ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ປີ 2023: ມີຫລາຍສັນຍານທີ່ດີ

(VOVWORLD) -ພາຍຫລັງຜົນສຳເລັດໃນການສົ່ງຄົນງານເກືອບ 143.000 ຄົນໄປເຮັດວຽກຢູ່ຕ່າງປະເທດ, ບັນລຸເກືອບ 159% ແຜນການວາງອອກຂອງປີ 2022, ວຽກງານສົ່ງຄົນງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາໃນປີ 2023 ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ມີຄວາມຄືບຫນ້າດີ. ຕົວຈິງ ໃນໄລຍະຕົ້ນປີ, ການເຄື່ອນໄຫວສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ໄດ້ມີຫລາຍສັນຍານທີ່ດີ ຈາກບັນດາຕະຫລາດເດີມ ກໍຄືບັນດາຕະຫລາດໃຫມ່.

ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ປີ 2023: ມີຫລາຍສັນຍານທີ່ດີ - ảnh 1ຄົນງານ ຫວຽດນາມກ່ອນເດີນທາງໄປເຮັດວຽກຢູ່ ຍີ່ປຸ່ນ.ພາບ: VOV

ດ້ວຍບົດຮຽນປະສົບການໃນການສົ່ງຄົນງານ, ນັກຮຽນ, ຜູ້ຊ່ຽວຊານໄປເຮັດວຽກຢູ່ ເກືອບ 30 ປະເທດ ແລະ ເຂດແຄ້ວນໃນໂລກ, ບໍລິສັດຫຸ້ນສ່ວນຊັບພະຍາກອນມະນຸດສາກົນ Sovilaco ຢູ່ ເມືອງເຕີນບິ່ງ ນະຄອນໂຮ່ຈີມິນ ແມ່ນຫນຶ່ງໃນບັນດາບໍລິສັດແຖວຫນ້າໂດຍໄດ້ຮັບຄວາມເຊື່ອໝັ້ນຈາກຄົນງານໃນຫລາຍແຂວງ, ນະຄອນໃນທົ່ວປະເທດ. ເປັນຫນ້າສົນໃຈ, ພາຍຫລັງ 2 ປີທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ບໍລິສັດໄດ້ຟື້ນຟູການເຄື່ອນໄຫວໃນປີ 2022 ດ້ວຍຫລາຍໝາກຜົນດີສົມຄວນ, ສ້າງປະຖົມປັດໄຈເພື່ອໃຫ້ບຸກທະລຸໃນປີ 2023 ແລະ ຊຸມປີຕໍ່ໄປ. ທ່ານ ຫງວຽນຊວນຈຸງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຊັບພະຍາກອນມະນຸດສາກົນ Sovilaco ໃຫ້ຂໍ້ສັງເກດວ່າ: ຂົງເຂດສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ມີແງ່ຫວັງທີ່ດີໃນປີ 2023. ທ່ານ ຫງວຽນຊວນຈຸງ ໃຫ້ຮູ້ວ່າ:

 “ປີ 2022, ຄົນງານຂອງພວກເຮົາໄປເຮັດວຽກຢູ່ຕ່າງປະເທດແມ່ນບັນລຸໝາກຜົນສູງ ແລະ ບົນທ່າພັດທະນາຂອງປີ 2022 ນັ້ນ, ປີ 2023 ກໍ່ມີສັນຍານອາດຈະບັນລຸໝາກຜົນຫລາຍກວ່າພິເສດແມ່ນຕະຫລາດເດີມ ພ້ອມກັນນັ້ນ ບັນດາຕະຫລາດໃຫມ່ຢູ່ ເອີລົບ ຄື: ຮຸງກາຣີ, ໂປໂລຍ, ຣູມານີ, ເຢຍລະມັນ ແມ່ນຄ່ອຍໆລື້ງເຄີຍກັບເລື່ອງຮັບຄົນງານຫວຽດນາມ ມາເຮັດວຽກ. ຄຽງຂ້າງນັ້ນ ຕະຫລາດອົດສະຕາລີ ແລະ ການາດາ ພ້ອມກັບບາງປະເທດຕາເວັນອອກກາງ ກໍ່ພວມປາດຖະຫນາຢາກຮັບຄົນງານຂອງຫວຽດນາມ  ມາເຮັດວຽກ.

ປີ 2023, ຫວຽດນາມ ວາງຄາດໝາຍ ສົ່ງຄົນງານປະມານ 110.000 ຄົນໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ. ເພື່ອໃຫ້ບັນລຸຄາດໝາຍວາງອອກ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດຜັນຂະຫຍາຍບັນດາມາດຕະການ ເພື່ອຮັກສາບັນດາຕະຫລາດເດີມ ແລະ ຮັບຄົນງານຫລາຍຄົນຄື: ຕະຫລາດຍີ່ປຸ່ນ, ໄຕ້ຫວັນ ແລະ ສ.ເກົາຫລີ. ພ້ອມກັນນັ້ນ ກໍ່ສຸມໃສ່ພັດທະນາບັນດາຕະຫລາດຢູ່ບາງປະເທດເອີລົບ ແລະ ສິງກະໂປ ດ້ວຍຫລາຍຂະແຫນງອາຊີບທີ່ມີເງື່ອນໄຂເຮັດວຽກດີ ກໍ່ຄືມີລາຍຮັບເປັນປົກກະຕິໃຫ້ແກ່ຄົນງານ. ທ່ານ ຫງວຽນດຶກນາມ, ປະທານ ສະພາບໍລິຫານບໍລິສັດຫຸ້ນສ່ວນສະຫນອງຊັບພະຍາກອນມະນຸດສາກົນ ແລະ ການຄ້າ  Sona ຢູ່ ເມືອງ ຮາຍບ່າຈຶງ ຮ່າໂນ້ຍ ຖືວ່າ:

ພວກເຮົາຄວນມີບັນດາບາດກ້າວເດີນທີ່ໝັ້ນຄົງກວ່າ. ລະອຽດຄື ເລື່ອງເປີດກວ້າງບັນດາຕະຫລາທີ່ມີຄວາມສາມາດບົ່ມຊ້ອນ ມີລະດັບເງິນເດືອນສູງ, ຕົວຢ່າງຄື ບັນດາຕະຫລາດເອີລົບ ແລະ ຕະຫລາດ ອົດສະຕາລີ ນັ້ນແມ່ນບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ. ເພື່ອພັດທະນາບັນດາຕະຫລາດນີ້ ຄວນມີນະໂຍບາຍຈາກລັດຖະບານ, ບັນດາອົງການຕາງຫນ້າ, ການທູດ ມີການເຮັດວຽກກັບລັດຖະບານຂອງປະເທດຮັບຄົນງານເພື່ອເປີດກວ້າງການເຄື່ອນໄຫວຈັດກອງປະຊຸມສຳມະນາ, ການພົບປະແລກປ່ຽນລະຫວ່າງບັນດາວິສາຫະກິດ. ພ້ອມກັນນັ້ນ ກໍ່ຊຸກຍູ້ວຽກງານເຊັນສັນຍາລະຫວ່າງສອງປະເທດ, ເປີດຊ່ອງທາງໃຫ້ແກ່ບັນດາວິສາຫະກິດເຂົ້າຮ່ວມ.

ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ປີ 2023: ມີຫລາຍສັນຍານທີ່ດີ - ảnh 2ຄົນງານ ຫວຽດນາມ ພາຍຫລັງກັບຄືນຈາກ ຕ່າງປະເທດ ມາເຂົ້າຮ່ວມ ລາຍການແນະນຳວຽກເຮັດງານທຳຢູ່ ຮ່າໂນ້ຍ. ພາບ:VOV

ກົມຄຸ້ມຄອງຄົນງານໄປເຮັດວຽກຢູ່ຕ່າງປະເທດ (ສັງກັດກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ” ຖືວ່າ: ເພື່ອວາງຄາດໝາຍສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາໃນປີນີ້, ນອກຈາກບັນດານະໂຍບາຍຫນູນຊ່ວຍຈາກອົງການຄຸ້ມຄອງ, ບັນດາວິສາຫະກິດສົ່ງຄົນງານໄປເຮັດວຽກກໍ່ຄວນເປັນເຈົ້າການກວ່າ, ເປັນຕົ້ນແມ່ນຂອດບຳລຸງສ້າງ ແລະ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ທ່ານ ຫງວຽນຢາລຽມ, ຮອງຫົວຫນ້າກົມຄຸ້ມຄອງຄົນງານໄປເຮັດວຽກຢູ່ຕ່າງປະເທດເນັ້ນຫນັກວ່າ:

ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານຕ່າງປະເທດ ກໍ່ຄືເພີ່ມຈຳນວນຄົນງານຫວຽດນາມ  ຄົນງານໄປເຮັດວຽກຢູ່ຕ່າງປະເທດ ພວກເຮົາຄວນເອົາໃຈໃສ່ເຖິງເລື່ອງຍົກສູງຄຸນນະພາບແຮງງານ. ໃນນັ້ນ ພວກຂ້າພະເຈົ້າກໍ່ພວມຮຽກຮ້ອງເລື່ອງເພີ່ມທະວີການຕິດພັນລະຫວ່າງການສອນວິຊາຊີບ ກັບເລື່ອງສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ, ສ້າງການຮ່ວມສຳພັນຢ່າງແຫນ້ນແຟ້ນລະຫວ່າງບັນດາວິສາຫະກິດທີ່ມີບໍລິການສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ກັບບັນດາໂຮງຮຽນ, ຮາກຖານສອນວິຊາຊີບ ເພື່ອມີແຫລ່ງຄົນງານຕອບສະຫນອງໄດ້ຄວາມຕ້ອງການ, ເງື່ອນໄຂຂອງຄູ່ຮ່ວມມືຕ່າງປະເທດ.

ດ້ວຍບັນດາສັນຍານປະເອີບໃຈ ພ້ອມກັບຄວາມຕັດສິນໃຈ, ການກຳນົດທິດຢ່າງແຮງຂອງທັງອົງການຄຸ້ມຄອງລັດ ແລະ ວິສາຫະກິດ ໃນວຽກງານສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ, ແນ່ນອນວ່າ ຈະສາມາດບັນລຸໄດ້ຄາດໝາຍສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດໃນປີ 2023 ກໍ່ຄືໃນຊຸມປີຕໍ່ໄປ, ຊ່ວຍຍົກສູງຊີວິດການເປັນຢູ່ໃຫ້ຄົນງານຫລາຍໆຄົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ