ຜົນງານຢ່າງປະຕິຫານຈາກການຜ່າຕັດປ່ຽນອະໄວຍະວະ ເຊິ່ງມີການສົມທົບລະຫວ່າງສອງພາກ ເໜືອ-ໃຕ້ຫວຽດນາມ

(VOVWORLD) -ໃນຊຸມປີມໍ່ໆມານີ້, ເຕັກນິກການຜ່າຕັດປ່ຽນອະໄວຍະວະຂອງຂະແໜງສາທາ ລະນະສຸກຫວຽດນາມໄດ້ບັນລຸຄວາມກ້າວໜ້າຢ່າງກະໂດດຂັ້ນ. ໃນມໍ່ໆມານີ້, ທິມງານແພດໝໍຂອງໂຮງໝໍ ເຈິໄຣ້, ນະຄອນໂຮ່ຈີມິງ, ສູນປະສານງານຜ່າຕັດປ່ຽນອະໄວຍະວະ ແລະ ໂຮງໝໍເສນາຮັກ 108 ສູນກາງໄດ້ສົມທົບຢ່າງກົມກຽວ, ໂດຍມີການຊ່ວຍໜູນຂອງຫຼາຍຫົວໜ່ວຍຢູ່ນອກຂະແໜງສາທາລະນະສຸກອັນໄດ້ສ້າງບັນດາຜົນງານອັນໜ້າປະຕິຫານໃນການຜ່າຕັດປ່ຽນໝາກໄຂ່ຫຼັງ ແລະ ປ່ຽນໝາກຫົວໃຈໂດຍມີການສົມທົບລະຫວ່າງສອງພາກເໜືອ-ໃຕ້ຂອງຫວຽດ ນາມ
ຜົນງານຢ່າງປະຕິຫານຈາກການຜ່າຕັດປ່ຽນອະໄວຍະວະ ເຊິ່ງມີການສົມທົບລະຫວ່າງສອງພາກ ເໜືອ-ໃຕ້ຫວຽດນາມ - ảnh 1ເຕັກນິກການຜ່າຕັດປ່ຽນອະໄວຍະວະຂອງຫວຽດນາມໄດ້ບັນລຸຄວາມກ້າວໜ້າຢ່າງກະໂດດຂັ້ນ 

ວັນທີ 22 ກຸມພາ ປີ 2018, ຢູ່ໂຮງໝໍເຈິໄຣ້ໄດ້ຮັບການປະກາດກ່ຽວກັບເລື່ອງມີຜູ້ບໍລິຈາກອະໄວຍະວະຢູ່ໂຮງໝໍເສນາຮັກ 108 ສູນກາງ,ໃນນັ້ນມີສີ່ອະໄວຍະວະໄດ້ຮັບການຜ່າຕັດປ່ຽນໃຫ້ແກ່ບັນດາຄົນເຈັບຢູ່ນະ ຄອນຫຼວງຮ່າໂນ້ຍ, ສວ່ນໝາກຫົວໃຈ ແລະ ໝາກໄຂ່ຫຼັງໜ່ວຍໜຶ່ງຮັບການປະສານງານດຳເນີນການຜ່າຕັດເຊິ່ງໃນການສົມທົບລະຫວ່າງສອງພາກເໜືອໃຕ້. ພາຍຫຼັງທີ່ໄດ້ຢັ້ງຢືນວ່າຢູ່ພາກເໜືອບໍ່ມີຄົນເຈັບທີ່ແທດເໝາະ,   ໂຮງໝໍເຈິໄຣ້ໄດ້ແນະນຳຄົນເຈັບມາກວດ. ບັນດາຂະແໜງລົງເລິກໄດ້ສຸມໃສ່ນຳເອົາຕົວຢ່າງຂອງຄົນເຈັບທີ່ຈະຮັບຫົວໃຈມາວິໄຈໃນຄ່ຳຄືນທີ່ຈະສົ່ງໄປຮ່າໂນ້ຍເພື່ອທົດລອງລະດັບຄວາມແທດເໝາະກັບຫົວໃຈຂອງຜູ້ບໍລິຈາກ.

             ໃນມື້ຕໍ່ມາ, ໂຮງໝໍເຈິໄຣ້ໄດ້ດຳເນີນການຜ່າຕັດໃຫ້ແກ່ຄົນເຈັບສອງຄົນຢ່າງສຳເລັດຜົນ,ໃນນັ້ນມີຄົນເຈັບຊາຍອາຍຸ 29 ປີຢູ່ແຂວງຕຽນຢາງ ແລະ ຄົນເຈັບຍິງອາຍຸ 25 ປີຢູ່ແຂວງນິງຖ້ວນ. ນີ້ແມ່ນກໍລະນີຜ່າຕັດປ່ຽນອະໄວຍະວະເຊິ່ງມີການສົມທົບລະຫວ່າງສອງພາກເໜືອ-ໃຕ້ກໍລະນີທີສາມຢູ່ໂຮງໝໍເຈິໄຮ້, ແຕ່ກໍ່ແມ່ນກໍລະນີຜ່າຕັດປ່ຽນອະໄວຍະວະເຊິ່ງມີການສົມທົບລະຫວ່າງສອງພາກເໜືອ-ໃຕ້ກໍລະນີທຳອິດໄດ້ຮັບອະໄວຍະວະຈາກພາກເໜືອສົ່ງມາຍັງພາກໃຕ້, ແລະ ກໍ່ແມ່ນກໍລະນີຜ່າຕັດປ່ຽນໝາກຫົວໃຈກໍລະນີທີສອງຢູ່ໂຮງໝໍເຈິໄຣ້, ຢູ່ນະຄອນໂຮ່ຈີມິງ. ການຂົນສົ່ງອະໄວຍະວະລະຫວ່າງສອງພາກເໜືອ-ໃຕ້ ກໍເຮັດໃຫ້ເກີດຄວາມຕື່ນເຕັ້ນທີ່ສຸດໃນກໍລະນີຜ່າຕັດປ່ຽນອະໄວຍະວະໃນຄັ້ງນີ້, ຂະນະທີ່ໝາກຫົວໃຈ ແລະ ໝາກໄຂ່ຫຼັງຈາກຮ່າໂນ້ຍຕ້ອງຂົນສົ່ງມາຍັງໂຮງໝໍເຈິໄຣ້ ນະຄອນໂຮ່ຈີມິງ, ບັນດາແພດໝໍມີເວລາຖືກຈຳກັດພຽງກວ່າ 6 ຊົ່ວໂມງເທົ່ານັ້ນພາຍຫຼັງທີ່ດຳເນີນການຜ່າຕັດເອົາອະໄວຍະວະອອກຈາກຮ່າງກາຍຜູ້ບໍລິຈາກ ແລະ ຂົນສົ່ງຜ່ານໄລຍະທາງກວ່າ 1.800 ກິໂລແມັດມາຍັງນະຄອນໂຮ່ຈີມິນ. ທ່ານໝໍ ຖາຍມິງເຊິມ ຫົວໜ້າຂະແໜງໝາກໄຂ່ຫຼັງ-ທາງເດີນປັດສະວະ, ໂຮງໝໍເຈິໄຣ້ເວົ້າວ່າ: 

       “ຫົວໃຈ ແລະ ໝາກໄຂ່ຫຼັງ, ໃນເບື້ອງຕົ້ນພວກຂ້າພະເຈົ້າຄິດວ່າຈະຂົນສົ່ງໃນຖ້ຽວບິນດຽວ ແລະ ຂົນສົ່ງໃນພາບດຽວເພື່ອຜ່າຕັດ, ແຕ່ບັນດາແພດໝໍຢູ່ໂຮງໝໍຫົວໃຈເວົ້າວ່າບໍ່ໄດ້, ຫົວໃຈແມ່ນອະໄວຍະວະທຳອິດທີ່ຕ້ອງຜ່າຕັດເອົາອອກຈາກຮ່າງກາຍ ແລະ ຕ້ອງຂົນສົ່ງໃນທັນທີ, ບໍ່ຕ້ອງລໍຖ້າອີກ. ຫຼັງຈາກນັ້ນກໍ່ຮອດໝາກໄຂ່ຫຼັງ ແລະ ພາຍຫຼັງທີ່ໄດ້ຜ່າຕັດເອົາໝາກຫົວໃຈແລ້ວ, ເອົາປອດແລ້ວ, ກໍ່ເອົາໝາກໄຂ່ຫຼັງ. ພວກຂ້າພະເຈົ້າໄດ້ເຫັນດີວ່າໝາກຫົວໃຈຕ້ອງຂົນສົ່ງໄປສາກ່ອນ, ສ່ວນໝາກໄຂ່ຫຼັງກໍ່ໃຫ້ຜູ້ມາເອົາເມືອຕາມຫຼັງກໍໄດ້”.

     ສິ່ງທີ່ພິເສດຂອງການບໍລິຈາກອະໄວຍະວະເຊິ່ງມີການສົມທົບລະຫວ່າງສອງພາກເໜືອໃຕ້ໃນຄັ້ງນີ້ ແມ່ນຄອບຄົວຂອງຄົນເຈັບສອງຄົນທີ່ໄດ້ຮັບອະໄວຍະວະແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ໃນນັ້ນຜູ້ຮັບຫົວໃຈກໍ່ຄືດັ່ງຂ້ອນຂ້າງກັບຄວາມຕາຍ, ພາຍຫຼັງທີ່ມີໂອກາດ ຜ່າຕັດປ່ຽນຫົວໃຈສອງຄັ້ງ ແຕ່ບໍ່ສາມາດປະຕິບັດໄດ້. ໂອກາດມີຊີວິດຂອງຜູ້ໄດ້ຮັບແມ່ນເລີດລ້ຳທີ່ສຸດ ແລະ ໂຮງໝໍເຈິໄຣ້ ໄດ້ລະດົມແພດໝໍກວ່າ 30 ຄົນເພື່ອປະຕິບັດທຸກວິທີຢ່າງລະອຽດເພື່ອຈະນຳໃຊ້ແຫຼ່ງອະໄວຍະວະຂອງຜູ້ບໍລິຈາກຢ່າງມີປະສິດທິຜົນທີ່ສຸດ, ນັ້ນກໍ່ແມ່ນຄວາມເຄົາລົບນັບຖືຕໍ່ຂອງຂວັນອັນລ້ຳຄ່າຈາກຜູ້ບໍລິຈາກອະໄວຍະວະ.

        ພາຍຫຼັງທີ່ໂຮງໝໍເຈິໄຣ້ໄດ້ຂົນສົ່ງຫົວໃຈ ໂດຍໄດ້ຮັບການຮັກສາທີ່ດີ ມາຍັງໂຮງໝໍແລ້ວ ກໍ່ໄດ້ດຳເນີນການຜ່າຕັດປ່ຽນອະໄວຍະວະທີ່ແກ່ຍາວເປັນເວລາ 7 ຊົ່ວໂມງ ແລະ ການຜ່າຕັດໄດ້ສຳເລັດຜົນຫົວໃຈໄດ້ເລີ່ມເຕັ້ນໃນເອິກຂອງຄົນເຈັບຊາຍ ແລະ ໝາກໄຂ່ຫຼັງກໍ່ໄດ້ເລີ່ມເຄື່ອນໄຫວຂະນະທີ່ໄດ້ຮັບການຜ່າຕັດຈາກເວລາ 20 ໂມງ 30 ນາທີຮອດເກືອບ 1ໂມງຕອນເຊົ້າຂອງມື້ຕໍ່ມາ. ທ່ານໝໍຍິງຟ້າມທິງັອກຖາວ ຮອງຜູ້ອຳນວຍການໂຮງໝໍເຈິໄຣ້ ໃຫ້ຮູ້ວ່າ: 

     “ເວລາພວກເຮົາປະຕິບັດການຜ່າຕັດແມ່ນເກີດມີຄວາມຕື່ນເຕັ້ນ ແລະ ຕື້ນຕັນໃຈທີ່ສຸດ. ການລໍຖ້າທິມງານແພດໝໍ, ລໍຖ້າການຂົນສົ່ງອະໄວຍະວະມາຮອດໂຮງໝໍ ກໍ່ແມ່ນການແຂ່ງຂັນກັບເວລາ ແລະ ບັນດາອະໄວຍະວະທີ່ພວກເຮົາໄດ້ຮັບນັ້ນ ສ່ວນຫຼາຍກໍ່ຕົກຢູ່ໃນວັນບຸນ, ວັນພັກການ ແຕ່ທິມງານແພດໝໍຂອງພວກເຮົາກໍ່ສາມາດຕອບສະໜອງໄດ້ຢ່າງສູງສຸດ”.

     ທ່ານໝໍຍິງ ຟ້າມທິງັອກຖາວ ເນັ້ນໜັກວ່າ: ຜົນສຳເລັດຂອງການຜ່າຕັດອະໄວຍະວະສອງກໍລະນີໂດຍມີການສົມທົບລະຫວ່າງສອງພາກເໜືອ-ໃຕ້ຄັ້ງນີ້ໄດ້ສະແດງໃຫ້ເຫັນແຈ້ງຄວາມໂປ່ງໃສໃນການຜ່າຕັດປ່ຽນອະໄວຍະວະ ພ້ອມກັນນັ້ນກໍສະແດງໃຫ້ເຫັນລັກສະນະດີເລີດ, ວັດທະນະທຳມະນຸດຂອງຂະແໜງສາທາລະນະສຸກ, ເພາະວ່ານີ້ແມ່ນຄົນເຈັບສອງຄົນທີ່ມີສະພາບຄອບຄົວຫຍຸ້ງຍາກທີ່ສຸດ, ບໍ່ມີເງິນທຶນຢ່າງພຽງພໍເພື່ອຜ່າຕັດ, ແລະ ໄດ້ຮັບການຊ່ວຍເຫຼືອຈາກບັນດາຜູ້ໃຈບຸນໃຈກຸສົນໂດຍຜ່ານການຂົນຂວາຍຂອງໂຮງໝໍ. ເປັນທີ່ໄດ້ຮັບຊາບແລ້ວວ່າ ຜູ້ບໍລິຈາກອະໄວຍະວະແມ່ນທະຫານຄົນໜຶ່ງຢູ່ຮ່າໂນ້ຍຖືກອຸປະຕິເຫດທາງຄົມມະນາຄົມ ແລະ ບໍ່ສາມາດລອດຊີວິດໄດ້, ຄອບຄົວມີຄວາມຫວັງຢາກບໍລິຈາກອະໄວຍະວະຂອງລາວເພື່ອກອບກູ້ເອົາຊີວິດຂອງຄົນເຈັບທີ່ພວມຕ້ອງການ. ປະຈຸບັນຜູ້ຮັບອະໄວຍະວະໄດ້ຟື້ນຟູຊີບແລ້ວ ແລະ ມີຊີວິດເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ