ບັນດາຜູ້ເປັນແມ່ຢູ່ແຂວງ ກວ໋າງຫງາຍ ຮັບລ້ຽງເດັກກຳພ້າ

(VOVWORLD) -ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ດ້ວຍວຽກງານລະອຽດທີ່ເຕັມໄປດ້ວຍຄວາມເມດຕາປານີ ຄວາມຮັກແພງມະນຸດ, ມີແມ່ຍິງຫລາຍຄົນຢູ່ບ້ານທຸກຍາກ ໃນແຂວງ ກວ໋າງຫງ໋າຍ ພວມຮັບລ້ຽງເດັກກຳພ້າ. ເຂົາເຈົ້າແມ່ນບັນດາຜູ້ເປັນແມ່, ເປັນເອື້ອຍ, ເປັນບ່ອນອີງທີ່ໝັ້ນແກ່ນຊ່ວຍເດັກກຳພ້າຜ່ານຜ່າຄວາມຫຍຸ້ງຍາກ ສືບຕໍ່ຄວາມໄຝ່ຝັນໄດ້ໄປໂຮງຮຽນ.

ບັນດາຜູ້ເປັນແມ່ຢູ່ແຂວງ ກວ໋າງຫງາຍ ຮັບລ້ຽງເດັກກຳພ້າ - ảnh 1ແມ່ຮັກ ໄປເກັບເຫລັກເສດ, ກະຕຸກກະປ໋ອງ ເພື່ອຫາເງິນດູແລຊ່ວຍເດັກກຳພ້າ.ພາບ:VOV

ປ້າ ຮີ່ງທິລານ ແລະ ແມ່ຍິງຫລາຍຄົນ ຢູ່ ບ້ານ ກີ່ເຕີນ ຕາແສງ ດຶກເລີ້ຍ ເມືອງໂມ້ດຶກ ແຂວງ ກວ໋າງຫງາຍ ປົກກະຕິຈະເລີ່ມຕົ້ນວັນໃຫມ່ດ້ວຍການເລາະໄປຕາມຖະຫນົນຫົນທາງເກັບເຫລັກເສດ, ເກັບກະຕຸກກະປ໋ອງ ແລ້ວນຳມາໂຮມຢູ່ ເດີ່ນຫໍວັດທະນະທຳ ບ້ານ. ບໍ່ວ່າຝົນຕົກ ຫລື ແດດຮ້ອນເອົ້າກໍຕາມ, ມື້ໃດກໍຄືກັນ ວຽກງານນີ້ໄດ້ຕິດພັນກັບປ້າ ລານ ແລະ ແມ່ຍິງຢູ່ ບ້ານ ກີ່ເຕີນ ມາເປັນເວລາຫລາຍເດືອນແລ້ວ ດ້ວຍຄວາມປາດຖະຫນາກຢາກມີເງິນຕື່ມອີກເພື່ອລ້ຽງດູບັນດາລູກລ້ຽງ.                           ຍ້ອນມີລາຍຮັບເລັກນ້ອຍ ຈາກການຂາຍເຫລັກເສດ, ກະຕຸກກະປ໋ອງຕ່າງໆ ຂອງບັນດາແມ່ຮັກ ສະນັ້ນ ນ້ອງໆທີ່ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ ໄດ້ມີພະລັງແຮງຕື່ມອີກເພື່ອສືບຕໍ່ໄດ້ໄປໂຮງຮຽນ. ທ່ານນາງ ດິງທິຖູ່ຍລວານ, ປະທານ ສະຫະພັນແມ່ຍິງ ຕາແສງ ດຶກເລີ້ຍ ເມືອງ ໂມ້ດຶກ ແບ່ງປັນວ່າ: ຮູບແບບເກັບເຫລັກເສດຂອງບັນດາແມ່ຮັກ ໄດ້ຮັບຄວາມສະຫນັບສະຫນູນຮ່ວມແຮງຮ່ວມໃຈຊ່ວຍເຫລືອ ແລະ ທະວີຄູນຈາກແມ່ຍິງຫລາຍຄົນໃນຕາແສງ.

ຂ້າພະເຈົ້າມີລູກສອງຄົນ. ແຕ່ມາມື້ນີ້ ເມື່ອໄດ້ຍິນສຽງເອີ້ນວ່າ ແມ່ຈາກນ້ອງນ້ອຍທີ່ບໍ່ແມ່ນລູກຄີງຂອງຕົນ ຂ້າພະເຈົ້າຮູ້ສຶກວ່າຕື້ນຕັນໃຈຫລາຍ ບໍ່ອາດກັ້ນນ້ຳຕາໄວ້ໄດ້. ພວກຂ້າພະເຈົ້າຈະພະຍາຍາມຍາດເວລາສືບຕໍ່ເບິ່ງແຍງດູແລພວກຫລານຄືດັ່ງລູກຄີງຂອງຕົນ ເພື່ອໃຫ້ພວກຫລານກາຍເປັນຜູ້ໃຫຍ່ທີ່ເຕີບໂຕຢ່າງສົມບູນ ສາມາດເບິ່ງແຍງດູແລຄອບຄົວ, ເປັນປະໂຫຍດຕໍ່ສັງຄົມ.         

“ຢອດເງິນໃສ່ກະປຸກ, ແບ່ງປັນຄວາມຮັກແພງ” ແມ່ນການເຄື່ອນໄຫວທີີ່ເຕັມໄປດ້ວຍຄວາມໝາຍຂອງບັນດາແມ່ຍິງຢູ່ບ້ານຫາປາທີີ່ທຸກຍາກ ເຈົາທ້ວນບ໋ຽນ ຕາແສງ ບິ່ງເຈົາ ເມືອງ ບິ່ງເຊີນ. ການເຄື່ອນໄຫວນີ້ໄດ້ຮັກສາແຕ່ປີ 2021 ມາຮອດປະຈຸບັນ ເພື່ອມີເງິນຊ່ວຍເດັກກຳພ້າຕື່ມອີກ. ມາຮອດປະຈຸບັນ, ພວກເອື້ອຍ ສະສົມເງິນມາໄດ້ເກືອບ 30 ລ້ານດົ່ງ ຈາກການເຄື່ອນໄຫວດັ່ງກ່າວ ເພື່ອຊື້ອາຫານ, ເຂົ້າສານຫນູນຊວ່ຍເດັກກຳພ້າ. ທ່ານນາງ ຫງວຽນທິງວຽດ ປະທານສະຫະພັນແມ່ຍິງ ຕາແສງ ບີ່ງເຈົາ ເມືອງ ບີ່ງເຊີນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ຮູບແບບນີ້ ພວມໄດ້ທະວີຄູນຢ່າງກວ້າງຂວາງ ຢູ່ 9 ສາຂາສະມາຄົມແມ່ຍິງຂອງ ຕາແສງ ແລະ ຮັບລ້ຽງເດັກກຳພ້າ 11 ຄົນ.

ນອກຈາກຫນູນຊ່ວຍເຂົ້າສານ, ເງິນ, ພວກຂ້າພະເຈົ້າຍັງປະຕິບັດບົດບາດຜູ້ເປັນແມ່, ເບິ່ງແຍງດູແລ, ໃຫ້ກຳລັງໃຈລູກໆ. ພວກລູກບໍ່ມີຄອບຄົວເບິ່ງແຍງດູແລ, ລ້ຽງດູໂດຍກົງ ພວກແມ່ກໍຜັດປ່ຽນກັນມາເບິ່ງແຍງດູແລກລູກໆ. ພວກຂ້າພະເຈົ້າໄປຕະຫລາດຊື້ອາຫານມາແຕ່ງກິນໃຫ້ພວກລູກ, ເມື່ອລູກໆບໍ່ມີໂສ້ງເສື້ອນຸ່ງ, ຂາດປື້ມຮຽນ, ພວກແມ່ລ້ວນແຕ່ຊື້ມາໃຫ້ພວກລູກເພື່ອໄປໂຮງຮຽນ.

ບັນດາຜູ້ເປັນແມ່ຢູ່ແຂວງ ກວ໋າງຫງາຍ ຮັບລ້ຽງເດັກກຳພ້າ - ảnh 2ເງິນພວກແມ່ຮັກເກັບມາໄດ້ຈາກ ຢອດເງິນໃສ່ກະປຸກ ເພື່ອຫນູນຊ່ວຍເດັກກຳພ້າ.ພາບ:VOV

          ໂຄງການ “ແມ່ຮັກ” ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ປຸກລະດົມ ມາຮອດປະຈຸບັນ ໄດ້ຮັບການຕອບສະຫນອງຢ່າງແຮງຈາກສະມາຄົມແມ່ຍິງບັນດາຂັ້ນໃນແຂວງ ກວ໋າງຫງ໋າຍ. ມີເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ ກວ່າ 350 ຄົນ ໄດ້ຮັບການຫນູນຊ່ວຍ, ລ້ຽງດູຈາກສະມາຄົມແມ່ຍິງບັນດາຂັ້ນຢູ່ ແຂວງ ກວ໋າງຫງາຍ, ໃນນັ້ນ ມີ 20 ຄົນແມ່ນເດັກກຳພ້າຍ້ອນພໍ່, ແມ່ເສຍຊີວິດຍ້ອນຕິດໂຄວິດ. ທ່ານນາງ ຮີ່ງທິເຊືອງ, ຮອງປະທານສະມາຄົມແມ່ຍິງ ຫວຽດນາມ ແຂວງກວ໋າງຫງ່າຍ ໃຫ້ຮູ້ວ່າ: ມີເດັກກຳພ້າກວ່າ 1.500 ຄົນ ປະສົບກັບຄວາມຫຍຸ້ງຍາກຢູ່ ບໍລິເວນແຂວງ ພວມຕ້ອງການການຮ່ວມແຮງຮ່ວມໃຈຊ່ວຍເຫລືອຈາກທົ່ວສັງຄົມ.

ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ຮຽກຮ້ອງ, ຂົນຂວາຍ ດ້ວຍວິທີການ, ທະວີຄູນຮູບແບບທີ່ດີ, ມີປະສິດທິຜົນເພື່ອໃຫ້ມີແຫລ່ງລາຍຮັບເປັນປົກກະຕິ, ສືບຕໍ່ຮັບລ້ຽງເດັກກຳພ້າຕື່ມອີກ. ພວກຂ້າພະເຈົ້າປາດຖະຫນາຢາກໃຫ້ເດັກກຳພ້າທີ່ປະສົບກັບຄວາມຫຍຸ້ງຍາກທັງໝົດໄດ້ຮັບການຊ່ວຍເຫລືອ, ລ້ຽງດູເພື່ອໃຫ້ລູກໆມີເງື່ອນໄຂສືບຕໍ່ເສັ້ນທາງຮ່ຳຮຽນຂອງຕົນ.

     ບໍ່ພຽງແຕ່ເບິ່ງແຍງດູແລໃຫ້ພວກນ້ອງນອ້ຍ, ບັນດາຜູ້ເປັນແມ່ຮັກຍັງເຂົ້າຮ່ວມການຕິດຕາມປະຕິບັດນະໂຍບາຍທີ່ກ່ຽວຂ້ອງເຖິງເດັກກຳພ້າຢູ່ ທ້ອງຖິ່ນ. ພ້ອມກັນນັ້ນ ກໍຫນູນຊ່ວຍ, ແນະນຳໃຫ້ພວກນ້ອງ ແລະ ຄອບຄົວຮັບປະກັນຄວາມປອດໄພໃນການຕ້ານການທາລຸນເດັກໃນຄອບຄົວ ແລະ ວົງຄະນາຍາດ. ຄວາມຮັກແພງ ແລະ ການແບ່ງປັນຕໍ່ກັບຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ເຮັດໃຫ້ການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງໃນແຂວງ ກວ໋າງຫງາຍ ຍີ່ງມີຄວາມໝາຍຂຶ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ