ປະສິດທິຜົນຮູບແບບຫນ່ວຍງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນຢູ່ບ້ານຂອງເມືອງ ພູສູງ ມົກເຈົາ ແຂວງ ເຊີນລາ

(VOVWORLD) - ບໍ່ວ່າຝົນຕົກ, ແດດຮ້ອນ, ຕອນເຊົ້າຫຼືຕອນຄາໍ່ , ສະມາຊິກຂອງໜ່ວຍງານປ້ອງກັນ, ຕ້ານໂຄວິດ 19 ໃນຊຸມຊົນ ຢູ່ບ້ານ, ຄຸ້ມບ້ານຂອງເມືອງພູສູງ ມົກເຈົາ ແຂວງເຊີນລາ ຍາມໃດກໍ່ສຸດຈິດສຸດໃຈ ມີຄວາມຮັບຜິດຊອບຕໍ່ວຽກງານໂຄສະນາ, ຂົນຂວາຍ,ເຝົ້າລະວັງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ -19  ຢູ່ ເຂດຊຸມຊົນ. ເຂົາເຈົ້າແມ່ນກຳລັງສຳຄັນ ປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຢູ່ ແຂວງ ເຊີນລາ ຢ່າງມີປະສິດທິຜົນ.

 ປະສິດທິຜົນຮູບແບບຫນ່ວຍງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນຢູ່ບ້ານຂອງເມືອງ ພູສູງ ມົກເຈົາ ແຂວງ ເຊີນລາ - ảnh 1ຫນ່ວຍງານປ້ອງກັນຕ້ານໂລກລະບາດໂດຍຊາວບ້ານຕັ້ງຂຶ້ນເພື່ອກວດກາຜູ້ເຂົ້າອອກບ້ານ

ປ້ອມຄວບຄຸມໂລກລະບາດໂຄວິດ -19 ຕັ້ງຢູ່ເສັ້ນທາງໄປຫາບ້ານ ຕາໂຊ 2 ຕາແສງ ຈຽງຫັກ ເມືອງ ມົກເຈົາ ໂດຍແມ່ນປະຊາຊົນໃນບ້ານສ້າງຕັ້ງຂຶ້ນ ເພື່ອກວດກາຄວບຄຸມຜູ້ເຂົ້າ ອອກບ້ານ. ແຕ່ລະມື້ມີຮ້ອຍໆເທື່ອຄົນໄປມາຜ່ານປ້ອມນີ້, ບັນດາສະມາຊິກໃນຫນ່ວຍ ໄດ້ບັນທຶກຂໍ້ມູນ, ເບີໂທລະສັບ ແລະ ຕັກເຕືອນເຂົາເຈົ້າໃຊ້ຜ້າອັດປາກດັງ, ລ້າງມືດ້ວຍນ້ຳຢາຂ້າເຊື້ອ. ອ້າຍ ມົ່ວອາເຢັ່ງ ສະມາຊິກຫນ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ເລກ 2 ແບ່ງປັນວ່າ:

ພວກຂ້າພະເຈົ້າໄດ້ຈັດແບ່ງເປັນ 3 ຫນ່ວຍເພື່ອປ່ຽນກັນເວນຍາມປະຈຳວັນ, ຕັກເຕືອນໃຫ້ພໍ່ແມ່ປະຊາຊົນໄປມາຕ້ອງໃຊ້ຜ້າອັດປາກດັງເພື່ອປ້ອງກັນໂລກລະບາດ. ສ່ວນຜູ້ທີ່ຢູ່ບ່ອນອື່ນເຂົ້າມາ ຖ້າບໍ່ມີວຽກຈຳເປັນ ພວກຂ້າພະເຈົ້າບໍ່ໃຫ້ເຂົ້າບ້ານ”

ສຳລັບບັນດາບ້ານທີ່ຢູ່ເຂດພູສູງ, ຄວາມຮັບຮູ້ຂອງພໍ່ແມ່ປະຊາຊົນ ຍັງຈຳກັດຢູ່, ແຕ່ລະມື້ ຫນ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນ ໄດ້ຫັນບັນດາເອກະສານຊີ້ນຳຂອງທຸກຂັ້ນໃຫ້ເປັນອັນລະອຽດ, ກະທັດລັດ, ເຂົ້າໃຈງ່າຍ ເພື່ອໂຄສະນາໃຫ້ປະຊາຊົນຮັບຊາບຜ່ານລະບົບໂທລະໂຄ່ງຂອງບ້ານ. ບັນດາສະມາຊິກໃນຫນ່ວຍ ຍັງໄດ້ລົງໄປໂຄສະນາ, ຂົນຂວາຍ, ຕັກເຕືອນພໍ່ແມ່ປະຊາຊົນ ຢູ່ແຕ່ລະຄອບຄົວ ໃຫ້ປະຕິບັດບັນດາມາດຕະການປ້ອງກັນ ຕ້ານໂລກລະບາດຢ່າງເງັ້ມງວດ ຕາມ 5 ມາດຕະການໂດຍກະຊວງສາທາລະນະສຸກວາງອອກ, ພິເສດ ແມ່ນແນະນຳໃຫ້ປະຊາຊົນຕິດຕາມອາການສຸຂະພາບຂອງຕົນຢູ່ເຮືອນ, ເປັນເຈົ້າການແຈ້ງອາການສຸຂະພາບຂອງຕົນ ຫລື ຂອງຍາດຕິພີ່ນ້ອງໃນຄອບຄົວເມື່ອມີຜູ້ກັບມາຈາກເຂດເກີດໂລກລະບາດ. ອ້າຍ ມົ່ວ ອາລູ, ສະມາຊິກ ຫນ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນ ບ້ານຕາໂຊ ເລກ 2, ຕາແສງ ຈຽງຫັກ ເມືອງ ມົກເຈົາ ໃຫ້ຮູ້ວ່າ:

“ໂຄສະນາຂົນຂວາຍໃຫ້ບັນດາຄອບຄົວ ຖ້າຫາກຄອບຄົວໃດມີລູກຫລານໄປເຮັດວຽກທາງໄກ, ຢູ່ເຂດເກີດໂລກລະບາດ ຕ້ອງໂທລະສັບໄປຫາເຂົາເຈົ້າ, ລະດົມກຳລັງໃຈໃຫ້ເຂົາເຈົ້າບໍ່ຄວນກັບບ້ານ, ຄວນຢູ່ບ່ອນນັ້ນ. ໃນກໍລະນີ ມີຜູ້ກັບມາຈາກເຂດເກີດໂລກລະບາດ ຕ້ອງໄປແຈ້ງອາການສຸຂະພາບ ແລະ ແຍກຕົວຢູ່ສູນຕາມການກຳນົດ”

 ປະສິດທິຜົນຮູບແບບຫນ່ວຍງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນຢູ່ບ້ານຂອງເມືອງ ພູສູງ ມົກເຈົາ ແຂວງ ເຊີນລາ - ảnh 2ແຕ່ລະຄົນເມື່ອເຂົ້າບ້ານລ້ວນແຕ່ປະຕິບັດມາດຕະການປ້ອງກັນໂລກລະບາດໂຄວິດ

ປະຈຸບັນ ເມືອງ ມົກເຈົາ ມີ ຫນ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນ ເກືອບ 700 ຫນ່ວຍ ດ້ວຍສະມາຊິກເກືອບ 2000 ຄົນ. ບັນດາສະມາຊິກໃນຫນ່ວຍນັ້ນ ແມ່ນໄດ້ຄັດເລືອກມາຈາກນັກໂຄສະນາທີ່ມີຄວາມຕັ້ງຫນ້າ ຢູ່ໃນເຂດຊຸມຊົນ. ເພາະສະນັ້ນ ເຂົາເຈົ້າຍາມໃດກໍ່ແມ່ນຜູ້ໃກ້ຊິດຕິດແທດ, ເກັບກຳຂໍ້ມູນຢ່າງທັນການ, ຕິດຕາມ,ເຝົ້າລະວັງ, ຄົ້ນພົບ ແລະ ລາຍງານຕໍ່ອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນກໍ່ຄືບັນດາອົງການມີຫນ້າທີ່ຮັບຜິດຊອບ ເມື່ອມີກໍລະນີເກີດຂຶ້ນ. ທ່ານ ຫວີ່ວັນບຽນ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຈຽງຫັກ, ເມືອງ ມົກເຈົາ ໃຫ້ຮູ້ວ່າ:

ອຳນາດການປົກຄອງ ຕາແສງ ໄດ້ສ້າງຕັ້ງ ຫນ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນ ແລະ ຫນ່ວຍຕ່າງໆເຫຼົ່ານັ້ນຮັບຜິດຊອບບັນດາກຸ່ມປ້ອງກັນຄວາມສະຫງົບໃນບ້ານ. ກຸ່ມເຫຼົ່ານີ້ ໄດ້ຕັ້ງດ່ານຄວບຄຸມໂລກລະບາດສຳລັບພາຫະນະ ແລະ ຜູ້ກັບມາຈາກແຫ່ງອື່ນ ດ້ວຍຕົນເອງ .ຮູບການນີ້ໄດ້ຮັບການສະຫນັບສະຫນູນຈາກປະຊາຊົນ”

ພ້ອມກັບຈິດໃຈສາມັກຄີ, ເປັນຈິດຫນຶ່ງໃຈດຽວໃນການປ້ອງກັນ,ຕ້ານໂລກລະບາດຂອງທັງລະບົບການເມືອງ ແລະ ປະຊາຊົນແຕ່ລະຄົນ, ບົດບາດ, ຄວາມຮັບຜິດຊອບຂອງຫນ່ວຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຊຸມຊົນ ໄດ້ຮັບການເສີມຂະຫຍາຍ ຈະສ້າງກຳລັງແຮງສັງລວມ, ສ້າງເປັນ “ທ່າຮົບ”ປົກປັກຮັກສາໝາກຜົນການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຢູ່ບໍລິເວນຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ