ບິ່ງ​ເຢືອງ ເອົາ​ໃຈ​ໃສ່ໃຫ້​ ກຳ​ມະ​ກອນຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ

(VOVWORLD) -ປັດຈຸບັນ, ໃນບໍລິເວນແຂວງ ບິ່ງເຢືອງ ມີວິສາຫະກິດເກືອບ 2.200 ແຫ່ງ ໄດ້ລົງທະບຽນການໃຫ້ໂບນັດປີໃໝ່ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2022 ແກ່ຜູ້ອອກແຮງງານ. ການປະກາດເງິນໂບນັດເນື່ອງໃນໂອກາດປີໃໝ່ໄວ ຈະຊ່ວຍໃຫ້ກຳມະກອນ, ຜູ້ອອກແຮງງານມີຄວາມອຸ່ນອ່ຽນໃຈເຮັດວຽກຮອດມື້ສຸດທ້າຍຂອງປີເກົ່າ, ພ້ອມທັງມີຄວາມມ່ວນຊື່ນຕື່ມອີກກ່ອນທີ່ກ້າວເຂົ້າສູ່ໄລຍະພັກການໃນຫຼາຍມື້.

ຢູ່ເຂດຫ້ອງແຖວເຊົ່າຂອງກຳມະກອນໃນຖະໜົນ ຫວິງຝູ 28, ນະຄອນ ທ້ວນອານ, ແຂວງບິ່ງເຢືອງ, ບັນຍາກາດຕ້ອນຮັບບຸນເຕັດກໍເລີ່ມຄຶກຄື້ນມ່ວນຊື່ນແລ້ວ. ຢູ່ເຂດຫ້ອງແຖວນີ້ ສ່ວນຫຼາຍແມ່ນກຳມະກອນເຮັດວຽກຢູ່ບໍລິສັດ ເຕິນຫຽບຟາດ, ບໍລິສັດ ລອງເວິນ… ແລະ ບໍລິສັດອື່ນໆໃນບໍລິເວນນະຄອນ ທ້ວນອານ. ກ່ອນໜ້ານັ້ນ, ຫ້ອງແຖວນີ້ມີທັງໝົດ 40 ຫ້ອງ ໃນນັ້ນມີເກືອບເຄິ່ງໜຶ່ງທີ່ຕິດເຊື້ອພະຍາດໂຄວິດ - 19. ກຳມະກອນຫຼາຍຄົນວ່າງງານ, ໄດ້ຮັບເຂົ້າສານ, ອາຫານ, ເຄື່ອງປຸງຈາກທ້ອງຖິ່ນ ແລະ ຂອງພໍ່ແມ່ປະຊາຊົນຢູ່ອ້ອມຂ້າງ. ປັດຈຸບັນ, ສ່ວນຫຼາຍເຂົາເຈົ້າລ້ວນແຕ່ຫາໄດ້ວຽກເຮັດງານທຳ ແລະ ມີລາຍຮັບເປັນປົກກະຕິ.

 "ເຖິງວ່າ ບໍ່ຫລາຍແຕ່ກໍມີເງິນກິນກຸດແລ້ວ. ຂ້າພະເຈົ້າກໍດີໃຈຫຼາຍ, ເພາະໄລຍະຜ່ານມາເສດຖະກິດຄອບຄົວກໍປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 , ດຽວນີ້ຄັນວ່າບໍ່ມີເງິນໂບນັດປີໃໝ່ ກໍເປັນຕາເຫງົາອີຫຼີ”

“ປີນີ້, ເສດຖະກິດປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າທຸກປີ, ສະນັ້ນ ບຸນປີໃໝ່ປີນີ້ກໍມີການຈຳກັດກວ່າປີກ່ອນໆ. ກຳມະກອນຢູ່ທີ່ນີ້ກໍມີຈຳນວນໜຶ່ງກັບບ້ານ, ຈຳນວນໜຶ່ງບໍ່ເມືອ. ຍ້ອນເສດຖະກິດຫຍຸ້ງຍາກ, ສະນັ້ນເຂົາເຈົ້າກໍບໍ່ເມືອ, ຂໍຢູ່ເຮັດວຽກຕໍ່.”

 ບິ່ງ​ເຢືອງ ເອົາ​ໃຈ​ໃສ່ໃຫ້​ ກຳ​ມະ​ກອນຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ - ảnh 1ກຳມະກອນຢູ່ບໍລິສັດ Apparel Far Eastern ຫວຽດນາມ ຈຳກັດ

ສ່ວນຢູ່ ບໍລິສັດ Apparel Far Eastern ຫວຽດນາມ ຈຳກັດ (ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP1) ແຂວງ ບິ່ງເຢືອງ, ໃນຊຸມວັນຜ່ານມາ, ບັນຍາກາດເຮັດວຽກກໍຮີບດ່ວນກວ່າ ກ່ອນທີ່ຈະກ້າວເຂົ້າສູ່ໄລຍະພັກບຸນປີໃໝ່ປະຈຳຊາດ. ກຳມະກອນ, ຜູ້ອອກແຮງງານກວ່າ 3.000 ຄົນ ພວມເຮັດວຽກຢູ່ທີ່ນີ້ ຜູ້ໃດກໍຈູບຈ້າວຫ້າວຫັນເຮັດວຽກ ດ້ວຍຈິດໃຈທີ່ພາກພູມ ແລະ ເບີກບານໃຈ. ໃນໄລຍະຈຸດຮ້ອນເຮັ່ງຂອງໂລກລະບາດ, ປະລິມານສັນຍາສັ່ງຊື້ສິນຄ້າຂອງບໍລິສັດຖືກຫຼຸດລົງ 50%, ແຕ່ຫຼັງຈາກນັ້ນ ເມື່ອໂລກລະບາດມີສັນຍານຫຼຸດລົງ, ຈຳນວນສັນຍາໄດ້ເພີ່ມຂຶ້ນກວ່າ 90%. ປີ 2022, ຄາດໝາຍຂອງບໍລິສັດແມ່ນລື່ນກາຍຄາດໝາຍວາງອອກ ແລະ ເພີ່ມປະລິມານສັນຍາສັ່ງຊື້ສິນຄ້າຂຶ້ນ 20 – 30%.

 ບິ່ງ​ເຢືອງ ເອົາ​ໃຈ​ໃສ່ໃຫ້​ ກຳ​ມະ​ກອນຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ - ảnh 2ກຳມະບານແຂວງ ບິ່ງເຢືອງ ມອບຂອງຂວັນປີໃໝ່ໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ

ທ່ານດັ້ງກວາງຢວນ, ປະທານກຳມະບານບໍລິສັດໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ແກ່ຍາວ ເຮັດໃຫ້ການເຄື່ອນໄຫວຜະລິດຂອງວິສາຫະກິດຖືກຊັກຊ້າ, ດັດຊະນີຕ່າງໆ ກໍຄືລາຍຮັບລ້ວນແຕ່ບໍ່ບັນລຸແຜນການທີ່ໄດ້ວາງອອກ, ກຳມະກອນຫຼາຍຄົນຕິດເຊື້ອໂຄວິດ - 19, ສະນັ້ນ ວຽກງານກໍຖືກຕັດຕອນ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ຄະນະຜູ້ອຳນວຍການ ກໍມານະພະຍາຍາມຮັບປະກັນການຮັກສາລະບອບນະໂຍບາຍສະຫວັດດີການສັງຄົມຄື ເງິນໂບນັດປີໃໝ່ຄືກັບທຸກໆໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ. ນອກຈາກນັ້ນແລ້ວ, ທາງບໍລິສັດກໍຍັງເພີ່ມລະບອບນະໂຍບາຍສະຫວັດດີການສັງຄົມຄື ຊຳລະຄ່າປີ້ລົດໃຫ້ແກ່ຍາດຕິພີ່ນ້ອງຂອງກຳມະກອນ, ຖ້າຫາກວ່າ ກຳມະກອນຜູ້ນັ້ນມາເຮັດວຽກຖືກຕາມເວລາ ແລະ ມີຍາດຕິພີ່ນ້ອງມານຳ… ກຳມະບານ ກໍໄດ້ມອບຂອງຂວັນ ເຊິ່ງເປັນເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ກຳມະກອນອີກດ້ວຍ.

  “ລະບອບນະໂຍບາຍສະຫວັດດີການປີນີ້ແມ່ນຫຼາຍກວ່າປີແລ້ວນີ້ປະມານ 30 40%, ຍ້ອນຈຳນວນກຳມະກອນກິນກຸດຢູ່ທີ່ນີ້ຫຼາຍກວ່າ, ເຮົາກໍຕ້ອງເບິ່ງແຍງດູແລເຂົາເຈົ້າໃຫ້ເປັນຢ່າງດີກວ່າ. ພວກຂ້າພະເຈົ້າບໍ່ໄດ້ຕັດການເຄື່ອນໄຫວໃດໆ ແຕ່ປ່ຽນແປງຮູບແບບການຈັດຕັ້ງ, ແທນທີ່ຈັດການເຄື່ອນໄຫວຢູ່ນອກເຮືອນ, ລະຫຼີ້ນບັນເທິງຄືທຸກປີ, ປີນີ້, ຍ້ອນໂລກລະບາດ, ສະນັ້ນ ພວກຂ້າພະເຈົ້າຈະປ່ຽນມາຈັດການເຄື່ອນໄຫວມອບເງິນ, ມອບຂອງຂວັນໃຫ້ແກ່ຜູ້ອອກແຮງງານ”.

ຕາມການຄາດຄະເນແລ້ວ, ຈຳນວນກຳມະກອນ, ແຮງງານຕ້ອນຮັບບຸນເຕັດຢູ່ບິ່ງເຢືອງ ໃນປີນີ້ ເພີ່ມຂຶ້ນສູງກວ່າເມື່ອທຽບໃສ່ທຸກປີ ແມ່ນປະມານກວ່າ 500.000 ຄົນ, ໃນນັ້ນ ມີ 24.000 ຄົນປະສົບກັບຄວາມຫຍຸ້ງຍາກ. ທ່ານນາງ ຫງວຽນຮວ່າງບ໋າວເຈິນ, ຮອງປະທານ ສະຫະພັນແຮງງານແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ ສຳລັບແຮງງານທີ່ປະສົບກັບຄວາມຫຍຸ້ງຍາກເຫຼົ່ານີ້ ຈະໄດ້ຮັບເງິນໜູນຊ່ວຍ 500.000 ດົ່ງຕໍ່ຄົນ. ກຳມະບານຈະໃຊ້ຈ່າຍເປັນເງິນສົດກວ່າ 190 ຕື້ດົ່ງ ເພື່ອໜູນຊ່ວຍແຮງງານເກືອບ 640.000 ຄົນ, ຄົນລະ 300.000 ດົ່ງ. ຍ້ອນກຳມະກອນສ່ວນຫຼາຍຢູ່ຕໍ່ຕ້ອນຮັບບຸນເຕັດ, ກຳມະບານແຂວງ ຈະບໍ່ຈັດລົດໄປສົ່ງເມືອບ້ານຕ້ອນຮັບບຸນເຕັດຄືທຸກປີ, ຫາກໃຊ້ຈຳນວນເງິນດັ່ງກ່າວເພື່ອໜູນຊ່ວຍຜູ້ຢູ່ຕໍ່, ຄາດວ່າປະມານ 200 ຕື້ດົ່ງເພື່ອຊ່ວຍເຫຼືອແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ. ນອກຈາກນັ້ນ, ກຳມະບານກໍໃຫ້ການຊ່ວຍເຫຼືອຄອບຄົວທີ່ມີຍາດຕິພີ່ນ້ອງເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ອີກດ້ວຍ. ລະອຽດ, ເດັກກຳພ້າຍ້ອນໂລກລະບາດໂຄວິດ - 19 ຈຳນວນ 160 ຄົນ ຈະໄດ້ຮັບປຶ້ມປະຢັດເງິນ 10 ລ້ານດົ່ງ. ຜູ້ທີ່ພັກອາໄສຢູ່ຫ້ອງແຖວ ຈະໄດ້ຮັບເງິນຊ່ວຍເຫຼືອ 5 ລ້ານດົ່ງຕໍ່ຄົນ ເພື່ອຊື້ເຄື່ອງຂອງຕ້ອນຮັບບຸນເຕັດ.

  “ພວກຂ້າພະເຈົ້າກໍໄດ້ເຊີນບັນດາຄອບຄົວທີ່ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ມາຮ່ວມຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ພວກຂ້າພະເຈົ້າຍັງ ຈັດແບ່ງເງິນຈຳນວນໜຶ່ງທີ່ພວກຂ້າພະເຈົ້າລະດົມມາໄດ້ ໃຫ້ແກ່ຄອບຄົວທີ່ມີຜູ້ເສຍຊີວິດຍ້ອນໂຄວິດ - 19 ເພື່ອຈັດແຈງປະດັບປະດາເຮືອນຊານໃຫ້ມີຄວາມອົບອຸ່ນຂຶ້ນຕື່ມ”.

ຕໍ່ຫນ້າຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ທີ່ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່, ວຽກເຮັດງານທຳ, ລາຍຮັບຂອງກຳມະກອນ, ຜູ້ອອກແຮງງານ, ປັດຈຸບັນ, ບັນດາວິສາຫະກິດ, ອົງການກຳມະບານທຸກຂັ້ນຂອງແຂວງ ບິ່ງເຢືອງ ໄດ້ຂຶ້ນແຜນການເຄື່ອນໄຫວ ຢ່າງລະອຽດຄົບຖ້ວນ ເພື່ອເບິ່ງແຍງການຕ້ອນຮັບບຸນເຕັດໃຫ້ສະມາຊິກກຳມະບານ ແລະ ກຳມະກອນ, ຜູ້ອອກແຮງງານ ດ້ວຍທິດນຳທີ່ວ່າ “ສະມາຊິກກຳມະບານ ແລະ ແຮງງານທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ”./.

 

ຕອບກັບ

ຂ່າວ/ບົດ​ອື່ນ