ບັນດານັກຮົບຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ Covid-19

(VOVWORLD) -ນັບແຕ່ກາງເດືອນມັງກອນ ປີ 2020, ໂຮງໝໍປອດ ດ່ານັ້ງ ໄດ້ຮັບ ແລະ ປິ່ນປົວໃຫ້ບັນດາຄົນເຈັບທີ່ເປັນໄຂ້, ສົງໄສວ່າຕິດໂລກລະບາດ Covid-19.
ບັນດານັກຮົບຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ Covid-19 - ảnh 1(ເຂດແຍກຕົວພິເສດຂອງໂຮງໝໍປອດ ດ່ານັ້ງ)

ດ່ານັ້ງ ແມ່ນທ້ອງຖິ່ນທີ່ມີຊາວຈີນ ນັບເປັນພັນໆຄົນມາເຮັດວຽກ, ຮ່ຳຮຽນ, ມາທ່ອງທ່ຽວ, ກໍ່ແມ່ນແຫ່ງຕ້ອນຮັບ ເພື່ອຕິດຕາມອາການສຸຂະພາບໃຫ້ຄົນເຈັບຫຼາຍຄົນທີ່ຖືກສົງໄສວ່າຕິດໂລກພະຍາດ SARS-CoV-2 ຫຼື Covid-19. ນັບແຕ່ກາງເດືອນມັງກອນ ປີ 2020, ໂຮງໝໍປອດ ດ່ານັ້ງ ໄດ້ຮັບ ແລະ ປິ່ນປົວໃຫ້ບັນດາຄົນເຈັບທີ່ເປັນໄຂ້, ສົງໄສວ່າຕິດໂລກລະບາດ Covid-19. ດ້ວຍຄວາມຕັດສິນໃຈ, ມີຄວາມສຸດຈິດສຸດໃຈຕໍ່ຄົນເຈັບ ແລະ ເພື່ອໜ້າທີ່ວຽກງານ, ມີແພດໝໍຂອງໂຮງໝໍຫຼາຍຄົນໄດ້ເສຍສະຫຼະໜ້າທີ່ວຽກງານສ່ວນຕົວ ແລະ ຜ່ານຜ່າຄວາມກົດດັນເພື່ອສຸມໃສ່ໃຫ້ແກ່ຄວາມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດ, ສ້າງນ້ຳໃຈອັນດີງາມຕໍ່ປະຊາຊົນ.

        ຢູ່ເຂດແຍກຕົວພິເສດຂອງໂຮງໝໍປອດ ດ່ານັ້ງ, ທ່ານໝໍຍິງ ຫງວຽນທິຖຸ່ຍເຢືອງ, ພວມເວນຍາມໃຫ້ຮູ້ວ່າ, ທັງ 2 ຜົວເມຍລ້ວນແຕ່ແມ່ນທ່ານໝໍປະຈຳຢູ່ທີ່ນີ້, ມີລູກ 2 ຄົນ, ສ່ວນພໍ່ປູ່, ແມ່ຍ່າຢູ່ແຂວງ ເງະອານ, ສະນັ້ນ ບໍ່ມີຜູ້ໃດຊ່ວຍເບິ່ງພວກເດັກນ້ອຍ. ເມື່ອເກີດໂລກລະບາດ, ລູກ 2 ຄົນຂອງເອື້ອຍ, ໃນນັ້ນຜູ້ໜຶ່ງຫາກໍ່ເກີດໄດ້ 6 ເດືອນ, ຕ້ອງອາໄສຢູ່ກັບຄົນເຮືອນໃກ້ຄຽງຫຼາຍກວ່າຢູ່ເຮືອນ. ສາຍເຫດແມ່ນຍ້ອນເອື້ອຍໄດ້ປະຈຳຢູ່ໂຮງໝໍຫຼາຍກວ່າຢູ່ເຮືອນ. ເຖິງຢ່າງໃດກໍ່ຕາມ, ທ່ານໝໍຍິງ ຖຸ່ຍເຢືອງ ແບ່ງປັນວ່າ, ຢູ່ໂຮງໝໍ 2 ຜົວເມຍເອື້ອຍບໍ່ແມ່ນກໍລະນີໜຶ່ງດຽວ ທີ່ພວມເສຍສະຫຼະໜ້າທີ່ວຽກງານຢູ່ຄອບຄົວໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ. ຕາມທ່ານໝໍຍິງ ຖຸ່ຍເຢືອງ ແລ້ວ, ມີ ແພດໝໍຫຼາຍຄົນຢູ່ດ່ານັ້ງ ໄດ້ ແລະ ພວມເສຍສະຫຼະຢ່າງໃຫຍ່ຫຼວງກວ່າຫຼາຍໃນການຮັບມືກັບໂລກລະບາດ Covid-19 ຂອງນະຄອນ.

        ພິເສດ, ບໍ່ພຽງແຕ່ຖືກຄວາມກົດດັນຢ່າງໃຫຍ່ຫຼວງຈາກເລື່ອງ ຕ້ອງໄດ້ຢູ່ຫ່າງຈາກຄອບຄົວ ແລະ ຈາກວຽກງານສະເພາະ, ຖັນແຖວແພດໝໍຢູ່ທີ່ນີ້ຍັງປະເຊີນໜ້າກັບຄວາມເຄັ່ງຕຶງຈາກບັນຫາອື່ນໆຕື່ມອີກ, ຕົວຢ່າງຄື ຄວາມອຶດອັດໃຈຂອງຜູ້ຖືກແຍກຕົວແບບບັງຄັບ. ທ່ານໝໍ ເລແທັງຟູ໊ກ, ຫົວໜ້າໂຮງໝໍປອດດ່ານັ້ງ, ໃຫ້ຮູ້ວ່າ.

        “ມີຄົນເຈັບຫຼາຍຄົນເຂົ້າໂຮງໝໍຄືວ່າຖືກບັງຄັບ, ສະນັ້ນຈຶ່ງເກີດຄວາມອຸກໃຈ. ຂ້າພະເຈົ້າໄດ້ລະດົມກຳລັງໃຈຕໍ່ພະນັກງານ, ພາລະກອນຮັບໃຊ້ຢ່າງສຸດຈິດສຸດໃຈ. ເຂົາເຈົ້າຢາກກິນຫຍັງກໍ່ຊື້ໃຫ້. ພວກຂ້າພະເຈົ້າລ້ວນແຕ່ເອົາເງິນສ່ວນຕົວມາຈ່າຍກ່ອນ, ເມື່ອຄົນເຈັບອອກໂຮງໝໍ, ກໍ່ຈະສະຫຼຸບ ແລະ ສະເໜີໃຫ້ຄົນເຈັບຈ່າຍຄືນ”.

        ທ່ານໝໍ ຫງວຽນຮິວເທາະ, ແມ່ນຜູ້ເຄີຍຮັບມືກັບໂລກລະບາດ SARS, MERS ມາກ່ອນແລ້ວ, ສະນັ້ນກໍ່ບໍ່ເປັນຫວ່ງຫຍັງຫຼາຍເມື່ອເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 (nCoV). ແຕ່ສິ່ງທີ່ອ້າຍເປັນຫວ່ງທີ່ສຸດແມ່ນຄວາມຢ້ານກົວຂອງຍາດຕິພີ່ນ້ອງ, ເພື່ອນມິດ ແລະ ພິເສດແມ່ນການລັງກຽດຂອງບາງຄົນ. ທ່ານໝໍ ເທາະ ໄດ້ແບ່ງປັນຢ່າງກົງໄປກົງມາວ່າ, ບັນດາຄວາມວິຕົກກັງວົນ ແລະ ຊ້ຳບໍ່ໜຳການລັງກຽດນັ້ນແມ່ນສາມາດເຂົ້າໃຈໄດ້, ຍ້ອນຄວາມສ່ຽງຕິດແປດຂອງທ່ານໝໍໃນຕົວຈິງແມ່ນສູງຫຼາຍ, ຍ້ອນໄດ້ພົບປະໂດຍກົງ, ເບິ່ງແຍງດູແລຄົນເຈັບໃນແຕ່ລະມື້.

        “ລະບອບປົກປ້ອງ, ຈຳນວນກວດແຕ່ລະຄັ້ງ, ວິທີປ້ອງກັນຕົວແມ່ນບໍ່ຄືຄົນເຈັບທຳມະດາ. ແຕ່ລະເທື່ອເມື່ອໄປກວດພະຍາດໃຫ້ຄົນເຈັບຕ້ອງນຸ່ງຊຸດປ້ອງກັນເຊື້ອພະຍາດ, ເມື່ອອອກຈາກເຂດນັ້ນຕ້ອງປ່ຽນເຄື່ອງ, ຜ້າອັດປາກ, ຖົງມືແລ້ວຈຶ່ງໄປອາບນ້ຳ, ຫຼັງຈາກນັ້ນຈຶ່ງນຸ່ງເຄື່ອງສະອາດ. ຂັ້ນຕອນໄປກວດພະຍາດໃນແຕ່ລະຄັ້ງແມ່ນເຮັດຄືແນວນັ້ນ. ມີບາງມື້ຕ້ອງເຮັດບັນດາວຽກດັ່ງກ່າວນັບເປັນ 10 – 20 ເທື່ອ”.

ບັນດານັກຮົບຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ Covid-19 - ảnh 2 (ທ່ານໝໍ ຫງວຽນແທັງຈຸງ)

ໃນຫ້ອງເຮັດວຽກຂອງທ່ານໝໍ ຫງວຽນແທັງຈຸງ, ຮອງຫົວໜ້າໂຮງໝໍ, ຫົວໜ້າຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດຂອງໂຮງໝໍປອດດ່ານັ້ງ, ສຽງໂທລະສັບໄດ້ດັງຂຶ້ນຢ່າງຕໍ່ເນື່ອງ. ທ່ານໝໍ ຈຸງ ໃຫ້ຮູ້ວ່າ, ເຖິງວ່າຮອດຈຸດເວລານີ້, ມີຫຼາຍເວັບໄຊສະໜອງຂໍ້ມູນຂ່າວກ່ຽວກັບໂລກພະຍາດ Covid- 19, ແຕ່ກໍ່ຍັງມີຫຼາຍຄົນເປັນຫວ່ງຢູ່, ໄດ້ໂທລະສັບມາຖາມຢູ່ຕະຫຼອດ, ອັນໄດ້ເຮັດສ້າງຄວາມກົດດັ່ນໃຫ້ແກ່ຖັນແຖວແພດໝໍ.

        “ມີຫຼາຍຂໍ້ມູນຂ່າວທີ່ບໍ່ຖືກຕ້ອງ, ສະນັ້ນຈຶ່ງເຮັດໃຫ້ຄົນເຈັບມີຄວາມວິຕົກກັງວົນຫຼາຍ. ຍ້ອນເຫດນັ້ນ, ອ້າຍນ້ອງມີຄວາມເຄັ່ງຕຶງຫຼາຍຢ່າງຍ້ອນວ່າ ທັງປິ່ນປົວ, ທັງຮັບມືກັບຂໍ້ມູນທີ່ບໍ່ຖືກຕ້ອງ, ທັງສ້າງຄວາມໝັ້ນໃຈໃຫ້ຄົນເຈັບ. ຄົນເຈັບຍັງບໍ່ທັນກຳແໜ້ນໄດ້ສະພາບການຂອງໂລກລະບາດກໍຄືປັດໄຈຕ່າງໆໃນການປ້ອງກັນພະຍາດ, ສະນັ້ນ, ມື້ໃດກໍ່ໂທລະສັບມາຖາມຕະຫຼອດ 24 ຊົ່ວໂມງ”.

        ດ້ວຍໜ້າທີ່ຮັບຜິດຊອບ ແລະ ຈັນຍາບັນຂອງແພດໝໍ, ບັນດາແພດໝໍຢູ່ດ່ານັ້ງ ພວມຜ່ານຜ່າຄວາມກົດດັນອັນໃຫຍ່ຫຼຼວງຫຼາຍຢ່າງ, ເບິ່ງແຍງດູແລຄົນເຈັບຢ່າງສຸດຈິດສຸດໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນວົງຄະນະຍາດ ແລະ ສັງຄົມ, ສ້າງພາບພົດອັນດີງາມກ່ຽວກັບແພດໝໍຫວຽດນາມ ທີ່ມີຄວາມສຸດຈິດສຸດໃຈຕໍ່ຄົນເຈັບທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ