​ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ 01 ຂອ​ງ​ລັດ​ຖະ​ບານ

(VOVWORLD) -ໂດຍນອນຢູ່ໃຈກາງເຂດ ທາງທິດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ດ້ວຍບັນທ່າໄດ້ປຽບທີ່ພົ້ນເດັ່ນກ່ຽວກັບທີ່ດິນ, ອາກາດເຂດຊົນຮ້ອນ, ແຂວງ ເຊີນລາ ມີເນື້ອທີ່ທຳມະຊາດ 14.000 ຕາລາງກິໂລແມັດ, ໃຫ່ຍອັນດັບທີ່ສາມໃນທົ່ວປະເທດ. ດ້ວຍເນື້ອທີ່ດິນ 350.000 ເຮັກຕາ ເພື່ອຜະລິດກະສິກຳຂອງແຂວງ ສ່ວນຫຼາຍແມ່ນດິນອຸດົມສົມບູນ, ໄດ້ຊ່ວຍແຂວງທັງພັດທະນາບັນດາແນວປູກທີ່ໃຫ້ມູນຄ່າສູງ ຕາມທິດລວມສູນຂອບຂະໜາດ ໃຫ່ຍ, ທັງພັດທະນາບັນດາຜະລິດຕະພັນ ກະສິກຳຫຼາຍຊະນິດ ຂອງເຂດຕ່າງໆໃນແຂວງ. ດ້ວຍຄວາມສາມາດບົ່ມຊ້ອນດັ່ງກ່າວ, ອົງຄະນະພັກ ແລະ ອຳນາດການປົກຄອງແຂວງ ເຊີນລາ ໄດ້ສຸມໃສ່ພັດທະນາເສດຖະກິດໃນທົ່ວແຂວງ ຕາມທິດສ້າງໂຄງປະກອບກະສິກຳຄືນໃໝ່, ຫັນປ່ຽນໂຄງປະກອບແນວປູກຢ່າງແຂງແຮງ ຕິດພັນກັບທ່າໄດ້ປຽບກ່ຽວກັບທີ່ດິນ, ແຮງງານຂອງທ້ອງຖິ່ນ ແລະ ຕະຫຼາດຈຳໜ່າຍ
​ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ 01 ຂອ​ງ​ລັດ​ຖະ​ບານ - ảnh 1ການເກັບກູ້ໝາກລຳໄຍຢູ່ແຂວງເຊີນລາ 

ຈຸດທີ່ພົ້ນເດັ່ນໃນການປ່ຽນແປງຈິນຕະນາການ ຂອງການຜະລິດກະສິກຳຖືກແຂວງ ເຊີນລາ ເລັ່ງໃສ່ນັ້ນແມ່ນ ສ້າງກຳລັງໜູນເພື່ອພັດທະນາ, ຄືແຜນນະໂຍບາຍປູກຕົ້ນໄມ້ກິນໝາກ  ຢູ່ຕາມເນື້ອທີ່ດິນຄ້ອຍ, ນະໂຍບາຍສົ່ງເສີມການພັດທະນາສະຫະກອນ ແລະ ດຶງດູດວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ. ສິ່ງທີ່ເປັນການຕັດສິນຊີ້ຂາດ ແລະ ໄດ້ຮັບຖືກວ່າແມ່ນຂໍກຸນແຈ ສຳລັບການຜະລິດກະສິກຳ ນັ້ນແມ່ນການສ້າງ ແລະ ນຳເຂົ້າເຄື່ອນໄຫວລະບົບມູນຄ່າການຜະລິດ, ສະໜອງການປຸງແຕ່ງ, ຈຳໜ່າຍ ແລະ ຍູ້ແຮງການສົ່ງອອກ ຜະລິດຕະພັນກະສິກຳສະອາດ ແລະ ປອດສານພິດ. ທາງແຂວງໄດ້ວາງແຜນຜະລິດຕາມທິດລວມສູນພັດທະນາແນວປູກທີ່ມີທ່າໄດ້ປຽບ, ມີຄວາມສາມາດແກ້ງແຍ້ງ ແລະ ເພີ່ມທະວີວຽກງານຄວບຄຸມຫຼັກອະນາໄມ ແລະ ສຸຂະອະນາໄມທາງດ້ານສະບຽງອາຫານ. ພາຍຫຼັງໄລຍະເວລາອັນສັ້ນໆເທົ່ານັ້ນ, ເນື້ອທີ່ປູກຕົ້ນໄມ້ກິນໝາກຢູ່ແຂວງ ເຊີນລາ ໄດ້ເພີ່ມຂຶ້ນຫຼາຍ, ລື່ນກາຍ 50.000 ເຮັກຕາ ແລະ ບັນລຸປະລິມານການຜະລິດ ປະມານ 250.000 ໂຕນ. ທ່ານ ລໍ່ມິງຮຸ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ໃຫ້ຮູ້ວ່າ:

     “ກຳນົດທິດໃນໄລຍະແຕ່ນີ້ຫາປີ 2020, ແຂວງ ເຊີນລາ ມີແຜນນະໂຍບາຍຈະຂະຫຍາຍຕົ້ນໄມ້ກິນໝາກໃນເນື້ອທີ່ 100.000 ເຮັກຕາ, ພ້ອມກັບການຂະຫຍາຍເນື້ອການປູກຝັງ, ທາງແຂວງກໍ່ເອົາໃຈໃສ່ເຖິງ ການຂະຫຍາຍຕົ້ນໄມ້ກິນໝາກແບບຍືນຍົງ ເຊິ່ງຖືກສະແດງອອກຜ່ານວຽກງານດັ່ງນີ້: ປູກຕົ້ນໄມ້ກິນໝາກຫຼາຍຊະນິດ, ພິເສດແມ່ນຕົ້ນໄມ້ກິນໝາກ ທີ່ແຂວງມີທ່າໄດ້ປຽບ; ເອົາໃຈໃສ່ເຖິງຂັ້ນຕອນການຜະລິດ ເພື່ອຮັບປະກັນຄຸນະພາບ ຜະລິດຕະພັນກະສິກຳ ເພື່ອຕອບສະໜອງຄວາມຕ້ອງການ ຂອງຜູ້ບໍລິໂພກທັງຢູ່ພາຍ ແລະ ຕ່າງປະເທດ”

      ດ້ວຍທິດນຳ ທີ່ຕົ້ນໄມ້ກິນໝາກຂະຫຍາຍຮອດໃສ, ສະຫະກອນກໍ່ຂະຫຍາຍຮອດນັ້ນ, ມາຮອດປັດຈຸບັນແຂວງ ເຊີນລາ ໄດ້ມີສະຫະກອນນັບ 10 ແຫ່ງ ທີ່ປູກສະເພາະແຕ່ຕົ້ນໄມ້ກິນໝາກ. ມາຮອດປັດຈຸບັນ ທົ່ວແຂວງມີເນື້ອທີ່ປູກໝາກລຳໄຍກວ່າ 12.000 ເຮັກຕາ, ເນື້ອທີ່ໝາກມ່ວງເກືອບ 9.000 ເຮັກຕາ, ໝາກນັອດ 120.000 ກວ່າເຮັກຕາ; ໝາກກ້ວຍ 3.000 ກວ່າເຮັກຕາ… ຊຶ່ງໄດ້ເຕົ້າໂຮມປູກຢູ່ເມືອງ ອຽນເຈົາ, ເມື່ອງລາ, ເມືອງ ທ້ວນເຈົາ, ມາຍເຊີນ ແລະ ນະຄອນເຊີນລາ… ເມື່ອມີຄວາມຮຽກຮ້ອງຕ້ອງການທາງດ້ານຄຸນນະພາບ ຜະລິດຕະພັນທີ່ນັບມື້ນັບສູງນັ້ນ, ການຜະລິດກະສິກຳພ້ອມກັບຄວາມຕ້ອງການທີ່ເຄັ່ງຄັດກວ່ານັ້ນ. ອຳນາດການປົກຄອງທ້ອງຖິ່ນ, ບັນດາສະຫະກອນກໍ່ໄດ້ນຳໃຊ້ວິທະຍາສາດເຕັກນິກ ເຂົ້າໃນການຜະລິດ ຈາກຂອດເລືອກເຟັ້ນແນວປູກ, ຕະຫຼອດຮອດການບົວລະບັດຮັກສາ ແລະ ຂອດການເກັບກູ້ ແລະ ຜົນສຳເລັດດີກວ່ານັ້ນ ແມ່ນການປ່ຽນແປງກ່ຽວກັບຄວາມຮັບຮູ້ ຂະນະທີ່ປະຊາຊົນໄດ້ຮູ້ນຳໃຊ້ ຂັ້ນຕອນການປູກຝັງຕາມມາດຕະຖານ Viet Gap ເພື່ອຍົກສູງຄຸນນະພາບຜະລິດຕະພັນ ເພື່ອສາມາດຕອບສະໜອງຄວາມຕ້ອງການໃນທ້ອງຕະຫຼາດ. ນາງ ຮ່າທິວຈິງ ຢູ່ຕາແສງ ຈ່ຽງຮາກ ເມືອງ ອຽນເຈົາ ໃຫ້ຮູ້ວ່າ:

     “ຕ້ອງຖືເປົ້າໝາຍມຸ່ງໄປສູ່ຕະຫຼາດບັນດາປະເທດ ທີ່ຕ້ອງການສິນຄ້າຄຸນນະພາບສູງ ເພື່ອຈະດຳເນີນການປູກຝັງ ຢູ່ບັນດາສວນຕົ້ນໄມ້ກິນໝາກ ໃນຕາແສງ ຈ່ຽງຮາກ ເວົ້າສະເພາະ ແລະ ເມືອງ ອຽນເຈົາ ເວົ້າລວມ. ເຮົາເຫັນວ່າສະຕິຄວາມຮັບຮູ້ ຂອງປະຊາຊົນໃນປັດຈຸບັນ ໄດ້ຖືກຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ເຮົາໄດ້ຖືເອົາມາດຕະຖານທີ່ເຄັ່ງຄັດນີ້ເພື່ອນຳໃຊ້. ເຮັດໄດ້ເຊັ່ນນັ້ນ ເຮົາກໍ່ສາມາດຮັບໃຊ້ ຕາມຄວາມຕ້ອງການຂອງຕະຫຼາດຕ່າງໆໄດ້”.

     ໂດຍໄດ້ກຳນົດການສົ່ງອອກ ຜະລິດຕະພັນກະສິກຳແມ່ນໜ້າທີ່ຈຸດສຸມ ມີລັກສະນະກ້າວກະໂດດຂັ້ນ ໃນວຽກງານຊີ້ນຳນຳພາ, ຄະນະພັກ ອຳນາດການປົກຄອງທ້ອງຖິ່ນໃນແຂວງ ເຊີນລາ ກໍ່ໄດ້ສ້າງຕັ້ງຄະນະຊີ້ນຳ ແລະ ປຸງແຕ່ງຈຳໜ່າຍຜະລິດຕະພັນກະສິກຳ, ຈັດຕັ້ງບັນດາກິດຈະກຳ, ເຫດການເພື່ອແນະນຳ ໂຄສະນາຜະລິດຕະພັນກະສິກຳຂອງແຂວງ ເຊີນລາ. ທ່ານ ຫງຽນດິງຕຸ່ງ ຜູ້ອຳນວຍການບໍລິສັດ Vina T&T ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

     “ໝາກລຳໄຍຂອງແຂວງ ເຊີນລາ ເປັນຕົ້ນແມ່ນໝາກລຳໄຍຢູ່ເຂດແມ່ນ້ຳມ້າ ແມ່ນແຊບຫຼາຍ, ເພາະມີແກ່ນນ້ອຍ, ນວນໜາ, ນ້ຳກໍ່ມີໜ້ອຍ, ຊຶ່ງເປັນສິ່ງທີ່ສະດວກສຳລັບການຂະຫຍາຍ ແລະ ຮັກສາ. ເດືອນ ກໍລະກົດ ປີກາຍນີ້, ພວກຂ້າພະເຈົ້າກໍ່ໄດ້ລົງສຳຫຼວດຕົວຈິງ ແລະ ເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນ ແລະ ໄດ້ນຳສົ່ງໄປຂາຍໃຫ້ຕ່າງປະເທດ ໄດ້ນັບຮ້ອຍກິໂລກາມ ແລະ ຫຼັງຈາກນັ້ນກໍໄດ້ຮັບການກະທົບຕອບດີທີ່ສຸດ”

     ດ້ວຍເປົ້າໝາຍຍູ້ແຮງການສົ່ງອອກຜະລິດຕະພັນກະສິກຳ ທີ່ມີຄຸນນະພາບສູງ, ປີ 2018 ແຂວງ ເຊີນລາ ໄດ້ ແລະ ພວມສົ່ງອອກຜະລິດຕະພັນ 12 ຊະນິດຄື ໝາກມ່ວງ, ໝາກລຳໄຍ, ໝາກນັອດ, ໝາກກ້ວຍ, ໝາກໝັ້ນ, ກາເຟ, ຊາ, ແປ້ງມັນຕົ້ນ, ນ້ຳຕານ, ນ້ຳເຜິ້ງ, ຜັກສະອາດ. ນີ້ແມ່ນສິນຄ້າປະເພດຜະລິດຕະພັນກະສິກຳທີ່ພັດທະນາແທດເໝາະກັບເງື່ອນໄຂທາງດ້ານທີ່ດິນ ແລະ ອາກາດຂອງທ້ອງຖິ່ນ. ທ່ານ ເລກວາງຈຸງ ຮອງຫົວໜ້າພະແນກ ອຸດສະຫະກຳ ການຄ້າແຂວງ ເຊີນລາ ໃຫ້ຮູ້ວ່າ:

     “ຜ່ານການສົ່ງອອກນັ້ນ ກໍ່ສາມາດເພີ່ມມູນຄ່າການສົ່ງອອກໃຫ້ແຂວງ, ຈາກນັ້ນກໍ່ມີການກຳນົດທິດ ຂະຫຍາຍການປູກຕົ້ນໄມ້ກິນໝາກ ໃຫ້ຖືກຕາມມະຕິສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນແຂວງໄດ້ຊີ້ນຳ. ຊາວກະສິກອນ, ວິສາຫະກິດ, ສະຫະກອນກໍ່ໄດ້ມີການປ່ຽນແປງບັນດາວິທີບົວລະບັດ ຮັກສາຜະລິດຕະພັນກະສິກຳ ເພື່ອມີເງື່ອນໄຂຢ່າງພຽງພໍ ໃຫ້ແກ່ການສົ່ງອອກໄປຕ່າງປະເທດ”

     ເພື່ອແນໃສ່ຍົກສູງມູນຄ່າບັນດາປະເພດ ຜະລິດຕະພັນກະສິກຳ, ແຂວງ ເຊີນລາ ໄດ້ເປັນເຈົ້າການ ຮຽກຮ້ອງວິສາຫະກິດ ລົງທຶນເຂົ້າຂົງເຂດກະສິກຳ, ຜະລິດຕະພັນກະສິກຳ ແລະ ໃນເບື້ອງຕົ້ນກໍ່ໄດ້ບັນລຸບັນດາໝາກຜົນໃດໜຶ່ງ. ການນຳແຂວງໄດ້ເປັນເຈົ້າການ ເຊື້ອເຊີນບັນດາກຸ່ມບໍລິສັດໃຫ່ຍເຂົ້າມາລົງທຶນ ໃນຂົງເຂດກະສິກຳ, ຮ່ວມສຳພັນເພື່ອລົງທຶນເຂົ້າໃນການຜະລິດ ປຸງແຕ່ງຈຳໜ່າຍຜະລິດຕະພັນກະສິກຳ, ຜັກສະອາດ ແລະ ປອດສານພິດຕາມລະບົບການເຊື່ອມຕໍ່ ກັບລະບົບຈຳໜ່າຍທີ່ເປັນປົກກະຕິ ຢູ່ພາຍໃນປະເທດ ແລະ ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ