ພັດທະນາຕົ້ນຢາສະໝູນໄພຕາມທິດແບບຍືນຍົງ

(VOVWORLD) - ແຂວງ ເຊີນລາ ມີເງື່ອນໄຂທຳມະຊາດ, ຄຸນລັກສະນະຂອງດິນມີຄວາມເໝາະສົມຕໍ່ການຂະຫຍາຍຕົວຂອງຕົ້ນຢາສະໝູນໄພຫລາຍຊະນິດ. ເຖິງຢ່າງໃດກໍ່ຕາມ, ເລື່ອງປູກຕົ້ນຢາສະໝູນໄພ ສ່ວນຫລາຍແມ່ນຕາມຮູບການເອກະເທດ ຫຼື ດ້ວຍປະສົບການ…ເຮັດໃຫ້ສະມັດຕະພາບ ຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງຕະຫລາດ. 

 
ເພື່ອເຮັດໃຫ້ຕົ້ນຢາສະໝູນໄພສາມາດສ້າງຄວາມຮັ່ງມີ ແລະ ໄປຄຽງຄູ່ກັບການໝູນໃຊ້ຊຸດແນວພັນໃໝ່ນັ້ນ, ທາງແຂວງ ເຊີນລາ ໄດ້ຍູ້ແຮງການຖ່າຍທອດວິທະຍາສາດເຕັກນິກໃຫ້ແກ່ຊາວກະສິກອນ, ເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາຜະລິດຕະພັນ ເພື່ອຮັບປະກັນຄຸນນະພາບ ແລະ ສຸຂະອະນາໄມດ້ານສະບຽງອາຫານ, ຮ່ວມສຳພັນຈຳໜ່າຍຜະລິດຕະພັນ ຜ່ານບັນດາວິສາຫະກິດ, ສະຫະກອນ.


ພັດທະນາຕົ້ນຢາສະໝູນໄພຕາມທິດແບບຍືນຍົງ - ảnh 1 ພັດທະນາຕົ້ນຢາສະໝູນໄພຕາມທິດແບບຍືນຍົງ (ພາບປະກອບ)

ແຂວງ ເຊີນລາ ມີຊັບພະຍາກອນປ່າໄມ້ທີ່ອຸດົມສົມບູນພໍສົມຄວນ ດ້ວຍເນື້ອທີ່ດິນປ່າກ່ວາ 540.000 ເຮັກຕາ. ເພື່ອໃຫ້ປະຊາຊົນດຳລົງຊີວິດຢູ່ໃກ້ກັບປ່າ ມີຄວາມອຸ່ນອ່ຽນໃຈໃນການປົກປັກຮັກສາປ່າໄມ້, ນອກຈາກນະໂຍບາຍຊຳລະຄ່າບໍລິການສິ່ງແວດລ້ອມປ່າໄມ້ແລ້ວ, ແຂວງ ເຊີນລາ ພວມຍູ້ແຮງວຽກງານໂຄສະນາໜູນຊ່ວຍປະຊາຊົນພັດທະນາເສດຖະກິດໃຕ້ຮົ່ມໄມ້, ພິເສດແມ່ນປູກຕົ້ນຢາສະໝູນໄພ. ບາງຮູບແບບປູກຕົ້ນຢາສະໝູນໄພໄດ້ປະກົດຕົວຂຶ້ນ ແລະ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃນເບືຶ້ອງຕົ້ນ.

ຕາມການສະຖິຕິແລ້ວ, ແຂວງ ເຊີນລາ ມີຕົ້ນຢາສະໝູນໄພຫລາຍກ່ວາ 560 ຊະນິດ, ໃນນັ້ນ ມີຫລາຍຊະນິດມີຄ່າສູງຄື: ຖາວກ໋ວາ, ໝາກແໜ່ງ, ໝາກສົ້ມພໍດີ, ໝາກໂປ້ຍກັກ, ເປືອກແຄະ, ໝາກເຂົ້າ, …ສ່ວນຫລາຍ ຕົ້ນຢາສະໝູນໄພໄດ້ປູກຢູ່ເມືອງ ບັກອຽນ, ມົກເຈົາ, ເວິນໂຮ່.

ເພື່ອພັດທະນາຕົ້ນຢາສະໝູນໄພຕາມທິດຜະລິດເປັນສິນຄ້າ, ໝັ້ນຄົງ, ຍາວນານ ແລະ ມີປະສິດທິຜົນດ້ານເສດຖະກິດສູງ, ປີ 2017 ບ້ານ ປາກືຊ໊າງ A, ຕາແສງ ຫາງຈູ໊, ເມືອງ ບັກອຽນ, ແຂວງ ເຊີນລາ ໄດ້ເລີ່ມຕົ້ນຜັນຂະຫຍາຍການປູກທົດລອງຕົ້ນຢາສະໝູນໄພ.

ທົ່ວບ້ານມີ 92 ຄອບຄົວ ແລະ ພໍ່ແມ່ປະຊາຊົນ 100% ແມ່ນຊາວຊົນເຜົ່າມົ້ງ. ກ່ອນນີ້ ເສດຖະກິດຂອງບ້ານ ຕ້ອງອີງໃສ່ການປູກເຂົ້ານາຂັ້ນໄດດ້ວຍເນື້ອທີ່ 48 ເຮັກຕາ, ລ້ຽງງົວ, ຄວາຍ ແລະ ຄຸ້ມຄອງປົກປັກຮັກສາປ່າດົງດິບກ່ວາ 1000 ເຮັກຕາ. ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວກະສິກອນປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ເພື່ອພັດທະນາເສດຖະກິດ, ບ້ານ ປາກືຊ໊າງ A ໄດ້ເລືອກເອົາຕົ້ນຢາສະໝູນໄພເພື່ອປູກຢູ່ໃຕ້ຮົ່ມໄມ້. ໃນຕົ້ນຊຸມປີ 2000, ຊາວບ້ານບາງຄົນ ໄດ້ເລີ່ມປູກທົດລອງຕົ້ນຢາສະໝູນໄພ. ພາຍຫລັງປູກທົດລອງແລ້ວ, ຕົ້ນຖາວກ໋ວາ ເຕີບໃຫຍ່ຂະຫຍາຍຕົວ ແລະ ໃຫ້ສະມັດຕະພາບສູງ, ດັ່ງນັ້ນ ມາຮອດປະຈຸບັນ ບັນດາຄອບຄົວໃນບ້ານເກືອບທັງໝົດລ້ວນແຕ່ປູກຕົ້ນຖາວກ໋ວາ. ປີ 2018, ສາມາດເກັບກ່ຽວໝາກຖາວກ໋ວາສົດໄດ້ເກືອບ 20 ໂຕນ. ອ້າຍ ຢາງອາເຢີ, ນາຍບ້ານ ປາກືຊ໊າງ A ໃຫ້ຮູ້ວ່າ:

        “ການປູກຕົ້ນຖາວກ໋ວາຢູ່ໃຕ້ຮົ່ມໄມ້ ທີໜຶ່ງແມ່ນພັດທະນາເສດຖະກິດຄອບຄົວ, ທີສອງແມ່ນປົກປັກຮັກສາປ່າໄມ້. ທຸກໆວັນ ຂ້າພະເຈົ້າມັກໄປລາດຕະເວນປ່າ ແລະ ບົວລະບັດຕົ້ນຢາສະໝູນໄພ…ຜ່ານນັ້ນ ພວກຂີ້ລັກກໍ່ບໍ່ມາລັກຕັດໄມ້ ແລະ ທຳລາຍປ່າໄດ້.

ປະສິດທິຜົນເບື້ອງຕົ້ນທີ່ໄດ້ຈາກການປູກຕົ້ນຢາສະໝູນໄພ ແມ່ນສັນຍານທີ່ເປັນໜ້າຊື່ນຊົມໃຫ້ແກ່ປະຊາຊົນທ້ອງຖິ່ນ ເມື່ອມີທິດທາງໃໝ່ຕື່ມອີກໃນການພັດທະນາການຜະລິດ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນຊະນິດທີ່ຫາກໍ່ປູກໃໝ່, ມັນຮຽກຮ້ອງຕ້ອງໝູນໃຊ້ເຕັກນິກເຂົ້າໃນການປູກ, ບົວລະບັດ, ເກັບກ່ຽວ ແລະ ປຸງແຕ່ງ. ເພື່ອສືບຕໍ່ພັດທະນາ, ເປີດກ້ວາງເນື້ອທີ່ດິນປູກຕົ້ນຢາສະໝູນໄພເປັນຈຸດສຸມ, ແຂວງ ເຊີນລາ ໄດ້ມີບັນດາກົນໄກ, ນະໂຍບາຍສົ່ງເສີມ, ດຶງດູດບັນດາບໍລິສັດ, ວິສາຫະກິດມາລົງທຶນພັດທະນາການປູກຕົ້ນຢາສະໝູນໄພຢູ່ທ້ອງຖິ່ນຕ່າງໆໃນບໍລິເວນແຂວງ. ທ່ານ ຫງວຽນດຶກທິ້ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ບັກອຽນ, ແຂວງ ເຊີນລາ ໃຫ້ຮູ້ວ່າ:

“ທາງເມືອງໄດ້ຊີ້ນຳບັນດາຕາແສງ ສ້າງຕັ້ງສະຫະກອນ ເພື່ອເປັນຫົວໜ່ວຍຮັບຜິດຊອບການຈຳໜ່າຍຜະລິດຕະພັນ ແລະ ຊອກຫາສົ້ນອອກໃຫ້ແກ່ພໍ່ແມ່ປະຊາຊົນ. ພ້ອມກັນນັ້ນ, ອຳນາດການປົກຄອງເມືອງກໍ່ມີບັນດານະໂຍບາຍ ເພື່ອດຶງດູດບັນດາວິສາຫະກິດສະເພາະດ້ານຢາສະໝູນໄພລົງທຶນເຂົ້າບໍລິເວນ.”

ປະຈຸບັນ, ແຂວງ ເຊີນລາ ມີເນື້ອທີ່ດິນປ່າກ່ວາ 540.000 ເຮັກຕາ, ໃນນັ້ນ ເນືື້ອທີ່ດິນປູກຕົ້ນຢາສະໝູນໄພກວມເອົາ 13.000 ເຮັກຕາ ດ້ວຍຊະນິດຜະລິດຕະພັນຢາສະໝູນໄພທີ່ເປັນຫລາຍຮູບຫລາຍແບບ, ປະລິມານທີ່ບັນລຸໄດ້ໃນແຕ່ລະປີແມ່ນຫລາຍກ່ວາ 20.000 ໂຕນ. ເຖິງຢ່າງໃດກໍ່ຕາມ, ເລື່ອງປູກຕົ້ນຢາສະໝູນໄພຢູ່ຫລາຍບ່ອນ ຍັງມີລັກສະນະບໍ່ເປັນລະບົບ, ສົ້ນອອກຍັງບໍ່ທັນໝັ້ນຄົງ, ປະຊາຊົນສ່ວນຫລາຍແມ່ນເກັບກ່ຽວເອງ ແລ້ວເອົາໄປຂາຍຢູ່ຕະຫລາດ ຫຼື ຖ້າພໍ່ຄ້າແມ່ຄ້າມາເກັບຊື້. ແຂວງ ເຊີນລາ ໄດ້ສ້າງບັນດາຍຸດທະສາດໃນການພັດທະນາຢາສະໝູນໄພໃໝ່ໃຫ້ທົ່ວເມືອງ. ທ່ານນາງ ເກິ່ມທິຟອງ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ໃຫ້ຮູ້ວ່າ:

ເພື່ອຊອກຫາຕະຫລາດສົ້ນອອກໃຫ້ແກ່ຕົ້ນຢາສະໝູນໄພ, ທາງພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ໄດ້ມີບາງມາດຕະການຄື: ສົມທົບກັບບັນດາພະແນກ, ຂະແໜງການ ສ້າງບາງເຄື່ອງໝາຍການຄ້າໃຫ້ຕົ້ນຢາສະໝູນໄພທີ່ເປັນທ່າແຮງຂອງແຂວງ ເຊີນລາ, ພ້ອມທັງ ດຳເນີນການໂຄສະນາ, ແນະນຳຕົ້ນຢາສະໝູນໄພຂອງ ເຊີນລາ ໃຫ້ຕະຫລາດພາຍໃນ, ກໍ່ຄືໃຫ້ບັນດາຄູ່ຮ່ວມມືດຳເນີນທຸລະກິດຕ່າງປະເທດກ່ຽວກັບຕົ້ນຢາສະໝູນໄພ.

ເພື່ອປະຕິບັດເປົ້າໝາຍພັດທະນາຕົ້ນຢາສະໝູນໄພຕາມທິດມີປະສິດທິຜົນ, ໝັ້ນຄົງ, ແຂວງ ເຊີນລາ ພວມກວດກາຄືນໃໝ່, ຈັດສັນເຂດດິນ, ເພີ່ມເຕີມກົນໄກນະໂຍບາຍ, ດຶງດູດການລົງທຶນ, ສົ່ງເສີມບັນດາວິສາຫະກິດທີ່ມີກຳລັງຄວາມສາມາດຄື ກຸ່ມບໍລິສັດ TH, VinGroup…ຮ່ວມສຳພັນກັບບັນດາສະຫະກອນ, ໜ່ວຍຮ່ວມມືໃນບໍລິເວນ, ລົງທຶນກໍ່ສ້າງເຂດປູກຕົ້ນສະໝູນໄພໃຫ້ເໝາະສົມກັບເງື່ອນໄຂທຳມະຊາດ, ຄວາມສາມາດລົງທຶນ, ກໍ່ສ້າງໂຮງງານປຸງແຕ່ງ, ຈຳໜ່າຍຜະລິດຕະພັນຢາສະໝູນໄພໃຫ້ແກ່ປະຊາຊົນ…ແຂວງ ເຊີນລາ ພວມສູ້ຊົນຮອດປີ 2025, ສ້າງເນື້ຶ້ອທີ່ດິນປູກຕົ້ນຢາສະໝູນໄພໃຕ້ຮົ່ມໄມ້ປ່າໃຫ້ໄດ້ຫລາຍກ່ວາ 100.000 ເຮັກຕາ./.

ຕອບກັບ

ຂ່າວ/ບົດ​ອື່ນ