ບົດບາດຂອງການກະຈາຍສຽງສຳລັບການປ້ອງກັນ, ຕ້ານ ການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ ມີບັນດາຫົວເລື່ອງໄຈ້ແຍກ, ສົ່ງສານບັນຫາກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ເພື່ອໃຫ້ປະຊາຊົນ, ອຳນາດການປົກຄອງທຸກຂັ້ນໄດ້ຮັບຂ່າວຄາວຕື່ມອີກ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນອູ່ເຂົ້າອູ່ປາ, ໝາກໄມ້ຂອງປະເທດຊາດ. ການປ່ຽນແປງຂອງດິນຟ້າອາກາດ ພວມສົ່ງຜົນກະທົບຢ່າງແຮງຕໍ່ເຂດດິນແດນແຫ່ງນີ້, ເຮັດໃຫ້ອຸນຫະພູມຂຶ້ນສູງ, ຝົນຕົກຜິດປົກກະຕິ, ສະພາບການດິນແຄມ 2 ຝັ່ງແມ່ນ້ຳ, ຝັ່ງທະເລຖືກເຊາະເຈື່ອນ, ຜັນແປຢ່າງຮ້າຍແຮງ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມມີບັນດາການເຄື່ອນໄຫວໂຄສະນາໜູນຊ່ວຍອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.

ບົດບາດຂອງການກະຈາຍສຽງສຳລັບການປ້ອງກັນ, ຕ້ານ ການປ່ຽນແປງຂອງດິນຟ້າອາກາດ - ảnh 1ກອງປະຊຸມໂອ້ລົມສົນທະນາກ່ຽວກັບໄພແຫ້ງແລ້ງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ພາບ: VOV

ວຽກງານພະຍາກອນ, ເຕືອນໄພສຳລັບໄພທຳມະຊາດ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ ໄດ້ ແລະ ພວມສົ່ງໄປຫາອຳນາດການປົກຄອງ, ປະຊາຊົນທ້ອງຖິ່ນຢ່າງຄົບຖ້ວນ, ວ່ອງໄວ, ຊັດເຈນ ໂດຍຜ່ານຄື້ນກະຈາຍສຽງ ເພື່ອໃຫ້ອຳນາດການປົກຄອງ ແລະ ປະຊາຊົນໄດ້ຮັບຮູ້ ແລະ ມີມາດຕະການຮັບມືຢ່າງມີປະສິດທິຜົນ. ອ້າຍ ດັ້ງວັນຕູ່ງ, ຊາວນະຄອນ ເກິນເທິ ແບ່ງປັນວ່າ:

ເມື່ອຟັງວິທະຍຸ ຂ້າພະເຈົ້າໄດ້ຮັບຮູ້ກ່ຽວກັບການພະຍາກອນໄພທຳມະຊາດ, ນ້ຳຖ້ວມຢ່າງມີປະສິດທິຜົນທີ່ສຸດ. ຟັງວິທະຍຸຈະໄດ້ຮັບຂໍ້ມູນຂ່າວສານອັບເດດໃໝ່ຢ່າງວ່ອງໄວ. ເມື່ອຂັບລົດໃຫຍ່, ຂ້າພະເຈົ້າກໍ່ເຄີຍເປີດວິທະຍຸຟັງ. ຢູ່ບ້ານແມ່ນຟັງຜ່ານໂທລະໂຄ່ງຂອງຕາແສງ.

ຕາມທ່ານ ຫງວຽນກຸ໊ຍນິງ, ຫົວໜ້າຫ້ອງການຄະນະບັນຊາການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ເກິນເທິ ແລ້ວ, ນະຄອນພວມຖືກຜົນສະທ້ອນຢ່າງໃຫຍ່ຫລວງຈາກການປ່ຽນແປງຂອງດິນຟ້າອາກາດ, ສະພາບການດິນຢູ່ແຄມ 2 ຝັ່ງແມ່ນ້ຳຖືກເຊາະເຈື່ອນ, ພວມຜັນແປຢ່າງສັບສົນ, ເຮືອນຊານຂອງປະຊາຊົນຖືກເສຍຫາຍຫລາຍ. ຕໍ່ໜ້າບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັ້ນ, ທາງຫ້ອງການຄະນະບັນຊາການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ເກິນເທິ ໄດ້ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ ເພື່ອສົ່ງສານຢ່າງຄົບຖ້ວນ, ຊ່ວຍປະຊາຊົນ ແລະ ຄະນະພັກ ອຳນາດການປົກຄອງທ້ອງຖິ່ນມີຄວາມເຂົ້າໃຈແຈ້ງ ແລະ ມີບັນດາມາດຕະການຢ່າງທັນການ. ທ່ານ ຫງວຽນກຸ໊ຍນິງ ໃຫ້ຮູ້ວ່າ:

ການກະຈາຍສຽງໄດ້ໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນ ເພື່ອພ້ອມກັນປະກອບສ່ວນກັບບັນດາອົງການວິຊາສະເພາະ, ອຳນາດການປົກຄອງໃນວຽກງານຮັບມືກັບໄພທຳມະຊາດ. ຂ້າພະເຈົ້າປາດຖະໜາວ່າ ວິທະຍຸຈະສືບຕໍ່ຮ່ວມເດີນທາງພ້ອມກັບຫ້ອງການປະຈຳຂອງຄະນະບັນຊາບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ ແລະ ນະຄອນ ເກິນເທິ ເວົ້າສະເພາະ ເພື່ອໃຫ້ຂ່າວແຈ້ງເຕືອນຢ່າງທັນການ, ຊັດເຈນ ແລະ ຍົກອອກບັນດາຂໍ້ສະເໜີແນະ ກໍ່ຄືເນື້ອໃນຕ່າງໆ ເພື່ອໃຫ້ປະຊາຊົນກຳແໜ້ນ, ກຳໄດ້ຢ່າງລະອຽດ ເພື່ອປະກອບສ່ວນຫລຸດຜ່ອນຜົນເສຍຫາຍຈາກໄພທຳມະຊາດກໍ່ຂຶ້ນ.

ທ່ານປະລິນຍາໂທ ກີ໋ກວາງວິງ, ອະດີດຫົວໜ້າຫ້ອງການວຽກງານປ່ຽນແປງຂອງດິນຟ້າອາກາດນະຄອນ ເກິນເທິ ໃຫ້ຮູ້ວ່າ: ໃນໄລຍະ 10 ປີມໍ່ໆມານີ້, ການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີການຜັນແປຢ່າງສັບສົນ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໃຫ້ຂ່າວກ່ຽວກັບສະພາບການໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ, ນ້ຳຖ້ວມ, ຝົນຕົກແຮງ, ລົມໃຕ້ຝຸນຢ່າງທັນການ ເພື່ອໃຫ້ປະຊາຊົນ, ອຳນາດການປົກຄອງເຫັນໄດ້ບັນດາຄວາມຫຍຸ້ງຍາກໃນປະຈຸບັນ ແລະ ສິ່ງທ້າທາຍທີ່ເກີດຂຶ້ນຢູ່ເຂດດິນແດນແຫ່ງນີ້.

ບົດບາດຂອງການກະຈາຍສຽງສຳລັບການປ້ອງກັນ, ຕ້ານ ການປ່ຽນແປງຂອງດິນຟ້າອາກາດ - ảnh 2 ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ (ພາບ: VOV)

ຕາມທ່ານປະລິນຍາໂທ ຫງວຽນຫຶວທ້ຽນ, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ: ຍ້ອນທີ່ຕັ້ງຢູ່ຍ່ານລຸ່ມສຸດຂອງເຂດແມ່ນ້ຳຂອງທີ່ຕິດກັບທະເລ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈຶ່ງຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢູ່ກັບທີ່, ຖືກຜົນສະທ້ອນຂອງການປ່ຽນແປງດິນຟ້າອາກາດຈາກຍ່ານເໜືອແມ່ນ້ຳຂອງ ແລະ ການປ່ຽນແປງຂອງດິນຟ້າອາກາດຈາກທະເລເຂົ້າມາ. ໄລຍະຜ່ານມາ, ການກະຈາຍສຽງ ໄດ້ເຮັດວຽກງານພະຍາກອນໄພທຳມະຊາດ, ນ້ຳຖ້ວມ, ດິນເຊາະເຈື່ອນຢູ່ແຄມຝັ່ງແມ່ນ້ຳ, ຝັ່ງທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ເປັນຢ່າງດີ. ການກະຈາຍສຽງກໍ່ໃຫ້ຫລາຍຂ່າວ, ບົດກ່ຽວກັບມະຕິເລກທີ 120 ຂອງລັດຖະບານສຳລັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ພິເສດແມ່ນສະພາບດິນຟ້າອາກາດ ໃນການພັດທະນາ ເພື່ອຮັບປະກັນການພັດທະນາແບບຍືນຍົງ. ທ່ານປະລິນຍາໂທ ຫງວຽນຫຶວທ້ຽນ ໃຫ້ຮູ້ວ່າ:

ບັນຫາການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ລວມມີບັນດາປັດໄຈກະທົບເຊິ່ງກັນແລະກັນ ສັບສົນທີ່ສຸດ. ໃນໄລຍະຜ່ານມາ, ການກະຈາຍສຽງໄດ້ໃຫ້ຫລາຍບົດລົງເລິກການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ສ້າງເງື່ອນໄຂເພື່ອໃຫ້ບັນດານັກວິທະຍາສາດ, ນັກຊ່ຽວຊານເຂົ້າຮ່ວມການໄຈ້ແຍກບັນຫາ ເພື່ອນຳຂ່າວມາໃຫ້ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນຢ່າງທັນການ.

ສຳລັບບັນດາສິ່ງທ້າທາຍພວມເກີດຂຶ້ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັ້ນ, ການກະຈາຍສຽງມີບົດບາດສຳຄັນຍິ່ງ ໃນວຽກງານພະຍາກອນ, ເຕືອນໄພ ແລະ ປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດຢູ່ໃນເຂດໃນປະຈຸບັນ ແລະ ໃນໄລຍະຈະມາເຖິງ. ວິທະຍຸກະຈາຍສຽງ ຫວຽດນາມ ມີບັນດາຫົວເລື່ອງໄຈ້ແຍກ, ສົ່ງສານບັນຫາກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ເພື່ອໃຫ້ປະຊາຊົນ, ອຳນາດການປົກຄອງທຸກຂັ້ນໄດ້ຮັບຂ່າວຄາວຕື່ມອີກ, ຈາກນັ້ນ ມີບັນດາການກຳນົດທິດ, ມາດຕະການຮັບມືໃຫ້ເໝາະສົມກັບສິ່ງທ້າທາຍຈາກການປ່ຽນແປງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ