ລາວກາຍ ພັດທະນາຮູບແບບທ່ອງທ່ຽວກະສິກຳ

(VOVWORLD) - ເພື່ອແນໃສ່ຍົກສູງຄຸນນະພາບການທ່ອງທ່ຽວ, ດ້ວຍເປົ້າໝາຍ ສ້າງຫລາຍຮູບແບບການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ດູດດື່ມ ພວມແມ່ນວິທີຊື່ງຫົວຫນ່ວຍຂຸດຄົ້ນການທ່ອງທ່ຽວຢູ່ ລາວກາຍ ພວມມຸ່ງໄປເຖິງ. ຈຸດເວລານີ້ ຫລາຍບໍລິສັດທ່ອງທ່ຽວຢູ່ ລາວກາຍ ພວມຍູ້ແຮງປະຕິບັດ ຮູບແບບການທ່ອງທ່ຽວກະສິກຳສົມທົບກັບການຂຸດຄົ້ນຄຸນຄ່າສີສັນ ວັດທະນະທຳທີ່ເປັນມູນເຊື້ອຂອງທ້ອງຖິ່ນ.

ລາວກາຍ ພັດທະນາຮູບແບບທ່ອງທ່ຽວກະສິກຳ - ảnh 1ສວນ Strawberry  ຂອງສະຫະກອນ ທັງເລິ້ຍ ຢູ່ ຕາແສງ ຕ໋າຝີ່ນ. (ພາບ: ຫງວຽນຕວັນ)

ດ້ວຍເນື້ອທີ່ ປູກ Strawberry ໃນເຮືອນຮົ່ມພຽງແຕ່ 2 ເຮັກຕາປາຍເທົ່ານັ້ນ, ແຕ່ລະມື້ ສວນ Strawberry ຂອງສະຫະກອນ ທັງເລີ້ຍ ຢູ່ ຕາແສງ ຕ໋າຟີ່ນ ເທດສະບານ ຊາປາ ຕ້ອນຮັບແຂກມາຢ້ຽມຊົມກວ່າ 300 ເທື່ອຄົນ. ເພື່ອເຂົ້າຮ່ວມຕົວຈິງໃນຂັ້ນຕອນການປູກ, ບົວລະບັດ, ເກັບກູ້ ແລະ ຊີມໝາກ Strawberry ທີ່ຫວານ ຫອມ ຢູ່ສວນ ພວມແມ່ນຮູບແບບການທ່ອງທ່ຽວທີ່ດຶງດູດໃຈ ເມື່ອນັກທ່ອງທ່ຽວມາທ່ຽວ ຢູ່ ຊາປາ.

 “ນີ້ແມ່ນຄັ້ງທີ 3 ແລ້ວທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມ ຊາປາ ແລະ ເປັນຄັ້ງທຳອິດທີ່ໄດ້ມາຢ້ຽມຊົມ ສວນ Strawberry. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ແລະ ມັກທີ່ສຸດເມື່ອຮູ້ຈັກວິທີປູກຕົ້ນ Strawberry ແລະ ໄດ້ເກັບກູ້ໝາກ Strawberry ສຸກຫອມ”

ເມື່ອເວົ້າເຖິງວຽກງານຕ້ອນຮັບແຂກ, ກໍ່ຄືຊ່ວຍໃຫ້ນັກທ່ອງທ່ຽວໄດ້ເຂົ້າຮ່ວມຕົວຈິງໃນຮູບແບບທ່ອງທ່ຽວກະສິກຳ. ເອື້ອຍ ໂດ໋ຖູ່ຍລິງ ຜູ້ຄຸ້ມຄອງສວນ Strawberry ຂອງສະຫະກອນ ທັງເລິ້ຍ ໃຫ້ຮູ້ວ່າ:

ປະຈຸບັນ ຜູ້ໃດກໍ່ໄດ້ສັກວັກຊິນກັນໂຄວິດ 3 ເຂັມ ໝົດແລ້ວ, ປະຊາຊົນໄດ້ພາກັນໄປທ່ຽວຫລາຍຂຶ້ນ. ແຕ່ບຸນເຕັດມານີ້ ສວນ Strawberry ຂອງພວກຂ້າພະເຈົ້າ ບໍ່ມີ Strawberry  ພຽງພໍເພື່ອຕອບສະຫນອງໃຫ້ນັກທ່ອງທ່ຽວມາຢ້ຽມຊົມ. ບາງເທື່ອ ໃນສວນ Strawberry ບໍ່ມີຫນ່ວຍໃດສຸກເລີຍ ນັກທ່ອງທ່ຽວຕ້ອງເກັບເອົາຫນ່ວຍເຫີ່ມ ກັບເມືອ”

ໃນຈຸດເວລານີ້ ສວນຜັກກາດຢູ່ຕາແສງ ຮ່ວາງລຽນ ແລະ ຕ໋າວານ ຢູ່ ຊາປາ ພວມອອກດອກເບັ່ງບານສີສັນ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມ ແລະ ຖ່າຍຮູບເປັນຈຳນວນຫລວງຫລາຍ. ພ້ອມກັນນັ້ນ ບັນດາຮູບແບບເຂົ້າຮ່ວມຕົວຈິງ ຕິດພັນກັບການພັດທະນາຟາມລ້ຽງແກະ, ຫນອງປາ ກໍ່ໄດ້ຮັບການລົງທຶນຈາກຫລາຍຫົວຫນ່ວຍ, ສ່ວນບຸກຄົນ ເພື່ອຮັບໃຊ້ນັກທ່ອງທ່ຽວ. ທ່ານ ຫງວຽນຈູງກຽນ, ຮອງຫົວຫນ້າເຂດທ່ອງທ່ຽວ ກາດກາດ ເທດສະບານ ຊາປາ ໃຫ້ຮູ້ວ່າ: ຕ້ອນຮັບແຂກທ່ອງທ່ຽວໄປຄຽງຄູ່ກັບການປ້ອງກັນຕ້ານໂລກລະບາດ ຍັງແມ່ນປັດໄຈທຳອິດໂດຍບັນດາຫົວຫນ່ວຍໄດ້ເອົາໃຈໃສ່ປະຕິບັດເປັນພິເສດ.

 “ພວກຂ້າພະເຈົ້າລະດົມທຸກຄົນໃນເຂດທ່ອງທ່ຽວ ເຮັດແນວໃດເພື່ອປ້ອງກັນຕ້ານໂລກລະບາດເປັນຢ່າງດີ ແລະ ຍາມໃດກໍ່ກຳນົດຈິດໃຈໄວ້ວ່າຕ້ອງດຳລົງຊີວິດຢູ່ຮ່ວມກັບໂລກລະບາດ. ສິ່ງສຳຄັນ ນັ້ນແມ່ນ ເມື່ອເປີດປະຕູການທ່ອງທ່ຽວຄືນໃຫມ່ ຕ້ອງສ້າງວິທີການໃຫ້ໄດ້ເຮັດແນວໃດເພື່ອຮັບປະກັນການຕ້ອນຮັບແຂກຢ່າງປອດໄພທີ່ສຸດ”

ລາວກາຍ ພັດທະນາຮູບແບບທ່ອງທ່ຽວກະສິກຳ - ảnh 2ສວນຕົ້ນຜັກກາດຢູ່ ຕາແສງ ຮ່ວາງລຽນເຊີນ ຢູ່ ຊາປາ. (ພາບ: dantri)

ປະຈຸບັນ, ຮູບແບບເຂົ້າຮ່ວມການເຮັດອາຊີບກະສິກຳມື້ຫນຶ່ງ ພວມໄດ້ຮັບຄວາມສົນໃຈຈາກແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ຊາປາ. ພັດທະນາການທ່ອງທ່ຽວກະສິກຳ ກໍ່ແມ່ນກຳລັງຫນູນສົ່ງເສີມປະຊາຊົນປັບປຸງດິນຜະລິດ, ພັດທະນາການປູກຝັງ, ລ້ຽງສັດ, ປະກອບສ່ວນເຮັດໃຫ້ທິວທັດທຳມະຊາດສວຍງາມກວ່າ ແລະ ຍົກສູງລາຍຮັບໃຫ້ປະຊາຊົນ. ທ່ານ ເວືອງຈິງກວັກ, ປະທານ ຄະນະກຳມະການປະຊາຊົນ ເທດສະບານ ຊາປາ ໃຫ້ຮູ້ວ່າ: ອຳນາດການປົກຄອງທ້ອງຖິ່ນ ຍູ້ແຮງວຽກງານໂຄສະນາ, ຂົນຂວາຍ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນ ກ່ຽວກັບບັນດາຜົນປະໂຫຍດອັນແທດຈິງຈາກການພັດທະນາກະສິກຳ ຕິດພັນກັບ ການທ່ອງທ່ຽວ. ພ້ອມກັນນັ້ນ ແມ່ນວາງອອກບັນດາມາດຕະການກ່ຽວກັບການວາງແຜນກຳນົດທີ່ດິນ, ກໍ່ສ້າງ, ວາງແຜນຜັງການທ່ອງທ່ຽວຕາມທິດພັດທະນາແບບຍືນຍົງ.

“ເພື່ອແກ່ຍາວເວລາພັກອາໄສ, ແຂກທ່ອງທ່ຽວໄດ້ໄປຢ້ຽມຊົມ ເຂົ້າຮ່ວມຕົວຈິງ. ຢູ່ຕາມຈຸດນັດພົບ ທີ່ແມ່ນບ່ອນພັກຜ່ອນບຳລຸງສຸຂະພາບ, ບ້ານຂອງຊາວຊົນເຜົ່າ, ເຂດຜະລິດກະສິກຳ ພິເສດ ແມ່ນກໍ່ສ້າງເຂດພັກຜ່ອນບຳລຸງສຸຂະພາບ ລ້ວນແຕ່ບັນລຸມາດຕະານ ແລະ ມີຄຸນນະພາບສູງ”

          ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ນັບແຕ່ຕົ້ນປີ ມາຮອດປະຈຸບັນ ຈຶ່ງມີກວ່າ 300.000 ເທື່ອຄົນມາຢ້ຽມຢາມ ລາວກາຍ, ລາຍຮັບຄາດວ່າບັນລຸ 1000 ຕື້ດົ່ງ, ເຊິ່ງບັນລຸແຕ່ 30% ເມື່ອທຽບໄສ່ໄລຍະກ່ອນເກີດໂລກລະບາດ. ເພື່ອໃຫ້ຂະແຫນງທ່ອງທ່ຽວພັດທະນາ ການທ່ອງທ່ຽວກະສິກຳ ພວມແມ່ນທິດກ້າວເດີນແບບຍືນຍົງ, ຍາວນານ ຢູ່ ເທດສະບານ ຊາປາ ກໍ່ຄື ຂອງແຂວງ ລາວກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ