ບັດປະກັນສຸຂະພາບມີປະໂຫຍດສຳລັບຜູ້ເປັນພະຍາດອັນຕະລາຍ

(VOVWORLD) -  ສຳລັບຜູ້ທີ່ທຸກຍາກເມື່ອເປັນພະຍາດອັນຕະລາຍ ມັກຈະເຮັດໃຫ້ຄອບຄົວຕົກເຂົ້າສູ່ສະພາບທຸກຍາກ ຍ້ອນຄ່າໃຊ້ຈ່າຍໃນການປິ່ນປົວພະຍາດ ແມ່ນຫລາຍນັບສິບຕື້ດົ່ງ. ດັ່ງນັ້ນ ປະກັນສຸຂະພາບຈະຊ່ວຍໃຫ້ເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າ ບໍ່ພຽງແຕ່ປິ່ນປົວໃຫ້ຫາຍດີເທົ່ານັ້ນ ຫາກຍັງຫລຸດພົ້ນອອກຈາກສະພາບ “ຕິດໜີ້” ຍ້ອນເປັນພະຍາດອັນຕະລາຍອີກດ້ວຍ.
ບັດປະກັນສຸຂະພາບມີປະໂຫຍດສຳລັບຜູ້ເປັນພະຍາດອັນຕະລາຍ - ảnh 1 ບັດປະກັນສຸຂະພາບມີປະໂຫຍດສຳລັບຜູ້ເປັນພະຍາດອັນຕະລາຍ

ຂະແໜງໂລຫິດສາດ ຂຶ້ນກັບໂຮງໝໍ ເຈິ້ໄຣ໊, ນະຄອນ ໂຮ່ຈີມິນ ແມ່ນບ່ອນທີ່ມີຄົນເຈັບຫລາຍຄົນມານອນປິ່ນປົວພະຍາດໃນ “ໄລຍະຍາວ” ດ້ວຍຄ່າໃຊ້ຈ່າຍນັບຫລາຍສິບຕື້ດົ່ງ. ຕົວຢ່າງຄື ອ້າຍ ແຢງວັນ, ອາຍຸ 30 ປີ, ເປັນອາຈານສອນຢູ່ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຕຽນຫ໋າຍ, ຕາແສງເກາະ ຕຽນຫ໋າຍ, ນະຄອນ ຮ່າຕຽນ, ແຂວງ ກຽນຢາງ. ເມື່ອກຳເນີດ, ອ້າຍວັນ ເປັນພະຍາດເລືອດໄຫຼບໍ່ຢຸດ (Hemophilia) ຕ້ອງເຂົ້າໂຮງໝໍເພື່ອປິ່ນປົວ ແລະ ກິນຢາຕະຫລອດ. ແລະແລ້ວ, ອາຈານວັນ ກໍ່ເກີດອຸບັດຕິເຫດໂດຍບັງເອີນ, ເຮັດໃຫ້ຂາຫັກ ແລະ ໂຮງໝໍທ້ອງຖິ່ນໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍ ເຈີ້ໄຣ໊.

ຜ່ານການປິ່ນປົວດ້ວຍຄ່າໃຊ້ຈ່າຍເກືອບ 10 ຕື້ດົ່ງ, ກອງທຶນປະກັນສຸຂະພາບໄດ້ຊຳລະໃຫ້ 80%, ອາຈານວັນ ຕ້ອງໄດ້ຈ່າຍພຽງແຕ່ 20% ເທົ່ານັ້ນ ເຊິ່ງເທົ່າກັບປະມານ 1,5 ຕື້ດົ່ງ. ຍ້ອນວ່າ ອາຈານວັນ ໄດ້ຊື້ບັດປະກັນສຸຂະພາບ ໃນໄລຍະເວລາ 5 ປີຢ່າງລຽນຕິດ. ວັນທີ 02 ມິຖຸນາ ຜ່ານມາ, ອາຈານວັນ ເກີດອຸບັດຕິເຫດ ຕ້ອງເຂົ້າໂຮງໝໍ, ມາຮອດປັດຈຸບັນ ຄ່າໃຊ້ຈ່າຍໄດ້ຂຶ້ນເຖິງກ່ວາ 1 ຕື້ດົ່ງ ແລະ ກອງທຶນປະກັນສຸຂະພາບກໍ່ໄດ້ຊຳລະໃຫ້ 100%. ອາຈານ ວັນ ໃຫ້ຮູ້ວ່າ:

 “ປະຈຸບັນ ພະຍາດຂອງຂ້າພະເຈົ້າກໍ່ດີຂຶ້ນສ່ວນໜຶ່ງແລ້ວ, ຕົນເອງຮູ້ສຶກດີໃຈຫລາຍ. ຄ່າໃຊ້ຈ່າຍເພື່ອປິ່ນປົວພະຍາດກໍ່ສູງ, ປະຈຸບັນ ກອງທຶນປະກັນສຸຂະພາບໄດ້ຊຳລະໃຫ້ 100% . ຖ້າບໍ່ໄດ້ຊື້ບັດປະກັນສຸຂະພາບ ການປິ່ນປົວພະຍາດຂອງຂ້າພະເຈົ້າ ກໍ່ຈະປະສົບກັບຄວາມຫຍຸ້ງຍາກຫລາຍ, ບໍ່ໄດ້ປິ່ນປົວຢ່າງເຖິງຖອງຄືປັດຈຸບັນ.

ແຕ່ລະເດືອນ, ໂຮງໝໍ ເຈີ້ໄຣ໊ ໄດ້ຮັບສຳເນົາເອກະສານກ່ວາ 100 ສະບັບ ເພື່ອຂໍການຊ່ວຍເຫຼືອຈ່າຍຄ່າປິ່ນປົວໃຫ້ແກ່ຄົນທຸກຍາກ ຫຼື ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ໃນນັ້ນ ມີຄົນເຈັບຫລາຍຄົນບໍ່ມີບັດປະກັນສຸຂະພາບ. ໃນ 3 ປີຜ່ານມາ, ຂະແໜງວຽກງານສັງຄົມໄດ້ຮຽກຮ້ອງ ແລະ ໜູນຊ່ວຍບັດປະກັນສຸຂະພາບໃຫ້ແກ່ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກພິເສດກ່ວາ 200 ບັດ, ສະນັ້ນ ເຂົາເຈົ້າຈຶ່ງສາມາດໄປກວດ, ປິ່ນປົວພະຍາດໄດ້ຢ່າງຕໍ່ເນື່ອງ. ທ່ານ ປອ. ເລມິງຫ໋ຽນ, ຫົວໜ້າຂະແໜງວຽກງານສັງຄົມ ໃຫ້ຮູ້ວ່າ:

  “ຂ້າພະເຈົ້າເຫັນວ່າ ນະໂຍບາຍກ່ຽວກັບການປະກັນສຸຂະພາບ ໄດ້ມີບັນດາການປ່ຽນແປງຕາມທິດມີປະໂຫຍດໃຫ້ແກ່ຄົນເຈັບຫລາຍທີ່ສຸດ. ພວກຂ້າພະເຈົ້າເຄີຍບອກເຕືອນ, ໃຫ້ຄຳປຶກສາແກ່ຄົນເຈັບເປັນປະຈຳວ່າ ຄວນຊື້ບັດປະກັນສຸຂະພາບ. ສຳລັບບັນດາກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກຫລາຍ ພວກຂ້າພະເຈົ້າຈະຂົນຂວາຍເຂົາເຈົ້າຊື້ບັດແລ້ວ ແລະ ຄ່າບັດນັ້ນ ພວກຂ້າພະເຈົ້າຊ່ວຍຊຳລະຕາມຫລັງ.”

ບັດປະກັນສຸຂະພາບມີປະໂຫຍດສຳລັບຜູ້ເປັນພະຍາດອັນຕະລາຍ - ảnh 2 ປະຈຸບັນ ທົ່ວປະເທດມີກ່ວາ 85 ລ້ານຄົນ ມີບັດປະກັນສຸຂະພາບ

ປະຈຸບັນ ທົ່ວປະເທດມີກ່ວາ 85 ລ້ານຄົນ ມີບັດປະກັນສຸຂະພາບ. ສະເພາະແຕ່ນະຄອນ ໂຮ່ຈີມິນ ມີ 7,5 ລ້ານຄົນ, ບັນລຸເກືອບ 89%. ຕາມທ່ານ ຟານວັນເໝ໊ນ, ຫົວໜ້າອົງການປະກັນສັງຄົມນະຄອນໂຮ່ຈີມິນ ແລ້ວ, ຮອດທ້າຍປີ 2020, ນະຄອນຈະຂົນຂວາຍປະຊາຊົນ 8,1 ລ້ານຄົນ ຊື້ບັດປະກັນສຸຂະພາບ, ກວມເອົາ 90,7% ຕາມຕົວເລກຄາດໝາຍ ເຊິ່ງທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້. ເພື່ອບັນລຸໄດ້ຕົວເລກຄາດໝາຍດັ່ງກ່າວ ນັບແຕ່ນີ້ໄປຮອດທ້າຍປີ, ອົງການປະກັນສຸຂະພາບນະຄອນ ຈະເພີ່ມທະວີວຽກງານໂຄສະນາ, ຂົນຂວາຍຊາວຜູ້ອອກແຮງງານ 300.000 ຄົນ ແລະ ຄອບຄົວ 300.000 ຄອບຄົວ ຊື້ບັດປະກັນສຸຂະພາບ. ທ່ານ ຟານວັນເໝ໊ນ ໃຫ້ຮູ້ຕື່ມອີກວ່າ:

ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາບັນດາຕົວເລກຄາດໝາຍພັດທະນາປະກັນສຸຂະພາບຢູ່ບັນດາເມືອງ ແລະ ຕາແສງ, ເທດສະບານ, ສຸມໃສ່ເຂົ້າໃນກຸ່ມເປົ້າໝາຍທີ່ມີຄວາມສາມາດບົ່ມຊ້ອນຄື ນັກຮຽນ, ນັກສຶກສາ. ໃນປີນີ້ ພວກຂ້າພະເຈົ້າ ຈະຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາຊື້ບັດປະກັນສຸຂະພາບໃຫ້ໄດ້ 100%.

ເພື່ອໜູນຊ່ວຍຄົນທຸກຍາກໄດ້ເຂົ້າປະກັນສຸຂະພາບ, ທຸກໆປີ, ນະຄອນ ໂຮ່ຈີມິນ ໄດ້ຫັກເງິນສ່ວນໜຶ່ງຈາກກອງທຶນປະກັນສຸຂະພາບ ເພື່ອໜູນຊ່ວຍ 30% ລະດັບຄ່າໃຊ້ຈ່າຍຊື້ບັດປະກັນສຸຂະພາບ ໃຫ້ແກ່ບັນດາສະມາຊິກໃນຄອບຄົວຜູ້ທີ່ທຸກຍາກຕາມມາດຕະຖານຂອງນະຄອນ. ປີ 2019, ນະຄອນໂຮ່ຈີມິນ ໄດ້ຈ່າຍຄ່າປະກັນສຸຂະພາບໃຫ້ແກ່ບັນດາເປົ້າໝາຍດັ່ງກ່າວໄດ້ 111.707 ຄົນ ດ້ວຍມູນຄ່າຫລາຍກ່ວາ 25 ຕື້ດົ່ງ. ບັນດາອົງການຈັດຕັ້ງການເມືອງສັງຄົມ, ສະມາຄົມໜູນຊ່ວຍຄົນເຈັບທຸກຍາກນະຄອນ ໂຮ່ຈີມິນ ກໍ່ໄດ້ຮຽກຮ້ອງໃຫ້ຜູ້ໃຈບຸນໃຈກຸສົນ ຮ່ວມແຮງຮ່ວມໃຈໜູນຊ່ວຍ, ມອບບັດປະກັນສຸຂະພາບໃຫ້ແກ່ຄົນທຸກຍາກ, ເພື່ອສະກັດກັ້ນຄວາມສ່ຽງເປັນພະຍາດອັນຕະລາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ