ດັກລັກ ແຜ່ຂະຫຍາຍຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ

(VOVWORLD) -ຢາດເລືອດທີ່ບໍລິຈາກດ້ວຍຄວາມສະໝັກໃຈ ບໍ່ພຽງແຕ່ແມ່ນຢຸກຢາກູ້ເອົາຊີວິດຂອງມະນຸດເທົ່ານັ້ນ ຫາກຍັງແມ່ນຄວາມຮັກແພງ, ແມ່ນການແບ່ງປັນຄວາມເຈັບປວດ ແລະ ເພີ່ມການໄດ້ມີຊີວິດກັບຄົນເຈັບ. ນີ້ຍັງແມ່ນການກະທຳອັນສູງສົ່ງຂອງມະນຸດກັບມະນຸດນຳກັນ. ດ້ວຍມູນເຊື້ອ “ອຸ້ມຊູຊ່ວຍເຫລືອກັນ” ຂອງຊາດ ຫວຽດນາມ ເວົ້າລວມ ແລະ ປະຊາຊົນ ແຂວງ ດັກລັກ ເວົ້າສະເພາະ, ຂະບວນການ ບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ ແຂວງ ດັກລັກ ພວມໄດ້ຮັບການແຜ່ຂະຫຍາຍຢູ່ ຫລາຍທ້ອງຖິ່ນ ໃນທົ່ວແຂວງ.
ດັກລັກ ແຜ່ຂະຫຍາຍຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ - ảnh 1ຜູ້ເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ຢູ່ ດັກລັກ. ພາບ:VOV

ໃນໄລຍະເກືອບ 20 ປີມານີ້, ອ້າຍ ຮວ່າງມີງຈູງ, ຫົວຫນ້າກຸ່ມ “ຂະບວນການບໍລິຈາກເລືອດ” ເມືອງ Cư Kuinແຂວງ ດັກລັກ ລ້ວນແຕ່ເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈປີລະ 2 ເທື່ອ. ປະຈຸບັນ ອ້າຍໄດ້ເຂົ້າຮ່ວມການບໍລິຈາກເລືອດມາໄດ້ 38 ຄັ້ງແລ້ວ. ອ້າຍ ຈູງ ແບ່ງປັນວ່າ ກ່ອນນີ້ມີເທື່ອຫນຶ່ງ ອ້າຍໄດ້ເຂົ້າໂຮງໝໍປິ່ນປົວພະຍາດ, ອ້າຍພ້ອມກັບພີ່ນ້ອງຕ້ອງການເລືອດ. ໃນເວລານັ້ນ ເລືອດຖົງຫນຶ່ງຕ້ອງຈ່າຍເງິນຫລາຍສົມຄວນ. ຖ້າຫາກບໍ່ມີຜູ້ບໍລິຈາກເລືອດມະນຸດສະທຳ ຄອບຄົວອ້າຍກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍ. ສະນັ້ນ ພາຍຫລັງ ອອກໂຮງໝໍ, ເມື່ອສຸຂະພາບດີຂຶ້ນ ຂ້າພະເຈົ້າໄດ້ເຂົ້າຮ່ວມບໍລິຈາກເລືອດ ແລະ ຂົນຂວາຍພີ່ນ້ອງພ້ອມກັນໄປບໍລິຈາກເລືອດ.

ລຸງ ຫງວຽນເຕີນເຈີ່ ຢູ່ ຕາແສງ ກວ໋າງຕຽນ ເມືອງ   Cư M’garໄດ້ເຂົ້າຮ່ວມການບໍລິຈາກເລືອດຫລາຍຄັ້ງ ໃຫ້ຮູ້ວ່າ: ເລືອດ AB+ຂອງຂ້າພະເຈົ້າແມ່ນປະເພດຫາຍາກ ສະນັ້ນຄົນເຈັບບາງຄົນຕ້ອງການທີ່ສຸດ. ມາຮອດປະຈຸບັນ ຂ້າພະເຈົ້າໄດ້ບໍລິຈາກເລືອດ 44 ຄັ້ງແລ້ວ. ອະນຸສອນເລິກເຊິ່ງທີ່ສຸດ ແມ່ນເປັນຄັ້ງທຳອິດໃນຊີວິດ ຂ້າພະເຈົ້າໄດ້ບໍລິຈາກເລືອດກູ້ເອົາຊີວິດຜູ້ຮ່ວມກົມກອງຄົນຫນຶ່ງ ແລະ ຫລັງຈາກນັ້ນ ແມ່ນບໍລິຈາກເມັດເລືອດນ້ອຍກູ້ເອົາຊີວິດໃຫ້ເດັກອາຍຸ 3 ປີ.

ຕາມທ່ານ Y Wem Hwing, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ Cư M’gaແລ້ວ, ຍ້ອນປະຕິບັດວຽກງານໂຄສະນາເປັນຢ່າງດີ, ມາຮອດປະຈຸບັນ ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈໄດ້ວ່າ ການບໍລິຈາກເລືອດແມ່ນບໍ່ມີຫຍັງສົ່ງຜົນສະທ້ອນເຖິງສຸຂະພາບແຕ່ເປັນການປະກອບສ່ວນກູ້ເອົາຊີວິດຂອງຄົນເຈັບ.

ກ່ອນນີ້ ຊາວເຜົ່າ ເອເດ ເຂົາເຈົ້າບໍ່ກ້າບໍລິຈາກເລືອດ. ແຕ່ມາໃນປະຈຸບັນ ນັບແຕ່ໄວຫນຸ່ມຕະຫລອດຮອດຜູ້ເຖົ້າຜູ້ແກ່ຊາວເຜົ່າ ເອເດ ເວົ້າສະເພາະ ແລະ ວົງຄະນາຍາດ 24 ຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນໃນບໍລິເວນເມືອງ Cư M’gar ເວົ້າລວມ ລ້ວນແຕ່ມີຄວາມກະຕລືລົ້ນເຂົ້າຮ່ວມການບໍລິຈາກເລືອດ. ເຂົາເຈົ້າບໍລິຈາກເລືອດຫລາຍຄັ້ງ ແລະ ເມື່ອໄດ້ຮັບຂ່າວວ່າຢູ່ໃສຕ້ອງການເລືອດເຂົາເຈົ້າກໍ່ບໍລິຈາກໃນຢ່າງທັນທີ”

ທ່ານ ຫງວຽນດຶກຟູ, ຫົວຫນ້າຫ້ອງການ ຄະນະຂົນຂວາຍການບໍລິຈາກເລືອດມະນຸດສະທຳ ແຂວງ ດັກລັກ ໃຫ້ຮູ້ວ່າ: ປີ 2003, ທົ່ວແຂວງ ຂົນຂວາຍການບໍລິຈາກເລືອດໄດ້ແຕ່ 700 ຖົງ, ມາຮອດປະຈຸບັນ ສະເລ່ຍໃນແຕ່ລະປີແມ່ນໄດ້ຫຼາຍກວ່າ 22.000 ຖົງ. ຈຳນວນເລືອດເຫລົ່ານີ້ໄດ້ຊ່ວຍກູ້ເອົາຊີວິດໃຫ້ຄົນເຈັບຫລາຍຄົນໄດ້ຢ່າງທັນການ.

 “ສຳລັບ ວຽກງານຂົນຂວາຍປະຊາຊົນບໍລິຈາກເລືອດ ເຂົາເຈົ້າໄດ້ເຂົ້າຮ່ວມຢ່າງສຸດໃຈ. ເມື່ອມີຄົນເຈັບຜູ້ໃດຕ້ອງການເລືອດ ຄະນະຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ໄດ້ມີວິທີການເພື່ອໃຫ້ສະໂມສອນບໍລິຈາກເລືອດສຳຮອງຄື: ຄະນະກຸ່ມບັນດາອົງການໃນແຂວງ, ມະຫາວິທະຍາໄລ ໄຕງວຽນ, ສະໂມສອນເລືອດຂອງຕຳຫລວດແຂວງ, ສະໂມສອນອື່ນໃນບາງໂຮງຮຽນ ຈະສືບຕໍ່ບໍລິຈາກເພື່ອໃຫ້ມີເລືອດສຸກເສີນ, ປິ່ນປົວກູ້ເອົາຊີວິດຄົນເຈັບ”

          ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ ແຂວງ ດັກລັກ ປະຈຸບັນ ໄດ້ແຜ່ຂະຫຍາຍໄປຫລາຍທ້ອງຖິ່ນໃນທົ່ວແຂວງ. ຢາດເລືອດທີ່ເຕັມໄປດ້ວຍຄວາມຮັກແພງນີ້ ບໍ່ພຽງແຕ່ນຳເອົາໂອກາດໄດ້ມີຊີວິດມາໃຫ້ຄົນເຈັບຫລາຍໆຄົນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ການແບ່ງປັນ, ປະກອບສ່ວນສ້າງຄຸນຄ່າອັນດີງາມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ