ພັດທະນາທ່ອງທ່ຽວວົງຄະນາຍາດຢູ່ ນະຄອນ ເຊີນລາ

(VOVWORLD) -ໂດຍຫ່າງຈາກນະຄອນຫລວງ ຮ່າໂນ້ຍ ໄປປະມານ 300 ກິໂລແມັດ, ເຊີນລາ ມີທິວທັດທຳມະຊາດໃຫຍ່ໂຕມະໂຫຖານສວຍສົດງົດງາ ພ້ອມດ້ວຍອາກາດສະດວດປອດໂປ່ງທີ່ສຸດ. ນອກນັ້ນ ຢູ່ ບໍລິເວນແຂວງ ປະຈຸບັນ ມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ສ້າງເປັນສີສັນວັດທະນະທຳທີ່ເປັນເອກະລັກສະເພາະ, ດູດດື່ມ. ນັ້ນແມ່ນເງື່ອນໄຂສະດວກເພື່ອໃຫ້ນະຄອນ ເຊີນລາ ພັດທະນາຮູບແບບທ່ອງທ່ຽວວົງຄະນາຍາດ ຊື່ງແມ່ນຫນຶ່ງໃນບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.

ພັດທະນາທ່ອງທ່ຽວວົງຄະນາຍາດຢູ່ ນະຄອນ ເຊີນລາ - ảnh 1Homestay  ຕຽນກວັນ ຢູ່ ບ້ານບໍ ຕາແສງຈຽງອານ. ພາບ: Thanh Thuan
 
 

ພຽງແຕ່ເສຍເວລາປະມານສອງສາມນາທີ ນັກທ່ອງທ່ຽວກໍ່ໄປເຖິງບ້ານທ່ອງທ່ຽວວົງຄະນາຍາດທີ່ຕັ້ງຢູ່ໃຈກາງນະຄອນ ແລະ ສູບອາກາດປອດໂປ່ງ, ຊົມທິວທັດທີ່ສວຍງາມດູດດື່ມ.

ໂດຍຫ່າງຈາກໃຈກາງນະຄອນ ເຊີນລາ ໄປປະມານ 5 ກິໂລແມັດ, ບ້ານ ບໍ ຢູ່ ຕາແສງ ຈຽງອານ ຂຶ້ນກັບນະຄອນ ເຊີນລາ ມີ 255 ຄອບຄົວ ແລະ 5 ຊົນເຜົ່າດຳລົງຊີວິດຢູ່ ນັ້ນແມ່ນ ເຜົ່າຜູ້ໄທ, ເມື່ອງ, ກີງ, ຂະມຸ, ເຜົ່າມົ້ງ. ບໍ່ວ່າຄະນະທ່ອງທ່ຽວໃດມາເຊີນລາ ກໍ່ມີຄວາມປາດຖະຫນາໄດ້ຄົ້ນຫາຈຸດວັດທະນະທຳສັງຄົມທີ່ເປັນມູນເຊື້ອຂອງຊາວຊົນເຜົ່າຢູ່ທີ່ນີ້.

ທ່ານ ຫງວຽນຕຽນກວັນ, ເຈົ້າຂອງ homestay ຕຽນກວັນ, ຢູ່ ບ້ານ ບໍ ຕາແສງ ຈຽງເອີນ ນະຄອນ ເຊີນລາ ໃຫ້ຮູ້ວ່າ: ປີ 2015 ນະຄອນ ເຊີນລາ ມີມະຕິເລກທີ 20 ກ່ຽວກັບການພັດທະນາການທ່ອງທ່ຽວວົງຄະນາຍາດ ແລະ ຄັດເລືອກເອົາ 4 ຄອບຄົວ ເປີດສາກໃຫ້ແກ່ຮູບການທ່ອງທ່ຽວນີ້, ໃນນັ້ນ ມີຄອບຄົວຂ້າພະເຈົ້ານຳ. ປີ 2016ຂ້າພະເຈົ້າໄດ້ອອກກິນເບ້ຍບຳນານ ແລະ ໄດ້ຮັບການຄັດເລືອກເປັນຜູ້ນຳຫນ້າໃນຂົງເຂດທ່ອງທ່ຽວນີ້. ຮອດປີ 2017 ກົງກັບໂອກາດ ແຂວງ ເຊີນລາ ເປັນເຈົ້າພາບຈັດຕັ້ງວັນບຸນວັດທະນະທຳ ຫວຽດ ລາວ, ນະຄອນໄດ້ສຸມກຳລັງແຮງລົງທຶນໃສ່ຄອບຄົວທີ່ເຮັດບໍລິການhomestay ເພື່ອຕ້ອນຮັບແຂກ. ຄອບຄົວຂອງຂ້າພະເຈົ້າ ກໍ່ໄດ້ເປີດນຳໃຊ້ຮູບແບບ homestay ມາແຕ່ເດືອນ ກໍລະກົດປີ 2017 ແລະ ຍືນຍົງຈົນມາຮອດປະຈຸບັນ. ທ່ານ ກວັນ ແບ່ງປັນວ່າ:

“ນັບແຕ່ເມື່ອເປີດນຳໃຊ້ຮູບການນີ້ ຂ້າພະເຈົ້າກໍ່ຮູ້ສຶກກັງວົນ, ຢູ່ບາງແຂວງ ເຂົາເຈົ້າໄດ້ເຮັດແລ້ວ ແຕ່ສຳລັບຕົນຍັງເປັນສິ່ງທີ່ໃຫມ່ອ່ຽມ. ການທ່ອງທ່ຽວວົງຄະນາຍາດ ແມ່ນແຕກຕ່າງກັບຮ້ານອາຮ້ານຫລືໂຮງແຮມ, ຂ້າພະເຈົ້າແມ່ນຜູ້ທຳອິດທີ່ເຮັດບໍລິການນີ້ ສະນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເຫັນໄດ້ວ່າ ເຮັດບໍລິການທ່ອງທ່ຽວ homestayແມ່ນເພີ່ມລາຍຮັບໃຫ້ຄອບຄົວ ປະກອບສ່ວນສ້າງວຽກເຮັດງານທຳໃຫ້ລູກຫຼານ, ປະກອບສ່ວນພັດທະນາເສດຖະກິດຢູ່ບໍລິເວນ. Homestay ກໍ່ໄດ້ປະກອບສ່ວນສ້າງຄວາມງາມໃຫ້ບ້ານເກີດເມືອງນອນ”

ພັດທະນາທ່ອງທ່ຽວວົງຄະນາຍາດຢູ່ ນະຄອນ ເຊີນລາ - ảnh 2ບ້ານ ມ່ອງ ຕາແສງ ຮົວລາ. ພາບ: vietnamtourism.gov.vn

ບ້ານ ຮຸ້ມ ຢູ່ ຕາແສງ ຈຽງຊົມ ຫ່າງຈາກໃຈກາງ ນະຄອນ ເຊີນລາ ໄປປະມານ 3 ກິໂລແມັດ. ຢູ່ທີ່ນີ້ ມີທິວທັດທຳມະຊາດສວຍງາມດັ່ງໃນຝັນ ດ້ວຍທົ່ງນາກວ້າງໃຫຍ່, ຖ້ຳ ເຖີມລຽງ ແລະ ແມ່ນ້ຳລາ.. ປະຈຸບັນ ບ້ານ ຮຸ້ມ  ຍັງຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຜູ້ໄທ, ສະຖາປັດຕະຍະກຳເຮືອນຢູ່, ຮີດຄອງປະເພນີ, ວັດທະນະທຳອາຫານການກິນ.. ຢູ່ ບ້ານຮຸ້ມ, ນັກທ່ອງທ່ຽວສາມາດເຂົ້າຮ່ວມການເຄື່ອນໄຫວຜະລິດພ້ອມກັບພໍ່ແມ່ປະຊາຊົນຄື: ເຮັດນາ, ຫາປາ ຫລື ຂຶ້ນພູ, ຄົ້ນຫາຖ້ຳຕ່າງໆ…

ຖ້າຊ່ຳນັ້ນຍັງບໍ່ພໍ, ນັກທ່ອງທ່ຽວ ຍ່າງເລາະໄປອີກປະມານ 5 ກິໂລແມັດ ກໍ່ຈະຮອດ ບ້ານ ມ່ອງ ຕາແສງ ຮົວລາ ຊື່ງແມ່ນບ່ອນມີຫ້ວຍນ້ຳອຸ່ນຕະຫລອດປີ ຢູ່ລະດັບ 36 - 38ອົງສາ C.

ນັບແຕ່ເມື່ອເຂົ້າຮ່ວມການເຄື່ອນໄຫວທ່ອງທ່ຽວວົງຄະນາຍາດ, ຊີວິດຂອງປະຊາຊົນຢູ່ ບ້ານ ມ່ອງ (ຕາແສງ ຮົວລາ) ກໍ່ມີການປ່ຽນແປງຢ່າງຕັ້ງຫນ້າ. ປະຈຸບັນ ບ້ານມີເກືອບ 60 ຄອບຄົວສະຫນອງບໍລິການອາບນ້ຳອຸ່ນ ແລະ ສອງຄອບຄົວດຳເນີນທຸລະກິດບໍລິການ homestay. ເມື່ອມາພັກຜ່ອນບຳລຸງສຸຂະພາບຢູ່ ໝູ່ບ້ານຕ່າງໆ ໃນແຂວງ ເຊີນລາ, ນັກທ່ອງທ່ຽວຈະເຫັນໄດ້ຈຸດສະເພາະ, ໃນນັ້ນມີອາຫານການກິນຂອງຊາວຊົນເຜົ່າ ແລະ ພົວພັນແລກປ່ຽນວັດທະນະທຳ. ເອື້ອຍ ຫລູ່ທິຟຸກ, ຊາວບ້ານບໍ ແມ່ຄົວຂອງ Homestay ຕຽນກວັນ ຢູ່ບ້ານ ບໍ ໃຫ້ຮູ້ວ່າ:

 “ ເຍື່ອງອາຫານຂອງຊາວເຜົ່າໄທ ແມ່ນມີຄວາມເປັນເອກະລັກ ດ້ວຍລົດຊາດ ເພຂີງ, ສີໄຄ, ກະທຽມ, ໝາກເພັດ, ໝາກແຄ່ນ, ປະສົມກັບເຄື່ອງປຸງຊະນິດອື່ນອີກເພື່ອສ້າງເປັນລົດຊາດ, ກິ່ນຂອງເຍື່ອງອາຫານ. ຕົວຢ່າງຄື ເຍື່ອງທີ່ປຸງແຕ່ງດ້ວຍໄກ່ ຕ້ອງເອົາໃບໝາກນາວໃສ່, ປາຕ້ອງເອົາໃບບົວລະພາ, ຜັກຊີ, ຫອມແປ້ນໃສ່. ເຍື່ອງອາຫານຂອງຊົນເຜົ່າຜູ້ໄທ ສ່ວນຫຼາຍຈະເປັນປະເພດປີ້ງຄື ປີ້ງໄກ່, ປີ້ງປາ, ປີ້ງຊີ້ນໝູຟັກຫໍ່ໃບຕອງຈິງ,...ຍັງມີເຍື່ອງອາຫານອື່ນອີກຄື ແກງບອນ, ແກງໝາກຂົມຕາມລະດູ... ນັ້ນແມ່ນເຍື່ອງອາຫານທີ່ພວກຂ້າພະເຈົ້າເອົາຕ້ອນຮັບແຂກ.

ກ່ຽວກັບການພົວພັນແລກປ່ຽນສິລະປະວັນນະຄະດີ, ບັນດາ homestay ໄດ້ດຶງດູດເອົານັກທ່ອງທ່ຽວມາພົບປະແລກປ່ຽນນຳກັນຜ່ານວາດຟ້ອນຂອງຊາວເຜົ່າຜູ້ໄທ, ເຜົ່າມົ້ງ, ເມື່ອງ, ລາວ, ຂະມຸ..

ໂດຍເຫັນປະຈັກຕາການປ່ຽນແປງຂອງບັນດາຄອບຄົວທີ່ເຂົ້າຮ່ວມການພັດທະນາການທ່ອງທ່ຽວວົງຄະນາຍາດຢູ່ ເຊີນລາ, ເອື້ອຍ ຫງວຽນເທຶອງເງິນ, ນັກຖ່າຍຮູບ ທັງເປັນສະມາຊິກໃນສະໂມສອນຮ່າໂນ້ຍແບກເປ້ໄປທ່ຽວ ໄດ້ແບ່ງປັນວ່າ:

“ຂ້າພະເຈົ້າມາຢ້ຽມຢາມ ເຊີນລາ ກ່ອນນີ້ 10 ປີ ແລະ ໄດ້ກັບຄືນມາຫລາຍຄັ້ງແລວ. ດີໃຈສຸດແມ່ນຄ່າຄອຊີບຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນຫລາຍແລ້ວ ນັບແຕ່ເມື່ອເຂົ້າຮ່ວມເຮັດບໍລິການວົງຄະນາຍາດຢ່າງເປັນມື ອາຊີບ. ເຖິງຢ່າງໃດກໍຕາມ, ສີສັນວັດທະນະທຳກໍ່ຄືບຸຄະລິກກະພາບຂອງເຂົາເຈົ້າຍັງຄົງລຽບງ່າຍ, ຮັກແພງແຂກຄົນຄືເກົ່າ ບໍ່ໄດ້ປ່ຽນແປງ.”

ບັນດາຮູບແບບທ່ອງທ່ຽວວົງຄະນາຍາດຢູ່ ເຊີນລາ ໄດ້ປະກອບສ່ວນບໍ່ແມ່ນຫນ້ອຍໃຫ້ແກ່ການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ. ມີຮີດຄອງປະເພນີ, ການລະຫລິ້ນພື້ນເມືອງ, ງານບຸນ, ອາຊີບທີ່ເປັນມູນເຊື້ອໄດ້ຮັບການຟື້ນຟູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເມື່ອຕິດພັນກັບການພັດທະນາທ່ອງທ່ຽວ, ປະກອບສ່ວນຫັນການເຄື່ອນໄຫວທ່ອງທ່ຽວໃຫ້ເປັນຫລາຍຮູບຫຼາຍແບບກວ່າເພື່ອໃຫ້ແຂກມາທ່ຽວນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ