ປະສິດທິຜົນຂອງໂຄງການນ້ຳນົມໃນໂຮງຮຽນຢູ່ແຂວງບັກນິງ

ເພື່ອ​ແນ​ໃສ່​ຍົກ​ສູງ​ທາງ​ດ້ານ​ສຸ​ຂະ​ພາບ​ຮ່າງ​ກາຍ, ພູມ​ປັນ​ຍາ​ໃຫ້​ແກ່​ເດັກ​ອະ​ນຸ​ບານ, ແຂວງ​ບັກ​ນິງ​ໄດ້​ລົງ​ທຶນ​ເກືອບ 180 ຕື້ດົງ​ໃຫ້​ແກ່ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນ. ພາຍຫຼັງ​ຜັນ​ຂະ​ຫຍາຍ​ເປັນ​ເວ​ລາ 3 ປີ, ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນໄດ້​ປະ​ກອບ​ສ່​ວນ​ຍົກ​ສູງ​ສຸ​ຂະ​ພາບ​ຮ່າງ​ກາຍ​ໃຫ້​ແກ່​ເດັກ, ສາ​ມາດຫຼຸດ​ອັດ​ຕາ​ການ​ຂາດ​ສານ​ອາ​ຫານ, ຮ່າງ​ກາຍ​ເຕ້ຍ, ຈ່ອຍ​ຜອມ ແລະ ນ້ຳ​ໜັກ​ຕ່ຳໃນ​ໄວ​ເດັກ.

ປະສິດທິຜົນຂອງໂຄງການນ້ຳນົມໃນໂຮງຮຽນຢູ່ແຂວງບັກນິງ - ảnh 1
ພວກ​ນັກ​ຮຽ​ນ​ອະ​ນຸ​ບານ​ໄດ້​ກິນ​ນ້ຳ​ນົມ​ໃນ​ໂຮງ​ຮຽນ

        ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນຢູ່​ແຂວງ​ບັກ​ນິງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍນັບ​ແຕ່​ເດືອນ​ກັນ​ຍາປີ 2013 ຢູ່​ໂຮງ​ຮຽນ​ອະ​ນຸ​ບານ 24 ແຫ່ງ​ໃນ​ບໍ​ລິ​ເວນ​ແຂວງ. ພາຍຫຼັງ​ຜັນ​ຂະ​ຫຍາຍ​ທົດ​ລອງ​ມາ​ເປັນ​ເວ​ລາ 1 ປີ, ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນຫຼາຍ​ຢ່າງ. ໃນ​ສົກ​ຮຽນ 2014-2015, ທາງ​ແຂວງ​ໄດ້​ຜົນ​ຂະ​ຫຍາຍ​ສູ່​ໂຮງ​ຮຽນ​ອະ​ນຸ​ບານທຸກ​ແຫ່ງ​ໃນ​ທົ່ວ​ແຂວງ. ເອື້ອຍ​ຄູ ໂງ​ທິ​ທູ​ເຮືອງ ຮອງ​ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ​ອະ​ນຸ​ບານ ຊາວ​ມາຍ ນະ​ຄອນ​ບັກ​ນິງ ໃຫ້​ຮູ້​ວ່າ :

    “ ສົກ​ຮຽນ 2016-2017 ແມ່ນ​ສົກ​ຮຽນ​ທີ 3 ເຊິ່ງ ໂຮງ​ຮຽນ​ອະ​ນຸ​ບານ ຊາວ​ມາຍໄດ້​ເຂົ້າ​ສູ່​ການ​ເຄຶ່ອນ​ໄຫວ ແລະ ກໍ​ແມ່ນ​ປີ​ທີ 3 ທີ່​ໂຮງ​ຮຽນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນ. ນັບ​ແຕ່​ເມື່ອ ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນ​ໄດ້​ຜັນ​ຂະ​ຫຍາຍນັ້ນ, ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພໍ່​ແມ່​ນັກ​ຮຽ​ນ​ຢ່າງ​ສຸດ​ໃຈ. ພວກ​ເດັກ​ໄດ້​ກິນ​ນ້ຳ​ນົ​ມ ກໍ​ສາ​ມາດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ກ່​ວາ​ເກົ່າ​ນັບ​ທັງ​ສຸ​ຂະ​ພາບ​ຮ່າງ​ກາຍ​ກໍ​ຄື​ສະ​ຕິ​ປັນ​ຍາ ແລະ ພວກ​ເດັກ​ໄດ້​ຂະ​ຫຍາຍ​ລວງ​ສູງ​ຂອງ​ຕົນ​ຢ່າງ​ຮອບ​ດ້ານ ”

     ພ້ອມ​ກັບໂຮງ​ຮຽນ​ອະ​ນຸ​ບານ ຊາວ​ມາຍ, ໂຮງ​ຮຽນ​ອະ​ນຸ​ບານ ແທງ​ເຄືອງ, ເມືອງ​ຖ້ວນ​ແທ່ງ ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຮງ​ຮຽນ​ໄດ້​ຜັນ​ຂະ​ຫຍາຍ ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນ​ເປັນ​ຊຸດ​ທຳ​ອິດ. ຍ້ອນ​ວ່ານີ້​ແມ່ນ​ການ​ເຄື່ອ​ນ​ໄຫວ​ທີ່​ມີ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ, ປະ​ກອບ​ສ່​ວນບໍ່​ໜ້ອຍ​ເຂົ້າ​ໃນ​ການ​ຍົກ​ສູງ​ສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ເດັກ, ດັ່ງ​ນັ້ນ​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພໍ່​ແມ່​ນັກ​ຮຽນ​ທັງຫຼ​າຍ. ເອື້ອຍ​ຄູ ກາວ​ທິ​ແຮ່ ​ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ​ອະ​ນຸ​ບານ ແທງ​ເຄືອງ, ເມືອງ​ຖ້ວນ​ແທ່ງໃຫ້​ຮູ້​ວ່າ :

   “ ເມື່ອໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນໄດ້​ຮັບ​ການ​ປະ​ຕິ​ບັດ, ພວກຫຼານ​ນັກ​ຮຽນ​ກໍ​ດີ​ໃຈຫຼາຍ. ໂຄງ​ການນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ, ຊຶ່ງ​ສາ​ມາດ​ປົວ​ແປງ​ລວງ​ສູງ​ຂອງ​ເດັກ. ພໍ່​ແມ່​ນັກ​ຮຽ​ນ ​ປະ​ກອບ​ສ່ວນ​ໜ້ອ​ຍ​ໜຶ່ງ​ ພຽງ 25% ເທົ່າ​ນັ້ນ, ແຕ່​ພວກ​ເດັກ​ນັກ​ຮຽນ​ອາ​ທິດ​ໜຶ່ງ​ໄດ້​ດື່ມ​ນ້ຳ​ນົມ 3 ຄາບ, ສິ່ງນີ້​ໄດ້​ພາ​ໃຫ້​ພໍ່​ແມ່​ນັກ​ຮຽນ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ​ສະ​ໜັບ​ສະ​ໜູນ​ໂຄງ​ການນີ້. ”

     ລຸງ ຫງວຽນ​ຢາງ​ລອງ ຢູ່​ແຂວງ​ບັກ​ນິງ ເປັນ​ພໍ່​ຂອງ​ນັກ​ຮຽນ ຖື​ວ່າ : ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນແມ່ນ​ໂຄງ​ການ​ທີ່​ມີ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ, ມີ​ປະ​ສິດ​ທິ​ຜົນ​ສູງ​ໃນ​ການ​ປົວ​ແປງ​ສະ​ພາບ​ໂພ​ສະ​ນາ​ການ ແລະ ສານ​ອາ​ຫານ​ໃຫ້​ແກ່​ເດັກ. ລຸງ ຫງວຽນ​ຢາງ​ລອງ ເວົ້າ​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ພໍ່​ແມ່​ນັກ​ຮຽນ ຕ່າງ​ກໍ​ຄິດ​ວ່າ ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນແມ່ນ​ດີຫຼາຍ. ພວກຫຼານ​ນັກ​ຮຽນ​ໄປ​ໂຮງ​ຮຽນ ໄດ້​ກິນ​ນ້ຳ​ນົ​ມ​ເຊັ່ນ​ນີ້​ແມ່ນ​ດີ​ທີ່​ສຸດ. ຢູ່​ບັນ​ດາ​ປະ​ເທດ​ເອີ​ລົບ, ເຂົາ​ເຈົ້າ​ກໍ​ໃຫ້ນັກ​ຮຽ​ນ​ກິນ​ນ້ຳ​ນົມ​ເພື່ອ​ຍົກ​ສູງ​ສຸ​ຂະ​ພາບ​ຮ່າງ​ກາຍ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ອຸ​່ນ​ອຽນ​ໃຈ​ທີ່​ສຸດເມື່ອ​ເຫັນ​ລູກ​ເຕົ້າ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ”

     ເພື່ອ​ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຂອງ​ນັກ​ຮຽນ ແລະ ພໍ່​ແມ່​ນັກ​ຮຽນໃນ​ບໍ​ລິ​ເວນ​ແຂວງ, ປະ​ຈຸ​ບັນ, ຂະ​ແໜງ​ສຶກ​ສາ ແລະ ກໍ່​ສ້​າງ​ແຂວງ​ບັກ​ນິງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນ​ຢູ່​ບັນ​ດາໂຮງ​ຮຽນ​ອະ​ນຸ​ບານ ແລະ ເປີດ​ກ້​ວາງ​ເປົ້າ​ໝາຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ຊັ້ນ​ປະ​ຖົມ​ໃນ​ບໍ​ລິ​ເວນ​ແຂວງ.  ທ່ານ​ຈິ້ງ​ໂຄ, ຮອງ​ຫົວ​ໜ້າພະ​ແນກ​ສຶກ​ສາ ແລະ ກໍ່​ສ້​າງ​ແຂວງ​ບັກ​ນິງ​ໃຫ້​ຮູ້​ວ່າ : 

    “ ໃນສົກ​ຮຽນ 2016-2017, ມີ​ນັກ​ຮຽນ​ຊັ້ນ​ອະ​ນຸ​ບານ​ຈຳ​ນວນກວ່າ 86.000 ຄົນ. ຈຳ​ນວນ​ເດັກ​ໄປ​ໂຮງ​ຮຽນ​ແມ່ນ​ນັບ​ມື້​ນັບຫຼາຍ​ຂື້ນ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນ​ໃນ​ວຽກ​ງານ​ສຶກ​ສາ, ສົ່ງ​ເສີມ​ເດັກ​ໄປ​ໂຮງ​ຮຽນ​ຖືກ​ກັບ​ເກັ່ນ​ອາ​ຍຸຫຼາຍ​ຂຶ້ນ. ເມື່ອ​ນຳ​ໃຊ້ໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ຈຳ​ນວນ​ເດັກ​ຂາດ​ສານ​ອາ​ຫານ ​ໄດ້ຫຼຸດ​ຜ່ອນ​​ຄິດ​ສະ​ເລ່ຍແຕ່ 2,1% ຫາ 2,5% ໃນ​ແຕ່​ລະ​ປີ, ຈຳ​ນວນ​ເດັກ​ຈ່ອຍ​ຜອມໄດ້ຫຼຸດ​ແຕ່ 1,2 ຫາ 1,65% ໃນ​ແຕ່​ລະ​ປີ. ພວກ​ຂ້າ​ພະ​ເຈົ້າ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ແຂວງ​ສືບ​ຕໍ່​ຜັນ​ຂະ​ຫຍາຍໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນຢູ່​ຕາມ​ໂຮງ​ຮຽນ​ອະ​ນຸ​ບານ ແລະ ໂຮງ​ຮຽນ​ປະ​ຖົມ ”

      ຄວາມ​ຈິງ​ຢູ່​ແຂວງ​ບັກ​ນິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປະ​ຕິ​ບັດໂຄງ​ການ​ນ້ຳ​ນົມ​ໃນ​ໂຮງ​ຮຽນຢ່າງ​ມີ​ປະ​ສິດ​ທິ​ຜົນ​ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ສຸ​ຂະ​ພາບ​ຮ່າງ​ກາຍ, ສະ​ຕິ​ປັ​ນ​ຍາ​ໃຫ້​ແກ່​ພວກ​ນັກ​ຮຽນ, ພ້ອມກ​ັນ​ນັ້ນ ກໍ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ຢູ່​ຕາມ​ໂຮງ​ຮຽ​ນ.

ຕອບກັບ

ຂ່າວ/ບົດ​ອື່ນ