ປະຊາຊົນໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ ເມື່ອມາເຮັດລະບຽບການບໍລິຫານ

(VOVWORLD) -ເມື່ອໄປເຮັດໜັງສືຢັ້ງຢືນການສົມລົດ, ໜັງສືຢັ້ງຢືນການເກີດຢູ່ຄະນະກຳມະການປະຊາຊົນຕາແສງ, ປະຊາຊົນຈະໄດ້ຮັບບັດອວຍພອນ; ຖ້າຫາກຄອບຄົວມີເຫດເສົ້າສະລົດໃຈ ກໍໄດ້ຮັບຈົດໝາຍແບ່ງເບົາ. ນີ້ແມ່ນວຽກງານທີ່ມີຄວາມໝາຍໄດ້ຮັບການປະຕິບັດຢູ່ຫຼາຍຕາແສງທີ່ແຂວງກວາງນິງໃນໄລຍະທີ່ຜ່ານມາ
ປະຊາຊົນໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ ເມື່ອມາເຮັດລະບຽບການບໍລິຫານ - ảnh 1

ປະຊາຊົນໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງເມື່ອມາເຮັດລະບຽບການບໍລິຫານ 

      ເມື່ອຄອບຄົວໄປຮັບເອົາລູກສາວກົກທີ່ຫາກໍເກີດມາເຮືອນ, ອ້າຍຫງວຽນກວາງຮ່າຢູ່ຕາແສງກວາງຈຸງ, ນະຄອນອວງບີ້, ແຂວງກວາງນິງ ກໍໄດ້ໄປເຮັດໜັງສືຢັ້ງຢືນການເກີດຢູ່ຄະນະກຳມະການປະຊາຊົນ ຕາແສງກວາງຈຸງ, ຮອດເວລາ 15 ໂມງວັນດຽວກັນ, ອ້າຍໄດ້ກັບຄືນເອົາໜັງສື, ນອກຈາກໄດ້ຮັບໜັງສືຢັ້ງຢືນການເກີດແລ້ວ, ອ້າຍຍັງໄດ້ຮັບຂອງຂວັນພິເສດ, ນັ້ນແມ່ນບັດອວຍພອນຖືກແຊມດ້ວຍດອກໄມ້ແດງ, ນອກຈາກແຖວຕົວໜັງສື “ ອວຍພອນຄອບຄົວ, ອວຍພອນຫຼານມີສຸຂະພາບແຂງແຮງ, ອວຍພອນຄອບຄົວມີຄວາມສຸກ” ແລ້ວ, ກໍຍັງມີຄຳຕັກເຕືອນ, ແນະນຳກ່ຽວກັບການເບິ່ງແຍງສຸຂະພາບຂອງເດັກພາຍຫຼັງປະສູດ;ລະບອບການກິນ, ຢາວັກຊິນຊະນິດຕ່າງໆ ເພື່ອຊ່ວຍອ້າຍເພີ່ມຄວາມຮູ້ເມື່ອຫາກໍກາຍເປັນຜູ້ເປັນພໍ່. ອ້າຍຫງວຽນກວາງຮ່າ ແບ່ງປັນວ່າ : 

    “ ຄອບຄົວມີສະມາຊິກຄົນໃໝ່, ດັ່ງນັ້ນ ເຮົາຈຶ່ງໄປເຮັດໜັງສືຢັ້ງຢືນການເກີດໃຫ້ຫຼານນ້ອຍຢູ່ຄະນະກຳມະການປະຊາຊົນຕາແສງ. ເຮົາມີຄວາມພາກພູມໃຈຫຼາຍເພາະຄອບຄົວໄດ້ມີສະມາຊິກຄົນໃໝ່ ແລະ ດີໃຈຫຼາຍເມື່ອໄດ້ຮັບບັດອວຍພອນ. ຄະນະກຳມະການປະຊາຊົນຕາແສງມີຄວາມເອົາໃຈໃສ່ເຖິງທຸກໆຄອບຄົວ, ດັ່ງນັ້ນ ເຮົາດີໃຈຫຼາຍ ແລະ ສິ່ງນີ້ແມ່ນມີຄວາມໝາຍທີ່ສຸດ.  ”

     ນັບແຕ່ເດືອນກໍລະກົດປີ 2017, ນະຄອນອວງບີ້ ໄດ້ຜັນຂະຫຍາຍການເຄື່ອນໄຫວມອບບັດອວຍພອນໃຫ້ແກ່ປະຊາຊົນຢູ່ທັງໝົດ 11 ຕາແສງ, ນັບທັງຕາແສງເຂດພູດອຍ. ທ່ານນາງ ບຸຍທິກິມຖຸຍ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງແທງເຊີນ ໃຫ້ຮູ້ວ່າ : ເມື່ອພົນລະເມືອງໄປເຮັດລະບຽບການຢູ່ພາກສ່ວນຮັບແກ້ໄຂແບບທັນສະໄໝຂອງຕາແສງ ກໍລ້ວນແຕ່ໄດ້ຮັບບັດອວຍພອນໃນກໍລະນີມາເຮັດໃບຢັ້ງຢືນການສົມລົດ, ໜັງສືຢັ້ງຢືນການເກີດຂອງລູກ. ສຳລັບກໍລະນີມາເຮັດ ໜັງສືຢັ້ງຢືນການເຖິງແກ່ມໍລະນະກຳ, ຈົດໝາຍແບ່ງເບົາຄວາມເສົ້າສະລົດໃຈ ກໍໄດ້ຖືກສົ່ງຮອດຄອບຄົວ. ທ່ານນາງ ບຸຍທິກິມຖຸຍ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງແທງເຊີນ ເວົ້າວ່າ : 

   “ ປະຊາຊົນມີຄວາມເບີກບານໃຈ, ເຫັນດີເຫັນພ້ອມ ແລະ ສະໜັບສະຫນູນ, ອັນໄດ້ສ້າງຂົວເຊື່ອມຕໍ່ລະຫວ່າງອຳນາດການປົກຄອງທ້ອງຖິ່ນກັບປະຊາຊົນຢ່າງສະໜິດສະໜົມ. ນັບແຕ່ເມື່ອປະຕິບັດການມອບບັດອວຍພອນໃນກໍລະນີມາເຮັດໃບຢັ້ງຢືນການສົມລົດ, ໜັງສືຢັ້ງຢືນການເກີດຂອງລູກ ແລະ ມີຈົດໝາຍແບ່ງເບົາຄວາມເສົ້າສະລົດໃຈເມື່ອມີເຫດເຖິງແກ່ມໍລະນະກຳ, ເຮົາເຫັນວ່າ ປະຊາຊົນໄດ້ມິສະຕິຄວາມຮັບຜິດຊອບໃນວຽກງານບ້ານເມືອງ, ການຮັກສາຄວາມເປັນລະບຽບຮຽບຮ້ອຍ, ການປະຕິບັດຕາມຫຼັກອະນາໄມກໍໄດ້ເຮັດເປັນຢ່າງດີ ”

      ທ່ານເລມິນກວາງ, ຫົວໜ້າຂະແໜງວັດທະນະທຳ-ຖະແຫຼງຂ່າວນະຄອນ ອວງບີ້ ໃຫ້ຮູ້ວ່າ : ທາງທ້ອງຖິ່ນໄດ້ປະຕິບັດການສົ່ງບັດອວຍພອນໄດ້ 468 ໃບ, ຈົດໝາຍແບ່ງເບົາຄວາມເສົ້າສະລົດໃຈໄດ້ 130 ສະບັບເຖິງພົນລະເມືອງ. ສຳລັບກໍລະນີການສົມລົດກັບຊາວຕ່າງປະເທດນັ້ນ, ບັດອວຍພອນໂດຍແມ່ນທ່ານປະທານຄະນະກຳມະການປະຊາຊົນ ຕາແສງເປັນຜູ້ມອບໃຫ້. ນີ້ແມ່ນການເຄື່ອນໄຫວປະຕິບັດຕາມກົດແຫ່ງການປະພຶດວ່າດ້ວຍ “ຄວາມເອກອ້າງທະນົງໃຈເມື່ອເປັນພົນລະເມືອງນະຄອນອວງບີ້”, ປະຕິບັດຕາມຫົວຂໍ້ວຽກງານປີ 2017 ຂອງແຂວງກວາງນິງ ກ່ຽວກັບການສ້າງວິຖີຊີວິດວັດທະນະທຳ, ສິວີໄລ.      ທ່ານເລມິນກວາງ, ຫົວໜ້າຂະແໜງວັດທະນະທຳ-ຖະແຫຼງຂ່າວນະຄອນອວງບີ້ເວົ້າວ່າ :

    “ຜ່ານນີ້, ອວງບີ້ ໄດ້ໂຄສະນາເຜີຍແຜ່ບັນດານະໂຍບາຍ, ກົດໝາຍຂອງລັດໃຫ້ແກ່ປະຊາຊົນເປັນຢ່າງດີ. ຈາກນັ້ນ ກໍສະແດງໃຫ້ເຫັນຄວາມຜູກຮັດ, ຄວາມເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນບໍລິເວນ, ພິເສດແມ່ນຈາກຂັ້ນຕາແສງ ກໍເປັນຂັ້ນໃກ້ຊິດຕິດແທດກັບປະຊາຊົນ ”

    ນອກຈາກນະຄອນອວງບີ້ແລ້ວ, ການເຄື່ອນໄຫວທີ່ມີຄວາມໝາຍນີ້ ກໍໄດ້ຮັບການຜັນຂະຫຍາຍປະຕິບັດຈາກຕາແສງເກີມບີງທີ່ນະຄອນເກີມຝາ. ທ່ານ ຫງວຽນຫາຍນິງ ເລຂາພັກຕາແສງທັງເປັນປະທານຄະນະກຳມະການປະຊາຊົນ ຕາແສງເກີມບີງ ໃຫ້ຮູ້ວ່າ : ພ້ອມກັບບັດອວຍພອນ ກໍຍັງມີເງິນສົດ 1 ແສນດົງ, ພ້ອມກັບຈົດໝາຍແບ່ງເບົາຄວາມເສົ້າສະລົດໃຈ ກໍມີເງິນສົດ 2 ແສນດົງພ້ອມດ້ວຍ. ແຫຼ່ງເງິນໃຊ້ຈ່າຍແກ່ວຽກງານນີ້ ແມ່ນຫັກຈາກກອງທຶນໜູນຊ່ວຍສັງຄົມຂອງຕາແສງ. ທ່ານ ຫງວຽນຫາຍນິງ ເລຂາພັກຕາແສງທັງເປັນປະທານຄະນະກຳມະການປະຊາຊົນ ຕາແສງເກີມບີງ ເວົ້າວ່າ : 

    “ສ້າງອຳນາດການປົກຄອງໃກ້ຊິດສະໜິດສະໜົມກັບປະຊາຊົນ, ທາງຕາແສງໄດ້ມີບັດອວຍພອນ, ມີ ຈົດໝາຍແບ່ງເບົາຄວາມເສົ້າສະລົດໃຈ, ພ້ອມກັບຄວາມມານະພະຍາຍາມຍົກສູງລະບຽບວິໄນ ຂໍ້ບັງຄັບດ້ານການບໍລິຫານ, ທ່າທີເຮັດວຽກຂອງພະນັກງານໃນການຕ້ອນຮັບປະຊາຊົນ. ຜົນມີຢູ່ວ່າ ໃນປີ 2016 ເກີມບີງມີດັດຊະນີຄວາມເພິງພໍໃຈຂອງປະຊາຊົນ ແມ່ນສູງອັນດັບ 1 ໃນນະຄອນ”

   ເຖິງວ່າບໍ່ແມ່ນແຂວງທຳອິດໃນທົ່ວປະເທດປະຕິບັດການມອບບັດອວຍພອນ ແລະ ຈົດໝາຍແບ່ງເບົາຄວາມເສົ້າສະລົດໃຈໃຫ້ແກ່ພົນລະເມືອງກໍຕາມ, ແຕ່ວິທີເຮັດພ້ອມໆກັນ, ມີຫົວຄິດປະດິດສ້າງ ຕິດພັນກັບການປະຕິຮູບດ້ານບໍລິຫານຂອງບັນດາຕາແສງໃນແຂວງກວາງນິງ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງ, ສ້າງພາບພົດທີ່ດີງາມກ່ຽວກັບອຳນາດການປົກຄອງທີ່ໃກ້ຊິດສະໜິດສະໜົມ, ມີຄວາມເອົາໃຈໃສ່ກັບປະຊາຊົນໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ