ ແລະ ລ້ຽງປູກສິນໃນນ້ຳ. ຜະລິດຕະພັນທ່າແຮງຂອງພວກຂ້າພະເຈົ້າສ່ວນຫລາຍແມ່ນຈາກສິນໃນນ້ຳຄື: ກຸ້ງແຫ້ງ, ປາແຫ້ງ, …. ໃນຊຸມປີຜ່ານມາ, ພວກຂ້າພະເຈົ້າໄດ້ສົມທົບກັບທຸກຂັ້ນ, ຂະແຫນງການ ສ້າງໄດ້ບັນດາເຄື່ອງໝາຍສິນຄ້າ, ເຄື່ອງໝາຍລວມໝູ່, ໃບຢັ້ງຢືນ. ມາຮອດປະຈຸບັນ ພວກຂ້າພະເຈົ້າມີ 6 ຜະລິດຕະພັນ OCOP ທີ່ພົ້ນເດັ່ນ ນັ້ນແມ່ນ ກຸ້ງແຫ້ງ ແລະ ….”

ບັນດາຜະລິດຕະພັນຫລັກ, ຜະລິດຕະພັນ OCOP ຂອງແຂວງ ກາເມົາ ລ້ວນແຕ່ໄດ້ຮັບຮອງເປັນເຄື່ອງໝາຍລວມໝູ່ຈາກກົມຊັບສິນປັນຍາ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລະ ໄດ້ຢັ້ງຢືນທີ່ຕັ້ງໃນຕະຫລາດ, ມີຫລາຍໆຄົນຮູ້ຈັກເຖິງ. ໃນນັ້ນ ມີບາງຜະລິດຕະພັນອີງໃສ່ປັດໄຈມູນເຊື້ອ ຄື: ນ້ຳປາ ແຕ່ກໍ່ມີບາງຜະລິດຕະພັນພັດທະນາອີງໃສ່ຂັ້ນຕອນ, ເຕັກນິກໃຫມ່ຊື່ງບໍ່ແມ່ນທ່າແຮງຂອງທ້ອງຖິ່ນ: ເຂົ້າສານປອດສານພິດ, ຮັງນົກແອ່ນ. ທ່ານນາງ ຫງວຽນກີມເຮົ້າ, ເຮັດວຽກຢູ່ ວິສາຫະກິດພວມພັດທະນາຜະລິດຕະພັນຮັງນົກແອ່ນ ຕີ໋ເວີນອຽນ ໃຫ້ຮູ້ວ່າ:

“ເມື່ອເຂົ້າຮ່ວມເຫດການນີ້ ພວກຂ້າພະເຈົ້າໂຄສະນາໄດ້ເຄື່ອງໝາຍສິນຄ້າຂອງຕົນ. ພວກຂ້າພະເຈົ້າພວມມຸ່ງໄປເຖິງການຍົກສູງຄຸນຄ່າ, ການສົ່ງອອກ. ເມື່ອກໍ່ສ້າງລະບົບຟາມໃຫ້ຊາວກະສິກອນສຳເລັດ, ເຕົ້າໂຮມຊາວກະສິກອນມາເຮັດນຳກັນ ຈະສ້າງເປັນລະບອບສະຫນອງເມື່ອເຂົ້າຮ່ວມຜະລິດຕະພັນ OCOP,ເວລານັ້ນ ຈະມີຫລາຍກາລະໂອກາດໂຄສະນາຜະລິດຕະພັນຮັງນົກຂອງແຂວງ ກາເມົາ ຈາກນັ້ນ ຍົກສູງຄຸນຄ່າໃຫ້ຊາວກະສິກອນ”

ຍົກສູງບັນດາຜະລິດຕະພັນ OCOP ຢູ່ ແຂວງ ກາເມົາ - ảnh 2ຜະລິດຕະພັນຮັງນົກແອ່ນ ຕີ໋ເວີນອຽນ . (ພາບ: VOV)

ຫວ່າງແລ້ວນີ້, ແຂວງ ກາເມົາ ຈັດຕັ້ງກອງປະຊຸມສະຫລຸບການຮ່ວມມື ກາເມົາ - ບາກລຽວ-ນີງບີ່ງ; ເຫດການພົບປະກັບວິສາຫະກິດ. ສອງເຫດການນີ້ ລ້ວນແຕ່ໄດ້ຈັດຂຶ້ນຢູ່ ສູນກອງປະຊຸມຂອງແຂວງ ແລະ ກໍ່ແມ່ນບ່ອນວາງສະແດງບັນດາຜະລິດຕະພັນ OCOP. ມີຜູ້ແທນຫລາຍທ່ານເມື່ອມາຢ້ຽມຊົມຮ້ານວາງຂາຍສິນຄ້າກໍ່ໄດ້ຕີລາຄາສູງຄວາມຫລາກຫລາຍຮູບແບບຂອງຜະລິດຕະພັນຫລັກຂອງແຂວງ ກາເມົາ. ລຸງ ຫງວຽນມີງຄຽມ ປະຊາຊົນມາຈາກ ນະຄອນ ເກີນເທີ ຕີລາຄາວ່າ:

“ກາເມົາ ປະຈຸບັນ ມີຫລາຍຜະລິດຕະພັນຄື ກຸ້ງ, ປາ, ກະປູ, ນ້ຳເຜິ້ງ. ຫວ່າງແລ້ວນີ້ ມີຜະລິດຕະພັນເຂົ້າສານ ແລະ ກຸ້ງກໍ່ມີຄຸນນະພາບສູງ. ຂ້າພະເຈົ້າມັກທີ່ສຸດແມ່ນ ກຸ້ງ, ກຸ້ງຢູ່ທີ່ນີ້ປຸງແຕ່ງອາຫານໄດ້ຫລາຍເຍື່ອງທີ່ແຊບນົວ”

ມາຮອດປະຈຸບັນ, ແຂວງ ກາເມົາ ມີ 77 ຜະລິດຕະພັນ OCOP ໄດ້ຮັບການຮັບຮອງ, ຢືນອັນດັບທີ 4/13 ແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳຂອງ. ປີ 2022 ແຂວງ ມີ 40 ຫົວຫນ່ວຍໄດ້ຈົດທະບຽນການຕີລາຄາຈັດອັນດັບໃຫ້ແກ່ 62 ຜະລິດຕະພັນໃຫມ່ ແລະ 13 ຫົວຫນ່ວຍມີແຜນການຍົກລະດັບໃຫ້ 22 ຜະລິດຕະພັນໄດ້ຮັບການຮັບຮອງ.

ຕອບກັບ

ຂ່າວ/ບົດ​ອື່ນ