ປ່ອຍເງິນກູ້ຢືມໃຫ້ຜູ້ທຸກຍາກພາຍຫລັງໂລກລະບາດໂຄວິດ-19

(VOVWORLD) - ໂລກລະບາດໂຄວິດ -19 ໄດ້ສົ່ງຜົນກະທົບເຖິງຊີວິດການເປັນຢູ່, ການຜະລິດຂອງປະຊາຊົນ ພິເສດ ແມ່ນຄອບຄົວທຸກຍາກ, ໃກ້ທຸກຍາກ ແລະ ເປົ້າໝາຍນະໂຍບາຍ. ສະນັ້ນ ພາຍຫລັງຜ່ອນຜັນການແຍກຫ່າງສັງຄົມ, ຫລາຍທ້ອງຖິ່ນ ໄດ້ສຳຫລວດກວດກາຢ່າງວ່ອງໄວ, ປ່ອຍເງິນກູ້ໃຫ້ຄອບຄົວທຸກຍາກ ແລະ ໃກ້ທຸກຍາກ. ເພີ່ມແຫລ່ງທຶນ ແມ່ນ ເພີ່ມແຫ່ລງກຳລັງສຳຄັນເພື່ອໃຫ້ຜູ້ທຸກຍາກສາມາດຫາເງິນລ້ຽງຊີບ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິໂດຍໄວພາຍຫລັງໂລກລະບາດ.

ປ່ອຍເງິນກູ້ຢືມໃຫ້ຜູ້ທຸກຍາກພາຍຫລັງໂລກລະບາດໂຄວິດ-19 - ảnh 1ທະນາຄານນະໂຍບາຍຢູ່ບັນດາແຂວງ, ນະຄອນ ພາຍໃນປະເທດສືບຕໍ່ລະດົມແຫລ່ງທຶນໃຫ້ຜູ້ທຸກຍາກ.            (ພາບປະກອບ: Báo Nghệ An)

ໄລ່ຮອດກາງເດືອນ ຕຸລາ, ຈຳນວນຜູ້ໄດ້ຮັບການຫນູນຊ່ວຍຕາມມະຕິຂອງລັດຖະບານ ກ່ຽວກັບການຫນູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ -19 ແມ່ນ 24,26 ລ້ານເທື່ອຄົນ ດ້ວຍເກືອບ 22.000 ຕື້ດົ່ງ. ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ແລະ ບັນດາອົງການສະມາຊິກ ໄດ້ ແລະ ພວມຈັດຕັ້ງການເຄື່ອນໄຫວລະອຽດຫລາຍຢ່າງ.

ທະນາຄານນະໂຍບາຍຢູ່ທຸກແຂວງ, ນະຄອນ ພາຍໃນປະເທດ ສືບຕໍ່ລະດົມແຫລ່ງທຶນໃຫ້ຜູ້ທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍແກ້ໄຂຜົນຮ້າຍຢ້ອນຫລັງຈາກໂລກລະບາດ, ພັດທະນາເສດຖະກິດ. ນັບແຕ່ຕົ້ນປີມາຮອດປະຈຸບັນ, ສະເພາະ ທະນາຄານນະໂຍບາຍສັງຄົມ, ຈຳນວນທຶນປ່ອຍໃຫ້ຄອບຄົວທຸກຍາກ, ໃກ້ທຸກຍາກ, ຄອບຄົວຫາກໍ່ຫລຸດພົ້ນອອກຈາກຄວາມທຸກຍາກຢູ່ ແຂວງ ແຄງຮວ່າ ກູ້ຢຶມແມ່ນກວ່າ 280  ຕື້ດົ່ງ. ທ່ານ ຫງວຽນວັນເກື່ອງ, ຮອງຜູ້ອຳນວຍການ ທະນາຄານນະໂຍບາຍສັງຄົມ ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ:

 “ ພວກຂ້າພະເຈົ້າ ໄດ້ຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວພົວພັນຕິດຕໍ່ຢູ່ບັນດາບໍລິເວນໃນຕາແສງໃນເດືອນ ກັນຍາ ຜ່ານມາ. ທະນາຄານນະໂຍບາຍສັງຄົມ ກໍ່ໄດ້ຜັນຂະຫຍາຍກວ່າ 130 ຈຸດພົວພັນຕິດຕໍ່ໃນຕາແສງ ດ້ວຍຍອດຈຳນວນກວ່າ 136 ຈຸດ ແລະ ຈະສູ້ຊົນບ່ອນໃດຮັບປະກັນຄວາມປອດໄພໃນການປ້ອງກັນຕ້ານໂລກລະບາດ ພວກຂ້າພະເຈົ້າຈັດຕັ້ງຜັນຂະຫຍາຍໃນທັນທີ”

ທຶນສິນເຊື່ອນະໂຍບາຍ ບໍ່ພຽງແຕ່ແກ້ໄຂສະພາບຂາດທຶນຮອນໃນການຜະລິດດຳເນີນທຸລະກິດຢ່າງທັນການເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທຳໃຫ້ຄົນງານນັບຮ້ອຍໆຄົນອີກດ້ວຍ. ຍອດຈຳນວນທຶນໃຫ້ກູ້ຢືມໃນ 6 ເດືອນຕົ້ນປີ 2021 ຂອງທະນາຄານນະໂຍບາຍສັງຄົມ ຫວຽດນາມ ບັນລຸກວ່າ 48 ຕື້ດົ່ງ. ຍ້ອນເຫດນັ້ນ ມີ ຄອບຄົວທຸກຍາກ, ໃກ້ທຸກຍາກ, ຄອບຄົວຫາກໍ່ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ເປົ້າໝາຍນະໂຍບາຍອື່ນ ປະມານ 1,3 ລ້ານເທື່ອຄອບຄົວໄດ້ກູ້ຢຶມທຶນ.

ໃນຊ່ວງເວລາໂລກລະບາດໂຄວິດ -19 ເກີດຂຶ້ນຮອບທີ 4, ຫລາຍທ້ອງຖິ່ນ ໄດ້ຕັ້ງຫນ້າຫນູນຊ່ວຍຜູ້ທຸກຍາກຜ່ານຜ່າຄວາມຫຍຸ້ງຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ. ທ່ານ ຫງວຽນວັນອານ, ຮອງຫົວຫນ້າ ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ: ນະຄອນ ດ່າຫນັງ ຊ່ວຍຄອບຄົວທຸກຍາກ, ໃກ້ທຸກຍາກນັບພັນໆຄອບຄົວ ໂດຍສະແດງອອກຜ່ານບັນດານະໂຍບາຍຄື: ສະຫນອງບັດປະກັນສຸຂະພາບ, ໃຫ້ກູ້ຢຶມທຶນເພື່ອທຳມາຫາກິນ, ສອນວິຊາຊີບໂດຍບໍ່ເກັບຄ່າ ແລະ ແນະນຳວຽກເຮັດງານທຳ..

“ຄອບຄົວທຸກຍາກ, ໃກ້ທຸກຍາກໃນນະຄອນ ແມ່ນເປົ້າໝາຍທີ່ຍາມໃດ ພວກຂ້າພະເຈົ້າ

ກໍ່ບຸລິມະສິດທຳອິດ, ສ້າງເງື່ອນໄຂສະດວກເພື່ອໃຫ້ຜູ້ທຸກຍາກມີຄວາມອຸ່ນອ່ຽນໃຈຜ່ານຜ່າຄວາມຫຍຸ້ງຍາກ, ຜູ້ທຸກຍາກໄດ້ຫນູນຊ່ວຍໃຫ້ກູ້ຢຶມທຶນທຳມາຫາກິນ, ສຳລັບຄອບຄົວທຸກຍາກພິເສດ ພວກຂ້າພະເຈົ້າໃຫ້ເຂົາເຈົ້າກູ້ຢຶມທຶນໂດຍບໍ່ເກັບດອກເບ້ຍ. ນີ້ແມ່ນນະໂຍບາຍມີລັກສະນະວັດທະນະທຳມະນຸດທີ່ສຸດ, ລະດົມກຳລັງໃຈໃຫ້ຄົນງານ ແລະ ຜູ້ທຸກຍາກຜ່ານຜ່າໂລກລະບາດ ກຽມພ້ອມກັບຄືນມາເຮັດວຽກເພື່ອພັດທະນາເສດຖະກິດ”

ໂລກລະບາດໂຄວິດ ຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນໄດ້, ສົ່ງຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ແຫລ່ງທຶນສິນເຊື່ອນະໂຍບາຍ ແມ່ນ “ບ່ອນອີງ” ຢ່າງໝັ້ນແກ່ນໃຫ້ແກ່ບັນດາຄອບຄົວທຸກຍາກ ແລະ ເປົ້າໝາຍນະໂຍບາຍຜ່ານຜ່າຜົນຮ້າຍຢ້ອນຫລັງຈາກໂລກລະບາດ. ຜ່ານນັ້ນ ເຮັດໃຫ້ເຂົາເຈົ້າມີກຳລັງຫນູນ, ຄວາມເຊື່ອໝັ້ນຕື່ມອີກເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ