ທະນາຄານເລືອດສົດຢູ່ ໝູ່ເກາະເຈື່ອງຊາ, ແຂວງແຄ້ງຮ່ວາ

(VOVWORLD) -ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງໄດ້ຜັນຂະຫຍາຍການກໍ່ສ້າງທະນາຄານເລືອດສົດຢູ່ໝູ່ເກາະເຈື່ອງຊາ, ແນໃສ່ຕອບສະໜອງຄວາມຕ້ອງການເລືອດເພື່ອຮັບໃຊ້ການປິ່ນປົວໃຫ້ຄົນເຈັບ

ເປັນຄັ້ງທຳອິດທີ່ການຂົນຂວາຍບໍລິຈາກເລືອດໄດ້ຮັບການຜັນຂະຫຍາຍຢູ່ເຈື່ອງຊາດ້ວຍກຳລັງບໍລິຈາກເລືອດສຳຮອງ ແມ່ນບັນດາພະນັກງານ, ນັກຮົບ ແລະ ຊາວປະມົງໃນໝູ່ເກາະ.

ທະນາຄານເລືອດສົດຢູ່ ໝູ່ເກາະເຈື່ອງຊາ, ແຂວງແຄ້ງຮ່ວາ  - ảnh 1ແຫຼ່ງເລືອດໂດຍບັນດາພະນັກງານ, ນັກຮົບບໍລິຈາກໂດຍກົງ 

      ການກໍ່ສ້າງທະນາຄານເລືອດ ແມ່ນຮູບແບບຂົນຂວາຍປະຊາຊົນມາຈົດທະບຽນບໍລິຈາກເລືອດ, ແລ້ວຜ່ານບັນດາຂັ້ນຕອນຜະລິດ, ຈະເປັນຜະລິດຕະພັນເລືອດ, ແລ້ວກໍນຳໄປສະສົມໃສ່ສາງ ແລະ ຄ່ອຍແຈກຢາຍເພື່ອຮັບໃຊ້ການປິ່ນປົວໃຫ້ຄົນເຈັບ. ແຕ່ຢູ່ເຂດຫ່າງໄກສອກຫຼີກ, ເປັນຕົ້ນແມ່ນເຂດໝູ່ເກາະ, ບັນດາຂັ້ນຕອນຜະລິດ ແລະ ສະສົມເລືອດແມ່ນຍາກທີ່ຈະປະຕິບັດໄດ້. ຕໍ່ໜ້າສະພາບການດັ່ງກ່າວ, ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງໄດ້ຊອກຫາວິທີແກ້ໄຂ, ນັ້ນແມ່ນການສ້າງຕັ້ງ ທະນາຄານເລືອດສົດ ດ້ວຍວິທີຂົນຂວາຍບັນດາຜູ້ຄົນໃນເກາະທີ່ມີເລືອດໝວດ O ຊຶ່ງສາມາດແບ່ງປັນເລືອດໃຫ້ທຸກໆຄົນ ແລະ ພ້ອມແລ້ວໃຫ້ບໍລິຈາກເລືອດເມື່ອຄົນເຈັບມີຄວາມຕ້ອງການເລືອດໂດນຈຳເປັນ. ທ່ານສາດສະດາຈານ, ປອ ຫງວຽນແອງຈີ້ ຫົວໜ້າສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ໃຫ້ຮູ້ວ່າ : 

    “ ພຽງແຕ່ຕ້ອງການເລືອດໝວດ O ແລະ ເຂົ້າໃຈມີຄວາມເຕັມໃຈບໍລິຈາກ, ເຂົາເຈົ້າມີສຸຂະພາບແຂງແຮງ, ບໍ່ຕິດພະຍາດຕິດແປດຜ່ານທາງເລືອດ. ພາຍຫຼັງກະກຽມກຳລັງຄົນບໍລິຈາກເລືອດ, ແລ້ວກໍຈັດແບ່ງບັນດາຜູ້ທີ່ມີເລືອດໝວດ O. ຕໍ່ຈາກນັ້ນ ແມ່ນຂຶ້ນບັນຊີລາຍຊື່. ແລ້ວກໍສົ່ງຄືນບັນຊີລາຍຊື່ຜູ້ທີ່ມີເລືອດໝວດO ໃຫ້ເກາະ ”

    ໃນເບື້ອງຕົ້ນ, ທະນາຄານເລືອດສົດໄດ້ຮັບການສ້າງຕັ້ງຢູ່ 5 ເກາະຊຶ່ງລວມມີ: ຊອງຕືໄຕ, ນາມອຽດ, ເຊີນກາ, ຊິງຕົນ ແລະ ເຈື່ອງຊາ ແລະ ເລື່ອງນີ້ໄດ້ຮັບການສະໜັບສະໜູນຢ່າງສູງຈາກພະນັກງານນັກຮົບ ແລະ ຊາວປະມົງໃນເກາະຕ່າງໆ. ຮ້ອຍໂທ ເຈີນກ໋ວກຫຽບ ປະຕິບັດໜ້າທີ່ຢູ່ເກາະເຊີນກາໃຫ້ຮູ້ວ່າ :

    “ ຕາມຂ້າພະເຈົ້າແລ້ວ, ການສ້າງຕັ້ງ ທະນາຄານເລືອດສົດນີ້ ແມ່ນຕິດແທດກັບສະພາບຕົວຈິງຢູ່ໝູ່ເກາະເຈື່ອງຊາ. ທີ 1 ແມ່ນເພື່ອຮັບປະກັນສຸຂະພາບໃຫ້ແກ່ທະຫານ, ໃນເວລາປິ່ນປົວສຸກເສີນໃຫ້ຄົນເຈັບ, ຖ້າຫາກມີບັນຫາຫຍັງ, ກໍບໍລິຈາກເລືອດສົດເລີຍ. ທີ 2 ແມ່ນ ປິ່ນປົວສຸກເສີນໃຫ້ຊາວປະມົງເມື່ອປະສົບອຸປະຕິເຫດໃນບໍລິເວນໝູ່ເກາະເຈື່ອງຊາ. ໃນຂະນະທີ່ຕ້ອງການເລືອດໂດຍຈຳເປັນ, ແຫຼ່ງເລືອດສົດຢູ່ນີ້ ກໍແມ່ນບັນດາພະນັກງານ, ນັກຮົບໃນເກາະນີ້ເອງ, ເຂົາເຈົ້າພ້ອມແລ້ວໃຫ້ບໍລິຈາກໃນທັນທີ່ ”

      ຍ້ອນມີແຫຼ່ງເລືອດໂດຍບັນດາພະນັກງານ, ນັກຮົບບໍລິຈາກໂດຍກົງນັ້ນ, ໃນປີ 2016, ສຸກສາລາເກາະເຈື່ອງຊາເລີ້ນ ໄດ້ດຳເນີນການຜ່າຕັດຫຼາຍກໍລະນີທີ່ສັບສົນໄດ້ປະສົບຜົນສຳເລັດ, ອັນໄດ້ກອບກູ້ເອົາຊີວິດຄົນເຈັບຫຼາຍຄົນ. ພັນເອກ, ທ່ານໝໍ ດັ້ງຈຸງຢຸ້ງ ຫົວໜ້າສຸກສາລາເສນາຮັກ, ຫົວໜ້າເກາະຊອງຕືໄຕ ແບ່ງປັນວ່າ : 

    “ ຢູ່ເກາະທີ່ຫ່າງໄກ, ບັນດາພາຫະນະອຸປະກອນການແພດຍັງຂາດແຄນຢູ່.  ເມື່ອຊາວປະມົງປະສົບອຸປະຕິເຫດ, ການປິ່ນປົວສຸກເສີນກໍຕ້ອງການເລືອດຫຼາຍ. ບັນດາກໍລະນີປິ່ນປົວແບບນີ້ ກໍບໍ່ມີຫຼາຍ, ດັ່ງນັ້ນ ການສ້າງຕັ້ງທະນາຄານເລືອດຄືຢູ່ໃນໂຮງໝໍ ແມ່ນບໍ່ຈຳເປັນ. ສຳລັບການສ້າງຕັ້ງ ທະນາຄານເລືອດສົດແບບນີ້ແມ່ນດີຫຼາຍ, ຄຸນນະພາບເລືອດກໍດີທີ່ສຸດ ”

     ການສ້າງຕັ້ງ ທະນາຄານເລືອດສົດຢູ່ໝູ່ເກາະເຈື່ອງຊາແມ່ນມີຄວາມໝາຍທີ່ສຸດ ແລະ ຕິດແທດຕົວຈິງ, ຊ່ວຍສະສົມແຫຼງ່ເລືອດສົດໃນເກາະ, ສ້າງເງື່ອນໄຂໃຫ້ບັນດາກຳລັງເສນາຮັກທີ່ປະຕິບັດງານຢູ່ເກາະ ມີຄວາມເປັນເຈົ້າການຮັບມືກັບທຸກສະພາບການ. ພັນໂທ ຝ້າມແອງເຊີນ ຫົວໜ້າຂະແໜງວິໄຈ ສະຖາບັນແພດສາດກອງທັບເຮືອໃຫ້ຮູ້ວ່າ : 

    “ ຢູ່ເກາະທີ່ຫ່າງໄກ, ບໍ່ສາມາດສະສົມເລືອດໄດ້, ມັນບໍ່ຄືຢູ່ດິນຕໍ່ແຜ່ນ ໝາຍຄວາມວ່າ ບໍ່ສາມາດກໍ່ສ້າງ ທະນາຄານເລືອດເພື່ອຮັບໃຊ້ໃຫ້ແກ່ກຳລັງຢູ່ເກາະໄດ້. ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງໄດ້ຄົ້ນຄ້ວາກ່ຽວກັບຫົວເລື່ອງສົ່ງເລືອດໃຫ້ແກ່ປະຊາຊົນເຂດໝູ່ເກາະທະເລ ແລະ ນີ້ກໍແມ່ນໜຶ່ງໃນບັນດາໂຄງການທີ່ໄດ້ປະຕິບັດຢູ່ໝູ່ເກາະເຈື່ອງຊາ  ”

       ທະນາຄານເລືອດສົດແມ່ນຂອງຂວັນທີ່ມີຄວາມໝາຍ ຕິດແທດຕົວຈິງຊຶ່ງ ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງໄດ້ມອບເປັນຂອງຂວັນໃຫ້ແກ່ບັນດາພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ໃນເຂດໝູ່ເກາະທີ່ຫ່າງໄກ. ທະນາຄານເລືອດສົດນີ້ເອງ ແມ່ນວິທີທີ່ດີທີ່ສຸດເພື່ອຊ່ວຍປະຊາຊົນໃນເກາະເຈື່ອງຊາ ມີແຫຼ່ງເລືອດທີ່ປອດໄພເມື່ອຕ້ອງການຮັບໃຊ້ການປິ່ນປົວໂດຍດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ