ວິສາຫະກິດ Startup ຫວຽດນາມ ປັບຕົວໃຫ້ແທດເໝາະເພື່ອພັດທະນາ

(VOVWORLD) - ເດືອນຕົ້ນປີ 2021, ຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນກ່ຽວກັບຈຳນວນ ແລະ ທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນປີ 2020 ແລະ ເພີ່ມຂຶ້ນໃນບັນດາຂົງເຂດເຄື່ອນໄຫວເກືອບທັງໝົດ.

 ນີ້ແມ່ນສັນຍານທີ່ເປັນໜ້າຊື່ນຊົມຂອງພື້ນຖານເສດຖະກິດ ຫວຽດນາມ ເມື່ອບັນດານັກທຸລະກິດ, ວິສາຫະກິດໄດ້ສ້າງຍຸດທະສາດການດຳເນີນທຸລະກິດເປັນຮູບປະທຳ ແລະ ພວມປັບຕົວໃຫ້ແທດເໝາະ ເພື່ອພັດທະນາ, ປະກອບສ່ວນເຂົ້າຜົນງານລວມຂອງທົ່ວພື້ນຖານເສດຖະກິດປະເທດຊາດ.

ວິສາຫະກິດ Startup ຫວຽດນາມ ປັບຕົວໃຫ້ແທດເໝາະເພື່ອພັດທະນາ - ảnh 1(ພາບປະກອບ)

ໃນເດືອນ ມັງກອນ 2021, ທົ່ວປະເທດມີວິສາຫະກິດສ້າງຕັ້ງໃໝ່ກ່ວາ 10.000 ແຫ່ງ. ທຶນຈົດທະບຽນສະເລ່ຍຂອງວິສາຫະກິດສ້າງຕັ້ງໃໝ່ໃນເດືອນບັນລຸ 15,4 ຕື້ດົ່ງ, ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄລຍະດຽວກັນປີ 2020. ທົ່ວປະເທດກໍ່ມີວິສາຫະກິດ 6.503 ແຫ່ງກັບເຂົ້າສູ່ການເຄື່ອນໄຫວຄືນໃໝ່. ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ  ຖືວ່າ:

“ປີ 2020 ໄດ້ຊ່ວຍໃຫ້ປະຊາຄົມວິສາຫະກິດມີຄວາມຮັບຮູ້ຢ່າງຈະແຈ້ງກ່ວາ ກ່ຽວກັບຄວາມຮຽກຮ້ອງການເພີ່ມທະວີຄວາມສາມາດຕ້ານທານ ແລະ ກຳນົດທິດການພັດທະນາແບບຍືນຍົງ. ສະພາບຕົວຈິງຂອງປີຜ່ານມາ ແມ່ນບົດຮຽນອັນລ້ຳຄ່າໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໃນການສ້າງຍຸດທະສາດ ແລະ ຮູບການດຳເນີນທຸລະກິດເປັນຮູບປະທຳຄືນໃໝ່ຢ່າງຄວາມຮັບຜິດຊອບ, ບໍ່ພຽງແຕ່ສະຫງວນໃຫ້ບັນດາວິສາຫະກິດໃຫຍ່ ຕ້ອງກາຍເປັນຈຸດສຸມຂອງທັງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ຈຸນລະວິສາຫະກິດ, ຖ້າຢາກພັດທະນາຍາວນານບົນເສັ້ນທາງດຳເນີນທຸລະກິດຂອງຕົນ.”

ເພື່ອສ້າງຄວາມໝັ້ນຄົງໄດ້ໃນເງື່ອນໄຂເສດຖະກິດຫຍຸ້ງຍາກ ເພື່ອພັດທະນາ, ວິສາຫະກິດຫລາຍແຫ່ງ ໄດ້ມີບາດກ້າວກ້າຫານ, ສ້າງວິທີການດຳເນີນທຸລະກິດຂອງຕົນໃຫ້ສຳເລັດ ເພື່ອບໍ່ປະໃຫ້ຕົກເຂົ້າສູ່ສະພາບຖອຍຫລັງ. ໃນນັ້ນ ການຫັນປ່ຽນເປັນດີຈີຕອນ, ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ດຳເນີນທຸລະກິດແມ່ນວິທີການ ເຊິ່ງວິສາຫະກິດຫລາຍແຫ່ງພວມມຸ່ງໄປເຖິງ. ໃນ 10 ປີຜ່ານມາ, ບໍລິສັດຫຸ້ນສ່ວນເບ້ຍໄມ້ສູນກາງ  Vinaseed ແມ່ນຕົວຢ່າງທີ່ພົ້ນເດັ່ນໃນການນຳໃຊ້ວິທະຍາສາດ-ເຕັກນິກເຂົ້າໃນການຜະລິດ. Vinaseed  ໄດ້ລົງທຶນຫລາຍພັນຕື້ດົ່ງເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ສ້າງບັນດາສູນຄົ້ນຄວ້າ ແລະ ພັດທະນາ, ຫັນຮາກຖານທາງດ້ານວັດຖຸເຕັກນິກເປັນທັນສະໄໝ. ທ່ານນາງ ເຈິ່ນກິມລຽນ, ປະທານສະພາບໍລິຫານທັງເປັນຜູ້ອຳນວຍການໃຫຍ່ Vinaseed ຖືວ່າ:

“ເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ເຂົ້າຮ່ວມການເຊື່ອມໂຍງທົ່ວໂລກ, ຍົກສູງຄຸນນະພາບການເຄື່ອນໄຫວນັ້ນ ພວກຂ້າພະເຈົ້າໄດ້ສຸມໃສ່ວິທະຍາສາດ, ເຕັກໂນໂລຊີ. ຍ້ອນເຫດນັ້ນ ປະສິດທິຜົນ ແລະ ຂອບຂະໜາດຂອງບໍລິສັດໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ພິເສດແມ່ນໃນການປ່ຽນແປງໃໝ່ປະດິດຄິດສ້າງ, ພວກຂ້າພະເຈົ້າສຸມໃສ່ການຄົ້ນຄວ້າ, ເລືອກເອົາບັນດາແນວປູກທີ່ເໝາະສົມ, ຄາດຄະເນຕະຫລາດ ນັ້ນແມ່ນບົດບາດຂອງການປ່ຽນແປງໃໝ່ປະດິດຄິດສ້າງ ມັນຕັດສິນເຖິງກຳລັງຄວາມສາມາດແກ່ງແຍ້ງ. ”

ວິສາຫະກິດ Startup ຫວຽດນາມ ປັບຕົວໃຫ້ແທດເໝາະເພື່ອພັດທະນາ - ảnh 2Vinaseed  ໄດ້ລົງທຶນຫລາຍພັນຕື້ດົ່ງເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດ

ບັນດານັກຊ່ຽວຊານ ແລະ ວິສາຫະກິດຢັ້ງຢືນວ່າ ການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ ແມ່ນມາດຕະການຍົກສູງຄວາມສາມາດແກ່ງແຍ້ງຂອງວິສາຫະກິດ.

ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດວ່າ ວິສາຫະກິດແມ່ນ “ຈຸລັງ” ຂອງພື້ນຖານເສດຖະກິດ. ຖ້າຈຸລັງແຂງແຮງ, ພັດທະນາ ຄີງຮ່າງຂອງທົ່ວພື້ນຖານເສດຖະກິດຈະແຂງແຮງ. ຖ້າວິສາຫະກິດພັດທະນາຢ່າງກະໂດດຂັ້ນ ພື້ນຖານເສດຖະກິດກໍຈະພັດທະນາກະໂດດຂັ້ນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

“ບັນດາວິສາຫະກິດຄວນເຂົ້າໃຈວ່າ ການລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ ແມ່ນເສັ້ນທາງ “ສັ້ນທີ່ສຸດ” ເພື່ອບັນລຸໄດ້ປະສິດທິຜົນ, ເພີ່ມກຳລັງຄວາມສາມາດແກ່ງແຍ້ງ ແລະ ພັດທະນາແບບຍືນຍົງກ່ວາ. ພວກເຮົາຕ້ອງຊອກຫາຈຸດກະຕຸ້ນສົ່ງເສີມວິສາຫະກິດຫ້າວຫັນລົງທຶນເຂົ້າໃນການຄົ້ນຄວ້າພັດທະນາ ຫາກບໍ່ພຽງແຕ່ເປັນການຮຽກຮ້ອງດ້ວຍຄຳເວົ້າເທົ່ານັ້ນ. ສະນັ້ນ, ພ້ອມກັບນະໂຍບາຍກົດໝາຍ ແລະ ງົບປະມານ, ນັບທັງສິນເຊື່ອໃຫ້ເຕັກໂນໂລຊີ ແລະ ແຫຼ່ງຊັບພະຍາກອນມະນຸດຂອງລັດ, ຄວນຢັ້ງຢືນໃຈກາງການປ່ຽນແປງໃໝ່ປະດິດຄິດສ້າງ ຕ້ອງມາຈາກວິສາຫະກິດ ຕ້ອງຖືບັນດາຮູບແບບວິສາຫະກິດເປັນໃຈກາງໃນການປ່ຽນແປງໃໝ່ປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ.”

ວິສາຫະກິດ Startup ຫວຽດນາມ ປັບຕົວໃຫ້ແທດເໝາະເພື່ອພັດທະນາ - ảnh 3(ພາບປະກອບ)

ໃນຊຸມປີມໍ່ໆມານີ້, ຕົວເລກດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ປີ 2020 ຫວຽດນາມ ຢືນອັນດັບ 45 ໃນຈຳນວນ 126 ພື້ນຖານເສດຖະກິດ, ນຳໜ້າກຸ່ມປະເທດທີ່ມີລາຍຮັບສະເລ່ຍປານກາງຕ່ຳ. ຖ້າຄືເມື່ອກ່ອນນີ້, ງົບປະມານແຫ່ງລັດໄດ້ລົງທຶນເຂົ້າຂົງເຂດວິທະຍາສາດເຕັກໂນໂລຊີ 70% ແລະ ວິສາຫະກິດລົງທຶນ 30%, ແຕ່ປະຈຸບັນແມ່ນ 50/50. ໃນແຜນຮ່າງທິດທາງພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ແຕ່ປີ 2021 – 2025 ແລະ ແຜນຮ່າງຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 2021 – 2030 ຂອງລັດຖະບານ ຫວຽດນາມ ລ້ວນແຕ່ເນັ້ນໜັກເຖິງເນື້ອໃນ ສືບຕໍ່ພັດທະນາຢ່າງຮອບດ້ານແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ,  ການປ່ຽນແປງໃໝ່ປະດິດຄິດສ້າງຕິດພັນກັບການປຸກລຸກຄວາມຄາດຫວັງພັດທະນາປະເທດຊາດ, ຄວາມເອກອ້າງທະນົງໃຈປະເທດຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ, ປະຊາຊົນ ຫວຽດນາມ. ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ ໄດ້ຮັບການກຳນົດວ່າ ຈະສ້າງບາດກ້າວບຸກທະລຸກ່ຽວກັບສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງໃຫ້ປະເທດຊາດໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ