ບັນດາຕູ້ແຈກເຂົ້າສານບໍ່ມີຍາມໝົດຈັກເທື່ອ

(VOVWORLD) -ຢູ່ຈຸດຕັ້ງຕູ້ “ATM ແຈກເຂົ້າສານ” ຕ່າງໆເຫຼົ່ານີ້ມີບາງຄົນກໍ່ມາບໍລິຈາກເຂົ້າສານ 2-3 ກິໂລ, ບາງຄົນກໍ່ຮອດ 2-3 ຮ້ອຍກິໂລ ຫຼື 5 – 7 ໂຕນ…

ບັນດາຕູ້ແຈກເຂົ້າສານບໍ່ມີຍາມໝົດຈັກເທື່ອ - ảnh 1ຕູ້ “ATM ແຈກເຂົ້າສານ” ແບບອັດຕະໂນມັດ

(ພາບປະກອບ: VGP)

ກວ່າ 1 ເດືອນຜ່ານມາ, ຕູ້ “ATM ແຈກເຂົ້າສານ” ໂດຍບໍ່ເສຍຄ່າສາມາດແກ້ໄຂ ໄດ້ 2 ບັນຫາ, ນັ້ນແມ່ນສາມາດ ຊ່ວຍເຫຼືອປະຊາຊົນໄດ້ຢ່າງທັນເວລາ ແລະ ຊ່ວຍໃຫ້ຜູ້ມາຮັບເອົາເຂົ້າສານຮັກສາໄດ້ໄລຍະຫ່າງທີ່ປອດໄພ ໃນຍາມເກີດໂລກລະບາດໂຄວິດ-19. ບໍ່ພຽງແຕ່ຊ່ວຍໃຫ້ຜູ້ທຸກຍາກມີເຂົ້າກິນເທົ່ານັ້ນ, ຕູ້ “ATM ແຈກເຂົ້າສານ” ຍັງໄດ້ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນນັບພັນຄົນໄດ້ມີໂອກາດຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດໃນການ ຊ່ວຍເຫຼືອປະຊາຊົນ ໃນຈຸດເວລາທີ່ທົ່ວປະເທດພວມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ນັບແຕ່ກ່ອນ, ເມື່ອປະສົບກັບໄພທຳມະຊາດ, ໂລກລະບາດ, ບັນດານ້ຳໃຈຂອງຊາວຫວຽດນາມ ໄດ້ສະແດງອອກຜ່ານການແບ່ງປັນພ້ອມກັບພໍ່ແມ່ປະຊາຊົນ ນັບແຕ່ຫໍ່ມີ່ສຳເລັດຮູບ, ຖົງເຂົ້າ, ຕຸກນ້ຳ… ແຕ່ສຳລັບໂລກລະບາດໂຄວິດ- 19 ພັດມີຄວາມແຕກຕ່າງ. ເຄື່ອງຊ່ວຍເຫຼືອບໍ່ສາມາດຂົນສົ່ງໄປເຖິງບັນດາເຂດ ແລະ ມອບໃຫ້ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໄດ້. ຍ້ອນເຫດນັ້ນ, ຕູ້ “ATM ແຈກເຂົ້າສານ” ແບບອັດຕະໂນມັດຈຶ່ງໄດ້ນຳໃຊ້ຢູ່ທົ່ວທຸກແຂວງ, ນະຄອນໃນທົ່ວປະເທດ, ໄດ້ແກ້ໄຂເລື່ອງການຊ່ວຍເຫຼືອປະຊາຊົນ ແລະ ຊ່ວຍໃຫ້ຜູ້ທີ່ມາຮັບເອົາເຂົ້າຮັກສາໄດ້ໄລຍະຫ່າງຄວາມປອດໄພ ໃນຍາມເກີດໂລກລະບາດ. ຢູ່ຈຸດຕັ້ງຕູ້ “ATM ແຈກເຂົ້າສານ” ຕ່າງໆເຫຼົ່ານີ້ມີບາງຄົນກໍ່ມາບໍລິຈາກເຂົ້າສານ 2-3 ກິໂລ, ບາງຄົນກໍ່ຮອດ 2-3 ຮ້ອຍກິໂລ ຫຼື 5 – 7 ໂຕນ… ຜູ້ບໍລິຈາກກໍ່ມາບໍລິຈາກ, ຜູ້ຮັບກໍ່ມາຮັບ ກໍ່ເຮັດແບບນັ້ນໄປເລື້ອຍໆ .

ກວ່າ 1 ເດືອນຜ່ານມາ, ມີຜູ້ປະສົບກັບຄວາມຫຍຸ້ງຍາກນັບເປັນພັນເທື່ອຄົນຢູ່ແຂວງ ເລິມດົ່ງ ໄດ້ມາຮັບເອົາເຂົ້າສານໂດຍບໍ່ເສຍຄ່າຈາກຕູ້ດັ່ງກ່າວໂດຍຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເລິມດົ່ງ ສົມທົບກັບຄະນະບໍລິຫານງານພຸດທະສາສະໜາ ວັດ ລິງກວາງ ແລະ ກຸ່ມບໍລິສັດສັງກະສີ ຮວາແຊນ ຕິດຕັ້ງ. ນີ້ແມ່ນວຽກງານທີ່ມີຄວາມໝາຍເພື່ອຊ່ວຍເຫຼືອຜູ້ທຸກຍາກຜ່ານຜ່າຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ-19. ແຕ່ລະມື້, ຕູ້ ATM ນີ້ຈະແຈກເຂົ້າສານເກືອບ 500 ກິໂລ ໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ.

ພະອາຈານ ທິ໊ກດິງຕ່ວານ, ເຈົ້າອາວາດວັດ ລິງກວາງ ໃຫ້ຮູ້ວ່າ, ບໍ່ພຽງແຕ່ມີຜູ້ມາຮັບເຂົ້າສານເທົ່ານັ້ນ, ເມື່ອຜັນຂະຫຍາຍລາຍການແຈກເຂົ້າສານໂດຍບໍ່ເສຍຄ່ານັ້ນ, ກໍ່ມີຜູ້ໃຈບຸນໃຈກຸສົນຫຼາຍຄົນກໍ່ໄດ້ຂົນເຂົ້າມາບໍລິຈາກເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ຕົກທຸກໄດ້ຍາກ.

“ນີ້ແມ່ນບັນດາຂອງຂວັນເລັກໆນ້ອຍໆ, ແຕ່ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ຜ່ານຜ່າຄວາມຫຍຸ້ງຍາກໃນຈຸດເວລາທີ່ທຸກຍາກຂາດເຂີນ. ພິເສດໄດ້ຊ່ວຍໃຫ້ເຂົາເຈົ້າມີຄວາມໄວ້ເຊື້ອເຊື່ອໃຈຕໍ່ນ້ຳໃຈຂອງມວນມະນຸດດ້ວຍກັນແລະ ພວກຂ້າພະເຈົ້າໄດ້ປະຕິບັດຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີແມ່ນ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງໃນຊ່ວງເວລາທີ່ເກີດໂລກລະບາດນີ້. ນັ້ນແມ່ນລັກສະນະມະນຸດສະທຳຂອງໂຄງການ ATM ເຂົ້າສານ”.

ໂດຍແມ່ນຜູ້ໄດ້ຮັບເຂົ້າ ຈາກຕູ້ ATM ແຈກເຂົ້າສານ ຢູ່ວັດ ລິງກວາງ, ປ້າ ເຈິ່ນທິຕ໊າມ, ຜູ້ມີອາຊີບຂາຍຫວຍພັດທະນາຢູ່ທ້ອງຖິ່ນ, ໃຫ້ຮູ້ວ່າ.

“ຂ້າພະເຈົ້າມີອາຊີບຂາຍຫວຍ, ແຕ່ວ່າຫວຍຢຸດອອກມາເປັນເດືອນແລ້ວ ສະນັ້ນຈຶ່ງບໍ່ມີເງິນໃຊ້ຈ່າຍ, ບໍ່ມີເຂົ້າກິນ. ຂ້າພະເຈົ້າຕື້ນຕັນໃຈຫຼາຍເມື່ອໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກລັດ, ລັດຖະບານໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ເກີດໂລກລະບາດ.”

ໃນຊຸມມື້ຂອງເດືອນເມສາ, ຕູ້ ATM ແຈກເຂົ້າສານເຄື່ອນທີ່ ໂດຍວິທະຍາໄລ ລາວກາຍ ພ້ອມກັບບາງອົງການສື່ມວນຊົນໃນບໍລິເວນແຂວງ ແລະ ບັນດາຜູ້ໃຈບຸນໃຈກຸສົນໄດ້ຮ່ວມມືກັນສ້າງຂຶ້ນນັ້ນໄດ້ເລີ່ມເຄື່ອນທີ່ມາສະຖານທີ່ແຫ່ງທຳອິດເພື່ອແຈກເຂົ້າສານໂດຍບໍ່ເສຍຄ່າໃຫ້ນັບຮ້ອຍຄອບຄົວຢູ່ຕາແສງ ລ້ຽນມິງ, ເທດສະບານ ຊາປາ, ແຂວງ ລາວກາຍ.

ໂດຍໄດ້ຮັບຂ່າວວ່າ, ຕູ້ ATM ແຈກ ເຂົ້າສານແບບອັດຕະໂນມັດໃຫ້ຜູ້ທຸກຍາກນັ້ນ, ມີພໍ່ແມ່ປະຊາຊົນນັບຮ້ອຍຄົນທີ່ມາຈາກບັນດາບ້ານຄື: ນຳຊາງ, ນຳແກ໊ງ, ບານສ່າຍ…, ເປັນຕົ້ນແມ່ນພໍ່ແມ່ຊາວຊົນເຜົ່າ ໄຕ່, ນຸ່ງ, ມົງ, ຢາວ ກໍ່ພາກັນມາຮັບເອົາເຂົ້າສານ. ຍ້ອນບັນດາຄອບຄົວເຫຼົ່ານັ້ນລ້ວນແຕ່ແມ່ນຜູ້ທຸກຍາກ ແລະ ໃກ້ຈະທຸກຍາກ, ສະນັ້ນຄະນະຈັດຕັ້ງ ຈຶ່ງໄດ້ຕົກລົງແຍກເຂົ້າສານໃຫ້ຄອບຄົວທຸກຍາກແມ່ນ 10 ກິໂລ/ຄອບຄົວ, ຄອບຄົວໃກ້ຈະທຸກຍາກແມ່ນ 5 ກິໂລ/ຄອບຄົວ, ໂດຍຜ່ານຕູ້ ATM ແຈກ ເຂົ້າດັ່ງກ່າວ.

-      ຍ້ອນເກີດໂລກລະບາດ, ສະນັ້ນຂ້າພະເຈົ້າຈຶ່ງບໍ່ສາມາດໄປເຮັດວຽກຫາເງິນໄດ້, ຍ້ອນເຫດນັ້ນການດຳລົງຊີວິດແມ່ນລຳບາກຫຼາຍ. ມີຕູ້ ATM ແຈກເຂົ້າ ມາແຈກໃຫ້ປະຊາຊົນ, ຂ້າພະເຈົ້າເອງກໍ່ມີຄວາມພາກພູມໃຈທີ່ສຸດ.

-      ໂດຍໄດ້ຮັບເຂົ້າສານແມ່ນ 10 ກິໂລນັ້ນ, ຄອບຄົວຂ້າພະເຈົ້າມີສະມາຊິກ 5 ຄົນ, ຂ້າພະເຈົ້າດີໃຈທີ່ສຸດ ແລະ ເຫັນວ່າຕົນເອງໂຊກດີຫຼາຍ.

        ຕໍ່ສະພາບການເກີດໂລກລະບາດໂຄວິດ-19, ໂດຍປະຕິບັດແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການແຍກຫ່າງໃນສັງຄົມ, ມີຫຼາຍຄອບຄົວຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຈຳກັດການອອກນອກເຮືອນ. ເຖິງວ່າ, ຄວາມວິຕົກກັງວົນ ອັນໃຫຍ່ຫຼວງທີ່ສຸດຂອງບັນດາຄອບຄົວ ແມ່ນບໍ່ຮູ້ຈະເອົາຫຍັງມາຢູ່ມາກິນ ເພື່ອໃຫ້ມີຊີວິດຢູ່ຈົນກວ່າໂລກລະບາດຈະໝົດໄປ. ຍ້ອນເຫດນັ້ນ ເມື່ອໄດ້ຮັບເຂົ້າສານຈາກຕູ ATM ພ້ອມກັບທັນຍາຫານທີ່ຈຳເປັນຈຳນວນໜຶ່ງ ໂດຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນໜູນຊ່ວຍຕື່ມອີກ, ພໍ່ແມ່ປະຊາຊົນມີຄວາມຕື້ນຕັນໃຈຫຼາຍ. ແມ່ເຖົ້າ ມ້າທິເຊົ໊າ, ອາຍຸ 80 ປີ ຢູ່ຕາແສງ ເລືອງເຕິມ, ເມືອງ ລອງມີ້, ແຂວງ ເຮົາຢາງ, ໃຫ້ຮູ້ວ່າ.

“ແຕ່ລະມື້ຕ້ອງໄປຫາເງິນຊື້ເຂົ້າກິນ, ແລ້ວກໍ່ມີຫຼານນ້ອຍ ບອກແມ່ໄປຮັບເອົາເຄື່ອງຊ່ວຍເຫຼືອ, ເຂົ້າສານ ມາແຕ່ງຢູ່ຄົວກິນ. ມີບາງມື້, ຂ້າພະເຈົ້ານອນບໍ່ລັບຈົນໝົດຄືນ. ແຕ່ເມື່ອໄດ້ຮັບເຂົ້າແລ້ວ, ຄອບຄົວຂ້າພະເຈົ້າດີໃຈຫຼາຍ”.

ປະຈຸບັນ, ຂະບວນການ ຕູ້ “ATM ແຈກເຂົ້າສານ” ໂດຍບໍ່ເສຍຄ່າ ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດກໍ່ພວມເຄື່ອນໄຫວຈົນສຸດກຳລັງແຮງ ເພື່ອແບກຫາບຄວາມໜັກໜ່ວງໃນການດຳລົງຊີວິດພ້ອມກັບປະຊາຊົນຜູ້ທຸກຍາກ. ຄຽງຂ້າງນັ້ນ, ມີຫຼາຍບໍລິສັດ, ໂຮງຈັກໂຮງງານ ແລະ ສ່ວນບຸກຄົນ ຍັງໄປຈຸດຕັ້ງຕູ້  ATM ແຈກເຂົ້າສານແຫ່ງຕ່າງໆ, ໄປຮອດແຕ່ລະຄອບຄົວ ເພື່ອແຈກຢາຍເຂົ້າ, ໝີ່ ແລະ ຜ້າອັດປາກ - ອັດດັງໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ແຜ່ຂະຫຍາຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນຊຸມມື້ເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ