ນັກຮຽນຢູ່ ເກີນເທີ ເມົາມົວໃນການ “ແປງກາຍເປັນຕົວລະຄອນ” ໃນບົດປະພັນວັນນະຄະດີ, ປະຫວັດສາດ

(VOVWORLD) -ກາງເດືອນ ມິີນາ ຜ່ານມາ, (ວັນທີ 16 ມິີນາ), ເປັນຄັ້ງທຳອິດ ໂຮງຮຽນວິທະຍາໄລວັດທະນະທຳສິລະປະ ເກີນເທີ ໄດ້ສົມທົບກັບ ໂຮງຮຽນມັດທະຍົມຕອນປາຍ ອານແຄງ, ເມືອງ ນິງກ່ຽວ ປະຕິບັດລາຍການສະແດງສິລະປະບົນເວທີ ໂດຍຫັນບົດປະພັນວັນນະຄະດີ, ປະຫວັດສາດເປັນຮູບປະທຳ. ນີ້ແມ່ນຮູບແບບໃຫມ່ໃນການຮ່ຳຮຽນ ປະດິດຄິດສ້າງ ເພື່ອແນໃສ່ຊ່ວຍພວກນ້ອງນັກຮຽນມີຄວາມເຂົ້າໃຈກວ່າ ກ່ຽວກັບບັນດາບົດປະພັນວັນນະຄະດີໃນຫລັກສູດ.
 
ນັກຮຽນຢູ່ ເກີນເທີ ເມົາມົວໃນການ “ແປງກາຍເປັນຕົວລະຄອນ” ໃນບົດປະພັນວັນນະຄະດີ, ປະຫວັດສາດ - ảnh 1ການສະແດງສິລະປະໂດຍແມ່ນໂຮງຮຽນວິທະຍາໄລວັດທະນະທຳ ສິລະປະ ເກີນເທີ ສ້າງຂຶ້ນ. ພາບ:VOV

ພາຍຫລັງເກືອບ 3 ເດືອນຝືກແອບ, ພາຍໃຕ້ແສງສີຂອງເວທີ ຢູ່ໂຮງຮຽນວິທະຍາໄລວັນນະຄະດີສິລະປະ ເກີນເທີ, ບັນດານັກສະແດງສະໝັກຫລິ້ນ ເຊິ່ງແມ່ນພວກນ້ອງນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ອານແຄງ ໄດ້ສຳເລັດການສົມເປັນບັນດາຕົວລະຄອນໃນບົດປະພັນວັນນະຄະດີໂດຍສະແດງບົນເວທີ, ການຟ້ອນລຳທຳເພງ ແລະ ຄັດເອົາເນື້ອໃນຕອນຫນຶ່ງໃນສິລະປະຂັບກ໋າຍເລືອງ ດ້ວຍຮູບພາບ ນັກວິລະຊົນຍິງ ຫວໍທິເຊົາ ຫັນປ່ຽນຈາກເນື້ອໃນສ່ວນຫນຶ່ງຂອງເຫດການປະຫວັດສາດໃນໄລຍະແຕ່ປີ 1945- 1954.

       ວຽກງານຝືກແອບທັກສະການສະແດງ, ແປງກາຍເປັນຕົວລະຄອນ, ວິທີສ້າງລາຍການ, ປະດິດແຕ່ງບົດລະຄອນ, ຄັດເລືອກດົນຕີ, ແປງກາຍໂດຍແມ່ນຄູສອນ, ນັກສຶກສາໂຮງຮຽນວິທະຍາໄລວັດທະນະທຳສິລະປະ ຮັບຜິດຊອບ.                          ດ້ວຍການສະແດງແບບທຳມະຊາດ, ເປັນໜ້າຊົມ ແລະ ຈຸດເດັ່ນຊັດຈາກເວທີສະແດງທີ່ເປັນມືອາຊີບ, ສະນັ້ນ ໃນເວລາ 40 ນາທີຂອງການສະແດງບົດປະພັນບົນເວທີທີ່ເຕັມໄປດ້ວຍຈຸດພິເສດຂອງສີລະປະ,ໄດ້ເຮັດໃຫ້ຜູ້ຊົມຮູ້ສຶກຕື້ນຕັນໃຈ. ແລະສິ່ງສຳຄັນແມ່ນ ພວກນ້ອງນັກຮຽນ ມີຄວາມເຂົ້າໃຈ ແລະ ຮູ້ສຶກຢ່າງເລິກເຊິ່ງກ່ຽວກັບໄລຍະທາງແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດກ່ອນນີ້ຂອງຄົນລຸ້ນກ່ອນ. ນ້ອງ ເຈີນດຶກມິງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍ ອານແຄງ ແບ່ງປັນຄວາມຮູ້ສຶກເມື່ອໄດ້ຊົມລາຍການວ່າ:                           

ລາຍການສິລະປະໄດ້ຊ່ວຍໃຫ້ນ້ອງມີຄວາມຮູ້ຄວາມເຂົ້າໃຈໄດ້ດີກວ່າ, ຈຶື່ໄດ້ດົນກວ່າ ແລະ ຮ່ຳຮຽນໄດ້ຫລາຍຢ່າງພາຍຫລັງຊົ່ວໂມງຮຽນຢູ່ຫ້ອງຮຽນ. ການສະແດງແບບນີ້ ອາດຈະເຂົ້າໃຈແຈ້ງກວ່າກ່ຽວກັບແນວຄິດຈິດໃຈກໍ່ຄືນິດໄສຂອງແຕ່ລະຕົວລະຄອນ.

ນັກຮຽນຢູ່ ເກີນເທີ ເມົາມົວໃນການ “ແປງກາຍເປັນຕົວລະຄອນ” ໃນບົດປະພັນວັນນະຄະດີ, ປະຫວັດສາດ - ảnh 2ເນື້ອໃນຕອນຫນຶ່ງໃນລາຍການສິລະປະໂດຍພວກນ້ອງນັກຮຽນສະແດງ. ພາບ:VOV

ທ່ານນາງ ເລທູອານ, ຮອງອຳນວຍການໂຮງຮຽນມັດຕະຍົມຕອນປາຍ ອານແຄງ ໃຫ້ຮູ້ວ່າ: ເລື່ອງນຳເອົາບັນດາບົດປະພັນວັນນະຄະດີ, ປະຫວັດສາດ... ເຂົ້າໃນຊົ່ວໂມງຮຽນຂອງໂຮງຮຽນໄດ້ປະຕິບັດເປັນປະຈຳໃນຫລາຍປີແລ້ວ ແຕ່ນີ້ເປັນຄັ້ງທຳອິດທີ່ທາງໂຮງຮຽນສົມທົບກັບໂຮງຮຽນທີ່ມີວິຊາສະເພາະດ້ານສິລະປະຄື ໂຮງຮຽນວັດທະນະທຳສິລະປະ ເກີນເທີ. ຜ່ານລາຍການສະແດງ ສິລະປະ, ບັນດາບົດປະພັນວັນນະຄະດີ ໄດ້ມີຊີວິດຊີວາກວ່າ ແລະ ດຶງດູດໃຈກວ່າເມື່ອທຽບໃສ່ຊົ່ວໂມງຮຽນຢູ່ຫ້ອງຮຽນ, ແມ່ນໂອກາດເພື່ອໃຫ້ນັກຮຽນຝຶກແອບທັກສະເຂົ້າໃຈບົດປະພັນ, ປຸກລຸກຄວາມເມົາມົວດ້ານວັນນະຄະດີ, ສິລະປະຢູ່ໃນຕົວພວກນ້ອງຕື່ມອີກ.

         ຍິ່ງກວ່ານັ້ນ ການເຄື່ອນໄຫວ “ສະແດງບົດປະພັນວັນນະຄະດີ, ປະຫວັດສາດບົນເວທີ” ຍັງຊ່ວຍພວກນ້ອງມີຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ປະເທດຊາດໃຫ້ຫລາຍກວ່າ, ມີຄວາມເອກອ້າງທະນົງໃຈຕໍ່ຊາດ. ພິເສດ ແມ່ນຄວາມເມົາມົວຕໍ່ວິຊາສິລະປະທີ່ເປັນມູນເຊື້ອຄື: ຂັບກາຍເລືອງ, ເດີນກາຕ່າຍຕື໋ (ເພງພື້ນເມືອງພາກໃຕ້). ທ່ານ ເລີມເຕີນຟາດ, ຄູສອນ ພະແນກການສະແດງບົນເວທີ, ໂຮງຮຽນວິທະຍາໄລວັດທະນະທຳ ສິລະປະ ເກີນເທີ ແບ່ງປັນວ່າ:                         

ສິ່ງເປັນຫນ້າສົນໃຈ ນັ້ນແມ່ນພວກນ້ອງມີຄວາມຮັກຕໍ່ສິລະປະ, ຕໍ່ບຸກຄົນດີເດັ່ນໃນປະຫວັດສາດ. ພວກນ້ອງຈະຮູ້ສຶກມັກຮັກຫລາຍຂຶ້ນ ເມື່ອພວກນ້ອງໄດ້ແປງກາຍເປັນຕົວລະຄອນບັນດາບຸກຄົນດີເດັ່ນນັ້ນ. ຫວັງວ່າ ລາຍການນີ້ ຈະໄດ້ຮັບຄວາມສົນໃຈຫລາຍກວ່າ, ທະວີຄູນໄປກວ້າງກວ່າເພື່ອໃຫ້ລຸ້ນນັກຮຽນເກນອາຍຸນັ້ນ ມີ ສະໜາມຫລິ້ນທີ່ແບບເຕັມໄປດ້ວຍປະໂຫຍດ, ທັງຍົກສູງຈິດໃຈຮ່ຳຮຽນ”.

ຈາກຜົນສຳເລັດຂອງລາຍການສະແດງສິລະປະດັ່ງກ່າວ, ຄາດວ່າ ໄລຍະຕໍ່ໄປ, ລາຍການ “ສະແດງບົດປະພັນວັນນະຄະດີ, ປະຫວັດສາດບົນເວທີ” ຈະໄດ້ທະວີຄູນຢູ່ບັນດາໂຮງຮຽນມັດທະຍົມຕອນປາຍ - ຕອນຕົ້ນ ຢູ່ ເກີນເທີ ໃຫ້ຫລາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ