ສູ້ຊົນປະຕິບັດຄາດໝາຍສ້າງຕັ້ງວິສາຫະກິດວິທະຍາສາດເຕັກໂນໂລຊີ 5.000 ແຫ່ງໃນປີ 2020

(VOVWORLD) - ຍຸດທະສາດພັດທະນາ ວິທະຍາສາດເຕັກໂນໂລຊີ ຫວຽດນາມ ໄລຍະປີ 2011 – 2020 ໄດ້ວາງຄາດໝາຍຮອດທ້າຍປີ 2020, ຫວຽດນາມ ຈະມີວິສາຫະກິດ ວິທະຍາສາດເຕັກໂນໂລຊີ 5.000 ແຫ່ງ. 

ຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີໄລຍະປີ 2011 2020 ໄດ້ວາງຄາດໝາຍຮອດທ້າຍປີ 2020, ຫວຽດນາມ ຈະມີວິສາຫະກິດວິທະຍາສາດເຕັກໂນໂລຊີ 5.000 ແຫ່ງ. ໃນສະພາບການໂລກລະບາດໂຄວິດ-19 ພວມສົ່ງຜົນສະທ້ອນຢ່າງໃຫຍ່ຫລວງຕໍ່ພື້ນຖານເສດຖະກິດ ກໍ່ຄືການພັດທະນາ, ການດຳເນີນທຸລະກິດຂອງວິສາຫະກິດ… ຫວຽດນາມ ພວມມານະພະຍາຍາມສູ້ຊົນ ເພື່ອປະຕິບັດຄາດໝາຍດັ່ງກ່າວໃຫ້ສຳເລັດໃນປີນີ້.

ສູ້ຊົນປະຕິບັດຄາດໝາຍສ້າງຕັ້ງວິສາຫະກິດວິທະຍາສາດເຕັກໂນໂລຊີ 5.000 ແຫ່ງໃນປີ 2020 - ảnh 1ບໍລິສັດຫຸ້ນສ່ວນກະສິກຳ ຕ໊ຽນນົງ, ແມ່ນໜຶ່ງໃນບັນດາບໍລິສັດທຳອິດຂອງແຂວງ ແທັງຮ໊ວາ ໄດ້ຮັບການຢັ້ງຢືນເປັນວິສາຫະກິດວິທະຍາສາດເຕັກໂນໂລຊີ (ພາບ: congluan.vn)

ຢູ່ບໍລິສັດຫຸ້ນສ່ວນກະສິກຳ ຕ໊ຽນນົງ, ແມ່ນໜຶ່ງໃນບັນດາບໍລິສັດທຳອິດຂອງແຂວງ ແທັງຮ໊ວາ ໄດ້ຮັບການຢັ້ງຢືນເປັນວິສາຫະກິດວິທະຍາສາດເຕັກໂນໂລຊີ, ທ່ານ ຫງວຽນຮົ່ງຟອງ, ຜູ້ອຳນວຍການໃຫຍ່ບໍລິສັດໃຫ້ຮູ້ວ່າ: ນັບແຕ່ມື້ສ້າງຕັ້ງທຳອິດ (ປີ 1995), ວິສາຫະກິດຂອງລາວ ໄດ້ກຳນົດເອົາວິທະຍາສາດເຕັກໂນໂລຊີເປັນພື້ນຖານໃຫ້ແກ່ການພັດທະນາ, ເຊິ່ງສະແດງໃຫ້ເຫັນຜ່ານເລື່ອງສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາ R&D ດ້ວຍບັນດາພາຫະນະ, ອຸປະກອນທັນສະໄໝ, ຖັນແຖວຊັບພະຍາກອນມະນຸດມີລະດັບຄວາມຮູ້ສູງ. ໂດຍຜ່ານສູນຄົ້ນຄວ້າ ແລະ ພັດທະນາດັ່ງກ່າວແລ້ວ, ທາງບໍລິສັດໄດ້ຜັນຂະຫຍາຍບັນດາຫົວເລື່ອງ, ໂຄງການຄົ້ນຄວ້າ ທີ່ມີລັກສະນະໝູນໃຊ້ໃນພຶດຕິກຳຕົວຈິງໄດ້ເປັນຢ່າງສູງ, ບັນດາຜະລິດຕະພັນທາດບຳລຸງໃຫ້ແກ່ຕົ້ນໄມ້ຂອງ ຕ໊ຽນນົງ ໄດ້ຮັບການຜັນຂະຫຍາຍໃນການຜະລິດຕົວຈິງ, ບໍ່ພຽງແຕ່ນຳມາເຊິ່ງລາຍຮັບໃຫ້ແກ່ວິສາຫະກິດເທົ່ານັ້ນ ຫາກຍັງຊ່ວຍໃຫ້ຊາວກະສິກອນມີລະດູການເກັບກ່ຽວໄດ້ຮັບຜົນດີອີກດ້ວຍ. ທ່ານ ຫງວຽນຮົ່ງຟອງ ໃຫ້ຮູ້ວ່າ:

ນັບແຕ່ເມື່ອສ້າງຕັ້ງມາໃນປີ 1995, ພວກຂ້າພະເຈົ້າໄດ້ກຳນົດເອົາວິທະຍາສາດເຕັກໂນໂລຊີເປັນພື້ນຖານຢ່າງອັນໝັ້ນແກ່ນ ເພື່ອໃຫ້ພວກຂ້າພະເຈົ້າມີການພັດທະນາຄືທຸກວັນນີ້. ຖ້າຫາກກ່ອນນີ້ ພວກຂ້າພະເຈົ້າມີແຮງງານພຽງແຕ່ 30 ຄົນເທົ່ານັ້ນ ປະຈຸບັນແມ່ນມີ 600 ຄົນແລ້ວ, ສາມາດສ້າງລາຍຮັບໄດ້ເຖິງ 1.000 ຕື້ດົ່ງ. ຜົນສຳເລັດດັ່ງກ່າວຂອງວິສາຫະກິດ ແມ່ນຍ້ອນອີງໃສ່ວິທະຍາສາດເຕັກໂນໂລຊີ, ຖ້າວິສາຫະກິດບໍ່ເອົາໃຈໃສ່ເຖິງວິທະຍາສາດເຕັກໂນໂລຊີ ການພັດທະນາຈະບໍ່ຍືນຍົງ.

ຍຸດທະສາດພັດທະນາ ວິທະຍາສາດເຕັກໂນໂລຊີ ຫວຽດນາມ ໄລຍະປີ 2011 – 2020 ໄດ້ວາງຄາດໝາຍຮອດທ້າຍປີ 2020, ຫວຽດນາມ ຈະມີວິສາຫະກິດ ວິທະຍາສາດເຕັກໂນໂລຊີ 5.000 ແຫ່ງ. ເພືຶ່ອແນໃສ່ຮັບປະກັນລັກສະນະເປັນໄປໄດ້ຂອງຄາດໝາຍທີ່ວາງອອກ, ທາງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ ແລະ ພວມຍູ້ແຮງການເຄື່ອນໄຫວສ້າງລະບອບລະບຽບນະໂຍບາຍໃຫ້ສົມບູນແບບ, ໃນນັ້ນ ແມ່ນຕ້ອງຕິດແທດກັບບັນດາແຜນການປັບປຸງໝາຍບາງສະບັບຄື: ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການເກັບອາກອນລາຍຮັບວິສາຫະກິດ…ແລະ ເອກະສານແນະນຳຕ່າງໆ ເພື່ອເພີ່ມເຕີມບັນດາຂໍ້ກຳນົດກ່ຽວກັບການໜູນຊ່ວຍສ້າງ ແລະ ພັດທະນາວິສາຫະກິດວິທະຍາສາດເຕັກໂນໂລຊີ. ສ້າງລະບົບກົນໄກ, ນະໂຍບາຍ, ເອກະສານນິຕິກຳກ່ຽວກັບວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນໃໝ່ຫົວຄິດປະດິດສ້າງໃຫ້ຄົບຊຸດ, ລວມມີ: ກົດໝາຍວ່າດ້ວຍວິທະຍາສາດເຕັກໂນໂລຊີ, ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ ແລະ ບັນດາເອກະສານແນະນຳການປະຕິບັດ…ເພື່ອຮັບປະກັນໃຫ້ບັນດາກົນໄກ, ນະໂຍບາຍການໜູນຊ່ວຍພັດທະນາການຈັດຕັ້ງເປັນກາງ; ກົນໄກມອບໂອນກຳມະສິດ/ສິດນຳໃຊ້ໝາກຜົນການຄົ້ນຄວ້ານຳໃຊ້ງົບປະມານແຫ່ງລັດ.

ເຖິງຢ່າງໃດກໍ່ຕາມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຖືວ່າ: ກົນໄກ, ນະໂຍບາຍຍັງແມ່ນຮົ້ວກີດຂວາງ ທີ່ເຮັດໃຫ້ວິວັດການປະຕິບັດຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີ ໄລຍະ 2011 – 2020 ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແລະ ເພື່ອປະຕິບັດຄາດໝາຍສ້າງວິສາຫະກິດວິທະຍາສາດເຕັກໂນໂລຊີໃຫ້ໄດ້ 5.000 ແຫ່ງໃນທ້າຍປີນີ້ແມ່ນຕ້ອງການຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຫລາຍທີ່ສຸດ…ທ່ານ ຟ້າມດຶກງ້ຽມ, ຮອງຫົວໜ້າກົມພັດທະນາຕະຫລາດ ແລະ ວິສາຫະກິດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຖືວ່າ:

ຈຳນວນວິສາຫະກິດທີ່ມີຄວາມສົນໃຈຕໍ່ວິທະຍາສາດເຕັກໂນໂລຊີຍັງບໍ່ຫລາຍ… ແມ່ນບັນດາໂຄງການຂອງພວກເຮົາທີ່ຜັນຂະຫຍາຍໄປນັ້ນ ກໍ່ມີຂໍ້ຈຳກັດຫລາຍຢ່າງ, ກົນໄກການເງິນໃຫ້ແກ່ການເຄື່ອນໄຫວປ່ອຍເງິນກໍ່ມີຂໍ້ຈຳກັດຫລາຍຢູ່…ສະນັ້ນ, ໃນໄລຍະຜ່ານມາ, ທາງກະຊວງ ກໍ່ມີຄວາມມານະພະຍາຍາມຫລາຍແລ້ວ ເພື່ອປ່ຽນແປງກົນໄກການລົງທຶນ, ການເງິນ…ເພື່ອສ້າງຄວາມສະດວກໃຫ້ແກ່ວິສາຫະກິດ, ແຕ່ກໍ່ຍັງມີສິ່ງທ້າທາຍ ຕ້ອງສືບຕໍ່ປ່ຽນແປງ. ພິເສດແມ່ນອົງການຄຸ້ມຄອງ, ຕ້ອງສ້າງຄວາມສະດວກໃຫ້ແກ່ວິສາຫະກິດໄດ້ສຳຜັດກັບບັນດາແຫຼ່ງໜູນຊ່ວຍ, ທັງທາງການ ແລະ ບໍ່ເປັນທາງການ.

ປະຈຸບັນ, ທົ່ວປະເທດຫາກໍ່ມີວິສາຫະກິດວິທະຍາສາດເຕັກໂນໂລຊີພຽງກ່ວາ 500 ແຫ່ງ. ທ່ານຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ບຸຍເທ໊ຢຸຍ ໃຫ້ຮູ້ວ່າ: ຜ່ານການສະຖິຕິ ແລະ ການຕີລາຄາຄວາມສາມາດບົ່ມຊ້ອນແລ້ວ ຈຳນວນຕົວເລກວິສາຫະກິດ ວິທະຍາສາດເຕັກໂນໂລຊີ ແນ່ນອນວ່າ ຈະບັນລຸກ່ວາ 5.000 ແຫ່ງ, ຊ້ຳບໍ່ໜຳຈະຫລາຍກ່ວາອີກ. ເຖິງຢ່າງໃດກໍ່ຕາມ ວິສາຫະກິດຫລາຍແຫ່ງ ຍັງບໍ່ທັນໄດ້ຈົດທະບຽນເປັນວິສາຫະກິດ ວິທະຍາສາດເຕັກໂນໂລຊີເທື່ອ. ເພື່ອດຶງດູດວິສາຫະກິດຈົດທະບຽນເປັນວິສາຫະກິດ ວິທະຍາສາດເຕັກໂນໂລຊີ, ທາງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສະເໜີຕໍ່ລັດຖະບານ ແລະ ຍົກອອກບັນດາມາດຕະການ ພ້ອມກັບມີບັນດາບຸລິມະສິດທີ່ດີກ່ວາ, ມີກົນໄກທີ່ສະດວກກ່ວາ./.

ຕອບກັບ

ຂ່າວ/ບົດ​ອື່ນ