ປະສິດທິຜົນຈາກວຽກງານໂຄສະນາການປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກຢູ່ແຂວງ ບີ່ງດີ້ງ

(VOVWORLD) - ປະຈຸບັນຢູ່ບໍລິເວນແຂວງ ບີ່ງດີ້ງ ຍັງມີເນື້ອທີ່ເກືອບ 250.000 ເຮັກຕາທີ່ມີລະເບີດ, ວັດຖຸລະເບີດບໍ່ທັນແຕກ, ກວມເອົາກ່ວາ 41% ເນື້ອທີ່ຂອງແຂວງ. ໃນຊຸມປີຜ່ານມາ, ໄດ້ເກີດອຸບັດຕິເຫດຫລາຍຄັ້ງ ເຊິ່ງກໍ່ຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງ ພິເສດແມ່ນສຳລັບເດັກນ້ອຍ. 

ຍ້ອນເຫດນັ້ນ, ທາງແຂວງ ບີ່ງດີ້ງ ຈຶ່ງໄດ້ສົມທົບກັບບັນດາອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດ ຈັດຕັ້ງບັນດາການເຄື່ອນໄຫວສຶກສາການປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ ພ້ອມກັບບັນດາການເຄື່ອນໄຫວນອກຫຼັກສູດ ເພື່ອຊ່ວຍໃຫ້ບພວກນ້ອງນັກຮຽນມີສະຕິຄວາມຮັບຮູ້ຢ່າງຖືກຕ້ອງ, ຄົບຖ້ວນກ່ຽວກັບຄວາມອັນຕະຫລາຍ, ວິທີປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດ ແລະ ວັດຖຸລະເບີດບໍ່ທັນແຕກ.

ປະສິດທິຜົນຈາກວຽກງານໂຄສະນາການປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກຢູ່ແຂວງ ບີ່ງດີ້ງ - ảnh 1 ການແຂ່ງຂັນຮອບຄັດເລືອກ ຮ່ວມແຮງຮ່ວມໃຈປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ (ພາບ: ຫວີງຟອງ)

ທ້າຍເດືອນ ຕຸລາ ຜ່ານມາ, ຫ້ອງການສຶກສາ ແລະ ບຳລຸງສ້າງ ເມືອງ ຮ່ວາຍເຍີນ, ແຂວງ ບີ່ງດີ້ງ ໄດ້ສົມທົບກັບສູນເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ຫວຽດນາມ ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ (Koica) ຈັດຕັ້ງການແຂ່ງຂັນຮອບຄັດເລືອກ “ຮ່ວມແຮງຮ່ວມໃຈປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ” ໃຫ້ນັກຮຽນຊັ້ນປະຖົມຂອງເທດສະບານເມືອງ ຮ່ວາຍເຍີນ. ດ້ວຍຮູບການຕອບຄຳຖາມປະລະໄນ, ແຂ່ງຂັນກັນບັນລະຍາຍ ແລະ ສະແດງເລື່ອງສັ້ນຕາມຄວາມຮຽກຮ້ອງຂອງຄະນະຈັດຕັ້ງ, ພວກນ້ອງນັກຮຽນມາຈາກບັນດາໂຮງຮຽນປະຖົມ: ເລກໜຶ່ງຮ່ວາຍເຮືອງ, ເລກສາມຮ່ວາຍເຮືອງ, ຮ່ວາຍແທງໄຕ ແລະ ເລກສອງຕາມກວານນາມ ໄດ້ນຳມາໃຫ້ຜູ້ຊົມ ກ່ຽວກັບຄວາມອັນຕະລາຍ, ຜົນຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫລັງສົງຄາມ. ນາງ ຫງວຽນເຈິ່ນແຄ໊ງທີ, ນັກຮຽນຫ້ອງປໍ 5, ໂຮງຮຽນປະຖົມເລກສາມ ຮ່ວາຍເຮືອງ ແບ່ງປັນວ່າ:

ໄປໂຮງຮຽນ ອາຈານກໍ່ສອນກ່ຽວກັບບາງຜົນຮ້າຍທີ່ເກີດຈາກລະເບີດບໍ່ທັນແຕກ ຫຼື ວິທີການປ້ອງກັນ, ຫຼີກລ້ຽງການເກີດອຸປະຕິເຫດຖ້າພົບເຫັນລະເບີດບໍ່ທັນແຕກ ຈະຕ້ອງເຮັດແນວໃດ. ມື້ນີ້, ນ້ອງ ແລະ ພວກເພື່ອນໄດ້ແຂ່ງຂັນກັນກ່ຽວກັບການປ້ອງກັນ, ຕ້ານການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ, ໃຜໆກໍ່ມີຄວາມເບີກບານມ່ວນຊື່ນ ຍ້ອນໄດ້ເຂົ້າຮ່ວມການໂຄສະນາກ່ຽວກັບການປ້ອງກັນ, ຕ້ານການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກແມ່ນມີຄຸນປະໂຫຍດທີ່ສຸດ.

ທ່ານ ຫງວຽນວັນກຸ໊ຍ, ຜູ້ອຳນວຍການໂຮງຮຽນປະຖົມ 3 ຮ່ວາຍເຮືອງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ໂຮງຮຽນ ໄດ້ດຳເນີນວຽກງານໂຄສະນາ, ສຶກສາໃຫ້ບັນດານ້ອງໆນັກຮຽນກ່ຽວກັບຜົນຮ້າຍທີ່ເກີດຈາກລະເບີດ, ວັດຖຸລະເບີດບໍ່ທັນແຕກຫລັງສົງຄາມເປັນປະຈຳ ໂດຍຜ່ານຊົ່ວໂມງສຳຫລວດຫ້ອງ, ເຄົາລົບທຸງຊາດໃນຕົ້ນອາທິດ ແລະ ນຳເນື້ອໃນດັ່ງກ່າວສົມທົບກັບບັນດາວິຊາຮຽນ. ທ່ານ ຫງວຽນວັນກຸ໊ຍ ໃຫ້ຮູ້ວ່າ: ໂຮງຮຽນເຄີຍເຊື້ອເຊີນພະນັກງານຂອງຄະນະຄຸ້ມຄອງໂຄງການແກ້ໄຂຜົນຮ້າຍຢ້ອນຫລັງຫລັງສົງຄາມຫວຽດນາມ - ສ.ເກົາຫຼີ; ພະນັກງານຊ່າງແສງຂຶ້ນຫ້ອງເປັນປະຈຳ ເພືຶ່ອແນະນຳວິທີການປ້ອງກັນ, ຫຼີກລ້ຽງການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ.

ປະສິດທິຜົນຈາກວຽກງານໂຄສະນາການປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກຢູ່ແຂວງ ບີ່ງດີ້ງ - ảnh 2 ການແຂ່ງຂັນຮອບຄັດເລືອກ ຮ່ວມແຮງຮ່ວມໃຈປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ (ພາບ: ຫວີງຟອງ)

ການສຶກສາປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ ແມ່ນໜຶ່ງໃນບັນດາພາກສ່ວນສຳຄັນທີ່ນອນໃນໂຄງການແກ້ໄຂຜົນຮ້າຍຢ້ອນຫລັງຫລັງສົງຄາມ ຫວຽດນາມ - ສ.ເກົາຫຼີ ເຊິ່ງສູນເກັບກູ້ລະເບີດແຫ່ງຊາດ ຫວຽດນາມ ຜັນຂະຫຍາຍ, ປະຕິບັດນັບແຕ່ປີ 2018 ເປັນຕົ້ນມາ ຢູ່ 2 ແຂວງ ກ໋ວາງບີ່ງ ແລະ ບີ່ງດີ້ງ ດ້ວຍແຫຼ່ງທຶນອຸປະຖຳຈາກລັດຖະບານ ສ.ເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ ສ.ເກົາຫຼີ (Koica) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP). ຜ່ານການຜັນຂະຫຍາຍມາເປັນເວລາ 2 ປີ, ປະຊາຊົນທ້ອງຖິ່ນ ແລະ ນັກຮຽນ, ນັກສຶກສາຢູ່ 2 ແຂວງເກືອບ 150.000 ຄົນ ໄດ້ຍົກສູງສະຕິຄວາມຮັບຮູ້ກ່ຽວກັບຄວາມສ່ຽງເກີດອຸປະຕິເຫດຈາກລະເບີດ, ວັດຖຸລະເບີດບໍ່ທັນແຕກຫລັງສົງຄາມ. ທ່ານ Cho Han-Deog, ຜູ້ອຳນວຍການແຫ່ງຊາດ Koica ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ໄປຢ້ຽມຢາມໂຮງຮຽນຫລາຍແຫ່ງຢູ່ໃນບໍລິເວນຂອງໂຄງການ, ການສຶກສາຍົກສູງສະຕິຄວາມຮັບຮູ້ກ່ຽວກັບການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກໃຫ້ແກ່ບັນດານ້ອງນັກຮຽນແມ່ນສຳຄັນທີ່ສຸດ. ໂດຍຜ່ານການສຶກສາ, ພວກນ້ອງຈະມີສະຕິຄວາມຮັບຮູ້ກ່ຽວກັບຄວາມສ່ຽງເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກຄືແນວໃດ, ຈາກນັ້ນ ມີວິທີປ້ອງກັນ, ຫຼີກລ້ຽງຢ່າງເໝາະສົມ. ນີ້ແມ່ນສິ່ງຈຳເປັນທີ່ສຸດໃຫ້ແກ່ພວກນ້ອງນັກຮຽນ ທີ່ເປັນອະນາຄົດຂອງຊາດ ຫວຽດນາມ. ຂ້າພະເຈົ້າຄິດວ່າ ນີ້ແມ່ນບັນດາຜົນງານທີ່ເຫັນໄດ້ຢ່າງຈະແຈ້ງ ເຊິ່ງໂຄງການດັ່ງກ່າວນຳມາໃຫ້.

ແຂວງ ບີ່ງດີ້ງ ແມ່ນໜຶ່ງໃນຈຳນວນແຂວງໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກສົງຄາມ, ສະນັ້ນ ເນື້ອທີ່ມີລະເບີດບໍ່ທັນແຕກຢູ່ບໍລິເວນແຂວງຍັງຫລາຍຢູ່. ເພື່ອໂຄສະນາ, ຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນພວກນ້ອງນັກຮຽນກ່ຽວກັບທັກສະການປ້ອງກັນ, ຫຼີກລ້ຽງການເກີດອຸປະຕິເຫດຄວາມສ່ຽງຈາກລະເບີດ, ວັດຖຸລະເບີດບໍ່ທັນແຕກ, ທາງແຂວງໄດ້ຍູ້ແຮງວຽກງານຝຶກອົບຮົມ, ສຶກສາໃຫ້ແກ່ບັນດາເປົ້າໝາຍ, ເປັນຕົ້ນແມ່ນຖັນແຖວພະນັກງານພວມປະຕິບັດງານໃນຂະແໜງການສຶກສາ. ມາຮອດປະຈຸບັນ, ທົ່ວແຂວງມີການນຳ, ພະນັກງານຫ້ອງການສຶກສາຂັ້ນເມືອງ ແລະ ບັນດາຄູສອນຫຼັກແຫຼ່ງເກືອບ 200 ຄົນໄດ້ຮັບການຝຶກອົບຮົມກ່ຽວກັບການສົມທົບການສຶກສາໃນການປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ ໃສ່ກັບຫຼັກສູດການຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ. ທ່ານ ຫງວຽນຕ໊ວນແທັງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບີ່ງດີ້ງ, ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າກໍ່ຜັນຂະຫຍາຍຢ່າງຄົບຊຸດທີ່ສຸດຢູ່ບໍລິເວນຊຸມຊົນ, ຢູ່ບັນດາໂຮງຮຽນ ແລະ ມີຫລາຍວິທີປະດິດຄິດສ້າງ ຜ່ານບົດລະຄອນ, ບົດສາລະຄະດີ ເພື່ອໂຄສະນາ, ຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ປະຊາຊົນ ໃນວຽກງານປ້ອງກັນ, ຕ້ານການເກີດອຸປະຕິເຫດລະເບີດບໍ່ທັນແຕກ. ພວກຂ້າພະເຈົ້າຈະສືບຕໍ່ຊີ້ນຳ, ທະວີຄູນບັນດາຮູບການໂຄສະນາ ເພື່ອຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ປະຊາຊົນໃນວຽກງານປ້ອງກັນ, ຈຳກັດການເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກໃນບໍລິເວນ, ພ້ອມທັງ ສືບຕໍ່ປຸກລະດົມແຫຼ່ງກຳລັງ ເພື່ອສ້າງວິທີຫາເງິນລ້ຽງຊີບ, ໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍທີ່ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ, ຄົນພິການ ເພື່ອມີເງື່ອນໄຂ, ສ້າງຊີວິດການເປັນຢູ່ໃຫ້ດີກ່ວາເກົ່າໃນໄລຍະຈະມາເຖິງ.

ດ້ວຍຄຳຂວັນທີ່ວ່າ:  “ຈົ່ງຫຼີກລ້ຽງການເກີດອຸປະຕິເຫດຈາກລະເບີດ, ວັດຖຸລະເບີດບໍ່ທັນແຕກ ເພື່ອຊີວິດທີ່ສະຫງົບສຸກ” ທາງແຂວງ ບີງດີ້ງ ໄດ້ກຳນົດເອົາການໂຄສະນາສຶກສາພາຍໃຕ້ຊາຍຄາໂຮງຮຽນກ່ຽວກັບການປ້ອງກັນ, ຫຼີກລ້ຽງອຸບັດຕິເຫດຈາກລະເບີດບໍ່ທັນແຕກແມ່ນໜ້າທີ່ຈຸດສຸມ. ຈາກນັ້ນ ປະກອບສ່ວນຫລຸດຜ່ອນການເກີດອຸດບັດຕິເຫດຈາກລະເບີດບໍ່ທັນແຕກໄດ້ຢ່າງສຸດຂີດ./.

ຕອບກັບ

ຂ່າວ/ບົດ​ອື່ນ