ທົດລອງຮູບແບບກວດພະຍາດຈາກທາງໄກຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ການກວດ, ປິ່ນປົວພະຍາດຈາກທາງໄກແມ່ນຄວາມຕ້ອງການຢ່າງແທດຈິງ ໃນວຽກງານເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ, ເປັນຕົ້ນ ແມ່ນສຳລັບຜູ້ມີອາຍຸສູງ, ຜູ້ທີ່ເປັນພະຍາດຊ້ຳເຮື້ອ. ພິເສດແມ່ນໃນໄລຍະປະຕິບັດການແຍກຫ່າງໃນສັງຄົມຍ້ອນໂລກລະບາດໂຄວິດ-19, ຄວາມຕ້ອງການດັ່ງກ່າວ ນັບມື້ນັບມີລັກສະນະຮີບດ່ວນ ແລະ ຈຳເປັນ.

 ໃນໄລຍະມໍ່ໆມານີ້, ສູນສາທາລະນະສຸກເມືອງ ກໍເວິ໊ບ, ນະຄອນ ໂຮ່ຈີມິນ ມີຄວາມກ້າກັ່ນຄົ້ນຄວ້າ ແລະ ຜັນຂະຫຍາຍການທົດລອງຮູບແບບການກວດ, ປິ່ນປົວພະຍາດຢູ່ກັບເຮືອນ, ຈາກນັ້ນ ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ຂະແໜງສາທາລະນະສຸກຂັ້ນຕາແສງ.

ທົດລອງຮູບແບບກວດພະຍາດຈາກທາງໄກຢູ່ນະຄອນ ໂຮ່ຈີມິນ - ảnh 1 ຮູບແບບການກວດ, ປິ່ນປົວພະຍາດຢູ່ກັບເຮືອນ

ປ້າ ຫງວຽນທິໜື໊, ອາຍຸ 61 ປີ, ຢູ່ຕາແສງ 16, ເມືອງ ກໍເວິ໊ບ, ນະຄອນ ໂຮ່ຈີມິນ, ເປັນພະຍາດຄວາມດັນເລືອດສູງ ແລະ ກະດູກຫົວເຄົາທັງສອງເບື້ອງເຊື່ອມສະມັດຕະພາບ ເຮັດໃຫ້ການໄປມາຫຍຸ້ງຍາກ. ໃນ 2 – 3 ເດືອນມານີ້, ພະຍາບານຢູ່ສຸກສາລາຕາແສງ 16 ໄດ້ໄປກວດພະຍາດ, ວັດແທກຄວາມດັນເລືອດ, ເອົາຕົວຢ່າງເຊື້ອພະຍາດຂອງປ້າ ໜື໊ ຢູ່ເຮືອນເລີຍຕາມຄຳສັ່ງຂອງທ່ານໝໍ. ບັນດາໝາກຜົນການກວດອາການໃນເບື້ອງຕົ້ນໄດ້ຮັບການອັບເດດຢ່າງວ່ອງໄວ, ທ່ານໝໍບົ່ງມະຕິ ແລະ ອອກໃບສັ່ງຢາປິ່ນປົວຜ່ານທາງ ໄອແພັດ. ຫລັງຈາກນັ້ນ ໃບສັ່ງຢາຈະໄດ້ສົ່ງໄປໃຫ້ປ້າ ໜື໊ ຢູ່ເຮືອນ. ປ້າໜື໊ ໃຫ້ຮູ້ວ່າ:

 “ມີຄວາມສະດວກຫລາຍ, ໂດຍບໍ່ຕ້ອງໄປໂຮງໝໍ, ບໍ່ຕ້ອງໄປຢືນລຽນແຖວລໍຖ້າ, ພຽງແຕ່ໂທຫາ ຈະມີທ່ານໝໍ ຫຼື ພະຍາບານມາຮອດເຮືອນເລີຍ. ປັດຈຸບັນ, ຕົນເອງເຖົ້າຫລາຍແລ້ວ ການໄປມາກໍ່ຊັກຊ້າ, ຕ້ອງຂີ່ລົດຖີບ ຍ່າງໄປໄກບໍ່ໄດ້, ເຈັບຫົວເຄົ່າ. ກວດພະຍາດຢູ່ເຮືອນແມ່ນດີທີ່ສຸດ, ນາງພະຍາບານກໍ່ຈິງໃຈ ແລະ ມີຄວາມພໍໃຈ.

ໃນແຕ່ລະມື້ສຸກສາລາໄດ້ກວດສຸກເສີນ ໄດ້ແຕ່ 20 – 30 ເທື່ອຄົນ, ປະຕິບັດການກວດ, ສັກຢາກັນພະຍາດໄດ້ແຕ່ 60 – 70 ເທື່ອຄົນ, ໃນຂະນະທີ່ສຸກສາລາມີທ່ານໝໍພຽງແຕ່ 2 ຄົນເທົ່ານັ້ນ ສະນັ້ນ ຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມກົດດັນ, ປະຊາຊົນຕ້ອງລໍຖ້າດົນ. ສະນັ້ນ, ພະຍາບານຈະໄປຮອດເຮືອນຂອງປະຊາຊົນໂດຍກົງ, ໂດຍມີການເຊື່ອມຕໍ່ຈາກທາງໄກ ເພື່ອໃຫ້ທ່ານໝໍກວດພະຍາດ ແລະ ບົ່ງມະຕິພະຍາດ ແລະ ບົ່ງຢາ. ທ່ານໝໍ ຫງວຽນທິເທືອງ, ຫົວໜ້າສຸກສາລາຕາແສງ 16 ເມືອງ ກໍເວິ໊ບ ໃຫ້ຮູ້ວ່າ:

 “ສຳລັບຮູບແບບກວດພະຍາດຈາກທາງໄກນີ້ິ້ ພວກຂ້າພະເຈົ້ານັ່ງຢູ່ສຸກສາລາ ກໍ່ສາມາດກວດພະຍາດໃຫ້ຄົນເຈັບໂດຍກົງໄດ້, ເມື່ອມີຕາຕະລະລາງກວດພະຍາດໃຫ້ປະຊາຊົນຢູ່ເຮືອນ ພະຍາບານຈະໄປເຮືອນຂອງປະຊາຊົນແລ້ວ ໂທຫາພວກຂ້າພະເຈົ້າຢູ່ສຸກສາລາ ເພື່ອກວດພະຍາດ. ພວກຂ້າພະເຈົົ້າ ຈະເຊື່ອມຕໍ່ບັນດາເຄືອຂ່າຍດັ່ງກ່າວ ຄືສູນສາທາລະນະສຸກເມືອງ, ໂຮງໝໍເມືອງ ເພື່ອໃຫ້ເຂົາເຈົ້າໜູນຊ່ວຍດ້ານວິຊາຊີບໃຫ້ແກ່ສຸກສາລາ. ຮູບແບບດັ່ງກ່າວມີຄວາມສະດວກທີ່ສຸດ ແລະ ຄົນເຈັບກໍ່ມີຄວາມເພິ່ງພໍໃຈ.”

ທົດລອງຮູບແບບກວດພະຍາດຈາກທາງໄກຢູ່ນະຄອນ ໂຮ່ຈີມິນ - ảnh 2 ຮູບແບບການກວດ, ປິ່ນປົວພະຍາດຢູ່ກັບເຮືອນ

ທ່ານໝໍ, ປອ ຫງວຽນຈູງຮ່ວາ, ຫົວໜ້າສູນສາທາລະນະສຸກເມືອງ ກໍເວິ໊ບ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມີນາ 2020 ເປັນຕົ້ນມາ, ສູນໄດ້ຜັນຂະຫຍາຍການທົດລອງຮູບແບບກວດ, ປິ່ນປົວພະຍາດຈາກທາງໄກໃຫ້ແກ່ປະຊາຊົນໃນບໍລິເວນ ໂດຍຜ່ານລະບົບ telemedicine. ທ່ານໝໍ ຮ່ວາ ຖືວ່າ: ເລື່ອງທະວີຄູນຮູບແບບກວດພະຍາດຈາກທາງໄກ ຈະຊ່ວຍໃຫ້ຄົນເຈັບເປັນພະຍາດທົ່ວໄປ, ພະຍາດຊ້ຳເຮື້ອບໍ່ຕິດແປດ ຄ່ອຍໆໄດ້ຮັບການຄຸ້ມຄອງຢູ່ສຸກສາລາ, ຫລຸດຜ່ອນການຮັບຄົນເຈັບໃຫ້ແກ່ໂຮງໝໍຂັ້ນເທິງ. ທ່ານໝໍ ຮ່ວາ ໃຫ້ຮູ້ວ່າ:

ມັນມີຜົນປະໂຫຍດທີ່ຈຳເປັນ ແລະ ຍາວໄກກ່ວານັ້ນ, ນັ້ນແມ່ນ ພວກເຮົາຈະຖືເອົາການປິ່ນປົວພະຍາດ ເປັນການປ້ອງກັນພະຍາດ. ໝາຍຄວາມວ່າ ເມື່ອປິ່ນປົວພະຍາດໃຫ້ແກ່ປະຊາຊົນຢູ່ເຮືອນນັ້ນ ພວກເຮົາຈະຮັບຮູ້ໄດ້ເຖິງການປ້ອງກັນພະຍາດໃນຊຸມຊົນວ່າ ມັນເປັນແນວໃດ. ພິເສດແມ່ນພະຍາດທີ່ມີລັກສະນະແຜ່ລະບາດຄື ໄຂ້ເລືອດອອກ, ພະຍາດປາກຕີນມືເປື່ອຍ ຫຼື ເປັນໄຂ້ຫວັດ, ພວກເຮົາຈະກວດພົບໄດ້ໂດຍໄວ ເມື່ອມີການສຳຜັດກັບຊຸມຊົນ.

ຮູບແບບການກວດ, ປິ່ນປົວພະຍາດຈາກທາງໄກ ໄດ້ປະກອບສ່ວນຊ່ວຍເຕີມເຕັມໃຫ້ແກ່ວຽກງານເບິ່ງແຍງດູແລສຸຂະພາບເບື້ອງຕົ້ນໃຫ້ແກ່ປະຊາຊົນຢູ່ບັນດາສຸກສາລາ. ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນຕອບສະໜອງຄວາມຕ້ອງການເບິ່ງແຍງດູແລຢູ່ເຮືອນໃຫ້ແກ່ຜູ້ມີອາຍຸສູງ ໃນຂະນະທີ່ສຸກສາລາຍັງຂາດເຂີນຊັບພະຍາກອນມະນຸດ. ການກວດພະຍາດຈາກທາງໄກ ຍັງຊ່ວຍຮັບປະກັນລັກສະນະຕໍ່ເນື່ອງໃນການປິ່ນປົວຢູ່ໂຮງໝໍ ແລະ ການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນໃຫ້ຊຸມຊົນ. ທ່ານຮອງສາດສະດາຈານ, ປອ, ທ່ານໝໍ ຕັງຈີ໊ເທື້ອງ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ຄາດວ່າ ນັບແຕ່ນີ້ໄປຮອດທ້າຍປີ, ຈາກຮູບແບບການກວດ, ປິ່ນປົວພະຍາດຂອງເມືອງ ກໍເວິ໊ບ, ບັນດານັກຊ່ຽວຊານຂອງພະແນກສາທາລະນະສຸກ ຈະປັບປຸງຂັ້ນຕອນໃຫ້ສົມບູນແບບ, ຮັດກຸມ ພິຈາລະນາເພື່ອສາມາດຂະຫຍາຍຕື່ມອີກ.

ຕໍ່ໜ້າປະສິດທິຜົນຂອງຮູບແບບການກວດ, ປິ່ນປົວພະຍາດຈາກທາງໄກ, ຫວ່າງມໍ່ໆມານີ້, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອະນຸມັດຜ່ານ ແລະ ຜັນຂະຫຍາຍແຜນຮ່າງ “ກວດ, ປິ່ນປົວພະຍາດຈາກທາງໄກ” ໄລຍະປີ 2020 – 2025, ມຸ່ງໄປເຖິງເປົ້າໝາຍ ທຸກຮາກຖານສາທາລະນະສຸກໃນທົ່ວປະເທດ ໄດ້ຮັບການໜູນຊ່ວຍດ້ານວິຊາການເມື່ອມີຄວາມຈຳເປັນ ແລະ ເປັນປະຈຳ, ປະກອບສ່ວນຫລຸດຜ່ອນຄວາມຜິດດ່ຽງກ່ຽວກັບດ້ານວິຊາການລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ. ສຳລັບຮູບການປ່ຽນແປງໃໝ່, ໄປຮອດເຮືອນ, ເຊື່ອມຕໍ່ຈາກທາງໄກ ເພື່ອໃຫ້ທ່ານໝໍຂັ້ນເທິງ ແລກປ່ຽນໂດຍກົງກັບປະຊາຊົນ ປະກອບສ່ວນຍົກສູງຄວາມໄວ້ເນື້ອເຊື່ອໃຈຕໍ່ສາທາລະນະສຸກຂັ້ນຮາກຖານ, ປະຊາຊົນທຸກຄົນ ພຽງແຕ່ຢູ່ເຮືອນ ກໍ່ສາມາດນຳໃຊ້ການບໍລິການສາທາລະນະສຸກທີ່ມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ