ວັນບຸນສົ່ງເສີມການຮ່ຳຮຽນ - ຄວາມງາມທາງດ້ານວັດທະນະທຳຍາມລະດູບານໃໝ່

(VOVWORLD) -ເມື່ອບຸນເຕັດ, ລະດູບານໃໝ່ວຽນມາໃນແຕ່ປີ, ມີຫຼາຍຄອບຄົວ, ວົງຕະກູນ, ເຂດຊຸມຊົນໃນທຸກແຖບຖິ່ນ ກໍພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຮ່ຳຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ, ຍ້ອງຍໍຊົມເຊີຍພວກລູກຫຼານບັນລຸຜົນງານດີໃນການຮ່ຳຮຽນ ແລະ ເຮັດວຽກ. ການເຄື່ອນໄຫວສົ່ງເສີມການຮ່ຳຮຽນຍາມຕົ້ນປີໃໝ່ ໄດ້ຖືກຈັດຂຶ້ນເປັນວັນບຸນສົ່ງເສີມການຮ່ຳຮຽນດ້ວຍຄວາມໝາຍເຊີດຊູມູນເຊື້ອມັກຮຽນ ແລະ ປາດຖະໜາໃນປີໃໝ່ຈະປະສົບຜົນສຳເລັດໃໝ່ນາໆປະການ
ວັນບຸນສົ່ງເສີມການຮ່ຳຮຽນ -  ຄວາມງາມທາງດ້ານວັດທະນະທຳຍາມລະດູບານໃໝ່ - ảnh 1ວົງຕະກູນມັກການຮ່ຳຮຽນ 

ການຕ້ອນຮັບບຸນເຕັດປີຈໍປີນີ້ ຂອງນາງຝ້າມທິຮົ່ງລວານຊຶ່ງເປັນຜູ້ໃກ້ຈະກາຍເປັນເອື້ອຍຄູ່, ເປັນສະມາຊິກໃນວົງຕະກູນ ຝ້າມຢຸຍທີ່ຕາແສງເຍີນຈິ້ງ, ເມືອງຫຼີເຍີນ, ແຂວງຮ່ານາມ ແມ່ນມີຄວາມໝາຍສຳຄັນພິເສດ, ເພາະນາງສາມາດເຮັດໄດ້ວຽກງານທຳອິດໃນຊີວິດຂອງຕົນ, ນັ້ນແມ່ນເສັງໄດ້ຄະແນນ ເຂົ້າມະຫາວິທະຍາໄລສ້າງຄູຮ່າໂນ້ຍສາຂາຢູ່ຮ່ານາມ. ຝ້າມທິຮົ່ງລວານ ແບ່ງປັນວ່າ . ຊຸມປີກ່ອນໆ, ເມື່ອໄດ້ເຂົ້າຮ່ວມ ວັນບຸນສົ່ງເສີມການຮ່ຳຮຽນຂອງວົງຕະກູນ, ກໍໄດ້ເຫັນພວກອ້າຍເອື້ອຍໃນວົງຕະກູນໄດ້ຮັບາກນຍ້ອງຍໍຊົມເຊີຍກ່ຽວກັບຜົນງານການຮ່ຳຮຽນ. ນີ້ແມ່ນກຳລັງໜູນເພື່ອໃຫ້ຝ້າມທິຮົ່ງລວານຕັດສິນໃຈສູ້ຊົນ ເສັງໄດ້ຄະແນນ ເຂົ້າມະຫາວິທະຍາໄລສ້າງຄູ.   ຝ້າມທິຮົ່ງລວານ ໃຫ້ຮູ້ວ່າ : (ເທບ)

     “ ນີ້ເປັນຄັ້ງທຳອິດ ທີ່ນ້ອງໄດ້ຮັບທຶນສຶກສາຂອງວົງຕະກູນ ຝ້າມຢຸຍ. ນ້ອງຮູ້ສຶກເບີກບານໃຈ ເພາະແມ່ນໜຶ່ງໃນບັນດານັກຮຽນ, ນັກສຶກສາໄດ້ຮັບລາງວັນ. ນີ້ກໍແມ່ນລາງວັນສຳລັບສົກຮຽນຜ່ານມາ ຊຶ່ງນ້ອງໄດ້ພະຍາຍາມຮ່ຳຮຽນ. ນີ້ຖືກວ່າ ນີ້ແມ່ນກຳລັງໜູນ ເພື່ອສູ້ຊົນຮ່ຳຮຽນໃນປີໃໝ່ ໃຫ້ບັນລຸຜົນງານສູງກວ່າ ”

       ແຕ່ປີ 2005 ມາຮອດປະຈຸບັນ, ໃນໂອກາດວັນໄຫວ້ບູຊາບັນພະບຸລຸດຂອງວົງຕະກູນ ແລະ ໃນຍາມຕົ້ນປີໃໝ່, ວົງຕະກູນຝ້າມຢຸຍ ພັດຈັດຕັ້ງ ວັນບຸນສົ່ງເສີມການຮ່ຳຮຽນເພື່ອມອບລາງວັນໃຫ້ພວກລູກຫຼານທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ເຮັດວຽກ, ບັນດານັກຮຽນປະສົບກັບຄວາມຫຍຸ້ງຍາກ, ຮຽນເກັ່ງ, ຜ່ານຜ່າຄວາມຫຍຸ້ງຍາກ. ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ສະມາຊິກທຸກຄົນໃນ ວົງຕະກູນ ຈົ່ງປະກອບສ່ວນ, ແຜ່ບໍລິຈາກເພື່ອສ້າງກອງທຶນສົ່ງເສີມການຮ່ຳຮຽນຂອງ ວົງຕະກູນ.  ທ່ານຝ້າມຢຸຍເວືອງ ຮອງປະທານວົງຕະກູນຝ້າມຢຸຍ ທີ່ຕາແສງເຍີນຈິ້ງ ໃຫ້ຮູ້ວ່າ : 

         “ ການເຄື່ອນໄຫວນີ້ແມ່ນມີຄວາມໝາຍສຳຄັນສຳລັບວົງຕະກູນ ແລະ ລູກຫຼານຂອງວົງຕະກູນທີ່ພວມຮ່ຳຮຽນ. ພວກຂ້າພະເຈົ້າມອບລາງວັນນີ້ ກໍເພື່ອເປັນການສົ່ງເສີມການຮ່ຳຮຽນໃຫ້ພວກລູກຫຼານ, ທັງສືບທອດມູນເຊື້ອມັກຮຽນຂອງປູ່ຍ່າຕາຍາຍນັບແຕ່ປາງກ່ອນ. ເມື່ອພວກຫຼານໄດ້ຮັບລາງວັນນີ້, ກໍອວາຍໜ້າສູ່ກົກເຄົ້າເຫງົ້າກໍ ແລະ ຮູ້ສຶກມີຄວາມເປັນກຽດ. ພວກຂ້າພະເຈົ້າຈັດການເຄື່ອນໄຫວສົ່ງເສີມການຮ່ຳຮຽນຍາມຕົ້ນລະດູບານໃໝ່ ເພື່ອໃຫ້ພວກຫຼານເມື່ອກ້າວເຂົ້າສູ່ປີໃໝ່ ຈະມີບັນຍາກາດຮ່ຳຮຽນທີ່ດີກ່ວາປີຜ່ານມາ ”

       ວັນບຸນສົ່ງເສີມການຮ່ຳຮຽນ ແມ່ນການເຄື່ອນໄຫວວັດທະນະທຳມະນຸດ, ທັງເຊີດຊູການຮ່ຳຮຽນ, ທັງປະກອບສ່ວນສົ່ງເສີມມູນເຊື້ອມັກຮຽນໃນວົງຄະນະຍາດ. ແຕ່ລະປີ, ຮອດວັນທີ 2, ທີ 3 ຂອງບຸນເຕັດ, ວັນບຸນສົ່ງເສີມການຮ່ຳຮຽນຂອງຫຼາຍຄອບຄົວ, ວົງຕະກູນ, ເຂດຊຸມຊົນເຄີຍຖືກເລີ່ມຕົ້ນດ້ວຍການເຄື່ອນໄຫວຂີດຂຽນຍາມຕົ້ນລະດູບານໃໝ່. ບັນດາຜູ້ອາຍຸສູງກໍໄດ້ມອບຮູບຕົວໜັງສືໃຫ້ລູກຫຼານເປັນຂອງຂວັນ ພ້ອມທັງທົບທວນຄືນມູນເຊື້ອມັກການຮ່ຳຮຽນຂອງ ວົງຕະກູນ. ບັນດາຜົນງານໃນການຮ່ຳຮຽນ, ຫຼືໃບຍ້ອງຍໍຂອງລູກຫຼານ ໄດ້ສືບທອດມູນເຊື້ອມັກການຮ່ຳຮຽນ, ຄວາມເອກອ້າງທະນົງໃຈຂອງບ້ານເກີດເມືອງນອນ.     ທ່ານ ເຢືອງວັນຕ້ຽນ ຮອງຫົວໜ້າຄະນະສົ່ງເສີມການຮ່ຳຮຽນຂອງວົງຕະກູນ ເຢືອງກິງບັກ ໃຫ້ຮູ້ວ່າ :

     “ການເຄື່ອນໄຫວສົ່ງເສີມການຮ່ຳຮຽນຂອງວົງຕະກູນ ເຢືອງ ພວກຂ້າພະເຈົ້າ ເຄີຍຖືກຈັດຂຶ້ນຍາມຕົ້ນລະດູບານໃໝ່ ແລະ ພວກຂ້າພະເຈົ້າຖືວ່າ ນີ້ແມ່ນວັນບຸນ ແລະ ໃນວັນບຸນນີ້ ພວກຂ້າພະເຈົ້າໄດ້ມາພົບປະກັນ, ລະດົມໃຈແກ່ກັນ. ນີ້ກໍແມ່ນໂອກາດເພື່ອສະຫຼຸບບັນດາວຽກງານທີ່ໄດ້ປະຕິບັດໃນປີຜ່ານມາ ພ້ອມທັງວາງທິດທາງໃນປີຕໍ່ໄປ.  ”     

      ປະຈຸບັນ, ທົ່ວປະເທດມີ 1 ລ້ານຄອບຄົວໄດ້ຮັບນາມມະຍົດ “ ຄອບຄົວຮ່ຳຮຽນ” ແລະ ເກືອບ 60.000 ວົງຕະກູນໄດ້ ຮັບນາມມະຍົດ “ວົງຕະກູນຮ່ຳຮຽນ ” ແລະ ກວ່າ 210.000 ເຂດຊຸມຊົນໄດ້ຮັບນາມມະຍົດ “ເຂດຊຸມຊົນຮ່ຳຮຽນ”. ການເຄື່ອນໄຫວສົ່ງເສີມການຮ່ຳຮຽນເວົ້າລວມ ແລະ ວັນບຸນສົ່ງເສີມການຮ່ຳຮຽນເວົ້າສະເພາະ ພວມກາຍເປັນການເຄື່ອນໄຫວວັດທະນະທຳອັນດີງາມ ແລະ ມີຄວາມໝາຍຂອງຫຼາຍຄອບຄົວ, ວົງຕະກູນ, ເຂດຊຸມຊົນໃນໂອກາດເມື່ອບຸນເຕັດ, ລະດູບານໃໝ່ວຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ