ພັດທະນາສິລະປະກິລາບານເຕະຫວຽດນາມ

(VOVWORLD) -ເລື່ອງສ້າງຕັ້ງສະໂມສອນ Around The World, ສະໂມສອນສິລະປະກິລາບານເຕະແຫ່ງທຳອິດຢູ່ຫວຽດນາມ ເມື່ອປີ 2008 ໄດ້ຮັບຖືວ່າເປັນຂີດໝາຍການເປີດຕົວສິລະປະກິລາບານເຕະຫວຽດນາມ.

ພັດທະນາສິລະປະກິລາບານເຕະຫວຽດນາມ - ảnh 1 ສິລະປະກິລາບານເຕະຫວຽດນາມ

(ພາບ: TTXVN)

11 ປີຜ່ານມາ, ນັບແຕ່ເມື່ອສິລະປະກິລາບານເຕະໄດ້ແຊກແຊງເຂົ້າຫວຽດນາມ, ພະລັງແຮງຊີວິດຂອງກິລາປະເພດນີ້ຍັງບໍ່ທັນຖືກຫຼຸດລົງເທື່ອ. ສິລະປະກິລາບານເຕະຫວຽດນາມ ໄດ້ຈັດເຈົ້າ top ແຖວໜ້າຢູ່ພາກພື້ນອາຊີ.

        ສິລະປະກິລາບານເຕະແມ່ນປະເພດກິລາພັດທະນາຈາກບານເຕະຢູ່ຕາມທ້ອງຖະໜົນ. ພຽງແຕ່ດ້ວຍໝາກບານໜ່ວຍດຽວ ແລະ ມີບ່ອນກວ້າງຂວາງຢ່າງພຽງພໍ, ຜູ້ຫຼີ້ນກໍ່ສາມາດສະແດງເຕັກນິກສ່ວນຕົວທີ່ຄ່ອງແຄ້ວບໍ່ຕ່າງຫຍັງກັບການສະແດງ “ກາຍຍະສິນ” ກັບໝາກບານ.

        ວິວັດທະນາການພັດທະນາກິລາປະເພດນີ້ຂອງຫວຽດນາມ ມີຈຸດໂດດເດັ່ນເປັນພິເສດ. ປີ 2008 Nam The Man - ແຊັມໂລກຊາວ ອາຍແລັນ ເຊື້ອຊາດຫວຽດນາມ ໄດ້ມາ ສ້າງຕັ້ງສະໂມສອນ Around The World, Forum ສິລະປະກິລາບານເຕະແຫ່ງທຳອິດຢູ່ຫວຽດນາມ ແລະ ຫຼັງຈາກນັ້ນແມ່ນບັນດາການເຄື່ອນໄຫວສະແດງຢູ່ພາຍໃນປະເທດເພື່ອໂຄສະນາກິລາປະເພດສິລະປະນີ້. ນັກກິລາ ໂງຕວ່ານທັ໊ງ, ໃຫ້ຮູ້ວ່າ.

        “ເມື່ອເຂົ້າຮ່ວມສະໂມສອນ Around The World ຂ້າພະເຈົ້າໄດ້ພົບປະແລກປ່ຽນກັບບັນດາລຸ້ນອ້າຍ. ຂ້າພະເຈົ້າໄດ້ຮ່່ຳຮຽນເອົາບົດຮຽນ, ບໍ່ພຽງແຕ່ແບ່ງປັນກ່ຽວກັບສິລະປະກິລາບານເຕະເທົ່ານັ້ນ, ຫາກຍັງແມ່ນບົດຮຽນໃນການດຳລົງຊີວິດອີກດ້ວຍ”.

        ສິລະປະກິລາບານເຕະເຄີຍໄດ້ແນະນຳໃນໂທລະພາບຫວຽດນາມ ຜ່ານການແຂ່ງຂັນໂດຍບໍລິສັດ Pepsi ຈັດຕັ້ງເມື່ອປີ 2000, ແຕ່ Freestyle Soccer ຫຼືເອີ້ນວ່າ “ສິລະປະກິລາບານເຕະ” ໃນຄາວນັ້ນກິລາປະເພດນີ້ໄດ້ຮັບການຮູ້ຈັກຜ່ານການແຂ່ງຂັນຢູ່ຮ່າໂນ້ຍ ດ້ວຍຊື່ວ່າ “Hanoi Freestyle Contest”. ການແຂ່ງຂັນນີ້ໂດຍຜູ້ໄດ້ຮັບຖືວ່າແມ່ນຜູ້ມີສີມືຢູ່ຫວຽດນາມ ແມ່ນ ຫງວຽນຮ່ວາຍນາມ ແລະ ບັນດາສະມາຊິກໃນສະໂມສອນ Around The World ຈັດຕັ້ງເມື່ອປີ 2008. ຫຼັງຈາກນັ້ນເປັນເວລາ 1 ປີ, ບັນດາກຸ່ມສິລະປະກິລາບານເຕະໄດ້ເລີ່ມຮັບການສ້າງຕັ້ງ ແລະ ຂະຫຍາຍຢູ່ 3 ນະຄອນໃຫຍ່ແມ່ນ: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈີມິນ. ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ສະໂມສອນ Around The World ໄດ້ສ້າງແຫຼ່ງບັນດານໃຈໃຫ້ຫຼາຍຄົນ, ໂດຍສະເພາະແມ່ນເຍົາວະຊົນ, ຊ່ວຍໃຫ້ເຂົາເຈົ້າມີຄວາມຢຶດໝັ້ນໃນການຝຶກແອບ, ສະແດງ. ນັກກິລາ ຫງວຽນຈ໊ຽນທັ໊ງ, ແບ່ງປັນວ່າ.

        “ເມື່ອເຂົ້າຮ່ວມ ແລະ ຝຶກແອບບັນດາຈັງຫວະຕ່າງໆ ຂ້າພະເຈົ້າຍິ່ງມີຄວາມເມົາມົວຫຼົງໄຫຼ ແລະ ມີຄວາມຕັດສິນໃຈຮຽນຂຶ້ນກວ່າເກົ່າ, ເພາະວ່າມັນຊ່ວຍໃຫ້ຂ້າພະເຈົ້າຫຼຸດຜ່ອນຄວາມກົດດັ່ນພາຍຫັຼງຊົ່ວໂມງຮຽນ ແລະ ເຮັດວຽກເຄັ່ງຕຶງ. ຂ້າພະເຈົ້າໄດ້ຝຶກແອບກິລາປະເພດນີ້ 4 – 5 ຄັ້ງ/ອາທິດ, ແຕ່ລະຄັ້ງແກ່ຍາວເປັນເວລາ 1 – 2 ຊົ່ວໂມງ. ຂ້າພະເຈົ້າຄິດວ່າ, ໃນໄລຍະຈະມາເຖິງຂ້າພະເຈົ້າຈະເຂົ້າຮ່ວມແຂ່ງຂັນເປັນອາຊີບ”.

        ສິລະປະກິລາບານເຕະເລີ່ມພັດທະນາຢ່າງແຮງພາຍຫຼັງການແຂ່ງຂັນລະດັບຊາດໄດ້ຮັບການຈັດຕັ້ງເມື່ອປີ 2009 ແລະ 2013. ຫຼັງຈາກນັ້ນແມ່ນການແຂ່ງຂັນລະດັບອາຊີ ເຊິ່ງໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ ເປັນຄັ້ງທຳອິດ. ນັ້ນແມ່ນຄັ້ງທຳອິດທີ່ຫວຽດນາມ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບໃນອາຊີ ແລະ ນອນໃນ top 6 ໃນຕາຕະລາງຈັດອັນດັບໂລກ... ປີ 2018, ຫງວຽນງອັກຟ໊າດ ໄດ້ແມ່ນຜູ້ຕາງໜ້າຫວຽດນາມ ໄປເຂົ້າຮ່ວມການແຂ່ງຂັນ Redbull Street Style ເຊິ່ງດຳເນີນຢູ່ໂປໂລຍ ແລະ ກໍ່ແມ່ນຜູ້ທີ່ຍາດແຊັມໃນການແຂ່ງຂັນສິລະປະດັ່ງກ່າວ, ຜ່ານນັ້ນກໍ່ຈະຕາງໜ້າໃຫ້ Freestyle Football ຫວຽດນາມ ໄປແຂ່ງຂັນໃນຮອບຊິງຊະນະເລີດລະດັບໂລກປີ 2019 ຢູ່ອາເມລິກາ ໃນເດືອນ ພະຈິກ ຈະມາເຖິງ. ນັກກິລາ ຫງວຽນງອັກຟ໊າດ, ໃຫ້ຮູ້ວ່າ.

        “ໃນຫຼາຍປີຜ່ານມາ, ກຸ່ມຂອງນ້ອງໄດ້ໄປຂໍການອຸປະຖຳ ແລະ ຈັດຕັ້ງບັນດາການແຂ່ງຂັນລະດັບຊາດ ເພື່ອໃຫ້ຜູ້ມັກຫຼີ້ນກິລາປະເພດນີ້ໄດ້ພົບປະແລກປ່ຽນເຊິ່ງກັນ ແລະ ກັນ. ຜ່ານບັນດາການແຂ່ງຂັນນັ້ນ ພວກເພື່ອນຈະເຫັນໄດ້ຈຸດດີຈຸດອ່ອນຂອງຕົນ ແລະ ມີແຫຼ່ງບັນດານໃຈເພື່ອຮັກສາຄວາມເມົາມົວຫຼົງໄຫຼນັ້ນ”.

        ຢູ່ໃນລະດັບທະວີບ, ສິລະປະກິລາບານເຕະຫວຽດນາມ ມີທີ່ຕັ້ງຢ່າງຈະແຈ້ງ, ພຽງແຕ່ຖັດຈາກຍີ່ປຸ່ນ ແລະ ເທົ່າທຽມກັບອິນໂດເນເຊຍ ເທົ່ານັ້ນ. ທັງແມ່ນກິລາປະເພດໜຶ່ງ ແຕ່ກໍ່ມີລັກສະນະສິລະປະສູງ ແລະ ມີການສົ່ງເສີມຢ່າງມີຫົວຄິດປະດິດສ້າງແບບສະບາຍໃຫ້ແກ່ຜູ້ຫຼີ້ນ. ກິລາປະເພດນີ້ບໍ່ຕ້ອງລົງທຶນຫຼາຍ, ສະນັ້ນ ຈຶ່ງດຶງດູດເພື່ອນໜຸ່ມຫວຽດນາມ ໄດ້ຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ